18 ເດືອນແລ້ວທີ່ທ່ານສົມບັດ ຫາຍໄປ

ອຸ່ນແກ້ວ ສຸກສະຫວັນ
2014.06.18
F-asean-human-rights ໃນໂພສເຕີ້ນີ້ ບອກວ່າ ເຮົາຕ້ອງການ ຄະນະ ກັມມາທິການ ສິດທິມະນຸດ ອາຊຽນ ທີ່ເພິ່ງພາໄດ້ ເປັນຕົນເອງ ແລະມີ ສະມັຕຕະພາບ.
FORUM-ASIA

 

ການປະຊຸມ ກ່ຽວກັບ ສິດທິມະນຸດ ແລະ ການພັທນາ ຂອງ ເອເຊັຍ ໂດຍ ມີຕົວແທນ ຈາກ ອົງການ ສິດທິມະນຸດ 47 ອົງການ ຈາກ 16 ປະເທດ ໃນເອເຊັຍ ໄດ້ຮຽກຮ້ອງ ຄະນະ ກັມມາ ທິການ ສິດທິ ມະນຸດ ຂອງ ອາຊຽນ ແລະ ຣັຖບານ ຂອງ ປະເທດ ອາຊຽນ ໃຫ້ຕໍ່ຕ້ານ ກໍຣະນີ ການບີບ ບັງຄັບ ໃຫ້ສູນຫາຍ ຂອງ ນັກປົກປ້ອງ ສິດທິີມະນຸດ ຢູ່ໃນ ຂົງເຂດ.

ໃນວັນເສົາ ທີ່ ຜ່ານມາ ກຸມສິດທິ ມະນຸດ ໄດ້ຈັດງານ ພິທີ ລຳລຶກ ໃຫ້ແກ່ ທ່ານ ສົມບັດ ສົມພອນ ນັກພັທນາ ອາວຸໂສ ດີເດັ່ນ ຂອງລາວ ເນື່ອງ ໃນໂອກາດ ຄົບຮອບ 18 ເດືອນ ທີ່ ທ່ານ ຖືກລັກ ພາຕົວ. ທ່ານ ສົມບັດ ໄດ້ຖືກ ລັກພາຕົວ ແລະ ບີບບັງຄັບ ໃຫ້ ຫາຍສາບສູນ ໃນວັນທີ 15 ທັນວາ 2012 ຫລັງຈາກທີ່ ຣົດ ຂອງທ່ານ ຖືກ ເຈົ້າໜ້າທີ່ ຕຳຫລວດ ຈະຣາຈອນ ຢຸດຢູ່ ຖະໜົນ ທ່າເດື່ອ ຕໍ່ໜ້າໂຮງຮຽນ ການຊ່າງ ລາວ ເຢັຍຣະມັນ ບ້ານ ວັດນາກ ເມືອງ ສີສັດຕະນາກ ນະຄອນ ຫລວງ ວຽງຈັນ. ອີງຕາມ ຫລັກຖານ ຈາກພາບ ວີດີໂອ ຂອງກ້ອງ ວົງຈອນປິດ.

ທ່ານ ບາລາຍສ ເຊີຣັນໂນ ເຈົ້າໜ້າທີ່ ດ້ານ ສິດທິມະນຸດ ໄດ້ກ່າວ ວ່າ ກໍຣະນີ ການ ຂອງທ່ານ ສົມບັດ ບໍ່ເປັນ ເຫດການ ທີ່ ຖືກ ເມີນເສີຍ ຢູ່ໃນ ປະເທດລາວ ແລະ ຢູ່ໃນ ປະເທດ ອາຊຽນ ກໍເຊັ່ນດຽວ ກັນ ຊຶ່ງມີ ກໍຣະນີ ການບີບ ບັງຄັບ ໃຫ້ສູນຫາຍ ເກີດຂຶ້ນ ຫລາຍ ແລະ ຍັງມີ ກໍລະນີ ຈຳກັດ ສິດທິ ໃນການ ປາກເວົ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.