ພະນັກງານຣັຖ 28 ຄົນ ຂອງແຂວງອັດຕະປື ທີ່ສໍ້ໂກງຖືກລົງໂທດ

ພອນ ພູມມີທອນ
2024.02.15
ພະນັກງານຣັຖ 28 ຄົນ ຂອງແຂວງອັດຕະປື ທີ່ສໍ້ໂກງຖືກລົງໂທດ ອົງການກວດກາແຫ່ງຣັຖ, ນະຄອນຫຼວງວຽງຈັນ. ເດືອນມົກກະຣາ ປີ 2024.
ນັກຂ່າວ ພົລເມືອງ

ຕລອດປີ 2023 ທີ່ຜ່ານມານີ້ ອົງການກວດກາພັກ-ຣັຖ ແຂວງອັດຕະປື ໄດ້ປະຕິບັດວິໄນ ຕໍ່ ພະນັກງານຣັຖ ຈໍານວນ 28 ຄົນ ທີ່ມີຄວາມຜິດ ສໍ້ຣາສບັງຫລວງ ໃນລັກສະນະ ສວຍໃຊ້ຕໍາແໜ່ງໜ້າທີ່ ເພື່ອສະແຫວງຫາ ຜົລປະໂຍດເຂົ້າຕົວເອງ ແລະ ຮັບແລະໃຫ້ສິນບົນ ອັນສ້າງຄວາມເສື່ອມເສັຍ ຕໍ່ພັກ-ຣັຖ, ໃນນັ້ນ ນັ້ນເອົາອອກຈາກພັກ ຈໍານວນ 4 ຄົນ, ໂຈະ ຮ່ວມຊີວິຕພັກ 1 ຄົນ ແລະ ຕໍານິກ່າວເຕືອນ ຈໍານວນ 23 ຄົນ.

ອີງຕາມການຣາຍງານ ຢູ່ກອງປະຊຸມ ສລຸບວຽກງານກວດກາ ທົ່ວແຂວງ ປະຈໍາປີ 2023 ແລະ ຜ່ານທິດທາງແຜນການປີ 2024 ຂອງການກວດກາພັກ-ຣັຖ ແຂວງອັດຕະປື ເມື່ອວັນທີ 13 ກຸມພາ 2024.

ກ່ຽວກັບເຣື່ອງນີ້ ວິທຍຸ ເອເຊັຍເສຣີ ໄດ້ຕິດຕໍ່ ໄປຫາ ຄະນະກວດກາພັກ-ຣັຖ ແຂວງອັດຕະປື ເພື່ອສອບຖາມ ຣາຍລະອຽດເພີ່ມຕື່ມ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ສາມາດ ໃຫ້ຂໍ້ມູນຫລາຍໄປກວ່ານີ້ໄດ້.

ແຕ່ເຖິງຢ່າງໃດກໍຕາມ ອະດີດ ເຈົ້າໜ້າທີ່ ແຂວງອັດຕະປື ທ່ານນຶ່ງ ກ່າວວ່າ ສໍາລັບພະນັກງານຣັຖ ທັງ 28 ຄົນດັ່ງກ່າວ ທີ່ຖືກກວດພົບວ່າ ມີຄວາມຜິດນັ້ນ ສ່ວນໃຫຍ່ ກໍແມ່ນກ່ຽວຂ້ອງ ກັບການເບີກຈ່າຍເງິນ ແບບບໍ່ຖືກຕ້ອງ ໃນກໍຣະນີ ຊ່ວຍເຫລືອ ຜູ້ປະສົບໄພເຂື່ອນ ເຊປຽນ-ເຊນ້ໍານ້ອຍ ແຕກ ເຊິ່ງພະນັກງານຣັຖ ຈໍານວນນຶ່ງ ສວຍໂອກາສ ນໍາເງິນຊ່ວຍເຫລືອ ຜູ້ປະສົບໄພເຂື່ອນແຕກ ນໍາໄປໃຊ້ສ່ວນຕົວ ຈຶ່ງຖືກກວດພົບ ແລະ ລົງວິໄນ ຕາມຂັ້ນໜັກ ຫລື ເບົາ.

ດັ່ງທ່ານ ກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນວັນທີ 15 ກຸມພານີ້ວ່າ: 

ກໍມີ ພະນັກງານ ຕົ້ນຕໍ ກະແມ່ນ ລະຫວ່າງເຊປຽນແຕກ ນີ້ແລ້ວ ການຈ່າຍເງິນຫັ້ນມັນບໍ່ຖືກຕ້ອງຫັ້ນນ່າ ຖືກເປົ້າໝາຍ ຜິດພາດຈໍານວນນີ້ແລ້ວ ຈ່າຍບໍ່ຖືກລະບຽບ ຂອງກະຊວງການເງິນ ຈັ່ງຊີ້ນ່າ. 

ໃນຂະນະ ທີ່ຊາວລາວ ທ່ານນຶ່ງ ທີ່ຮັບຮູ້ຂ່າວດັ່ງກ່າວ ກໍຢາກໃຫ້ ພາກສ່ວນທີ່ກ່ຽວຂ້ອງ ມີການດໍາເນີນຄະດີ ກັບ ພະນັກງານຣັຖ ທີ່ສໍ້ຣາສບັງຫລວງ ໃນລັກສະນະນີ້ ພ້ອມທັງ ເປີດເຜີຍຊື່ ແລະ ຕໍາແໜ່ງ ໃນຮູ້ຢ່າງຈະແຈ້ງ ແທນທີ່ຈະລົງໂທດ ດ້ວຍການໃຫ້ອອກຈາກພັກ, ໂຈະຮ່ວມຊີວິຕພັກ ແລະ ຕໍານິກ່າວເຕືອນຊື່ໆ ເພາະວ່າ ເປັນການລົງໂທດທີ່ບໍ່ສົມເຫດສົມຜົລ.

ດັ່ງ ທ່ານກ່າວວ່າ: 

ຄັນຖ້າມີການສໍ້ຣາສບັງຫລວງ ມັນຕ້ອງໄດ້ດໍາເນີນຄະດີແຫລະ ກະເປັນຂໍ້ຫາຄືກັນ ຖືກດໍາເນີນຄະດີຄືກັນ ມັນຕ້ອງໄດ້ເປີດເຜີຍຫັ້ນແຫລະ. ຜູ້ທີ່ກະທໍາຜິດ ສໍ້ຣາສບັງຫລວງ ກະຕ້ອງໄດ້ເປີດເຜີຍວ່າ ຊື່ຫຍັງໆ ຕໍາແໜ່ງເທົ່າໃດ. ເຂົາເຈົ້າຕ້ອງໄດ້ລະບຸລະອຽດ. 

ໃນຂະນະດຽວກັນ ຊາວລາວ ອີກທ່ານນຶ່ງ ກໍຢາກໃຫ້ມີການດໍາເນີນຄະດີ ກັບພະນັກງານ ກຸ່ມດັ່ງກ່າວ ຢ່າງເຂັ້ມງວດ ພ້ອມທັງໃຫ້ມີການໃຊ້ເງິນຄືນ ແກ່ຣັຖ ຕາມຈໍານວນເງິນທີ່ໄດ້ຢັກຢອກໄປໃຊ້ ແລະ ໃຫ້ມີການຟ້ອງໄປຍັງສານ ເພື່ອພິຈາຣະນາ ຕັດສິນລົງໂທດ ຕາມຄວາມເໝາະສົມ ເພື່ອບໍ່ໃຫ້ເປັນແບບຢ່າງທີ່ບໍ່ດີ ແກ່ພະນັກງານຣັຖ ຄົນອື່ນໆ.

ດັ່ງ ທ່ານກ່າວວ່າ: 

ຂັງແລ້ວ ມູລຄ່າມັນຫລາຍຂັງໄດ້ ປະຕິບັດວິໄນແລ້ວກະໄລ່ອອກການ. ໃຊ້ໜີ້ພ້ອມ. ເຂົາກວດພໍ້ເທົ່າໃດ ເອົາເຂົ້າກັກຂັງໄວ້ແຫລະ. ທໍາອິດກະດີ ຂັງໄວ້ສືບສວນ-ສອບສວນ. ແລ້ວກະຄົ້ນພົບ ອັນນັ້ນອັນນີ້ ຖືວ່າ ສິ່ງທີ່ເຈົ້າເອົາໄປ ລະເຈົ້າຕ້ອງໃຊ້.

ແຕ່ ນັກກົດໝາຍລາວ ທ່ານນຶ່ງກ່າວວ່າ ພະນັກງານຣັຖ ທີ່ມີຄວາມຜິດ ກ່ຽວກັບສໍ້ຣາສບັງຫລວງນັ້ນ ສ່ວນໃຫຍ່ແລ້ວ ກໍຖືກລົງວິໄນ ແລະ ໃຫ້ອອກຈາກພັກ-ຣັຖຊື່ໆ ບໍ່ໄດ້ມີການສົ່ງຟ້ອງສານ ຫລື ຕັດສິນຈໍາຄຸກ ແຕ່ຢ່າງໃດ, ເພາະສ່ວນໃຫຍ່ ຈະແກ້ໄຂ ໃນຂັ້ນບໍຣິຫານ ຂອງແຕ່ລະແຂວງ ລວມທັງບໍ່ເປີດເຜີຍຊື່-ຕໍາແໜ່ງ ຂອງຜູ້ກະທໍາຜິດ ຍ້ອນ ຈະສ້າງຄວາມເສື່ອມເສັຍ ຕໍ່ໜ່ວຍງານ ນັ້ນໆ.

ດັ່ງທ່ານກ່າວວ່າ: 

ຕາມກົດໝາຍ ເຂົາກໍານົດໂທສໄວ້ຢູ່ ແຕ່ວ່າ ປະຕິບັດຕົວຈິງບໍ່ຄ່ອຍມີ ຄະດີການສໍ້ຣາສບັງຫລວງ ບໍ່ຄ່ອຍມີ ແກ້ກັນທາງບໍຣິການ. ມີແຕ່ວ່າປະຕິບັດວິໄນ ໃຫ້ຜູ້ກ່ຽວອອກການ ບໍ່ໄດ້ມີການດໍາເນີນ ສ່ວນຫລາຍ ມັນຈະເປັນການນໍາເດ້. ເຂົາເຈົ້າຈະບໍ່ໃຫ້ມີຜົລກະທົບຕໍ່ພາບພົດຂອງຣັຖ.

ກ່ອນໜ້ານີ້ ໃນວັນທີ 10 ມົກຣາ 2024 ທີ່ຜ່ານມາ, ທ່ານ ພັນໂທ ວັນທອງ ກອງມະນີ ເຈົ້າແຂວງ ແຂວງອັດຕະປື ໄດ້ກ່າວຣາຍງານ ຕໍ່ປະທານ ຄະນະກວດກາ ສູນກາງພັກ, ປະທານ ອົງການກວດກາແຫ່ງຣັຖ ແລະ ຫົວໜ້າອົງການ ຕ້ານການສໍ້ຣາສບັງຫລວງ ຂັ້ນສູນກາງ ແລະ ເຮັດວຽກ ຢູ່ແຂວງອັດຕະປື ວ່າ ແຂວງອັດຕະປື ກວດພົບການໃຊ້ຈ່າຍບ້ວງເງິນບໍຣິຈາກ ແລະ ເງິນຊົດເຊີຍ ໃຫ້ແກ່ພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກເຂື່ອນເຊປຽນ-ເຊນ້ໍານ້ອຍ ຢູ່ເມືອງສນາມໄຊ ແບບບໍ່ຖືກຕ້ອງ ເປັນຈໍານວນເງິນ 84 ຕື້ກ່ວາກີບ ກັບອີກ 100,000 ໂດ້ລ້າຣ໌ສະຫະຣັຖ.

ເຖິງຢ່າງໃດກໍຕາມ ໃນປີ 2022 ມີການກວດພົບ ພະນັກງານຣັຖ ຈໍານວນ 50 ຄົນ ທີ່ພົວພັນກັບການສໍ້ຣາສບັງຫລວງ ທີ່ແຂວງອັດຕະປື ໃນນັ້ນ ໄດ້ກວດພົບ ພະນັກງານຣັຖ ພົວພັນ ກັບ ການສໍ້ຣາສບັງຫລວງ ຈໍານວນ 14 ຄົນ ມູລຄ່າ ຄວາມເສັຍຫາຍ 2.5 ຕື້ປາຍກີບ ເຊິ່ງຍັງຢູ່ໃນຂັ້ນຕອນ ສົ່ງໃຫ້ໄອຍະການ ປະຊາຊົນແຂວງ ເພື່ອດໍາເນີນຄະດີຕາມ ກົດໝາຍ ແລະ ຍັງກວດພົບ ພະນັກງານຣັຖອີກ 33 ຄົນ ທີ່ພົວພັນ ກັບ ການຂຸດຄົ້ນແຮ່ຄໍາ ເກີນໂກຕ້າຣ໌ ຈໍານວນ 71 ແມ້ດກ້ອນ ມູລຄ່າ 6 ແສນປາຍ ໂດລ້າຣ໌.

ອີກທັງ ໄດ້ພົບພະນັກງານຫ້ອງການ ການເງິນ ເມືອງພູວົງ 2 ຄົນ ແລະ ພະນັກງານ ຜແນກກະສິກັມ ແລະ ປ່າໄມ້ອີກ 1 ຄົນ ທີ່ສ້າງຄວາມເສັຍຫາຍ ຕໍ່ຊັພສິນ ຂອງຣັຖ ປະມານ 3 ຕື້ກີບ. 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.