ອອສເຕຣເລັຽ ເຫັນດີຊ່ອຍເຫຼືອລາວ ໃນການຂຽນຣາຍງານ ດ້ານສິດທິມະນຸສ
2023.12.06
ທ່ານ ຟິລ ໂຣເບີດສັນ, ຮອງຜູ້ອຳນວຍການ ອົງການສິ້ງຊອມ ດ້ານສິດທິມະນຸສ ຫຼື Human Rights Watch ປະຈໍາພາກພື້ນເອເຊັຽ-ປາຊິຟິກ ເປີດເຜີຍຕໍ່ວິທຍຸເອເຊັຽເສຣີວ່າ ຕາມທີ່ຣັຖບານ ອອສເຕຣເລັຽ ແລະຣັຖບານລາວ ໄດ້ລົງນາມຂໍ້ຕົກລົງຄວາມຮ່ວມມື ດ້ານສິດທິມະນຸສ ລະຫວ່າງກັນ ໃນວັນທີ 23 ພຶສຈິກາ 2023 ທີ່ຜ່ານມານັ້ນ. ການພັທນາທັກສະ ຄວາມສາມາດ ແກ່ພະນັກງານຣັຖກອນ ກະຊວງການຕ່າງປະເທດລາວ, ເພື່ອໃຫ້ຣັຖບານລາວ ສາມາດຂຽນ ແລະສົ່ງຣາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ສິດທິມະນຸສ ຢູ່ລາວ ໃຫ້ຕຣົງຕາມກຳນົດເວລາ ຂອງອົງການ ສະຫະປະຊາຊາຕ.
ດັ່ງທີ່ທ່ານ ກ່າວໃນມື້ວັນທີ 6 ທັນວາ ນີ້ວ່າ:
(ພາສາໄທຍ) “ອັນນີ້ນ່າເປັນຂໍ້ຕົກລົງລະວ່າງອອສເຕຣເລັຽ ແລະລາວນ່າ ເຮົາຍັງບໍ່ທັນເຫັນເນື້ອໃນ ຂອງມັນ. ແຕ່ເບິ່ງຄືວ່າ ຈະເປັນລັກສະນະສົ່ງເສີມ (ຣັຖບານລາວ) ຫຼາຍກວ່າ ຊຸກຍູ້ (ໃຫ້ຣັຖບານລາວ ປະຕິບັດສິດທິມະນຸສ). ສົ່ງເສີມໃນລັກສະນະ ແບບເຈົ້າໜ້າທີ່ລາວ ບໍ່ເກັ່ງ, ເຮົາກໍເລີຍຕ້ອງຊ່ອຍເຂົາເຈົ້າ ກໍຈະຂຽນຣາຍງານ ເຖິງສະຫະປະຊາຊາຕ. ບັນຫາແມ່ນ ຣັຖບານລາວ ບໍ່ມີເຈຕະນາ ທີ່ຈະເຮັດຕາມທີ່ຕ້ອງເຮັດ ເຣື່ອງສິດທິມະນຸສ, ພາສາອັງກິດ ເອີ້ນວ່າມັນບໍ່ມີ Political will, ຄືບໍ່ມີເຈດຈໍານົງ ທີ່ມາຈາກພັກ ແລ້ວກໍຣັຖບານລາວ ທີ່ຈະໃຫ້ເຂົາເຈົ້າເຮັດຕາມ ຫຼັກສິດທິມະນຸສແທ້.”
ທັງນີ້, ທ່ານ ຟິລ ໂຣເບີດສັນ ຍັງຮຽກຮ້ອງໃຫ້ ຣັຖບານອອສເຕຣເລັຽ ຕ້ອງມີມາຕການກົດດັນ ຣັຖບານລາວ ໃນການຈັດຕັ້ງປະຕິບັດ ແລະແກ້ໄຂບັນຫາ ສິດທິມະນຸສ ພາຍໃນປະເທດລາວ ເພື່ອເປັນເງື່ອນໄຂ ໃນການຊ່ອຍເຫຼືອ ຈາກຣັຖບານອອສເຕຣເລັຽ ນຳດ້ວຍ.
ເຊັ່ນດຽວກັບ ນັກຊ່ຽວຊານ ດ້ານສິດທິມະນຸສ ຊາວໄທຍ ຍານາງນຶ່ງ ເຊິ່ງບໍ່ປະສົງອອກຊື່ ແລະສຽງ ໄດ້ໃຫ້ຂໍ້ມູນລັກສະນະດຽວກັນວ່າ ການຊ່ອຍເຫຼືອ ຂອງຣັຖບານອອສເຕຣເລັຽນີ້ ແມ່ນມີຈຸດປະສົງ ເພື່ອສົ່ງເສີມຄວາມຮູ້ ແລະທັກສະຄວາມສາມາດ ດ້ານສິດທິມະນຸສ ໃຫ້ບັນດາປະເທດ ທີ່ມີບັນຫາການຈັດຕັ້ງປະຕິບັດ ສິດທິມະນຸສ ຫຼາຍກວ່າການກົດດັນ ໃຫ້ພວກເຂົາເຈົ້າ ແກ້ໄຂບັນຫາດັ່ງກ່າວ ຢ່າງຕັ້ງໜ້າ.
ດັ່ງທີ່ຍານາງ ກ່າວວ່າ:
(ບົດອ່ານ) “ບໍ່ແມ່ນເຣື່ອງແປກ ທີ່ຣັຖບານອອສເຕຣເລັຽ ຈະຊ່ອຍເຫຼືອລາວ, ເພາະວ່າອອສເຕຣເລັຽຫຼືວ່າປະເທດທີ່ໃສ່ໃຈເຣື່ອງສິດທິມະນຸສນີ້. ໂດຍທົ່ວໄປ, ເວລາທີ່ເຂົາເຈົ້າໃຫ້ການຊ່ອຍເຫຼືອ ນຳປະເທດທີ່ມີບັນຫາດ້ານສິດທິມະນຸສ ເປັນຕົ້ນແມ່ນ ອອສເຕຣເລັຽ ເຄີຍຊ່ອຍເຫຼືອພະມ້າ ຈັດຕັ້ງຄະນະກັມມະການສິດທິມະນຸສແຫ່ງຊາດຂອງຕົນ ແລະເຄີຍຊ່ອຍເຫຼືອ ຣັຖບານ ແລະມະຫາວິທຍາໄລແຫ່ງຊາຕ ວຽດນາມ ໃນການສົ່ງເສີມການສຶກສາ ດ້ານສິດທິມະນຸສຢູ່ວຽດນາມ ຫຼືການຝຶກອົບຮົມ ເຈົ້າໜ້າທີ່ຂອງປະເທດນັ້ນໆ ເຊິ່ງກໍ່ຖືວ່າ ເປັນນະໂຍບາຍປົກກະຕິ ຂອງອອສເຕຣເລັຽ.”
ທີ່ຜ່ານມາ, ຣັຖບານລາວ ໄດ້ໃຫ້ສັດຕະຍາບັນ ສົນທິສັນຍາສາກົລ ວ່າດ້ວຍສິດທິພົລເມືອງ ແລະສິດທິທາງການເມືອງ ຫຼື ICCPR ໃນວັນທີ 25 ກັນຍາ 2009, ແຕ່ວ່າ ຣັຖບານລາວ ກໍບໍ່ໄດ້ຕັ້ງໜ້າ ປະຕິບັດສົນທິສັນຍາ ດັ່ງກ່າວ ເຊິ່ງເຫັນໄດ້ຈາກ ບັນຫາການລະເມີດສິດທິມະນຸສ ຊາວມົ້ງລາວ ທີ່ຖືກສົ່ງກັບຈາກປະເທດໄທຍ ມາແຕ່ປີ 2004, ບັນຫາການອູ້ມຫາຍ ນັກກິຈກັມທາງສັງຄົມ ແລະປະຊາທິປະໄຕ ເປັນຕົ້ນແມ່ນ ທ່ານ ສົມບັດ ສົມພອນ, ທ່ານ ອ໋ອດ ໄຊຍະວົງ ແລະ ທ່ານ ເພັດພູທອນ ພິລາຈັນ.
ນອກຈາກນີ້ແລ້ວ, ຣັຖບານລາວ ກໍຍັງຈັບກຸມຄຸມຂັງ ນັກເຄື່ອນໄຫວ ອີກຈຳນວນນຶ່ງ ເຊັ່ນ ຍານາງ ຮວາຍເຮືອງ ໄຊຍະບູຣີ ຫຼື ໝວຍ, ຍານາງ ຫຼອດຄຳ ທັມມະວົງ, ທ່ານ ສຸກັນ ໃຈທັດ, ທ່ານ ສົມພອນ ພິມມະສອນ ແລະ ທ່ານ ສະຫວ່າງ ຫຼື ອຸດອນ ພະເລີດ ໃນຂໍ້ຫາຕ້ານຣັຖບານລາວ. ອີກທັງ ຣັຖບານລາວ ກໍອາດຈະມີສ່ວນກ່ຽວຂ້ອງ ຕໍ່ການຕາຍ ຂອງນັກເຄື່ອນໄຫວ ຊາວລາວ ເປັນຕົ້ນ ທ່ານ ແຫຼວຄຳ ລໍສະຫວັດ, ທ່ານ ບຸນສວນ ກິດຕິຍາໂນ ແລະ ທ່ານ ພູວົງ ໄຊຍະແສງ.
ທາງດ້ານ ຊາວລາວ ຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ ຣັຖບານລາວ ບໍ່ໄດ້ມີຄວາມຕັ້ງໃຈ ທີ່ຈະປະຕິບັດສິດທິມະນຸສ ຢ່າງແທ້ຈິງ ເຖິງແມ່ນວ່າ ຈະໄດ້ຮັບຮອງເຣື່ອງ ສິດທິມະນຸສ ເອົາໄວ້ ໃນຣັຖທັມມະນູນ ແລະ ສົນທິສັນຍາສາກົລ.
ດັ່ງທີ່ລາວ ກ່າວວ່າ:
“ຄືຕາມສິດນີ້ ເຂົາເຈົ້າກໍ່ລະບຸໄວ້ໃນຣັຖທັມມະນູນແຫຼະວ່າ. ເຂົາເຈົ້າຈະຄຸ້ມຄອງສິດທິມະນຸສນໍ ແລະກະປະເທດລາວເຮົາ ກໍເປັນພາຄີນຳຕ່າງປະເທດນໍ ເຣື່ອງສິດທິມະນຸສນຳອີກ ແຕ່ວ່າທຸກຄົນກໍຮູ້ແຫຼະວ່າປະເທດເຮົານີ້ ມັນມີລະບອບການປົກຄອງແນວນີ້ນ່າ, ມັນກະເຮັດໃຫ້ ບໍ່ສາມາດນັບຖືໄດ້ສິດທິມະນຸສ ໄດ້ຢ່າງເຕັມທີ່ນໍ.”
ຂະນະທີ່ ຊາວບ້ານ ນາງນຶ່ງ ຢູ່ແຂວງບໍຣິຄຳໄຊ ກ່າວວ່າ ຊາວບ້ານທີ່ປະສົບຄວາມເດືອດຮ້ອນ ຍ້ອນຣົຖແກ່ແຮ່ ຂອງບໍຣິສັດຈີນ ກໍພັດຖືກອຳນາດການປົກຄອງບ້ານ ເກືອດຫ້າມບໍ່ໃຫ້ເຂົາເຈົ້າ ຮຽກຮ້ອງຄວາມເປັນທັມ ເຊິ່ງຖືວ່າເປັນການລະເມີດສິດ ຂອງປະຊາຊົນລາວ ທີ່ຖືກຮັບຮອງໄວ້ ໃນຣັຖທັມມະນູນ ລາວເອງ.
ດັ່ງທີ່ນາງ ກ່າວວ່າ:
“ແມ່ນ, ປະຊາຊົນຊິໄປເວົ້າໄດ້. ເວົ້າບໍ່ໄດ້ໆ. ເວົ້າແລ້ວ ເຂົາເຈົ້າກໍ່ເຊີນຂຶ້ນໄປກິນນ້ຳເຍັນ ຢູ່ຫ້ອງການບ້ານ ເພາະວ່າບ້ານເຂົາເຈົ້າບໍ່ເວົ້າເດ.”
ຕໍ່ກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ເຈົ້າໜ້າທີ່ກົມສົນທິສັນຍາ ແລະກົດໝາຍ, ກະຊວງການຕ່າງປະເທດລາວ ໂດຍເຈົ້າໜ້າທີ່ ລະບຸພຽງສັ້ນໆ ວ່າ ຍັງບໍ່ທັນໄດ້ຮູ້ເຫັນ ກ່ຽວກັບເຣື່ອງນີ້ເທື່ອ.
“ໂອ້! ບໍ່ແນ່ໃຈເດີ້ນີ້ນໍ. ລອງຕິດຕໍ່ຖາມກົມ ອປອ (ອາຊີ-ປາຊິຟິກ ແລະອາຟຣິກກາ) ນໍ, ໂຕະອອສເຕຣເລັຽນ່າເຈົ້າ. ເພິ່ນອາດຈະຮູ້ດີກວ່ານໍ.”
ສຳລັບການລົງນາມ ຂໍ້ຕົກລົງຄວາມຮ່ວມມື ດ້ານສິດທິມະນຸສເທື່ອນີ້ ແມ່ນນອນຢູ່ໃນກອງປະຊຸມ ສອງຝ່າຍ ວ່າດ້ວຍ ເຣື່ອງສິດທິມະນຸສ ລະຫວ່າງອອສເຕຣເລັຽ ແລະລາວ ຄັ້ງທີ 8 ທີ່ນະຄອນຫຼວງແຄນເບີ້ຣ້າ ປະເທດອອສເຕຣເລັຽ ໂດຍມີ ສາສຕຣາຈານກຽດຕິຄຸນ ໂຣຊາລິນດ໌ ຄຣາວເຊີຣ໌ (Emeritus Professor Rosalind Croucher), ປະທານຄະນະກັມມະການສິດທິ ມະນຸສແຫ່ງຊາຕ ອອສເຕຣເລັຽ, ຍານາງ ບຣອນເຕ ມູລສ໌ (Brontë Moules), ເອກອັກຄະຣາຊະທູດ ອອສເຕຣເລັຽ ເພື່ອສິດທິມະນຸສ ກະຊວງການຕ່າງປະເທດ ແລະການຄ້າ ອອສເຕຣເລັຽ ແລະ ທ່ານ ພູຂົງ ສີສຸລາດ, ຫົວໜ້າກົມສົນທິສັນຍາ ແລະກົດໝາຍ ກະຊວງການຕ່າງປະເທດລາວ ຮ່ວມລົງນາມ.
ທັງນີ້, ກະຊວງການຕ່າງປະເທດ ແລະການຄ້າ ອອສເຕຣເລັຽ ຈະໃຫ້ການຊ່ອຍເຫຼືອ ດ້ານສິດທິມະນຸສ ແກ່ລາວ ເປັນມູນຄ່າ 1.6 ລ້ານໂດລ້າຣ໌ສະຫະຣັຖ ຈົນຮອດກາງປີ 2027.