ຄຣິສຕຽນລາວ ຍັງບໍ່ໄດ້ຮັບ ຄວາມເປັນທັມ

0:00 / 0:00

ເຫດ​ການ​ຈູດ​ເຮືອນ ແລະ ເອົາ​ທີ່​ດິນ​ຊາວ​ຄຣິ​ສ​ຕຽນ​ລາວ ຢູ່​ບ້ານ​ດົງ​ສ​ວັນ ແຂວງ​ສວັນ​ນະ​ເຂດ ຍັງ​ບໍ່​ທັນ​ມີ​ການ​ແກ້​ໄຂ​ໄດ້​ຢ່າງ​ຂາດ​ໂຕ​ ເຖິງວ່າ ເຈົ້າ​ໜ້າ​ທີ່ ເມືອງ​ທ່າ​ພະ​ລານ​ໄຊ ແຂວງ ສວັນ​ນະ​ເນດ ຈະ​ພະ​ຍາ​ຍາມ​ແກ້​ໄຂ​ກໍ​ຕາມ.

ຊາວ​ບ້ານ​ດົງ​ສວັນ ທ່ານ ນຶ່ງ ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ແລະ ສຽງ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 1 ມີ​ນາ 2022 ວ່າ:

ເຈົ້າ ​ໜ້າ​ທີ່​ກ່ຽວ​ຂ້ອງ​ເມືອງ ໄດ້ລົງ​ໄປ​ກວດ​ກາ​ທີ່​ດິນຕອນ​ນຶ່ງຂອງ​ນາງ ແສງ​ອາ​ລຸນ ທີ່​ຖືກຄົນຢູ່​ໃນ​ບ້ານ​ມາ​ລ້ອມ​ຮົ້ວ​ເອົາ ເພື່ອ​ວ່າ ເຈົ້າ​ໜ້າ​ທີ່​ຈະ​ຊອກ​ຫາ ວິ​ທີ​ການ​ແກ​ໄຂ.

ຊາວ​ບ້ານ​ດົງ​ສວັນ ທ່ານນີ້ ກ່າວ​ຕື່ມ​ອີກວ່າ:

ເຈົ້າ ​ໜ້າ​ທີ່​ຈະ​ໄປ​ກວດ​ເບິ່ງ​ລາຍ​ລະ​ອຽດ ແຕ່ ຊາວ​ບ້ານ​ເຈົ້າ​ຂອງ​ທີ່​ດິນ​ຈະ​ໄດ້​ດິນ​ຄືນ ຫຼື ບໍ່​ນັ້ນ ຍັງ​ບໍ່​ມີ​ຄໍ​ຕອບ.

ທັງ​ສອງ​ເຫດ​ການນີ້ ເກີດ​ມາ​ຈາກ​ທີ່​ຜູ້​ທີ່​ເປັນ​ເຈົ້າ​ຂອງ​ເຮືອນ ແລະ ເຈົ້າ​ຂອງ​ທີ່​ດິນ ຄື ຄອບ​ຄົວຂອງ ນາງ ແສງ​ອາ​ລຸນ ນັບ​ຖື​ສາ​ສ​ນາ​ຄຣິສ​ຕຽນ.

ບັນ​ຫາ​ທີ່​ເກີດ​ຂຶ້ນ ກໍ​ຄື ໃນ​ວັນ​ທີ 4 ທັນ​ວາ 2021, ຜົວ​ຂອງ​ ນາງ ແສງ​ອາ​ລຸນ ໄດ້​ເສັຽ​ຊີ​ວິດ ແຕ່ ຊາວ​ບ້ານບໍ່​ໃຫ້​ໄປ​ຝັງ​ຢູ່​ເຂດ​ປ່າ​ຊ້າ ຂອງ​ບ້ານ ຍ້ອນ​ວ່າ ຄອບ​ຄົວຂອງ​ລາວ ນັບ​ຖື​ສາ​ສ​ນາ​ຄ​ຣິສ.

ນອກ​ຈາກນີ້ ຊາວ​ບ້ານ​ຈຳ​ນວນ​ນຶ່ງ​ມາ​ລ້ອມ​ຮົ້ວ ​ເອົາ​ດິນ​ນາຂອງ ​ນາງ ແສງ​ອາ​ລຸນ ໃນ​ທ້າຍ​ເດືອນມົກ​ກະ​ຣາ 2022 ອີ​ງ​ຕາມ​ຂໍ້​ມູນ​ຈາກ​ຄອບ​ຄົວ​ຂອງ​ຜູ້​ກ່ຽວ.

ຕໍ່​ມາ​ໃນ​ວັນ​ທີ 9 ກຸມ​ພາ 2022, ມີຄົນ​ມາ​ລັກ​ຈູດ​ເຮືອນ ຂອງ​ ນາງ ແສງ​ອາ​ລຸນ ແລະ ມື້​ຕໍ່​ມາ ກໍ​ມີ​ຄົນ​ເອົາ​ຄ​ລິບ​ວີ​ດີ​ໂອ ທີ່​ເຮືອນ​ຂອງ​ລາວ​ຖືກ​ໄຟ​ໄໝ້ ລົງ​ເຜີຍ​ແຜ່​ທາງ​ເຟ​ສ​ບຸກ.

ຫຼັງ​ຈາກ​ນັ້ນ ​ເຈົ້າ​ໜ້າ​ທີ່​ຕຳ​ຣວດ ກໍ​ໄດ້​ມາ​ສືບ​ສວນ​ສອບ​ສວນ​ ນາງ ແສງ​ອາ​ລຸນ ແລະ ບອກ​ໃຫ້​ລາວ​ລົບ​ຄ​ລິບ​ວີ​ດີ​ໂອ​ນັ້ນ​ອອກ ຍ້ອນ​ວ່າ ມັນ​ເປັນເປັນ​ການ​ໂຄ​ສ​ນາ ທີ່​ສົ່ງ​ຜົ​ລ​ກະ​ທົບ​ຕໍ່​ເຈົ້າ​ໜ້າ​ທີ່.

ປະ​ຊາ​ຊົນ​ເມືອງ​ ພະ​ລານ​ໄຊ ທ່ານ​ນຶ່ງ ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ໄດ້​ກ່າວ​ວ່າ:

ແພງ 1: "ຜິດ​ກົດ​ຣະ​ບຽບ​ການ​ໂຄ​ສ​ນາ ການໂພ​ສ​ລົງອີ່​ຫຍັງ ມັນ​ຜິດ​ກົດ​ໝາຍ​ຂະ​ເຈົ້າ​ມາ​ບອກ​ລາວ​ຫັ້ນ."

ນອກ​ຈາກນີ້ ຊາວ​ບ້ານ​ດົງ​ສວັນ ຜູ້​ທີ່​ບໍ່​ປະ​ສົງ​ອອກ​ຊື່ ແລະ ສຽງ ໄດ້​ກ່າວ​ຕື່ມ​ອີກວ່າ:

ເຈົ້າ​ໜ້າ​ທີ່​ຕຳ​ຣວດ ມາ​ບອກ​ໃຫ້ ນາງ ແສງ​ອາ​ລຸນ ລົບ​ຄ​ລິບວີ​ດີ​ໂອ ອອກ​ຈາກ​ເຟ​ສ​ບຸກ. ແຕ່ ໃນ​ກໍ​ລະ​ນີ ເຈົ້າ​ໜ້າ​ທີ່​ຕຳ​ຣວດ​ເມືອງ ສັ່ງ​ໃຫ້​ມີ​ການ​ລົບ​ຄ​ລິບ​ວີ​ດີ​ໂອ ​ອອກ​ຈາກ​ເຟ​ສ​ບຸກ ກ່ຽວ​ກັບ​ການ​ຈູດ​ເຮືອນ ແລະ ເຫດ​ການ​ຊາວ​ບ້ານ​ມາ​ຕີ​ໂລງ​ສົບຜົວ​ຂອງ​ ນາງ ແສງ​ອາ​ລຸນ ເພື່ອບໍ່​ໃຫ້​ໄປ​ຝັງ​ຢູ່​ໃນ​ປ່າ​ຊ້າ​ນັ້ນ. ກໍ​ມີ​ຄົນ​ກ່າວ​ວ່າ ການ​ລົບ​ຄ​ລິບ​ວີ​ດີ​ໂອ​ອອກ​ນັ້ນ ມັນ​ມີ​ຄວາມ​ຫຍຸ້ງ​ຍາກ ເພາະ​ວ່າ ມີ​ຫຼາຍ​ຄົນ​ ໄດ້​ເອົາ​ວີ​ດີ​ໂອ​ໄປ​ເຜີຍ​ແຜ່​ຕໍ່ເປັນ​ຈຳ​ນວນ​ຫຼາຍ​.

ປະ​ຊາ​ຊົນ ເມືອງ​ ​ພະ​ລານ​ໄຊ ທ່ານນີ້ ກ່າວ​ຕື່ມ​ອີກວ່າ:

ແພງ 2: "ຄວາມ​ຜິດ​ຂອງ​ລາວ​ລະ​ຄື​ຫຍັງ ລະ​ທີ່​ເຂົາ​ຈູດ​ເຮືອນ​ລາວ​ຫັ້ນ​ນ່າ ລະ​ເຂົາ​ຫັ້ນ​ບໍ່​ໄດ້​ຜິດ ລະ​ເຮົາ​ໄປ​ຮຽກ​ຮ້ອງ​ຄວາມ​ຍຸ​ຕິ​ທັມ​ນຳ​ພໍ່​ບ້ານ​ລະ​ກະ​ແລ້ວ ​ຫ້ອງ​ການ​ບ້ານ​ກະ​ແລ້ວ ເວົ້າ​ໄປ​ນຳ​ເມືອງ​ກະ​ແລ້ວ ກຳ​ລັງ​ຊິ​ເຂົ້າ​ໄປ​ໃນ​ແຂວງ ກະ​ເຣື່ອງ​ມັນ​ກະ​ຍັງ​ມິດ​ຊ້ອຍ​ມ້ອຍ​ຢູ່​ຫັ້ນ​ນ່າ ລະ​ຄວາມ​ຜິດ​ທຸກ​ຢ່າງນີ້​ມັນ​ລະ​ຂຶ້ນ​ຢູ່​ກັບ​ພວກ​ເຮົາ​ຫັ້ນ​ນ່າ ພວກ​ທີ່​ເຂົາ​ຕີ​ໂລງ ລະ​ເຂົາ​ມາ​ຈູດ​ເຮືອນ."

ປະ​ຊາ​ຊົນ ທ່ານ ນີ້ ກ່າວ​ຕື່ມ​ອີກວ່າ:

ໃນ ​ກໍ​ລະ​ນີ ນີ້ ມັນ​ເປັນ​ເຣື່ອງ​ທີ່ບໍ່​ຍຸ​ຕິ​ທັມ ທີ່​ເຫັນ​ວ່າ ຊາວ​ບ້ານ​ຜູ້​ທີ່​ຖືກ​ຈູດ​ເຮືອນ ແລະ ເອົາ​ດິນ ກໍຍັງ​ເປັນ​ຜູ້​ຜິດ​ຢູ່.

ສິ່ງ​ເກີດ​ຂຶ້ນ​ນັ້ນ ຜູ້​ທີ່​ໄດ້​ຮັບ​ຄວາມ​ເສັຽ​ຫາຍ ໄດ້​ແຈ້ງ​ໄປ​ຫາ​ເຈົ້າ​ໜ້າ​ທີ່​ເມືອງ ໃຫ້​ລົງ​ມາ​ສືບ​ສວນ​ຫາ​ຜູ້​ທີ່​ກະ​ທັມ​ຜິດຕໍ່​ຄອບ​ຄອບ​ຄົວ​ຊາວ​ຄຼີ​ສ​ຕຽນ​ລາວ, ແຕ່​ ກໍ​ເຣື່ອງ​ກໍ​ຍັງ​ມິດ​ງຽບ​ຢູ່ ເຖິງວ່າ ຈະ​ມີ​ເຈົ້າ​ໜ້າ​ທີ່​ລົງ​ມາ​ກວດ​ສອບ​ບ່ອນ​ທີ່​ເກີດ​ເຫດ​ກໍ​ຕາມ. ໃນ​ຂະ​ນະ​ທີ່ ເຈົ້າ​ໜ້າ​ທີ່​ທາງ​ການ​ເມືອງ​ ​ພະ​ລາ​ນ​ໄຊ ກໍ​ກຳ​ລັງ​ເກັບ​ກຳ​ຂໍ້​ມູນ ເພື່ອ​ໄກ່​ເກັ່​ຽບັນ​ຫາ​ດັ່ງ​ກ່າວ.

ເຈົ້າ​ໜ້າ​ທີ່​ເມືອງ​ ​ພະ​ລານ​ໄຊ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່​ເອ​ເຊັຽເສ​ຣີ ວ່າ:

ເຈົ້າ ​ໜ້າ​ທີ່: ໂອ້​ເພິ່ນ​ໄດ້​ລົງ​ໄປ​ເອົາ​ຂໍ້​ມູນ​ລະ​ໄດ໋ ຂໍ້​ມູນ​ຄົບ​ໝົດ​ແລ້ວ ກຳ​ລັງ​ຢູ່​ໃນ​ຂັ້ນ​ຕອນ​ຄະ​ນະ​ກັມ​ການແກ້​ໄຂວຽກ​ງານ​ສາ​ສ​ນາ ເນາະ ເພິ່ນ​ໄດ້​ລົງ​ໄປ​ເອົາ​ຂໍ້​ມູນ​ໝົດ​ແລ້ວ ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ນັບ​ແຕ່ ປກ​ສ ແລະ ກະ​ຄະ​ນະ​ກັມ​ການ​ຕ່າງໆ​ຫັ້ນ.

ສືບ ​ສວນສອບ​ສວນ​ໝົດ​ແລ້ວ ມີ​ແຕ່​ປຶກ​ສາ​ຫາ​ລື ວ່າ​ເຮົາ​ຊິ​ຊອກ​ຫາ​ຂັ້ນ​ຕອນ​ແນວ​ໃດ​ແກ້ ມື້​ອື່ນ [3 ມີ​ນາ] ເພິ່ນ​ຊິ​ລວມ​ກັນ​ຫັ້ນ.

ນັກ ​ຂ່າວ: ເພິ່ນ​ຊິ​ແກ້​ຈັ່ງ​ໃດ​ລະ ເອົາ​ດິນ​ໃຫ້​ລາວ​ເບ​າະ ເຣື່ອງ​ດິນ​ຊິ​ແກ້​ຈັ່ງ​ໃດ​ຫັ້ນ​ນະ?

ເຈົ້າ ​ໜ້າ​ທີ່: ຂ້ອຍ​ກະ​ບໍ່​ທັນ​ໄດ້​ຮູ້​ໄດ໋​ເນາະ ມື້​ອື່ນ​ກະ​ເປັນ​ຂັ້ນ​ຕອນ​ປຶກ​ສາ​ຫາ​ລືຄົ້ນ ​ຄ້​ວາ ເພາະ​ວ່າ ເພິ່ນ​ກະ​ເອົາ​ຂໍ້​ມູນ​ທັງ​ສອງ​ກັ້ມ​ສອງ​ຝ່າຍ​ແລ້ວ ມື້​ອື່ນ​ເພິ່ນ​ຊິ​ລວມ​ກັນ​ຕອນ​ເຊົ້າ​ເບາະ 8 ໂມງ.

ນັກ ​ຂ່າວ: ໂຕ​ເຣື່ອງ​ຈູ​ດ​ເຮືອນ​ລາວ​ຫັ້ນ​ເດ້ ເປັນ​ຈັ່ງ​ໄດ໋​ລະ​ຫັ້ນ​ນະ?

ເຈົ້າ ​ໜ້າ​ທີ່: ເຣື່ອງ​ຈູ​ດ​ເຮືອນ​ເພິ່ນ​ກະ​ໄປ​ເອົາ​ໝົ​ດ​ແລ້ວ ໄປ​ເອົາ​ພ້ອມ​ກັນ​ໝົດ​ແລ້ວ. ມັນ​ກະ​ເວົ້າ​ເຣື່ອງວ່າ ການ​ສ້າງ​ກະ​ແສ​ຂອງ​ເຂົາ​ເນາະ ເພາະ​ວ່າ ເຮືອນ​ຫຼັງ​ດັ່ງ​ກ່າວ ຕາມ​ເຂົາ​ໄປ​ເອົາ​ຂໍ້​ມູນມາ​ຣາຍ​ງານ ກະ​ແມ່ນ​ເຮືອນ​ຫັ້ນ​ປຸກ ບໍ່​ແມ່ນ​ເຮືອນ​ແໜ້ນ​ໜາ​ຖາ​ວອນດອກ ຫາກ​ຄົນ​ບໍ່​ໄດ້​ຢູ່ ລະ​ກະ​ໄປ​ປຸກ​ໝາຍ​ດິນ​ໝາຍດອນ​ໄວ້. ເອີ​ເຂົາ​ກະ​ຕ້ອງ​ຫາ ສ້າງ​ກະ​ແສວ່າ ຜູ້​ຫັ້ນ​ຜູ້ນີ້​ໄປ​ຈູດ ກະ​ບໍ່​ຮູ້​ຄວາ​ມ​ຈິງ ພວກ​ເຮົາ​ກະ​ລົງ​ໄປ​ແລ້ວ ໄປ​ເອົາ​ຂໍ້​ມູນ​ແລ້ວ. ພວກ​ເຮົາ​ກະ​ບໍ່​ສາ​ມາດ​ໄປ​ເວົ້າ​ວ່າ ບົ່ງ​ບອກວ່າ ຜູ້​ນັ້ນ​ຜູ້ນີ້​ຈູດ​ໄດ້ ມັນ​ກະ​ຊິ​ເປັນ​ຂັ້ນ​ຕອນ​ຂອງ​ເຈົ້າ​ໜ້າ​ທີ​ຕຳ​ຣວດ​ເພິ່ນຢາກວ່າ​ແນວ​ນັ້ນ.

ທີ່​ຜ່ານ​ມາ ເຫດ​ການ​ລັດ​ຊະ​ນະ​ດຽວ​ກັນ​ນີ້ ກໍ​ເກີດ​ຂຶ້ນ​ຢູ່ຫຼາຍ​ບ່ອນ ບໍ່​ວ່າ​ຈະ​ເປັນ​ພາຍ​ໃນແຂວງ​ສວັນ​ນະ​ເຂດ ແລະ ແຂວງ​ອື່ນໆ. ກ່ອນໜ້ານີ້ ເມື່ອວັນທີ 29 ທັນວາ 2018 ເຈົ້າໜ້າທີ່ຕໍາຣວດເມືອງ ພີນ ກໍໄດ້ຈັບຊາວລາວຄຣິສຕຽນແລະຫົວໜ້າໂບດ ຮວມທັງໝົດ 7 ຄົນ ຢູ່ບ້ານຄະນອງ ໃນຂໍ້ຫາເຕົ້າໂຮມກັນ ປະກອບພິທີ ນະມັສການພຣະເຈົ້າ ເນື່ອງໃນວັນບຸນຄຣິສມາສ ໂດຍບໍ່ໄດ້ຮັບອະນຸຍາດຈາກທາງການ. ມາໃນວັນທີ 2 ມົກຣາ 2019 ທັງ 7 ຄົນກໍໄດ້ຮັບການປ່ອຍຕົວ ຫຼັງຈາກ​ທີ່​ ເຈົ້າ​ໜ້າ​ທີ່ໄດ້ຮັບການສຶກສາອົບຮົມ ແລະຕັກເຕືອນແລ້ວ.

ເມື່ອທ້າຍປີ 2020 ຫາຕົ້ນປີ 2021 ຊາວຄຣິສຕຽນ 5 ຄອບຄົວ ຢູ່ບ້ານປະສິງ, ບ້ານກາງ ແລະ ບ້ານປະເຕັ້ມ ເມືອງຕະໂອ້ຍ ແຂວງສາຣະວັນ ຖືກອຳນາດ ການປົກຄອງ ຂັ້ນບ້ານ ມ້າງເຮືອນ ແລະ ໄລ່ອອກ ຈາກບ້ານ ແລະ ຫຼັງຈາກນັ້ນ ໃນເດືອນເມສາ ຫາເດືອນພຶສພາ 2021 ອຳນາດ ການປົກຄອງ ເມືອງຕະໂອ້ຍ ໄດ້ສັ່ງຫ້າມ ບໍ່ໃຫ້ອຳນາດ ການປົກຄອງ ຂັ້ນບ້ານ ໄປລົບກວນ ຊາວຄຣິສຕຽນ ກຸ່ມດັ່ງກ່າວນີ້ ເດັດຂາດ ແລະ ອະນຸຍາດ ໃຫ້ຊາວຄຣິສຕຽນ ກັບມາຢູ່ບ້ານ ແລະ ເຈົ້າ​ໜ້າ​ທີ່ສັນຍາວ່າ ຈະຊ່ອຍປຸກເຮືອນໃຫ້ເຂົາ​ເຈົ້າ.

ເຖິງຢ່າງໃດກໍຕາມ, ປັຈຈຸບັນ ມີຊາວຄຣິສຕຽນລາວ ທີ່ອາສັຍ ຢູ່ຕາມ ບ່ອນຕ່າງໆ ທົ່ວປະເທດ ປະມານ 100,000 ປາຍຄົນ ໂດຍໃນຈຳນວນ ດັ່ງກ່າວ ສ່ວນຫຼາຍ ເປັນຊາວຄຣິສຕຽນລາວ ໃນເມືອງເຊໂປນ ແຂວງສວັນນະຂດ ເຖິງ 30 ພັນຄົນ ອີງ​ຕາມ​ຂໍ້​ມູນ​ຈ​າກ​ເຈົ້າ​ໜ້າ​ທີ່​ທາງ​ການ​ລາວ.

ມາ​ດ​ຕ​ຣາ 23 ຂອງດຳ​ລັດ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ ແລະ ປົກ​ປ້ອງ​ການ​ເຄື່ອນ​ໄຫວ​ສາ​ສ​ນາ ຢູ່ ສ​ປ​ປ ​ລາວ ​ລົງ​ວັນ​ທີ 16 ສິງ​ຫາ 2016 ໄດ້​ລະ​ບຸ​ເອົາ​ໄວ້​ວ່າ:

ຣັ​ຖ​ເຄົາ​ລົບ ແລະ ປົກ​ປ້ອງ​ການ​ເຄື່ອນ​ໄຫວ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ແລະ ລະ​ບຽບ​ຂອງ​ສາ​ສະ​ນິ​ກະ​ຊົນ ແລະ ຈັດ​ຕັ້ງ​ສາ​ສນ​າ ຢູ່​ສ​ປ​ປ​ລາວ. ພົ​ລ​ເມືອງ​ລາວ​ທຸກ​ຄົນ ລ້ວນ​ແຕ່​ມີ​ສິດ​ສ​ເມີ​ພາບ ຕໍ່​ໜ້າ​ກົດ​ໝາຍ ໃນ​ການ​ເຊື່ອ​ຖື ຫຼື ບໍ່​ເຊື່ອ​ຖື​ສາ​ສນ​າ ຕາມ​ທີ່​ໄດ້​ກຳ​ນົດ​ໄວ້​ໃນ​ຣັ​ຖ​ທັມ​ນູນ, ກົດ​ໝາຍ ແລະ ລະ​ບຽບ​ການ​ຂອງ​ ສ​ປ​ປ ​ລາວ.