ບໍຣິຄຳໄຊ ປ່ອຍນັກໂທດ ກ່ອນກຳນົດ 15 ຄົນ ແບບມີເງື່ອນໄຂ ຄົບຖ້ວນ

ໄຊຍາ
2023.11.28
ບໍຣິຄຳໄຊ ປ່ອຍນັກໂທດ ກ່ອນກຳນົດ 15 ຄົນ ແບບມີເງື່ອນໄຂ ຄົບຖ້ວນ ຮູບໂຕຢ່າງ: ພິທີອະໄພໂທດ ປ່ອຍໂຕນັກໂທດ ໃນທົ່ວປະເທດ ເນື່ອງໃນໂອກາດ ວັນຊາດທີ 2 ທັນວາ ຄົບຮອບ 47 ປີ, ນັກໂທດ ທີ່ຖືກປ່ອຍໂຕ ໃນເທື່ອນີ້ ສ່ວນຫຼາຍແມ່ນ ນັກໂທດຄະດີ ຢາເສບຕິດ (ບໍ່ລວມນັກໂທດ ການເມືອງ).
ນັກຂ່າວ ພົລເມືອງ

ເມື່ອວັນທີ 17 ພຶສຈິກາ ທີ່ຜ່ານມາ ຄ້າຍຄຸມຂັງ-ດັດສ້າງ ກອງບັນຊາການປ້ອງກັນ ຄວາມສງົບ ແຂວງບໍຣິຄຳໄຊ ໄດ້ຈັດພິທີປະກາດປ່ອຍໂຕ ນັກໂທດ ກ່ອນກຳນົດຈຳນວນ 15 ຄົນເຊິ່ງເປັນນັກໂທດທີ່ປະຕິບັດໂຕດີ, ມີການປັບປຸງ ແລະ ປ່ຽນແປງດ້ານແນວຄິດຈິດໃຈ ແລະ ມີເງື່ອນໄຂຄົບຖ້ວນຕາມລະບຽບຂອງຄ້າຍຄຸມຂັງ-ດັດສ້າງ. ອີງຕາມການຣາຍງານ ຂອງວາລະສານປ້ອງກັນຄວາມສງົບ.

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງກອງບັນຊາການ ປ້ອງກັນຄວາມສງົບ ແຂວງບໍຣິຄຳໄຊເພື່ອສອບຖາມ ຣາຍລະອຽດເພີ່ມຕື່ມແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງບໍ່ສາມາດເວົ້າເຖິງ ຣາຍລະອຽດໄດ້ຫຼາຍກ່ວານີ້.

ນັກກົດໝາຍທ່ານນຶ່ງ ກ່າວວ່າຕາມປົກກະຕິແລ້ວ ນັກໂທດທີ່ໄດ້ຮັບການປ່ອຍໂຕ ກ່ອນກຳນົດແມ່ນັກໂທດປະຕິບັດໂຕດີ ໃນລະຫວ່າງທີ່ຖືກຄຸມຂັງ ຢູ່ຄ້າຍຄຸມຂັງ-ດັດສ້າງ ແຕ່ກໍມີ ເງື່ອນໄຂຢູ່ບ່ອນວ່າຈະຕ້ອງເບິ່ງໂທດ ຄວາມຜິດວ່າມິລະດັບຫຼາຍປານໃດ ແລະ ໃຊ້ໂທດຄົບ 1 ໃນ 3 ຫຼື 2 ໃນ 3 ຂອງໂທດທັງໝົດແລ້ວຫຼືບໍ່.

ດັ່ງທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 27 ພຶສຈິການີ້ວ່າ:

“ປ່ອຍໂຕກ່ອນກຳນົດ ຕ້ອງໄປເບິ່ງຄົ້ນຄ້ວາລະດັບນຶ່ງ ມາຂ້າຄົນຕາຍບໍ່ສອງມາແມ່ນຄະດີ ກ່ຽວກັບຄ້າຢາເສບຕິດ ບໍ່ສໍ້ໂກງຊັບບໍ່ຫຼືວ່າອິຫຍັງຕ່າງໆ ຊິມີລະດັບຂອງມັນ ໃນການປ່ອຍໂຕເນາະ ໄດ້ໃຊ້ໂທດໄປ 1 ໃນ 3 ຫຼືວ່າ 2 ໃນ 3 ແລ້ວບໍ່ຕ້ອງໄດ້ເບິ່ງຫຼາຍໆ ອັນ.”

ທ່ານກ່າວຕື່ມວ່າ ສໍາລັບນັກໂທດທາງດ້ານການເມືອງ ຫຼືຜູ້ທີ່ມີຄວາມຜິດ ໃນຂໍ້ຫາໂຈມຕີ ແລະໃສ່ຮ້າຍປ້າຍສີ ພັກ-ຣັຖ ນັ້ນກໍບໍ່ໄດ້ຮັບສິດ ໃນການຫຼຸດຜ່ອນໂທດ ຫຼື ຖືກປ່ອຍໂຕ ກ່ອນກຳນົດ ເນື່ອງຈາກໂທດດັ່ງກ່າວ ຖືວ່າມີຄວາມຮຸນແຮງ ທີ່ສຸດໃນລາວ ແລະ ນັກໂທດໃນຄະດີ ນີ້ແມ່ນຖືກຈັດອັນດັບ ໃຫ້ຢູ່ໃນຂັ້ນຕໍ່າທີ່ສຸດ ແລະ ສ່ວນໃຫຍ່ ກໍຈະຕ້ອງໄດ້ຮັບໂທດ ຈົນຄົບຈຳນວນທີ່ຖືກຕັດສິນລົງໂທດ ເທົ່ານັ້ນ.

ສໍາລັບນັກໂທດ ທີ່ໄດ້ຮັບການປ່ອຍໂຕ ກ່ອນກໍານົດນັ້ນ ພາຍຫຼັງອອກຈາກຄ້າຍຄຸມຂັງ-ດັດສ້າງ ແລະ ກັບມາໃຊ້ຊີວິດ ໃນສັງຄົມແລ້ວສ່ວນໃຫຍ່ ກໍຂ້ອນຂ້າງຊອກຫາວຽກ ເຮັດງານທຳ ຍາກເພາະມີປວັດຖືກຂັງຄຸກ ຈຶ່ງເຮັດໃຫ້ນາຍຈ້າງສ່ວນໃຫຍ່ ບໍ່ຢາກຈ້າງເຂົ້າເຮັດວຽກ ເນື່ອງຈາກຢ້ານວ່າ ອາດເກີດເຫດການທີ່ບໍ່ດີ ຕໍ່ນາຍຈ້າງ ຫຼືຊັບສິນຂອງນາຍຈ້າງ.

ດັ່ງພະນັກງານ ໃນໂຄງການຂຸດຄົ້ນບໍ່ແຮ່ ຢູ່ແຂວງບໍຣິຄຳໄຊກ່າວວ່າ:

“ແມ່ນຫຍັງ ຮັບຢູ່ຖ້າວ່າ ເປັນຄົນທົ່ວໄປນ່າ ຮັບ 3 ຫາ 5 ປີ. ໂອ ຖ້າເປັນຄົນມີຄະດີ ບໍ່ອັນນັ້ນ ເຮົາຈະບໍ່ຮັບ ເພາະວ່າເຮົາເຮັດວຽກບໍຣິສັດບໍ່ແຮ່.”

ສ່ວນນັກວິຊາການ ດ້ານແຮງງານກ່າວວ່າ ນັກໂທດທີ່ຖືກປ່ອຍໂຕ ຈາກຄ້າຍຄຸມຂັງ-ດັດສ້າງ ຫຼື ໄດ້ຊົດໃຊ້ໂທດ ຈົນຄົບຖ້ວນແລ້ວກັບມາເປົນພົລເມືອງນັ້ນ ກໍຖືວ່າເປັນຜູ້ທີ່ບໍຣິສຸດ ແລະ ບໍ່ມີຄວາມຜິດຫຍັງຕິດໂຕຕື່ມອີກ ຈຶ່ງເຫັນວ່າພວກເຂົາເຈົ້າກໍຄືພົລເມືອງປົກກະຕິ ທີ່ສາມາດຊອກຫາວຽກເຮັດ ງານທໍາໄດ້ ແລະ ຫຼາຍໆ ບໍຣິສັດກໍບໍ່ຄວນປິດກັ້ນໂອກາດ ໃນການເຮັດວຽກຂອງພວກເຂົາເຈົ້າ.

ດັ່ງທ່ານກ່າວວ່າ:

“ຕາມກົດໝາຍມັນໄດ້ແດ່ ເພາະວ່າເຂົາເຈົ້າກາພົ້ນໂທດແລ້ວຫັ້ນນ່າ ກາບໍ່ເປັນຫຍັງແຕ່ວ່າມັນຈະມີປວັດຂໍ້ມູນ ຕຳຣວດ ກາເຮັດໄດ້ແຫຼະ ຄວາມຈິງເຮັດໄດ້ ເພາະເຂົາເຈົ້າພົ້ນໂທດແລ້ວຫັ້ນນ່າ.”

ເຈົ້າໜ້າທີ່ຂັ້ນທ້ອງຖິ່ນ ຢູ່ແຂວງພາກໃຕ້ ກໍເຫັນວ່ານັກໂທດທີ່ຖືກປ່ອຍໂຕ ອອກມາຈາກຄ້າຍຄຸມຂັງ ກັບມາສູ່ສັງຄົມນັ້ນ ຈຳນວນນຶ່ງບໍ່ໄດ້ປັບປ່ຽນໂຕເອງ ແລະກໍກັບໄປເຮັດຜິດດັ່ງເຄີຍ ເຮັດມາ ໃນກ່ອນໜ້ານັ້ນເປັນຕົ້ນຂີ້ລັກ, ຄ້າຂາຍຢາເສບຕິດ ຫຼືກໍເຫດອາຊະຍາກຳອື່ນໆ ແລະ ກໍຖືກເຈົ້າໜ້າທີ່ ຈັບໄດ້ດຳເນີນຄະດີ ແລະ ເຂົ້າໄປຢູ່ໃນຄ້າຍຄຸມຂັງ-ດັດສ້າງ ຕື່ມອີກເທື່ອນຶ່ງ.

ດັ່ງທ່ານກ່າວວ່າ:

“ແມ່ນຄືເກົ່າກໍຂຶ້ນກັບຄົນໄປ ບາງຄົນກາປ່ຽນແປງພັດເປັນຄົນໃໝ່ ຄົນດີບາງຄົນກໍບໍ່ປັບມັນກາຂຶ້ນກັບຄົນຫັ້ນແຫຼະ ແຕ່ວ່າສ່ວນຫຼາຍ ອອກມາກາເປັນຄົນດີ ພໍຢູ່ພໍກີນກຸ້ມຢູ່ກຸ້ມກີນເຂົາກາດາຍ.”

ກ່ອນໜ້ານີ້ຢູ່ແຂວງອື່ນໆ ກໍເຄີຍມີການຈັດພິທີປ່ອຍໂຕ ນັກໂທດກ່ອນກໍານົດ ເຊັ່ນດຽວກັນເປັນຕົ້ນເມື່ອເດືອນກໍຣະກະດາ ທີ່ຜ່ານມານີ້ສານປະຊາຊົນຂັ້ນຕົ້ນ ແຂວງຫົວພັນໄດ້ປ່ອຍໂຕນັກໂທດ ກ່ອນກຳນົດຈຳນວນ 11 ຄົນເຊິ່ງມີທັງນັກໂທດຄະດີລັກຊັບ, ລັກພາໂຕ ແລະ ຄະດີຢາເສບຕິດ ແລະ ກ່ອນໜ້ານັ້ນໃນເດືອນພຶສພາ ຂອງປີນີ້ ຢູ່ແຂວງຫຼວງພຣະບາງໄດ້ປ່ອຍໂຕ ນັກໂທດກ່ອນກຳນົດຈຳນວນ 11 ຄົນ ແລະ ແຂວງສວັນນະເຂດ ກໍໄດ້ປ່ອຍໂຕນັກໂທດ ກ່ອນກຳນົດ 11 ຄົນເຊັ່ນດຽວກັນ.

ໃນໂອກາດວັນຊາຕ ທີ 2 ທັນວາ ຂອງທຸກປີ ກໍຈະມີການໃຫ້ອະໄພຍະໂທດເພີ່ມຕື່ມແກ່ນັກໂທດເຊິ່ງໃນປີ 2022 ທີຜ່ານມາທາງການລາວໄດ້ໃຫ້ອະໄພຍະໂທດ ໃຫ້ແກ່ນັກໂທດຈຳນວນ 1,882 ຄົນ ໃນທົ່ວປະເທດໃນນັ້ນຖືກປ່ອຍ ໃຫ້ເປັນອິສຣະ ຈຳນວນ 318 ຄົນ ແຕ່ໃນຈຳນວນດັ່ງກ່າວ ບໍ່ມີນັກໂທດທາງການເມືອງແຕ່ຢ່າງໃດ. ສຳລັບການໃຫ້ອະໄພຍະໂທດ ແກ່ນັກໂທດປະຈຳປີ 2023 ນີ້ກໍໄດ້ມີການຫາລືຄົ້ນຄ້ວາ ການສເນີຂໍອະໄພຍະໂທດ ໄປແລ້ວເມື່ອວັນທີ 02 ຕຸລາ ທີ່ຜ່ານມາ ແຕ່ບໍ່ທັນລະບຸວ່າ ໃນປີນີ້ຈະມີການອະໄພຍະໂທດ ໃຫ້ແກ່ນັກໂທດຈຳນວນຈັກຄົນ. ອີງຕາມການຣາຍງານ ຂອງອົງການໄອຍະການ ປະຊາຊົນສູງສຸດ.

ສ່ວນນັກໂທດ ທາງການເມືອງ ກ່ອນໜ້ານັ້ນໃນປີ 2019 ທາງການລາວ ກໍໄດ້ມີການເຄື່ອນໄຫວ ຈັບກຸມແລະ ຕັ້ງຂໍ້ຫາໃສ່ຮ້າຍປ້າຍສີ ພັກ-ຣັຖ ເຊິ່ງເປັນໂທດຂັ້ນສູງສຸດ ທີ່ບໍ່ສາມາດອຸທອນໄດ້ ໃນນັ້ນຜູ້ຖືກຈັບແຕ່ປີ 2019 ກໍມີ ຍານາງ ຮວາຍເຮືອງ ໄຊຍະບູຣີ ຫຼື ນາງໝວຍ ຖືກສານຕັດສິນຈຳຄຸກ 5 ປີ, ທ້າວ ສົມພອນ ພິມມະສອນ ຖືກຕັດສິນຈຳຄຸກ 20 ປີ, ທ້າວ ສຸກັນ ໃຈທັດ ຖືກຕັດສິນຈໍາຄຸກ 12 ປີ ແລະ ຍານາງ ຫຼອດຄໍາ ທໍາມະວົງ ຖືກຕັດສິນຈຳຄຸກ 16 ປີ ໂດຍທັງສາມຄົນນີ້ ຖືກຈັບແຕ່ຕົ້ນປີ 2016. ສ່ວນ ທ່ານ ບຸນທັນ ທໍາມະວົງ ຄົນລາວທີ່ອາໄສຢູ່ປະເທດໂປແລນ ກໍແມ່ນນຶ່ງໃນນັກໂທດ ທາງການເມືອງທີ່ທາງການລາວ ຈັບຂັງຄຸກເປັນເວລາ 4 ປີ ແລະ ໄດ້ຮັບການປ່ອຍໂຕ ໃນວັນທີ 19 ມິຖຸນາ 2019 ເຊິ່ງປັດຈຸບັນ ຜູ້ກ່ຽວກັບຄືນໄປອາໄສຢູ່ທີ່ປະເທດໂປແລນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.