ທ.ບຸນທັນຕ້ອງຮັບໂທດ ຢູ່ລາວ ຕໍ່ໄປ

0:00 / 0:00

ໃນກອງປະຊຸມ ກ່ຽວກັບສິທທິມະນຸສ ທີ່ຈັດຂຶ້ນ ໃນນະຄອນຫຼວງວຽງຈັນ ເມື່ອກາງເດືອນ ກຸມພາ ທີ່ຜ່ານມາ ຣະຫວ່າງ ຕົວແທນ ຈາກ ສະຫະພາບຢຸໂຣບ ແລະ ຕົວແທນ ຣັຖບານລາວ ນັ້ນ, ໃນບັນຫາຂອງ ທ້າວ ບຸນທັນ ທັມມະວົງ, ຊາວລາວ ສັນຊາຕ ໂປແລນ ທີ່ຖືກ ທາງການລາວ ຕັດສິນຈໍາຄຸກ 4 ປີ 9 ເດືອນ ໃນຂໍ້ຫາ ໃສ່ຮ້າຍປ້າຍສີ ພັກ-ຣັຖບານລາວ, ໄດ້ຖືກຍົກຂຶ້ນມາ ປຶກສາຫາລືກັນ ຢ່າງກົງໄປ ກົງມາ, ຕາມການຣາຍງານ ຂອງ ເຈົ້າໜ້າທີ່ ສະຖານທູຕ ໂປແລນ ປະຈຳ ບາງກອກ ທີ່ສົ່ງອີເມລ ເຖິງພັລຍາ ຂອງທ້າວບຸນທັນ.

ອີງຕາມຂໍ້ຄວາມ ໃນອີແມວ, ປະທານ ສິດທິມະນຸດ ສະຫະພາບຢູໂຣບ ໄດ້ສເນີໃຫ້ ທາງການລາວ ປ່ອຍຕົວ ທ້າວ ບຸນທັນ ທັມມະວົງ ກ່ອນກຳນົດທັນທີ ເພື່ອນຳຕົວໄປ ປິ່ນປົວສຸຂພາບ ໃຫ້ດີຂຶ້ນ, ທ່ານໄດ້ເວົ້າເຖິງ ການເຄົາຣົບ ສົນທິສັນຍາ ກຸງວຽນນາ ແລະເຖິງ ສະຖາ- ນະພາບ ຂອງທ້າວ ບຸນທັນ ວ່າເປັນພົລເມືອງ ຂອງ ສະຫະພາບ ຢູໂຣບ ຢ່າງສົມບູນ ແລະ ແມ່ນຄວາມເປັນຫ່ວງໄຍ ຂອງຢູໂຣບ. ແຕ່ທາງການລາວ ເວົ້າວ່າ ການຍົກເວັ້ນຄວາມຜິດ ໃນທັນທີ ທັນໃດນັ້ນ ເປັນໄປບໍ່ໄດ້ ຍ້ອນວ່າ ທ້າວ ບຸນທັນ ມີຄວາມຜິດ ທາງອາຍາ ແລະວ່າ ຄວາມເປັນໄປໄດ້ ທີ່ຈະປ່ອຍ ອອກຈາກຄຸກ ກ່ອນກໍານົດນັ້ນ ແມ່ນຫລັງຈາກ ຜູ້ກ່ຽວ ຮັບໂທດ 2 ສ່ວນ 3 ຂອງກໍານົດ ໂທດ ທັງໝົດ ເສັຽກ່ອນ. ປະທານ ສິດທິມະນຸດ ສະຫະພາບຢູໂຣບ ໄດ້ແຈ້ງຕໍ່ ທາງການລາວ ເຖິງທ່າທີ ຂອງ ສະຫະພາບຢູໂຣບ ວ່າ ທ້າວ ບຸນທັນ ເປັນນັກໂທດ ການເມືອງ.

ເພື່ອ ຄວາມກະຈ່າງແຈ້ງ RFA ໄດ້ຖາມໄປຍັງ ກະຊວງ ການຕ່າງປະເທດລາວ ຕື່ມ. ເຈົ້າໜ້າທີ່ ກະຊວງ ການຕ່າງປະເທດ ຜູ້ຂໍສງວນຊື່ ທ່ານນຶ່ງ ໄດ້ຊີ້ແຈງ ເມື່ອອາທິດ ທີ່ແລ້ວວ່າ ອັນນີ້ ກະກໍາບໍ່ໄດ້ເດີ. ຢູ່ກອງປະຊຸມ ເຂົາກະຕອບ ລະອຽດແລ້ວ. ຄັນວ່າ ລາວເຈັບລາວເປັນ, ໝູ່ເຮົາ ກະເບິ່ງແຍງຢູ່. ລາວບໍ່ເຫັນຮຸ່ງ ແຕ່ກີ້ຢູ່ແລ້ວ ຂອງລາວ ຄົນເສັຽຕາ ຢູ່ແລ້ວ.

ນອກນັ້ນ RFA ໄດ້ຖາມໄປຍັງ ເຈົ້າໜ້າທີ່ ຮັບຜິດຊອບ ຄ້າຍຄຸມຂັງ-ດັດສ້າງ ທີ່ນະຄອນຫລວງ ວຽງຈັນ ຖາມເຖິງ ສະພາບ ຫລ່າສຸດ ຂອງທ້າວ ບຸນທັນ, ເພິ່ນກໍຢືນຢັນວ່າ ທ້າວ ບຸນທັນ ຍັງມີສຸຂພາບ ແຂງແຮງດີ, ຍາດພີ່ນ້ອງ ທັງຢູ່ໃກ້ ແລະໄກ ກໍທຽວເຂົ້າມາ ຢ້ຽມຢາມ ສົ່ງເຂົ້າສົ່ງນໍ້າ ຢູ່ເປັນປົກກະຕິ ແລະ ຕົວແທນ ຈາກສະຖານທູດ ໂປແລນ ກໍມາຢ້ຽມຢາມ ເປັນປະຈໍາ.

ເຖິງຢ່າງໃດກໍຕາມ ມີຣາຍງານ ອອກມາວ່າ ການຂໍເຂົ້າຢ້ຽມ ນັກໂທດການເມືອງ ໃນລາວ, ໂດຍສະເພາະ ທ້າວ ບຸນທັນ, ທີ່ຕົວແທນ ດ້ານສິດທິມະນຸດ ຈາກນາໆປະເທດ ຂໍຮ້ອງນັ້ນ, ເລີ່ມມີຄວາມ ຫຍູ້ງຍາກຂຶ້ນນັບມື້ ແລະທາງການລາວ ກໍບໍ່ໄດ້ອະທິບາຍ ເຖິງເຫດຜົລ ໃນການ ປະຕິເສດ ການຮ້ອງຂໍ ນັ້ນແຕ່ຢ່າງໃດ.

ທ່ານ ບຸນທັນ ທັມມະວົງ, ຊາວລາວ ສັນຊາດໂປແລນ ອາຍຸ 54 ປີ, ໄດ້ຖືກສານ ປະຊາຊົນສູງສຸດ ຕັດສິນຈຳຄຸກ ເປັນເວລາ 4 ປີ 9 ເດືອນ ພ້ອມປັບໄໝ 10 ລ້ານກີບ ເມື່ອເດືອນກັນຍາ ປີ 2015 ໃນຖານມີຄວາມຜິດ ໃສ່ຮ້າຍປ້າຍສີ ພັກແລະຣັຖບານລາວ ຜ່ານທາງ ສື່ສັງຄົມ ອອນລາຍ ຊຶ່ງທາງການລາວ ຖືວ່າເປັນ ອາຊຍາກັມ ທີ່ຮ້າຍແຮງ ທີ່ສຸດ.

ມາເຖິງປັດຈຸບັນ, ທ້າວ ບຸນທັນ ໄດ້ຮັບໂທສ ມາໄດ້ປະມານ 18 ເດືອນແລ້ວ ແລະຍັງເຫຼືອຢູ່ ປະມານ 20 ເດືອນ ຈຶ່ງຈະເຖິງ ເງື່ອນໄຂ ການຮັບໂທສ 2 ໃນ 3 ຂອງກໍານົດ ເວລາທີ່ຕ້ອງ ຮັບໃຊ້ໂທດ ທັງໝົດ ແລະຈະສາມາດ ຮ້ອງຂໍໃຫ້ປ່ອຍຕົວ ກ່ອນກຳນົດ ແລະ ຂໍອະ- ພັຍໂທສ ຈາກ ຣັຖບານລາວ ໄດ້.