ຜູ້ຕ້ອງສົງໄສກໍ່ຄວາມວຸ້ນວາຍ ຖືກຈັບ

0:00 / 0:00

ມີການ ຈັບກຸມ ກຸ່ມ ຜູ້ຕ້ອງ ສົງໄສ ທີ່ ກໍ່ເຫດການ ຄວາມບໍ່ ສະຫງົບ ໄດ້ 30 ຄົນ ຢູ່ ແຂວງ ວຽງຈັນ.

ປະຊາຊົນ ຢູ່ ເມືອງແມດ ທ່ານນຶ່ງ ທີ່ ເຫັນເຫດການ ໄດ້ກ່າວ ຕໍ່ເອເຊັຍເສຣີ ວ່າ ເຈົ້າໜ້າທີ່ ທະຫານ ແລະ ຕໍາຣວດ ເມືອງແມດ ແຂວງ ວຽງຈັນ ໄດ້ເຂົ້າຈັບກຸມ ກຸ່ມ ຜູ້ຕ້ອງສົງໄສ ວ່າໄດ້ກໍ່ ເຫດການ ຄວາມບໍ່ສະຫງົບ 30 ຄົນ ຢູ່ເສັ້ນທາງ ຣະຫວ່າງ ບ້ານນາຍ້ຽວ ຫາ ບ້ານ ນາກາງປາ ໃນວັນທີ 7 ເມສາ ທີ່ ຜ່ານມາ.

ອີງຕາມ ການບອກເລົ່າ ຂອງ ຊາວບ້ານ ໄດ້ຮູ້ວ່າ ຜູ້ທີ່ຖືກຈັບ ນັ້ນ ເດີນທາງ ມາແຕ່ ເມືອງວຽງຄໍາ ເຂົ້າມາ ເມືອງແມດ ໂດຍໃຊ້ ຣົດຍົນ ເປັນພາຫະນະ ແຕ່ ໃນຣະຫວ່າງທາງ ເກີດຣົດ ໝົດນໍ້າມັນ ແລ້ວ ທັງໝົດ ຈຶ່ງໃຊ້ ງ້າວແລະປືນ ເຂົ້າປຸ້ນເອົາ ນໍ້າມັນ ຈາກ ເຈົ້າຂອງຣົດ ຂອງ ບໍຣິສັດ ສ້ອມແປງ ເສັ້ນທາງ ຢູ່ເມືອງແມດ ຫລັງຈາກ ນັ້ນ ເຈົ້າຂອງ ບໍຣິສັດ ກໍ່ສ້າງທາງ ຈຶ່ງ ໂທຣແຈ້ງ ເຈົ້າໜ້າທີ່ ຕໍາຣວດ ແລະ ທະຫານ ໃຫ້ສະກັດຈັບ ໃນວັນດຽວກັນນັ້ນ.

ຊາວບບ້ານ ເຊື່ອກັນວ່າ ຜູ້ຕ້ອງສົງໄສ ທີ່ ຖືກຈັບນັ້ນ ແມ່ນກຸ່ມຄົນ ທີ່ກໍ່ເຫດ ວຸ້ນວາຍ ລັດຍິງຣົດ ຢູ່ ແຂວງວຽງຈັນ ແລະ ແຂວງ ໄຊສົມບູນ. ເພື່ອຊອກຫາ ຂໍ້ມູນ ເພີ້ມເຕີມ ກ່ຽວກັບ ເລື້ອງນີ້ ໃນວັນທີ 18 ເມສາ ເອເຊັຽເສຣີ ຈຶ່ງໄດ້ຕິດຕໍ່ ສອບຖາມ ທ່ານ ໂປຍ ເຈົ້າໜ້າທີ່ ຕໍາຣວດ ເມືອງແມດ, ແຕ່ ທ່ານ ປະຕິເສດ ທີ່ຈະໃຫ້ ຂໍ້ມູນ. ທ່ານ ກ່າວວ່າ:

"ເອີ ຈຸເຮົາ ກະຕິດຕາມ ຢູ່ ມັນວຽກລັບ ຂອງ ຈຸເຮົານ່າ ມັນໄດ້ ໝົດແລ້ວ ຈຸເຮົານ່າ ກໍາສະພາບ ໄດ້ໝົດແລ້ວ ຈຸເຮົາ ບໍ່ສາມາດ ບອກ ໃຜໄດ້ ເນາະ ອັນນີ້ ບໍ່ມີບັນຫາ ມີຄວາມສະຫງົບ ແລ້ວ ຈຸເຮົາ ບໍ່ບອກໃຜ ໄດ້ເນາະ ອັນນີ້ ມັນແມ່ນ ຂັ້ນຕອນ ການສືບ ໄຕ່ຕອງກ່ອນ ສືບສວນ ສອບສວນ ໄຕ່ຕອງ ສໍານວນ ຄະດີ ຄົນນອກ ໃຫ້ບໍ່ໄດ້ ເນີ ອັນນີ້ ມັນເປັນ ຄວາມໃນເນາະ".

ສະພາບ ຄວາມບໍ່ສະຫງົບ ແຕ່ຕົ້ນເດືອນ ມົກກະຣາ ເປັນຕົ້ນມາ ແມ່ນເກີດຂຶ້ນ ແລ້ວ ສາມຄັ້ງ ຄື:

• ໃນວັນທີ 14 ມົກກະຣາ ມີກຸ່ມມືປືນ ລັດຍິງຣົດ ໂດຍສານ ວຽງຈັນ- ຫຼວງນໍ້າທາ ຢູ່ເຂດພູຄູນ ເມືອງກາສີ ແຂວງວຽງຈັນ ເຮັດໃຫ້ ຜູ້ໂດຍສານ ໄດ້ ຮັບບາດເຈັບ 1 ຄົນ.

• ໃນວັນທີ 1 ມີນາ ມີການ ລັດຍິງຣົດເມ ໂດຍສານ ວຽງຈັນ- ຫຼວງພຣະບາງ ເຮັດໃຫ້ ຜູຸ້ໂດຍສານ ທີ່ ເປັນຄົນລາວ ໄດ້ຮັບ ບາດເຈັບ 5 ຄົນ, ແລະ ໃນມື້ດຽວກັນ ມີການລັດຍິງ ກໍາມະກອນ ຈີນ ທີ່ເຮັດວຽກ ຕັດໄມ້ ຢູ່ໜ້າ ເຂື່ອນນໍ້າງື່ມ 3 ເຮັດໃຫ້ ຄົນຈີນ ເສັຽຊີວິດ 1 ຄົນ ແລະ ບາດເຈັບ 3 ຄົນ.

• ໃນວັນທີ 23 ມີນາ, ມີການລັດຍິງ ຣົດເມໂດຍສານ ຂອງຈີນ ເຮັດໃຫ້ ຜູ້ໂດຍສານ ທີ່ ເປັນຄົນຈີນ 6 ຄົນ ໄດ້ ຮັບບາດເຈັບ, ແລະ ໃນມື້ ດຽວກັນ ກໍມີການ ຍິງຣົດກະບະ ຍີ່ຫໍ້ໄທເກີ້ ເຮັດໃຫ້ ຄົນຂັບຣົດ ຄັນດັ່ງກ່າວ ທີ່ ເປັນຄົນລາວ ເສັຽຊີວິດ ຄາທີ່.

ເຫດການ ຄວາມບໍ່ສະຫງົບ ບໍ່ສະເພາະ ເກີດຂຶ້ນຢູ່ ແຂວງວຽງຈັນ ເທົ່ານັ້ນ, ແຕ່ ຍັງເກີດຂຶ້ນຢູ່ ແຂວງ ໄຊສົມບູນ ທີ່ ຕິດກັບ ແຂວງ ວຽງຈັນ ນໍາອີກ ແລະ ສະເພາະ ເຫດການ ຄວາມບໍ່ ສະຫງົບ ທີ່ເກີດຂຶ້ນ ແມ່ນເຮັດໃຫ້ ມີຜູ້ ເສັຽຊີວິດ ແລະ ໄດ້ຮັບບາດເຈັບ ຫຼາຍຄົນ.

ຫລ້າສຸດ ໃນວັນທີ 20 ເມສາ ທີ່ຜ່ານມາ ແຫລ່ງຂ່າວ ທີ່ໃກ້ຊິດ ເຈົ້າໜ້າທີ່ ທະຫານ ຣະດັບສູງ ຂອງ ກະຊວງ ປ້ອງກັນ ປະເທດ ໄດ້ກ່າວຕໍ່ ເອເຊັຽ ເສຣີ ວ່າ ເຈົ້າໜ້າທີ່ ທະຫານ ແລະ ຕໍາຣວດ ແຂວງ ໄຊສົມບູນ ສາມາດ ຈັບ ຜູ້ທີ່ກໍ່ເຫດ ວຸ້ນວາຍ ສ້າງຄວາມ ບໍ່ສະຫງົບໄດ້ ຈໍານວນ ນຶ່ງ.