ໜັງສືພິມ ຂອງ ທາງການ ລາວ ຣາຍງານ ການສລອງ ວັນຊາດ ຂອງ ວຽດນາມ ຢູ່ ນະຄອນຫຼວງ ວຽງຈັນ ຄົບຮອບ 70 ປີ ຢູ່ ຫໍ ວັທນະທັມ ແຫ່ງຊາດ, ໃນ ວັນທີ 1 ກັນຍາ ທີ່ ຜ່ານມາ ໂດຍ ແນ່ໃສ່ ເພື່ອ ໃຫ້ ຊາວ ໜຸ່ມລາວ ເຫັນ ຄວາມສໍາຄັນ ແບບ ພິເສດ ຣະຫວ່າງ ລາວ-ວຽດນາມ, ໃນ ຂນະທີ່ ຫາງສຽງ ຂອງ ຄວາມ ບໍ່ພໍໃຈ ຂອງ ຄົນລາວ ຕໍ່ຄົນ ວຽດນາມ ນັບມື້ ນັບສູງ ຂຶ້ນ.
ຄົນລາວ ສ່ວນຫຼາຍ ບໍ່ພໍໃຈ ຍ້ອນວ່າ ຄົນ ວຽດນາມ ເຂົ້າມາຢູ່ ໃນ ປະເທດ ລາວ ເປັນ ຈໍານວນ ຫຼວງຫຼາຍ, ແລະ ບັນຫາ ຂໍ້ຂັດແຍ້ງ ທີ່ດິນ ຂອງ ປະຊາຊົນ ລາວ ເພື່ອ ປູກຕົ້ນ ໄມ້ ອຸດສາຫະກັມ ໃນເນື້ອທີ່ ຫຼາຍຫມື່ນ ເຮັກຕາ ໃນ ຫຼາຍ ແຂວງ ຂອງ ນັກລົງທຶນ ວຽດນາມ, ຮ່ວມທັງ ການ ສໍາປະທານ ຕັດໄມ້ ທ່ອນ ສົ່ງໄປ ວຽດນາມ, ບັນຫາ ຂີ້ລັກ ງັດແງະ, ຂອງຄົນ ວຽດນາມ. ອີງຕາມ ຂໍ້ມູນ ຈາກ ກະຊວງ ຊັພຍາກອນ ທັມມະຊາດ ແລະ ສິ່ງ ແວດລ້ອມ,
ນອກຈາກ ນັ້ນ ກໍຍັງມີ ບັນຫາ ການຄຸກຄາມ ທາງດ້ານ ວັທນະທັມ ນຳອີກ, ຕົວຢ່າງ: ໃນ ຕົ້ນປີ ທີ່ ຜ່ານມາ ມີກຸ່ມ ຄົນ ວຽດນາມ ມາລັກເອົາ ພຣະ ພຸດທະຮູບ ເກົ່າແກ່ ຢູ່ວັດ ອົງຕື້ ແລະ ໃນເດືອນ ຜ່ານມາ ກໍມີການ ເປີດ ບາເປືອຍ ຢູ່ຖໍ້າ ເມືອງ ວຽງໄຊ ແຂວງ ຫົວພັນ, ຊຶ່ງ ເຮັດໃຫ້ ກະແສ ສັງຄົມ ວິພາກ ວິຈານ ກັນຢ່າງ ກວ້າງຂວາງ.
ຊາວ ນະຄອນຫຼວງ ວຽງຈັນ ທ່ານນຶ່ງ ໄດ້ສະແດງ ຄວາມເຫັນ ວ່າ: ການທີ່ ຣັຖບານ ລາວ ສ້າງ ຂະບວນ ການສົ່ງເສີມ ສາຍ ສໍາພັນ ລາວ-ວຽດນາມ ແບບ ພິເສດ ຈົນເກີນໄປ, ຍິ່ງເຮັດໃຫ້ ຄວາມຮູ້ສຶກ ທາງລົບ ຂອງ ຄົນລາວ ມີຕໍ່ ຣັຖບານ ຫຼາຍຂຶ້ນ.
ເຖີງ ແມ່ນວ່າ ທີ່ ຜ່ານມາ ຈະມີການ ສລອງວັນ ຊາດ ວຽດນາມ ຢູ່ ນະຄອນຫຼວງ ວຽງຈັນ ຢ່າງ ຍິ່ງໃຫຍ່ ໂດຍມີ ທ່ານ ທອງສິງ ທໍາມະວົງ ນາຍົກ ຣັຖມົນຕຣີ ແລະ ເອກ ອັຄຣັຖທູດ ວຽດນາມ ປະຈຳລາວ, ທີ່ ຮ່ວມດ້ວຍ ການເປີດ ຊ່ອງ ໂທຣະທັດ ຣາຍການ ຂ່າວ ເປັນ ພາສາ ວຽດນາມ ໃນລາວ, ເພື່ອ ແນ່ໃສ່ ເສີມສ້າງ ສາຍພົວພັນ ຂອງ ຣັຖບານ ລາວ ແລະ ວຽດນາມ ກໍຕາມ. ປະຊາຊົນ ລາວ ສ່ວນໃຫຍ່ ກໍຍັງ ບໍ່ພໍໃຈ ກັບ ວຽດນາມ ຢູ່ດີ.
