ຕໍາຣວດສອບຜູ້ຕ້ອງຫາ ລັກເງິນ ຈາກ ATM

ຈໍາປາທອງ
2019.06.13
F-ATM ເຈົ້າໜ້າທີ່ ປກສ ນະຄອນປາກເຊ ເຂົ້າລວບຈັບກຸມຄົນຮ້າຍ ລັກລອບຕິດຕັ້ງເຄື່ອງກົລໄກ ເພື່ອລັກເອົາເງິນ ຈາກຕູ້ ATM
ຮູບພາບຈາກ : ນັກຂ່າວພົລເມືອງ

ປັດຈຸບັນ ຕຳຣວດຜແນກສືບສວນສອບສວນ ແຂວງຈຳປາສັກ ຍັງກັກໂຕຊາວຈີນ ສອງຄົນ ທີ່ເປັນຜູ້ຕ້ອງຫາ ກໍຄະດີລັກເງິນໃນຕູ້ ATM ຢູ່ນະຄອນປາກເຊ ໄວ້ທີ່ກອງບັນຊາການຕໍາຣວດ ປ້ອງກັນຄວາມສະຫງົບແຂວງ ແລະຍັງສອບສວນຜູ້ຕ້ອງຫາ ແລະ ພິຍານ ທີ່ຮູ້ເຫັນ ເຫດການ ເພື່ອຂຍາຍຜົລ ວ່າມີຜູ້ໃດແດ່ກ່ຽວຂ້ອງຕື່ມອີກ, ດັ່ງເຈົ້າໜ້າທີ່ຫ້ອງການ ຜແນກປ້ອງກັນຄວາມສະຫງົບ ນະຄອນປາກເຊ ເວົ້າຕໍ່ RFA ໃນມື້ວັນທີ 12 ມິຖຸນາ ນີ້ວ່າ:

"ປກສແຂວງ ຍັງກັກໂຕໄວ້ ທີ່ກອງບັນຊາການດຽວນີ້ ມັນກໍຍັງຢູ່ໃນການສືບສວນ ຢູ່ຫັ້ນແຫຼະ ຍັງບໍ່ຮູ້ວ່າສິມີໂທດຊໍ່າໃດເທື່ອນະ ເຮົາກໍບໍ່ຮູ້ ເພາະຍັງຢູ່ໃນການສືບສວນ ເພິ່ນຍັງກັກໂຕໄວ້ຢູ່ ເພິ່ນບໍ່ໄດ້ຣາຍງານມາ ຍັງບໍ່ທັນໄດ້ຣາຍງານມາເຮົາ ກໍບໍ່ຮູ້ຊັດເຈນ."

ນາງເວົ້າຕື່ມວ່າ ຄະດີນີ້ ເປັນຄະດີອາຍາ ຕຳຣວດຈຶ່ງຕ້ອງໄດ້ໃຊ້ເວລາສືບສວນສອບສວນ ຕໍ່ໄປອີກຣະຍະນຶ່ງ ເພື່ອໃຫ້ຮູ້ວ່າ ຜູ້ກະທໍາຜິດ ໃນຄະດີນີ້ ມີແຕ່ຜູ້ຕ້ອງຫາສອງຄົນນີ້ ຫຼືວ່າມີຂະບວນການ ເປັນກຸ່ມນັ້ນກ່ອນ ແລ້ວຈຶ່ງຈະມີການຖແລງຂ່າວສະຫຼຸບຜົລ ຜ່ານສື່ ທາງການ ແຂວງຈຳປາສັກ ໃຫ້ສາທາຣະນະຊົນຮູ້.

ຕາມການຣາຍງານຂອງຕໍາຣວດ ປກສ ແຂວງຈຳປາສັກ, ຜູ້ຕ້ອງຫາຊາຍຈີນສອງຄົນ ທີ່ວ່ານັ້ນ ຜູ້ນຶ່ງຊື່ ຊຽວ ຈິງ ຊານ ອາຍຸ 32 ປີ ແລະອີກ ຜູ້ນຶ່ງຊື່ ຫຼາຍ ປຽວ ອາຍຸ 50 ປີ, ເປັນຄົນບ້ານ ເລີຍຈີນ ເມືອງກວາງໂຈ ແຂວງກວາງຊີ ປະເທດຈີນ ໄດ້ລັກຕິດຕັ້ງ ອຸປກອນບັນທຶກ ເລກຣະຫັດບັດ ATM ຢູ່ໃນຕູ້ກົດເງິນ ຂອງທະນາຄານການຄ້າ ຕ່າງປະເທສລາວ ສາຂາແຂວງຈຳປາສັກ ຊຶ່ງຕັ້ງຢູ່ ບ້ານທ່າຫຼວງ ແລະບ້ານໂພນກຸງ ແລະອີກຫຼາຍຈຸດ ໃນນະຄອນປາກເຊ.

ເມື່ອຕຳຣວດກອງພັນເຄື່ອນທີ່ ແລະເຈົ້າໜ້າທີ່ທະນາຄານ ໄດ້ກວດພົບເຫັນຮ່ອງຮອຍການງັດແງະ ໃນຣະຫວ່າງອອກກວດກາຕູ້ເງິນ ATM ໃນມື້ວັນທີ 7 ມິຖຸນາ ຈື່ງໄດ້ປະສານກັບ ຕຳຣວດວິຊາສະເພາະ ມາສືບຫາຄົນຮ້າຍ. ຈົນມາເຖິງ ມື້ວັນທີ 8 ມິຖຸນາ ເວລາບ່າຍ 2 ໂມງ ຈຶ່ງສາມາດຈັບຄົນຮ້າຍໄດ້ ຫຼັງຈາກຈີນທັງສອງຄົນນັ້ນ ຂີ່ຣົດຈັກມາຈອດແປະກັບ ຕູ້ກົດເງິນ ATM ຈຸດບ້ານທ່າຫຼວງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.