ຈີນເຕືອນ ສະຫະປະຊາຊາດ

0:00 / 0:00

ຈີນ ເຕືອນ ສະຫະປະຊາຊາດ ຕໍ່ຄຳເວົ້າ ທີ່ ຂາດ ຄວາມຮັບຜິດຊອບ ກ່ຽວກັບ ຜູ້ ອົພຍົບ ເກົາຫລີເຫນືອ.

ທາງການຈີນ ກ່າວເຕືອນ ຫ້ອງການ ຂ້າຫລວງໃຫຍ່ ອົງການ ສະຫະປະຊາຊາດ ດ້ານ ອົພຍົບ ໃນວັນຈັນ ຕໍ່ຄຳຖແລງ ທີ່ ຂາດຄວາມ ຮັບຜິດຊອບ ກ່ຽວກັບ ຜູ້ລີ້ພັຍ ຊາວເກົາຫລີ ເຫນືອ 9 ຄົນ ທີ່ ອົງການ ສະຫະປະຊາຊາດ ເວົ້າວ່າ ຖືກສົ່ງກັບຄືນ ປະເທດ ໂດຍ ເຈົ້າຫນ້າທີ່ ຈີນ ໃນອາທິດ ທີ່ ຜ່ານມາ.

ອົງການ ສະຫະປະຊາຊາດ ກ່າວ ໃນມື້ວັນສຸກ ວ່າຕົນເປັນຫວ່ງ ກ່ຽວກັບ ຈີນ ສົ່ງອົພຍົບ ເດັກນ້ອຍ 9 ຄົນ ກັບ ເກົາຫລີເຫນືອ ຊຶ່ງ ເປັນບ່ອນທີ່ ພວກຂະເຈົ້່າ ຈະຖືກລົງໂທດ ຢ່າງແຮງ ອາດເຖິິງຂັ້ນ ປະຫານ ຊິວິດ ກໍເປັນໄດ້ ຍ້ອນໂຕນ ຫນີ ຈາກປະເທດ.

ເດັກນ້ອຍ ຜູ້ລີ້ພັຍ ຊາວເກົາຫລີ ເຫນືອ 9 ຄົນດັ່ງກ່າວ ເຊື່ອວ່າ ເປັນເດັກກຳພ້າ ຄັ້ງແຣກໄດ້ ສົ່ງກັບຈີນ ຫລັງຈາກ ຂ້າມແດນ ໄປລາວ. ຫ້ອງການ ຂ້າຫລວງໃຫຍ່ ສະຫະປະຊາຊາດ ກ່າວ ວ່າງອາທິດ ທີ່ຜ່ານມາວ່າ ຕົນຈະຊອກ ຄວາມ ກະຈ່າງແຈ້ງ ທັງຈາກຈີນ ແລະ ຈາກລາວ ກ່ຽວກັບເຣື້ອງນີ້.

ທ່ານ ຫົງເລ ໂຄສົກ ກະຊວງ ການຕ່າງປະເທດ ຈີນ ກ່າວໃນ ຫ້ອງປະຊຸມ ນັກຂ່າວ ທີ່ ກຸງ ປຸກກິ່ງວ່າ ທາງຈີນ ຫວັງວ່າ ຫ້ອງການ ຂ້າຫລວງໃຫຍ່ ສະຫະປະຊາຊາດ ຄົງຈະບໍ່ ໃຊ້ຄວາມເວົ້າ ທີ່ ຂາດຄວາມ ຮັບຜິດຊອບ ດັ່ງກ່າວ ປາສຈາກ ສືບສາວ ຫາຂໍ້ມູນ ຄວາມຈິງ.

ທ່ານວ່າ ເດັກນ້ອຍ ລີ້ພັຍ ເກົາຫລີເຫນືອ 9 ຄົນ ທີ່ ຖືກສົ່ງກັບ ປະເທດ ໃນມື້ວັນ ອັງຄານ ນັ້ນ ທາງການຈີນ ບໍ່ໄດ້ຊ່ອຍໃຜ ຝ່າຍໃດ ຝ່າຍນຶ່ງ ໃນການສົ່ງກັບ ມີແຕ່ກວດ ຫນັງສື ເຂົ້າ-ອອກ ແບບຖືກຕ້ອງ ຕາມ ກົດຣະບຽບ ແລ້ວ ກໍໃຫ້ຜ່ານ.