ຈີນ ຈະໃຊ້ຣະບົບໃໝ່ ອອກບັດ ໃຫ້ຄົນລາວ

ມະນີຈັນ
2020.10.12
F-ID ໂຕຢ່າງ ທີ່ເອີ້ນວ່າ ບັດປະຈໍາຕົວ ສີຂາວ ຂອງພົລເມືອງລາວ ທີ່ ໃຊ້ຢູ່ໃນປັດຈຸບັນ
ນັກຂ່າວພົລເມືອງ

ຊາວລາວຈໍານວນນຶ່ງ ກັງວົນໃຈຫລາຍ ກໍຣະນີທີ່ທາງການລາວ ມີແຜນການໃຫ້ບໍຣິສັດຫົງຖາ (Hongda Group) ຂອງຈີນເຂົ້າມາ ສ້າງ ຣະບົບ ອອກບັດປະຈໍາຕົວໃຫ້ ພົລເມືອງລາວ ເນື່ອງຈາກເຫັນວ່າ ຈະນໍາໃຊ້ເທັກໂນໂລຊີ ຂັ້ນສູງ ໃນການອອກບັດ ປະຈໍາຕົວ ແບບໃໝ່ ຍ້ອນວ່າອາດເຮັດໃຫ້ ບໍຣິສັດຈີນ ຮູ້ປວັດ ແລະການເຄື່ອນໄຫວ ທຸກຢ່າງຂອງຄົນລາວ, ດັ່ງຊາວນະຄອນຫລວງວຽງຈັນ ຜູ້ບໍ່ປະສົງອອກຊື່ ຢູ່ເມືອງໄຊທານີ ກ່າວຕໍ່ RFA ໃນມື້ວັນທີ 12 ຕຸລານີ້ວ່າ:

“ເວົ້າເຣື່ອງຣະບົບເນາະ ຄັນເຂົ້າສູ່ຣະບົບໄດ້ກະດີໃຈ ອັນໃດມັນກະປະສານກັນງ່າຍ ເວົ້າເຣື່ອງເທັກໂນໂລຊີເນາະ. ແຕ່ວ່າ ເຮົາບໍ່ຄັກວ່າມັນ ເປັນຂອງຈີນ ຈັກເຂົາສິເຮັດອິຫຍັງ ເຂົາສິຊັອກແຊັກ ຂໍ້ມູລເຮົາໝົດ ຄູ່ອັນ ໄດ້ໝົດເດ໋ ຄັນວ່າເຂົ້າເທັກໂນໂລຈີ ເຮົາຢາກຄິດຫລາຍໂຕນັ້ນ ພຸ້ນແລ້ວ.”   

ທ່ານກ່າວຕື່ມວ່າ  ປວັດສ່ວນຕົວຂອງຄົນໃນປະເທດ ຄວນຈະໄດ້ຮັບການຄຸ້ມຄອງ ຈາກຣະບົບການພັທນາຂອງ ຣັຖບານລາວໂດຍກົງ, ບໍ່ແມ່ນໃຫ້ບໍຣິສັດ ຈາກປະເທດໃດປະເທດນຶ່ງ ເຂົ້າມາພັທນາໃຫ້, ອັນນີ້ບໍ່ຮູ້ວ່າຣັຖບານ ໝັ້ນໃຈແນວໃດ ໃນຣະບົບເທັກໂນໂລຊີ ຂັ້ນສູງ ເຫລົ່ານັ້ນ, ມີມາຕຖານຄວາມປອດພັຍສູງ, ບໍ່ເຮັດໃຫ້ປວັດຂອງປະຊາຊົນລາວ ເກີດການຮົ່ວໄຫລ ຫລື ວ່າແນວໃດ.

ຊາວນະຄອນຫລວງ ໃນເຂດເມືອງໄຊເສຖາ ອີກທ່ານນຶ່ງກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ ເຫັນດີເປັນຢ່າງຍິ່ງ ທີ່ຈະປ່ຽນ ບັດປະຈໍາຕົວ ພົລເມືອງໃຫ້ທັນສມັຍຂຶ້ນ ເພາະຈະສະດວກຂຶ້ນກວ່າເກົ່າ. ແຕ່ບໍ່ເຫັນດີ ນໍາປານໃດທີ່ວ່າ ຣັຖບານລາວ ຈະໃຫ້ບໍຣິສັດຈີນເຂົ້າມາພັທນາ ຣະບົບ ທຸກຢ່າງ ເພາະອາຈເຮັດໃຫ້ບໍຣິສັດຈີນ ເຂົ້າເຖິງປວັດສ່ວນຕົວ ແລະ ການເຄື່ອນໃຫວຂອງຄົນລາວ ໄດ້ທຸກຢ່າງ

“ເວົ້າຕຣົງໆ ຄັນວ່າເອົາຣະບົບຈີນເຂົ້າມາແລ້ວ ເຂົາສາມາດແບບຮູ້ ການເຄື່ອນໄຫວ ຂອງບ້ານເຮົາເນາະທຸກຢ່າງເນາະ ປະຊາຊົນເຮົານີ໋ ເປັນຈັ່ງໃດ ມີບ່ອນໃດຈຸດດ້ອຍຈຸດໄດ້ປຽບ ນັ້ນນີ້ເຂົາກໍອາດມີແຜນ ມີຫຍັງເຂົາຫັ້ນນ່າ ອັນໃດກະເອົາມາແຕ່ຈີນ ອັນນີ້ກະບໍ່ຄ່ອຍເຫັນດີ ດອກຫັ້ນນ່າ.”

ກ່ຽວກັບເຣື່ອງນີ້ RFA ພຍາຍາມຕິດຕໍ່ໄປຫາ ກົມຄຸ້ມຄອງສັມໂນຄົວ ແລະການກໍ່ສ້າງຮາກຖານ, ແຕ່ບໍ່ມີເຈົ້າໜ້າທີ່ຄົນໃດໃຫ້ຂໍ້ມູລໄດ້.

ບັດປະຈໍາຕົວປະຊາຊົນອັນເກົ່າ ຍັງໃຊ້ໄດ້ຢູ່ຕໍ່ໄປ ຈົນກວ່າກົມຄຸ້ມຄອງ ສັມໂນຄົວ ແລະ ກໍ່ສ້າງຮາກຖານ ຈະມີຄໍາສັ່ງ ໃຫ້ຍຸຕິການໃຊ້ ບັດປະຈໍາຕົວອັນເກົ່ານັ້ນ.

ອີງຕາມຣາຍງານ ຂອງສໍານັກງານຂ່າວ NTD ວັນທີ 9 ຕຸລາ 2020, ທາງການຈີນ ກໍາລັງພຍາຍາມເກັ້ຽກ່ອມ ໃຫ້ບັນດາປະເທດ ໃນເຂດເອເຊັຍຕາເວັນອອກຊ່ຽງໃຕ້ ຮວມທັງພະມ່າ ແລະ ລາວ ຈ້າງບໍຣິສັດຈີນ ມາເຮັດຖານຂໍ້ມູນ Data Base ໃຫ້ພົລເມືອງຢູ່ໃນ ຂົງເຂດນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.