ຄະດີອາດຊະຍາກໍາຢູ່ລາວ ປີ 2024 ມີເຖິງ 8,000 ປາຍເລື່ອງ, ປະຊາຊົນວ່າ ເຈົ້າໜ້າທີ່ເຮັດວຽກຊັກຊ້າ
2025.02.12
ໃນໄລຍະປີ 2024 ທີ່ຜ່ານມາ ປະເທດລາວ ມີຄະດີອາດຊະຍາກໍາ ເກີດຂຶ້ນທັງໝົດ 8,000 ປາຍຄະດີ ແລະ ຈັບຜູ້ຕ້ອງຫາໄດ້ 10,700 ປາຍຄົນ. ໃນຈໍານວນ 8,000 ປາຍຄະດີທີ່ວ່ານີ້ ຍັງບໍ່ທັນໄດ້ຮັບການແກ້ໄຂ ເກືອບເຖິງ 1,000 ຄະດີ. ຄະດີສ່ວນໃຫຍ່ ແມ່ນຄະດີຢາເສບຕິດ ທີ່ມີເກືອບເຖິງ 4,200 ຄະດີ, ຮອງລົງມາກໍແມ່ນຄະດີ ທີ່ພົວພັນທາງດ້ານເສດຖະກິດ, ການລັກຊັບ, ປຸ້ນຈີ້, ຄະດີຄ້າມະນຸດ ແລະ ອື່ນໆ. ອີງຕາມການລາຍງານ ຂອງ ພັນເອກ ສຸກພະຈັນ ບຸດດາຄໍາ ຫົວໜ້າຫ້ອງການກົມໃຫຍ່ຕໍາຫຼວດ ຕໍ່ກອງປະຊຸມສະຫຼຸບວຽກງານຕໍາຫຼວດ ປະຈໍາປີ 2024 ໃນມື້ວັນທີ 10 ກຸມພາ 2025 ນີ້.
ຢາເສບຕິດ ທີ່ແພ່ຫຼາຍຢູ່ລາວ ຊຶ່ງເຈົ້າໜ້າທີ່ຍຶດໄດ້ ກໍມີທັງ ເຮໂຣອິນ, ຢາຝິ່ນ, ໂຄເຄນ, ຢາອີ, ຢາບ້າ, ກັນຊາ ຮວມໄປເຖິງ ແປ້ງຝຸ່ນ ແລະນໍ້າຢາສານເຄມີ ນໍາດ້ວຍ.
ນອກຈາກຄະດີ ກ່ຽວກັບເລື່ອງຕ່າງໆ ທີ່ວ່ານັ້ນແລ້ວ ກໍຍັງມີອີກຫຼາຍເລື່ອງ ທີ່ເປັນການກະທໍາຜິດ ລະບຽບກົດໝາຍ ຊຶ່ງປະຊາຊົນ ບໍ່ນໍາໄປແຈ້ງຄວາມ ຕໍ່ເຈົ້າໜ້າທີ່ຕໍາຫຼວດ ຍ້ອນວ່າ ເພິ່ງພາເຈົ້າໜ້າທີ່ຕໍາຫຼວດບໍ່ໄດ້, ເຈົ້າໜ້າທີ່ເຮັດວຽກຊັກຊ້າ ບາງເລື່ອງ ຊົ່ວຈະແກ້ໄດ້ ກໍຈົນລືມຄາວກໍມີ, ບໍ່ມີການຕິດຕາມຄົນຮ້າຍ, ປ່ອຍໃຫ້ເລື່ອງງຽບຫາຍໄປ. ປະຊາຊົນຢາກໃຫ້ເຈົ້າໜ້າທີ່ ແກ້ໄຂບັນຫາໃຫ້ດີຂຶ້ນ ແລະໄວຂຶ້ນ ເປັນຕົ້ນຄະດີກ່ຽວກັບການຄາດຕະກໍາ ແລະການຄ້າມະນຸດ ຊຶ່ງເຈົ້າໜ້າທີ່ ຍັງປົກປິດເອົາໄວ້, ບໍ່ເປີດເຜີຍໃຫ້ປະຊາຊົນທົ່ວໄປຮູ້ ພໍທີ່ຈະໄດ້ມີ ສະຕິລະວັງຕົວຂຶ້ນຕື່ມນັ້ນ ພໍເທົ່າໃດ ດັ່ງຊາວນະຄອນຫຼວງວຽງຈັນ ຜູ້ໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ກຸມພາ 2025 ນີ້ວ່າ:
“ເລື່ອງຂ່າວອາດຊະຍາກໍາ ຫຼືວ່າແມ່ນຫຍັງຕ່າງໆ ຍັງບັນຫາຊັກຊ້ານໍ ການແກ້ໄຂບັນຫາ ຊົ່ວຈະແກ້ໄດ້ ຈົນລືມຄາວ ອັນນີ້ກໍຢາກໃຫ້ໄວຂຶ້ນຫັ້ນແຫຼະ ກໍບໍ່ຢາກໃຫ້ປົກປິດຫັ້ນແຫຼະ ລວມທັງຄະດີອື່ນໆ ທັງການຄ້າມະນຸດ ຄະດີຄາດຕະກໍາແມ່ນຫຍັງຕ່າງໆ ຢາກໃຫ້ເຜີຍສູ່ສັງຄົມຮັບຮູ້ ເພື່ອຈະໄດ້ມີສະຕິລະວັງຕົວນໍ ກະຈາຍຂ່າວໃຫ້ມັນກວ່າເດີມ.”
ຄະດີທີ່ທາງການລາວ ບໍ່ໄດ້ເປີດເຜີຍພໍເທົ່າໃດນັ້ນ ກໍມີຮວມທັງຄະດີ ທີ່ກ່ຽວຂ້ອງກັບການຄາດຕະກໍາ ນາງ ວິພາພອນ ນັກທຸລະກິດ ທີ່ຖືກຂ້າ ຍັດໃສ່ກະເປົາເດີນທາງ ຖິ້ມລົງນໍ້າຂອງ ແລ້ວໄຫຼໄປຕິດຢູ່ຝັ່ງໄທ ໃນເຂດແຂວງນະຄອນພະນົມ ຊຶ່ງສື່ສັງຄົມ ພາກັນອອກຂ່າວໂດ່ງດັງ ທັງມີຮູບພາບ ລົດໃຫຍ່ຫຼຸຫຼາ ລາຄາແພງ ຍີ່ຫໍ້ ເບັນ ທີ່ຖິ້ມໄວ້ ຢູ່ແຄມຝັ່ງແມ່ນໍ້າຂອງ ໃນເຂດນະຄອນຫຼວງວຽງຈັນນັ້ນ ຈົນມາເຖິງປັດຈຸບັນ ທາງການລາວ ກໍຍັງບໍ່ເປີດເຜີຍ ໃຫ້ສາທາລະນະຊົນຮູ້ວ່າ ມັນເປັນແນວໃດກັນແທ້ ແລະຄະດີນາງ ທິບ ທີ່ສໍ້ໂກງເງິນປະຊາຊົນ, ເສຍຫາຍຫຼາຍພັນຄົນ ດ້ວຍການຫຼອກ ໃຫ້ມາລົງທຶນນໍາ ແລ້ວກໍຫອບເງິນໜີ ຊຶ່ງເປັນຂ່າວໂດ່ງດັງນັ້ນ ທາງການລາວ ກໍຍັງມິດງຽບຢູ່ເຊັ່ນກັນ.
ຂ່າວ ກ່ຽວກັນ
ຮອບປີ 2024 ມີຄະດີຢາເສບຕິດ ໃນລາວ 3,300 ຄະດີ
ຊາຍຈີນ ປຸ້ນຮ້ານຂາຍເຄື່ອງເງິນ, ທໍາຮ້າຍເຈົ້າຂອງຮ້ານ ທີ່ຫຼວງພະບາງ
ອາຊ້ຽນ-ຈີນ ຕົກລົງປາບປາມ ອາດຊະຍາກໍາ ທາງໄຊເບີ້
ແລະຊາວນະຄອນຫຼວງວຽງຈັນ ອີກຜູ້ໜຶ່ງ ກໍເວົ້າໃນມື້ດຽວກັນນີ້ວ່າ ບັນຫາອາດຊະຍາກໍາ ຍັງມີຢູ່ເລື້ອຍໆ ເປັນຕົ້ນ ບັນຫາຢາເສບຕິດ ກໍຍັງມີຫຼາຍ ບໍ່ວ່າຈະເປັນຢາບ້າ, ກັນຊາ, ນໍ້າກະທ້ອມ ທີ່ພວກຊາວໜຸ່ມ ແລະຜູ້ຄົນນິຍົມກັນເສບ ແລະຕິດກັນຫຼາຍ, ເປັນບັນຫາທີ່ສາມາດ ເຮັດໃຫ້ເກີດອາດຊະຍາກໍາໄດ້ທຸກເມື່ອ ຊຶ່ງບາງບ່ອນ ເຈົ້າໜ້າທີ່ກໍຈັບໄດ້ ແລະບາງບ່ອນ ກໍຈັບບໍ່ໄດ້ ນາງເອງກໍບໍ່ຮູ້ວ່າເປັນຫຍັງ ແລະວ່າ ສໍາລັບປະຊາຊົນ ກໍມີແຕ່ຕ້ອງ ໄດ້ລະມັດລະວັງເອົາເອງ ດັ່ງທີ່ນາງເວົ້າວ່າ:
“ສ່ວນຫຼາຍ ພວກເຂົາເຈົ້າກິນຢາມ້າ ກິນຊາ ຄົນກິນຫຼາຍນໍ້າກະທ້ອມແມ່ນຫຍັງນ່າ ຈັບບໍ່ໄດ້ ເຮົາກໍຍັງບໍ່ຮູ້ ບາງບ່ອນກໍຈັບໄດ້ ບາງບ່ອນກໍຈັບບໍ່ໄດ້ຫັ້ນນ່າ ປະຊາຊົນເຮົາ ກໍໄດ້ລະມັດລະວັງເອງຫັ້ນແຫຼະ.”
ໃນຂະນະດຽວກັນ ເຈົ້າໜ້າທີ່ ຢູ່ນະຄອນຫຼວງວຽງຈັນ ທ່ານໜຶ່ງກໍເວົ້າວ່າ ກໍບໍ່ປະຕິເສດ ເລື່ອງອາດຊະຍາກໍາ ກໍມີຢູ່ ມັນຫຼາຍບ້ານ, ສ່ວນຫຼາຍ ເຈົ້າໜ້າທີ່ກໍຈັບຄົນຮ້າຍໄດ້, ຈໍານວນໜຶ່ງ ກໍຍັງຈັບບໍ່ໄດ້ ແລະວ່າ ບັນຫານີ້ ໝົດທຸກຄົນ ເປັນຫູ ເປັນຕາຊ່ວຍກັນ.
“ກະບໍ່ປະຕິເສດ ກະມີຢູ່ ມັນຫຼາຍບ້ານ ມັນບໍ່ແມ່ນແຕ່ບ້ານເຮົາ ກະສ່ວນຫຼາຍກໍຈັບໄດ້ ມີຈໍານວນໜຶ່ງກໍຍັງບໍ່ໄດ້ ຫາຈະເພິ່ງແຕ່ເຈົ້າໜ້າທີ່ກໍບໍ່ໄດ້ ກະໝົດທຸກຄົນແຫຼະ ເປັນຫູເປັນຕາຊ່ວຍກັນ.”
ແລະເຈົ້າໜ້າທີ່ຕໍາຫຼວດ ຢູ່ນະຄອນຫຼວງວຽງຈັນ ທ່ານໜຶ່ງ ກໍໄດ້ເວົ້າເຖິງຫາງສຽງ ທີ່ປະຊາຊົນບາງບ້ານ ເວົ້າເລື່ອງເຈົ້າໜ້າທີ່ເຮັດວຽກຊັກຊ້າ ວ່າ ເລື່ອງນີ້ ກໍຫຼີກລ່ຽງບໍ່ໄດ້ ທີ່ຈະຖືກວິພາກວິຈານ ຈາກສັງຄົມ ແຕ່ເຈົ້າໜ້າທີ່ກໍພະຍາຍາມເຮັດຢູ່ ແລະວ່າ ທຸກຢ່າງ ບໍ່ວ່າຈະເປັນເລື່ອງໃດ ຄະດີໃດ ກໍຕ້ອງມີການເອົາຂໍ້ມູນ, ເອົາຂໍ້ມູນຂອງແຕ່ລະຝ່າຍ, ເຮັດໄປຕາມຂະບວນການ ຂອງລະບຽບກົດໝາຍ ດັ່ງທີ່ທ່ານກ່າວວ່າ:
“ມັນຫຼີກລ່ຽງບໍ່ໄດ້ດອກ ມັນຫາງສຽງຂອງບາງບ້ານ ແຕ່ເລື່ອງເຮັດ ເຂົາເຈົ້າກໍເຮັດຢູ່ດອກ ແຕ່ວ່າມັນຊ້າ ບາງເທື່ອກໍຊັກຊ້າ ມັນກໍເລື່ອງເອົາຂໍ້ມູນ ທໍາມະດາ ເລື່ອງຄະດີນີ້ ເຂົາເຈົ້າມາແຈ້ງ ກໍເອົາຂໍ້ມູນຂອງແຕ່ລະຝ່າຍສາກ່ອນ ເລື່ອງປຸ້ນຈີ້ຊິງຊັບຫັ້ນແຫຼະ ບາງເທື່ອມັນກໍກິນຢາ ເສບຢາ ມັນເມົາ ລົງມືໄປກະມີ.”
ແຕ່ເຖິງຢ່າງໃດກໍຕາມ ທີ່ຜ່ານມາ ໃນແຕ່ລະປີ ປະເທດລາວ ກໍມີອາດຊະຍາກໍາ ທີ່ເປັນຄະດີຫຼາຍ. ເວົ້າສະເພາະ ປີ 2022 ກໍມີອາດຊະຍາກໍາ ເກີດຂຶ້ນເຖິງ 8,132 ເລື່ອງ, ທຽບໃສ່ປີ 2021 ແມ່ນເພີ່ມຂຶ້ນ 1,791 ເລື່ອງ ຊຶ່ງສ່ວນໃຫຍ່ ເປັນຄະດີຢາເສບຕິດ, ຄະດີລັກຊັບ, ປຸ້ນຈີ້ ຊິງຊັບ ແລະພ້ອມກັນນັ້ນ ກໍມີທັງຄະດີຄາດຕະກໍາ, ລັກພາຕົວເພື່ອທວງໜີ້, ຮຽກຄ່າໄຖ່, ສໍ້ໂກງ, ຄະດີຄ້າມະນຸດ ແລະອື່ນໆນໍາດ້ວຍ.