ຮອບປີ 2024 ມີຄະດີຢາເສບຕິດ ໃນລາວ 3,300 ຄະດີ
2025.01.06

ກະຊວງປ້ອງກັນຄວາມສະຫງົບ ຂອງລາວ ລາຍງານວ່າ ແຕ່ເດືອນມັງກອນ ຫາເດືອນພະຈິກ 2024 ທົ່ວປະເທດ ມີຄະດີຢາເສບຕິດ ເກືອບເຖິງ 3,400 ກໍລະນີ, ຈັບຜູ້ຕ້ອງຫາໄດ້ ທັງໝົດ 5,100 ປາຍຄົນ, ເປັນຍິງ 505 ຄົນ. ໃນນັ້ນ, ມີຄົນຕ່າງປະເທດ ທັງໝົດ 199 ຄົນ, ຍິງ 19 ຄົນ, ຊຶ່ງມີທັງ ຄົນສັນຊາດຈີນ, ຫວຽດນາມ, ພະມ້າ ແລະ ໄທ ແລະ ຄົນສັນຊາດອື່ນອີກ. ສ່ວນທີ່ເຫຼືອ ເປັນຄົນສັນຊາດລາວ ແລະ ທັງໝົດ ບໍ່ແມ່ນຫົວໂປ່-ໂຕການ, ເປັນພຽງຜູ້ຂົນສົ່ງ ແລະ ເສບຢາເສບຕິດ ຂອງກາງ ທີ່ຍຶດໄດ້ ມີຢາບ້າ 81 ລ້ານປາຍເມັດ, ຢາໄອສ໌ ເກືອບ 5,000 ກິໂລ, ຝິ່ນ 84 ກິໂລປາຍ, ກັນຊາ ເກືອບເຖິງ 3,600 ກິໂລ, ເຄຕາມິນ 33 ກິໂລປາຍ, ຢາອີ, ແປ້ງຝຸ່ນ, ປະສົມສານເສບຕິດ ແລະ ອື່ນໆອີກ ຮວມທັງ ລົດໃຫຍ່ 77 ຄັນ, ລົດຈັກ 480 ຄັນ, ປືນ 10 ບອກ ແລະ ລູກປືນ 1,600 ປາຍລູກ.
ໃນປີ 2024 ທີ່ຜ່ານມາ, ທົ່ວປະເທດລາວ ມີ 10 ຄະດີຢາເສບຕິດໃຫຍ່, ຊຶ່ງສ່ວນຫຼາຍ ເກີດຂຶ້ນຢູ່ແຂວງບໍ່ແກ້ວ ຄືມີ 6 ຄະດີ, ຊຶ່ງເຈົ້າໜ້າທີ່ຕໍາຫຼວດ ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ຍຶດຢາບ້າໄດ້ ປະມານ 31,500,000 ເມັດ, ຢາໄອສ໌ 1,300 ກິໂລ ແລະ ເຮໂລອີນ 255 ກິໂລ.
ແຂວງບໍ່ແກ້ວ ເປັນແຂວງທີ່ມີຊາຍແດນ ຕິດກັບປະເທດພະມ້າ, ພວກຄ້າຢາເສບຕິດ ໃຊ້ກຸ່ມຊົນເຜົ່າ ເປັນຕົ້ນ ຊົນເຜົ່າມູເຊີ ແລະ ຊົນເຜົ່າມົ້ງ ໃຫ້ລັກລອບ ຂົນຢາເສບຕິດ ຈາກປະເທດພະມ້າ ເຂົ້າມາລາວ ຜ່ານທາງທໍາມະຊາດ ຄືຂ້າມແມ່່ນໍ້າຂອງ ເຂົ້າມາ, ໂດຍໃຊ້ແຂວງບໍ່ແກ້ວ ເປັນທາງຜ່ານ ທັງໄປປະເທດອື່ນໆ ເຊັ່ນ ກໍາປູເຈຍ ແລະ ໄທ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ທ່ານໜຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 3 ມັງກອນນີ້.
“ຊິມີມົ້ງ ຢູ່ຝັ່ງນັ້ນບໍ ຫຼືວ່າ ເຂົາເຈົ້າຕິດຕໍ່ໂດຍກົງ ກັບຄົນພະມ້າ ແລ້ວເຂົາເຈົ້າ ຊິສວຍໃຊ້ ເສັ້ນທາງທໍາມະຊາດ ຄືແມ່ຂອງ ນີ້ນ່າເນາະ, ໃຊ້ເຮືອຂ້າມ ຕອນກາງຄືນ. ຫຼັງຈາກເອົາຂ້າມມາແລ້ວ, ເຂົາເຈົ້າກໍຊິຈ້າງ ພວກມູເຊີ ບໍ່, ເປັນຄົນເປ້ຕໍ່ ປາຍທາງ. ມັນກໍບໍ່ແນ່ນອນ ອາດຈະໄປເຂົ້າ ທາງກໍາປູເຈຍ ບໍ່ ຫຼືຊິເຂົ້າໄທ ບໍ່ ຫຼືວ່າຊິເຂົ້າຫວຽດນາມ ບໍ່ ເພາະວ່າ ຢູ່ໄທ ເຂົາເຈົ້າກະຢູ່ພາກເໜືອ ເຂົາເຈົ້າກໍສະກັດກັ້ນ, ມັນຫຼາຍເນາະ.”
ຜູ້ຕ້ອງຫາ ໃນຄະດີຢາເສາບຕິດ ທີ່ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ກັກໂຕ ແລະ ດໍາເນີນຄະດີນັ້ນ, ສ່ວນຫຼາຍ ເປັນຄົນລາວ ຊົນເຜົ່າມົ້ງ ແລະ ຊົນເຜົ່າມູເຊີ ທີ່ຮັບຈ້າງຂົນສົ່ງ ຢາເສບຕິດ ໃຫ້ຜູ້ຖືກກ່າວຫາ ທີ່ເປັນຄົນຕ່າງປະເທດ ມີທັງຄົນສັນຊາດຈີນ, ໄທ ແລະ ພະມ້າ ທີ່ຖືກຈັບ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ, ເມືອງຕົ້ນເຜິ້ງ, ຊຶ່ງກາຊິໂນ ຢູ່ທີ່ນັ້ນ ເປັນບ່ອນມົ້ວສຸມ ຂອງພວກເສບຢາເສບຕິດ. ດັ່ງທີ່ທ່ານກ່າວວ່າ:
“ກາຊິໂນນີ້, ມັນຈະເປັນພວກມົ້ວສຸມ ພວກເສບ ພວກອັນນີ້ຊື່ໆ, ຊິມາທັງຄົນຈີນ, ຄົນພະມ້າ, ຄົນໄທ, ຄົນຫຍັງ. ພາກສ່ວນທີ່ວ່າ ເປັນຫົວໂປ່-ໂຕການ ນີ້, ພວກເຮົາບໍ່ມີຂໍ້ມູນ ເຂົາເຈົ້າຊິໃຊ້ ລູກແຫຼ້ງຕີນມື ເຂົາເຈົ້ານີ້ນ່າ. ລູກແຫຼ້ງຕີນມື ມັນກໍຊິໄປຊອກເອົາ ພາກສ່ວນທີ່ວ່າ ຂົນສົ່ງອີກຕໍ່ໜຶ່ງ, ຫັັ້ນນ່າ ມັນຈະມີ 3 ຕໍ່ 4 ຕໍ່ພຸ້ນນ່າ. ຍົກໂຕຢ່າງວ່າ ເຂົາເຈົ້າເອົາຢາ ມາໃສ່ລົດ ໄປປະຢູ່ ຈຸດໃດຈຸດໜຶ່ງ ແລ້ວຈະມີຄົນທີ່ວ່າ ບໍ່ຮູ້ເລື່ອງຮູ້ລາວຫຍັງ ຊິມາຂັບເອົາລົດ ຄັນນີ້ອີກ.”
ແລະ ແຂວງບໍລິຄໍາໄຊ ກໍເປັນແຂວງໜຶ່ງ ຮອງລົງມາ ຈາກແຂວງບໍ່ແກ້ວ ທີ່ມີຄະດີຢາເສບຕິດ ລາຍໃຫຍ່ 2 ກໍລະນີ, ແຕ່ເຈົ້າໜ້າທີ່ ປກສ ແຂວງ ສາມາດຈັບ ຜູ້ຕ້ອງຫາໄດ້ ພຽງຄະດີດຽວ. ທັງສອງຄະດີ ທີ່ວ່ານີ້ ເຈົ້າໜ້າທີ່ ປກສ ຍຶດຢາເສບຕິດ ເປັນຂອງກາງ ໄດ້ທັງໝົດ ຄື ຢາໄອສ໌ 1,500 ກິໂລ, ເຮໂລອີນ 37 ກິໂລ ແລະ ຢາອີ 61 ກິໂລ.
ແຂວງບໍລິຄໍາໄຊ ເປັນທາງຜ່ານ ຂອງຢາເສບຕິດ ທີ່ຖືກຂົນມາ ຈາກພາກເໜືອ, ຈາກນະຄອນຫຼວງວຽງຈັນ ຕາມເສັ້ນທາງ ເລກທີ 13 ໄປໄດ້ຫຼາຍແຂວງ ຂອງລາວ ແລະ ທັງໄປໄທ ແລະ ຫວຽດ ແລະ ລົງທາງໃຕ້- ກໍາປູເຈຍ ນໍາດ້ວຍ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ປກສ ແຂວງບໍລິຄໍາໄຊ ທ່ານໜຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 3 ມັງກອນນີ້:
“ບໍລິຄໍາໄຊ, ຫັ້ນນ່າ ມັນເປັນທາງຜ່ານ ມັນຊິມາ ທາງນະຄອນຫຼວງເນາະ ມັນຊິອອກໄປ ທາງໄທ ກໍມີ, ຊິອອກໄປ ທາງຫວຽດນາມ ກໍໄດ້. ມາແຕ່ເໜືອ, ມາແຕ່ຫົວພັນ, ຊຽງຂວາງ ເຂົາກໍເອົາຜ່ານ ບໍລິຄໍາໄຊ ໄດ້. ອອກແຕ່ວຽງ ຊິໄປທາງເໜືອ, ໄປຊຽງຂວາງ, ຫົວພັນ ກໍມາຜ່ານ ບໍລິຄໍາໄຊ ເດ້, ມັນເປັນທາງຜ່ານ. ຄັນມັນມາ ທາງເໜືອແລ້ວ ຊິອອກໄປ ທາງຫວຽດ ກັບໄທ ຫຼືອອກໄປ ທາງກໍາປູເຈຍ ໄປທາງໃຕ້ພຸ້ນແຫຼະ ເພາະມັນເປັນທາງຜ່ານເດ້, ເຂົາມັກໃຊ້ເສັ້ນທາງ 13 ໃຕ້.”
ແລະ ເຈົ້າໜ້າທີ່ ປກສ ແຂວງບໍລິຄໍາໄຊ ອີກທ່ານໜຶ່ງ ກໍເວົ້າເຖິງ ຜູ້ຕ້ອງຫາ ຄະດີຢາເສບຕິດ ຢູ່ແຂວງບໍລິຄຳໄຊ ວ່າ ສວ່ນຫຼາຍ ພວກເຂົາ ເປັນພຽງຄົນຮັບຈ້າງ ຂົນຢາເສບຕິດ, ພວກເຂົາບໍ່ຮູ້ຈັກກັນ, ຮັບຂົນເປັນຊ່ວງໆ ຕໍ່ກັນໄປ. ສ່ວນຫຼາຍ ເປັນຄົນເຜົ່າມົ້ງ, ສໍາລັບຄົນຫວຽດນາມ ສ່ວນຫຼາຍ ມີຢາເສບຕິດ ໄວ້ໃນຄອບຄອງ ເລັກໆໜ້ອຍໆ ເພື່ອເສບ.
“ສ່ວນຫຼາຍ, ພວກທີ່ໄປຮັບຂົນສົ່ງ ເຂົາຮັບຊ່ວງຕໍ່ໆກັນ ແບບບໍ່ຮູ້ຈັກກັນນ່າ ເພື່ອບໍ່ໃຫ້ສາວໄປເຖິງ ເຂົາເຈົ້າໄດ້. ສ່ວນຫຼາຍ ນໍາໃຊ້ພວກຊົນເຜົ່າ ເຮົານີ້ແຫຼະ, ເຜົ່າມົ້ງ ເຮົານີ້ແຫຼະ. ຕ່າງປະເທດນີ້ ກໍມີເນາະ ສ່ວນຫຼາຍ ກໍແມ່ນຫວຽດນາມ ມີໄວ້ຄອບຄອງ ເພື່ອເສບ, ສອງສາມເມັດ, ສີ່ຫ້າເມັດ.”
ແຕ່ເຖິງຢ່າງໃດກໍຕາມ, ເມື່ອທຽບໃສ່ປີ 2023 ກໍເຫັນວ່າ ປີ 2024 ເຈົ້າໜ້າທີ່ຕໍາຫຼວດ ປ້ອງກັນຄວາມສະຫງົບ ທົ່ວປະເທດລາວ ທີ່ຈັບຜູ້ຕ້ອງຫາ ຄະດີຢາເສບຕິດ ໄດ້ 5,100 ປາຍຄົນນັ້ນ, ແມ່ນຫຼຸດລົງ 1,000 ຄົນ. ສໍາລັບຈໍານວນຢາບ້າ ທີ່ຍຶດໄດ້ ແມ່ນປີ 2024 ຍຶດໄດ້ 81 ລ້ານປາຍເມັດ, ປີ 2023 ຍຶດໄດ້ 79 ລ້ານເມັດ ແລະ ປີ 2022 ຍຶດໄດ້ 139 ລ້ານເມັດ, ອີງຕາມລາຍງານ ຂອງກະຊວງປ້ອງກັນຄວາມສະຫງົບ ຂອງລາວ.