ລັດຖະບານລາວ ປະກາດຟອກຂາວສະແກມເມີ, ແຕ່ ພັດຍັງມີສະແກມເຂົ້າມາຈາກກໍາປູເຈຍຈຳນວນຫຼາຍ.
ເຖິງວ່າ ທາງການລາວຈະມີຄໍາສັ່ງຈັບສະແກມເມີ, ແຕ່ ກໍມີສະແກມເມີຫຼັ່ງໄຫຼ ມາຈາກປະເທດກໍາປູເຈຍ ຢ່າງຕໍ່ເນື່ອງ ໂດຍຜ່ານຊາຍແດນແຂວງຈໍາປາສັກ.
ຜູ້ທີ່ເຄີຍຂັບລົດສົ່ງສະແກມເມີ ໄດ້ກ່າວຕໍ່ເອເຊຍເສລີ ວ່າ ປັດຈຸບັນນີ້ ສະແກມເມີເຂົ້າມາຢູ່ ນະຄອນປາກເຊ ແຂວງຈໍາປາສັກຫຼາຍ ແຕ່ ຈະຢູ່ກັນເປັນແບບດາວກະຈາຍ ແລະ ມີການກະຈາຍໂຕເຂົ້າມາໂຕເມືອງໃຫຍ່ໆ ເຊັ່ນຢູ່ແຂວງຄໍາມ່ວນ ສະຫວັນນະເຂດ, ບໍລິຄໍາໄຊ, ນະຄອນຫລວງວຽງຈັນ ແລະ ແຂວງພາກເໜືອ.
ຈຸດສະແກມເມີ ທີ່ໃຫຍ່ ກໍຄື ຢູ່ເຂດ ສະໜາມກິລາຫຼັກ 16 ຍ້ອນວ່າ ມີການຈັດເວນຍາມທີ່ແໜ້ນໜາ ຊາວບ້ານຢູ່ເຂດໃກ້ຄຽງ ກໍຍັງເຫັນກຸ່ມສະແກມເມີ ເຕັມຢູ່ເຂດດັ່ງກ່າວ.
ວ່າກັນວ່າ ມີຄອບຄົວຜູ້ໃຫຍ່ບາງທ່ານ ຢູ່ເບື້ອງຫຼັງການໃຫ້ທີ່ພັກເຊົາ ຈຶ່ງເຮັດໃຫ້ການປາບປາມ ມີຄວາມຫຍຸ້ງຍາກ.
ເຖິງວ່າ ເຈົ້າໜ້າທີ່ຕໍາຫຼວດບາງທ່ານ ຈະປະຕິເສດ ກໍຕາມ: ກໍບໍ່ແມ່ນດອກ ຜູ້ຢອກ ຜູ້ໃຫຍ່ຊິໃຫ້ ທີ່ພັກພິງເນາະ ຜູ້ໃຫຍ່ກໍປາບປາມຄືກັນຫັ້ນແຫຼະ ມັນບໍ່ແມ່ນຄວາມຈິງດອກເນາະ.
ຫຼ້າສຸດກະຊວງປ້ອງກັນຄວາມສະຫງົບ ກໍໄດ້ອອກແຈ້ງການ ເລກທີ 308/ປກສ ວັນທີ 15 ກໍລະກົດ 2026 ຫ້າມໃຫ້ທີ່ພັກ ຫຼື ໃຫ້ຄວາມຊ່ວຍເຫຼືອແກ່ແກ້ງສະແກມເມີ ຜູ້ໃດທີ່ສົມຮູ້ຮ່ວມຄິດ ຈະຖືກດຳເນີນຄະດີຕາມກົດໝາຍ.
ຫຼ້າສຸດ ວັນທີ 18 ກໍລະກົດ 2026 ຕຳຫຼວດໄດ້ບຸກທຳລາຍຖານແກ້ງສະແກມເມີ ແລະ ເວັບພະນັນ ຍູ່ສົ້ນຂົວມິດຕະພາບລາວ-ໄທ ຢູ່ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈັບໄດ້ 580 ກວ່າຄົນ ສ່ວນໃຫຍ່ເປັນຄົນໄທ ເເລະ ລາວ.
