ພັດທະນາ ຫຼື ຍາດເອົາດິນປະຊາຊົນ

ປະຊາຊົນຍັງຂ້ອງໃຈ ໂຄງການພັດທະນາ

ປະຊາຊົນເມືອງວັງວຽງ ຍັງຂ້ອງໃຈ ກ່ຽວກັບ ແຜນການພັດທະນາເມືອງວັງວຽງ ໃຫ້ເປັນເມືອງໃໝ່ທີ່ທັນສະໄໝ ກວມເອົາເນື້ອທີ່ກວ່າ 7 ພັນເຮັກຕ້າ ຕາມແນວຄິດຂອງລັດຖະບານລາວ ຫຼື ເປັນການສວຍໂອກາດຍາດແຍ່ງເອົາເນື້ອທີ່ດິນ ເພື່ອໄປສ້າງຜົນປະໂຫຍດໃຫ້ກັບພວກພ້ອງເທົ່ານັ້ນ.

ພັດທະນາ ຫຼື ຍາດແຍ່ງທີ່ດິນປະຊາຊົນ ຂະນະທີ່ປະຊາຊົນໃນພື້ນທີ່ເມືອງວັງວຽງ ສ່ວນໃຫຍ່ແມ່ນຄັດຄ້ານ ແລະ ບໍ່ເຫັນດີ ທີ່ຈີນຈະເຂົ້າມາບົດບາດສຳຄັນໃນການພັດທະນາເມືອງວັງວຽງ ເພາະປະຊາຊົນໃນພື້ນທີ່ ບໍ່ໄດ້ຮັບຜົນປະໂຫຍດ.

ປັດຈຸບັນ ຈີນ ມີບົດບາດສຳຄັນໃນການພັດທະນາເມືອງວັງວຽງ ໂດຍຜ່ານໂຄງການພື້ນຖານໂຄງລ່າງຂະໜາດໃຫຍ່ ແລະ ການທ່ອງທ່ຽວແບບຍືນຍົງ ພາຍໃຕ້ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ຄູ່ຮ່ວມຊະຕາກຳ ລາວ-ຈີນ.

ຂະນະທີ່ປະຊາຊົນໃນພື້ນທີ່ເມືອງວັງວຽງ ສ່ວນໃຫຍ່ແມ່ນຄັດຄ້ານ ແລະ ບໍ່ເຫັນດີ ທີ່ຈີນຈະເຂົ້າມາບົດບາດສຳຄັນໃນການພັດທະນາເມືອງວັງວຽງ ເພາະປະຊາຊົນໃນພື້ນທີ່ ບໍ່ໄດ້ຮັບຜົນປະໂຫຍດເທົ່າທີ່ຄວນ ທັງທີ່ເປັນຜູ້ເສຍສະລະ ແລະສູນເສຍທີ່ດິນ.

ສຽງຊາວບ້ານ ເມືອງວັງວຽງ ແຂວງວຽງຈັນ: ບໍ່ຍາກໃຫ້ເຮັດວ່າຊັ່ນສ່າ ຖ້າວ່າ ບໍ່ມີວຽກເຮັດ ມັນກໍຈະທຸກໄປທາງໜ້າ ເຮັດແບບເຂົາວ່າ ເຮັດຮ້ານກາສິໂນບໍ ຫຼືເຮັດຕຶກໃຫຍ່ໆ ເຮັດບ້ານພັກ ໂຮງແຮມບໍ ເຮັດໃຫ້ເປັນແນວນີ້ແນວນັ້ນນ່າ ມັນກະບໍ່ແມ່ນທຳມະຊາດແລ້ວ ມັນຍົກເລິກບໍ່ໃຫ້ເຮັດແລ້ວກະແລ້ວເນາະ.

ໄລຍະທີ່ຜ່ານມາ ມີຫຼາຍຂົງເຂດ ທີ່ລັດຖະບານລາວ ວາງແຜນພັດທະນາເມືອງໃໝ່ ແລະຖືກກຳນົດໄວ້ຢ່າງຊັດເຈນໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແຕ່ຍັງບໍ່ເຫັນປະຈັກຕາ ວ່າຕົວເມືອງເຫຼ່ານັ້ນ ຈະຖືກພັດທະນາຕາມຄຳໂຄສະນາ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ຫຼຸດລົງໄດ້ເທື່ອ.

ໂຕຢ່າງ ໂຄງການພັດທະນາເມືອງໃໝ່ອັດສະລິຍະ ນະຄອນຫຼວງວຽງຈັນ 450 ກວມເອົາເນື້ອທີ່ປະມານ 2,300 ປາຍເຮັກຕາ.

ໂຄງການ ອະມະຕະ ສມາດ ແອນ ອີໂກ ຊິຕີ ແຂວງຫຼວງນ້ຳທາ ແລະແຊວງອຸດົມໄຊ ກວມເອົາເນື້ອທີ່ 400 ປາຍເຮັກຕາ.

ເຂດເສດຖະກິດໃໝ່ສີທັນດອນ ແຂວງຈຳປາສັກ ກວມເອົສເນື້ອທີ່ 9 ພັນປາຍເຮັກຕາ.

ໂຄງການພັດທະນາຕົວເມືອງໃໝ່ໃນ ເມືອງທ່າແຂກ ແຂວງຄໍາມ່ວນ ກວມເອົາເນື້ອທີ່ 1 ພັນເຮັກຕາ.

ຈະເຫັນໄດ້ວ່າ ແຜນພັດທະນາເມືອງໃໝ່ທັງໝົດ ຍັງບໍ່ເຫັນຂັງເຂດໃດ ບັນລຸຜົນສຳເລັດ ແຕ່ສິ່ງທີ່ເຫັນຈະແຈ້ງ ຄື ປະຊາຊົນຈຳນວນຫຼາຍ ຕ້ອງສູນເສຍທີ່ດິນ ແລະຖືກຍົກຍ້າຍອອກຈາກພື້ນທີ່.