ຊາຍຈີນ ປຸ້ນຮ້ານຂາຍເຄື່ອງເງິນ, ທໍາຮ້າຍເຈົ້າຂອງຮ້ານ ທີ່ຫຼວງພະບາງ

ຈຳປາທອງ
2024.12.09
ຊາຍຈີນ ປຸ້ນຮ້ານຂາຍເຄື່ອງເງິນ, ທໍາຮ້າຍເຈົ້າຂອງຮ້ານ ທີ່ຫຼວງພະບາງ ພາບຈາກກ້ອງວົງຈອນປິດ ທີ່ເຫັນຊາຍຊາວຈີນ ໃຊ້ມີດຍາວ ມາຈີ້ຮ້ານຂາຍເຄື່ອງເງິນ ໃນວັນທີ 3 ທັນວາ 2024
facebook fan page: Pay Clp

ຊາຍຄົນຈີນ ຜິວຂາວ ຮູບຮ່າງສູງໃຫຍ່ ໃສ່ເສື້ອສີດໍາ ແລະ ໃສ່ຜ້າອັດປາກ ໃຊ້ມີດຍາວປະມານ 30 ຊັງຕີແມັດ ເປັນອາວຸດ ພະຍາຍາມບຸກເຂົ້າປຸ້ນ ຮ້ານເຄື່ອງເງິນ ທໍາມະວົງສະຫວັນ ສາຂາຕະຫຼາດດາລາ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໃນມື້ວັນທີ 3 ທັນວາ 2024 ເວລາ 11 ໂມງ, ແຕ່ເຈົ້າຂອງຮ້ານ ພະຍາຍາມສູ້ຄືນ ດ້ວຍມືເປົ່າ ແລະ ຖືກຄົນຈີນ ໄດ້ເອົາມີດແທງມື ບາດເຈັບ, ແຕ່ຄົນຈີນເຫັນທ່າບໍ່ໄຫວ, ຢ້ານ ແລ້ວຫຼົບໜີ ໂດຍບໍ່ໄດ້ຫຍັງໄປນໍາ.

ມາເຖິງປັດຈຸບັນ, ເຈົ້າໜ້າທີ່ຕໍາຫຼວດ ນະຄອນຫຼວງພະບາງ ກໍຍັງບໍ່ສາມາດ ຕິດຕາມຈັບ ຕົວຄົນຈີນນັ້ນ ໄດ້ເທື່ອ.

ເຈົ້າຂອງຮ້ານ ທີ່ໄດ້ຮັບບາດເຈັບ ໃນໄລຍະ ສູ້ກັບຄົນຈີນນັ້ນ, ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 9 ທັນວາ ນີ້ວ່າ ຄົນຈີນມັນເຂົ້າມາ ແບບທີ່ຂ້ອຍບໍ່ໄດ້ຕັ້ງຕົວ, ມັນເອົາມີດຈີ້ ແຕ່ຂ້ອຍກໍສູ້ມັນ ຂ້ອຍຮ້ອງ  ແລ້ວມີຄົນມາຊ່ວຍ.

“ມັນລູ່ເຂົ້າມາ ຂ້ອຍບໍ່ໄດ້ຕັ້ງຕົວ ແລ້ວຂ້ອຍກໍບໍ່ໃຫ້ເຂົ້າມາ, ຈັ່ງຊີ້ນ່າ. ຂ້ອຍຫັ້ນເອົາມືຍູ້ ຕາມຄລິບເລີຍນ່າ  ແລ້ວມັນກໍຈົກມີດ ເຊື່ອງໄວ້ໃນເສື້ອ ຈີ້ຂ້ອຍ ແລ້ວກໍຜັກຂ້ອຍລົງ ແລ້ວຂ້ອຍກໍຈັບຈອງໂຕນັ້ນ ສູ້ມັນໂອ້. ແລ້ວກໍຮ້ອງແດ່, ແທ້ຂ້ອຍກໍຮ້ອງແດ່ ແລ້ວມີຄົນຂຶ້ນມາ ຊິມາຊ່ວຍ ແລ້ວມັນກໍຊັກມີດອອກມາ ແລ້ວເຂົາເຈົ້າກໍຢ້ານ. ບໍ່ໄດ້ນໍາ, ລອຍນວນໄປເລີຍນ່າ.”

ກໍລະນີທີ່ວ່ານີ້, ເປັນເຫດການເທື່ອທໍາອິດ ທີ່ຮ້ານດັ່ງກ່າວ ຖືກຄົນພະຍາຍາມ ເຂົ້າມາປຸ້ນຊິງຊັບ. ຫຼັງຈາກເກີດເຫດແລ້ວ, ເຈົ້າຂອງຮ້ານ ກໍໄດ້ໄປແຈ້ງຄວາມ ຕໍ່ເຈົ້າໜ້າທີ່ຕໍາຫຼວດ ນະຄອນຫຼວງພະບາງ ແລະ ຕໍາຫຼວດ ກໍໄດ້ໄປກວດກາ ແລະ ເບິ່ງກ້ອງວົງຈອນປິດ ຢູ່ພາຍໃນຮ້ານ, ຖ່າຍຮູບ ແລະ ສອບປາກຄໍາ  ຂະນະທີ່ເຈົ້າຂອງຮ້ານ ຍັງເປັນຫ່ວງ ນໍາເລື່ອງຄວາມປອດໄພ ຂອງຕົນຢູ່. ດັ່ງເຈົ້າຂອງຮ້ານ ນາງນຶ່ງ ເວົ້າວ່າ:

“ໄປເບິ່ງຄລິບ ມີຫຍັງຄືນກໍ ນໍ້າຕາຊິອອກ ຄືວ່າເອີ ໄດ້ເຫັນໜ້າລູກ ມື້ສຸດທ້າຍແລ້ວ. ຄັນວ່າມັນແທງເຮົາ, ຫັ້ນນ່າ. ສະພາບຈິດໃຈຫັ້ນ ມັນຍັງບໍ່ດີເນາະ ເພາະວ່າ ນຶ່ງ ຄົນຮ້າຍ ຍັງຈັບຕົວບໍ່ໄດ້ເທື່ອ ຄືແບບເຮົາ ຍັງຫ່ວງຄວາມປອດໄພ ຂອງຕົວເອງຢູ່, ຫັ້ນນ່າ. ສົມມຸດວ່າ ມື້ນີ້ ມັນກັບຄືນມາເດ ກໍຢາກໃຫ້ທາງເຈົ້າໜ້າທີ່ຫັ້ນ ຈັບໃຫ້ມັນໄດ້, ຫັ້ນນ່າ.”

ນາງເວົ້າຕື່ມອີກວ່າ ກ່ອນເກີດເຫດ 2-3 ມື້, ມີພວກພໍ່ຄ້າ-ແມ່ຄ້າ ໃນເຂດຕະຫຼາດດາລາ ຫຼວງພະບາງ ໄດ້ພົບເຫັນຊາຍຄົນຈີນ ຜູ້ດຽວກັນນີ້ ຍ່າງວົນວຽນ ຢູ່ຮ້ານຂາຍຄໍາຕ່າງໆ ໃນຕະຫຼາດ. ຕົນຄິດວ່າ  ສາເຫດທີ່ຊາຍຄົນຈີນ ຜູ້ນີ້ ເລືອກລົງມື ປຸ້ນຮ້ານຂາຍເຄື່ອງ ຂອງຕົນ ແມ່ນເປັນຍ້ອນຢູ່ຮ້ານ ມີແຕ່ຜູ້ຍິງ 2 ຄົນເທົ່ານັ້ນ ປະຈໍາຢູ່ຮ້ານນີ້ ແລະ ແມ່ຄ້າ ຂາຍຜ້າໄໝລາວ ຢູ່ຕະຫຼາດດາລາ ຫຼວງພະບາງ ນາງນຶ່ງ ເວົ້າວ່າ ທຸກມື້ນີ້ ຢູ່ຕະຫຼາດດາລາ ງຽບເຫງົາ ບໍ່ມີຄົນຫຼາຍ ຫຼືເປັນຍ້ອນແນວນັ້ນ ຊາຍຄົນຈີນ ຈຶ່ງໃຊ້ຊ່ອງວ່າງ  ທີ່ບໍ່ມີຄົນຜ່ານຫຼາຍນີ້ ລົງມື ເຂົ້າປຸ້ນຮ້ານດັ່ງກ່າວ ເພື່ອຫວັງຊິງຊັບໄປ.

“ຄົນຈີນຕັ້ງຍ່າງມາຈີ້ແທ້ ກໍຫາກບໍ່ຄ່ອຍເຫັນ ກໍບໍ່ຄ່ອຍມີ. ມີແຕ່ພວກແຂກ ພວກແຂກມາທ່ຽວ ມາຫຍັງນ່າ ເຮົາກໍບໍ່ຮູ້ເດເນາະ ຜູ້ໃດແມ່ນໂຈນ, ຜູ້ໃດບໍ່ແມ່ນໂຈນ. ມີ, ກໍບໍ່ຫຼາຍ ຕະຫຼາດນີ້ ບໍ່ຄ່ອຍມີຄົນ ຕະຫຼາດພວກເອື້ອຍນີ້ ມີແຕ່ວ່າ ຜູ້ໃດມີຈຸດປະສົງຊື້, ກໍຂຶ້ນມາຊື່ໆ ມັນບໍ່ຄ່ອຍຊິມີຄົນຫຼາຍ. ມື້ນຶ່ງ ລະບຸຄົນເຂົ້າອອກ ກໍຈົນສິໄດ້ພຸ້ນແຫຼະ ມັນກໍເອົາຊ່ອງວ່າງໂຕນີ້ບໍເນາະ ໃນການຈີ້ເນາະ.”

ກ່ຽວກັບເຫດການ ທີ່ໄດ້ເກີດຂຶ້ນ ແລະ ການນໍາຈັບຕົວຄົນຈີນ ຜູ້ກໍ່ເຫດ ເພື່ອຫວັງປຸ້ນເອົາຄໍາ ແລ້ວແລ່ນໜີນັ້ນ, ເຈົ້າໜ້າທີ່ກົງສຸນໃຫຍ່ຈີນ ປະຈໍາແຂວງຫຼວງພະບາງ ທ່ານນຶ່ງ ກ່າວວ່າ ເປັນໜ້າທີ່ ຂອງຕໍຫຼວດລາວ ແລະ ປະຕິບັດຕາມກົດໝາຍລາວ ໃນການຈັບໂຕຄົນຈີນ ທີ່ກໍ່ເຫດດັ່ງກ່າວ.

“ເພິ່ນແມ່ນຄົນຈີນ, ເອົາຄໍາ ປຸ້ນຄໍາ, ແລ່ນໜີ. ອໍ, ໄປຖາມຕໍາຫຼວດ ຊິແກ້ໄຂ ເປັນແນວໃດເດີ້ ໃຫ້ຕໍາຫຼວດຈັບ. ພວກເຮົາບໍ່ຮູ້, ບໍ່ມີສິດຈັບຜູ້ໃດເດ, ອັນນີ້ຕາມກົດໝາຍລາວ.”

ເພື່ອຂໍຮູ້ ກ່ຽວກັບຄວາມຄືບໜ້າ ຂອງເຫດການ ທີ່ເກີດຂຶ້ນນັ້ນ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ  ຫ້ອງການຕໍາຫຼວດ ປ້ອງກັນຄວາມສະຫງົບ ຫຼວງພະບາງ ແຕ່ບໍ່ມີເຈົ້າໜ້າທີ່ທ່ານໃດ ຮັບໂທລະສັບ. ເຖິງຢ່າງໃດກໍຕາມ, ກໍມີລາຍງານ ໃນເບື້ອງຕົ້ນວ່າ ພາຍຫຼັງເກີດເຫດ ໄດ້ມີເຈົ້າໜ້າທີ່ຕໍາຫຼວດ ໄປກວດກາ  ແລະ ຮັກສາຄວາມປອດໄພ ຢູ່ຕະຫຼາດດາລາ ນັ້ນແລ້ວ. ສ່ວນຮ້ານຂາຍເຄື່ອງເງິນ ທໍາມະວົງສະຫວັນ  ບ່ອນເກີດເຫດ ກໍໄດ້ເພີ່ມ ມາດຕະການປ້ອງ ຂຶ້ນອີກ ທັງເພີ່ມຄົນຍາມ, ເພີ່ມກ້ອງວົງຈອນປິດ ແລະ ອຸປະກອນ ປ້ອງກັນຕົວ ເພື່ອບໍ່ໃຫ້ເຫດການ ແບບເກົ່ານັ້ນ ເກີດຂຶ້ນອີກ.

ເມື່ອກ່ອນໜ້ານີ້, ກໍມີຂ່າວວ່າ ຄົນຈີນ ທີ່ອາໄສຢູ່ລາວ ຈໍານວນໜຶ່ງ ກໍໄດ້ກໍ່ອາດຊະຍາກໍາ ຫຼາຍຢ່າງ   ຮວມທັງ ກໍລະນີເລາະຕົວະຂາຍ ໂທລະສັບປອມ ໃຫ້ຄົນລາວ ທີ່ໄດ້ເກີດຂຶ້ນ ໃນລະຫວ່າງເດືອນກັນຍາ  ຫາເດືອນຕຸລາ 2024 ນີ້, ຄືມີຊາຍຄົນຈີນ ອາຍຸປະມານ 50 ປີ, ບໍ່ຮູ້ຈັກຊື່ ກໍ່ເຫດຕົວະຂາຍ ໂທລະສັບປອມ ຕາມຮ້ານຂາຍໂທລະສັບ, ຮ້ານຂາຍເຄື່ອງທົ່ວໄປ ແລະ ຕາມບ້ານຫຼາຍແຫ່ງ ຢູ່ແຂວງວຽງຈັນ  ແລະ ນະຄອນຫຼວງວຽງຈັນ ແລ້ວຫຼົບໜີໄປ. ແຕ່ໃນທີ່ສຸດ, ຊາຍຄົນຈີນ ຜູ້ທີ່ວ່ານີ້ ກໍຖືກຈັບໄດ້.

ເມື່ອມີເຫດການຄົນຈີນ ກະທໍາສິ່ງທີ່ຜິດກົດໝາຍລາວ ຫຼາຍຄືແນວນັ້ນ, ຫຼາຍຄົນ ຈຶ່ງຮຽກຮ້ອງໃຫ້ທາງການລາວ ເອົາໃຈໃສ່ຕິດຕາມ ກວດກາຄົນຈີນ ທີ່ເຂົ້າມາອາໄສ ແລະ ທໍາມາຫາກິນ ຢູ່ປະເທດລາວ ຫຼາຍຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.