ເຍົາວະຊົນອິນເດຍ 67 ຄົນ ເປັນເຫຍື່ອ ຄ້າມະນຸດ ຖືກຊ່ອຍ ຢູ່ເຂດ 3 ຫຼ່ຽມຄໍາ
2025.01.30

ສະຖານທູດອິນເດຍ ປະຈໍາລາວ ໄດ້ຊ່ອຍເຫຼືອ ເຍົາວະຊົນອິນເດຍ ຈໍານວນ 67 ຄົນ ທີ່ຕົກເປັນເຫຍື່ອ ຄ້າມະນຸດ ຢູ່ສູນສະແກັມ ຂອງຈີນ ໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ, ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ຕາມການລາຍງານ ຂອງເຈົ້າໜ້າທີ່ ສະຖານທູດອິນເດຍ ປະຈໍາປະເທດລາວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 29 ມັງກອນ ນີ້ວ່າ:
“ພວກເຂົາຖືກຫຼອກລວງ ໃຫ້ມາທາງ ປະເທດໄທ ກ່ອນ. ຈາກນັ້ນ, ຈຶ່ງຖືກສົ່ງມາຍັງ ເຂດສາມຫຼ່ຽມທອງຄຳ, ພວກເຂົາຖືກບອກວ່າ ຈະມາເຮັດວຽກ ກ່ຽວກັບ IT ແລະ ຂໍ້ມູນຕ່າງໆ ແຕ່ຫຼັງຈາກມາເຖິງ, ຄົນຈີນ ໄດ້ບັງຄັບໃຫ້ພວກເຂົາ ເຮັດວຽກສະແກັມ ທັງໝົດເລີຍ. ພວກເຂົາຖືກກັກຂັງໃນຫ້ອງ, ບໍ່ໄດ້ຮັບອະນຸຍາດ ໃຫ້ອອກໄປໄສ, ບໍ່ມີເງິນເດືອນ, ແລະ ຖືກປະຕິບັດຢ່າງບໍ່ດີ.”
ນັບແຕ່ປີ 2022 ຈົນເຖິງວັນທີ 27 ມັງກອນ 2025, ສະຖານທູດອິນເດຍ ປະຈໍາປະເທດລາວ ໄດ້ຊ່ວຍເຫຼືອ ພົນລະເມືອງອິນເດຍ ແລ້ວ ຈໍານວນ 924 ຄົນ. ໃນນັ້ນ, ມີຜູ້ທີ່ຖືກບັງຄັບ ໃຫ້ເຮັດວຽກ ເປັນແກ໊ງຄອລເຊັນເຕີ້ ແລະ ການສໍ້ໂກງ ສະກຸນເງິນດິຈິຕອນ ໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ. ບາງຄົນ ຖືກຈັບເປັນໂຄປະກັນ ທໍລະມານຮ່າງກາຍ ແລະ ຈິດໃຈ ແລະ ຖືກສົ່ງໄປ ຕາມແຂວງຕ່າງໆ ຂອງລາວ ເພື່ອເຮັດວຽກ ເປັນແຮງງານ ຢູ່ໂຄງການບໍ່ແຮ່, ໂຮງງານໄມ້, ແລະ ອື່ນໆ.
ຕະຫຼອດປີ 2024 ເປັນຕົ້ນມາ, ພົນລະເມືອງອິນເດຍ ໄດ້ຮັບການຊ່ອຍເຫຼືອ ກັບຄືນປະເທດອິນເດຍ ຫຼາຍກວ່າທຸກປີ. ປັດຈຸບັນ, ສະຖານທູດອິນເດຍ ໄດ້ສົ່ງພົນລະເມືອງອິນເດຍ ກັບປະເທດອິນເດຍ ຢ່າງປອດໄພແລ້ວ ຈໍານວນ 857 ຄົນ, ເປັນເຍົາວະຊົນ ຈຳນວນ 67 ຄົນ. ສ່ວນທີ່ເຫຼືອ ທີ່ຊ່ອຍເຫຼືອມາໄດ້ ຫຼ້າສຸດນີ້ ກໍາລັງປະສານ ຢ່າງໃກ້ຊິດ ກັບທາງການລາວ ເພື່ອດໍາເນີນຕາມ ຂະບວນການ ອອກນອກປະເທດລາວ ໃຫ້ໄດ້ທັງໝົດ ໃນໄວໆນີ້. ເຈົ້າໜ້າທີ່ສະຖານທູດອິນເດຍ ປະຈໍາປະເທດລາວ ຜູ້ດຽວກັນ ກ່າວວ່າ:
“ແຕ່ວ່າ ໂດຍທົ່ວໄປແລ້ວ, ປີກາຍນີ້ ບາງຄົນ ກໍໄດ້ຖືກສົ່ງກັບ, ບາງຄົນ ກໍຍັງຢູ່. ຍັງເປັນຂະບວນການ.”
ປີ 2022 ເຖິງປີ 2024, ຄະນະສະເພາະກິດ ລຶບລ້າງກຸ່ມແກ໊ງສໍ້ໂກງ ທາງໂທລະຄົມ ຂ້າມຊາດ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ກວດກາ, ຂຶ້ນບັນຊີ ຫົວໜ່ວຍທຸລະກິດ ເຄື່ອນໄຫວສໍ້ໂກງ ທາງໂທລະຄົມ ໄດ້ທັງໝົດ 306 ຫົວໜ່ວຍ ແລະ ໄດ້ສັ່ງໃຫ້ທັງໝົດ ຫັນປ່ຽນມາເປັນ ຄາສິໂນອອນລາຍ ແທນ.
ແຕ່ປັດຈຸບັນ, ກໍຍັງມີຫົວໜ່ວຍທຸລະກິດ ເຄື່ອນໄຫວສໍ້ໂກງ ທາງໂທລະຄົມ ຍັງປະກາດ ຮັບພະນັກງານຕອບແຊັດ ເພື່ອເຮັດວຽກ ສະແກັມເມີ້ຢູ່. ຫາກຜູ້ໃດ ເປັນນາຍໜ້າ ຫາຄົນມາເຮັດວຽກ ສະແກັມເມີ້ ຈະໄດ້ຄ່າແນະນຳ ປະມານ 300-500 ຢວນ. ພະນັກງານຕອບແຊັດ ຢູ່ບໍລິສັດ ສະແກັມເມີ້ຈີນ ໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ຜູ້ໜຶ່ງ ກ່າວວ່າ:
“ເຂົາກໍມີ ບໍລິສັດເຂົາ ນໍາເຂົ້າ. ສ່ວນຫຼາຍ ຈະເປັນບໍລິສັດ ຂອງຄົນຈີນ ໂດຍກົງ ເພາະວ່າເຂົາເຮັດ ຕະຫຼາດຕ່າງປະເທດ ໂດຍຕົງ, ເຂົາເຈົ້າຈະຮັບ. ຄືໂຕນີ້ເນາະ ຄັນແມ່ນນາຍໜ້າ ເຮົາຈະໃຫ້ 300 ຢວນ.”
ຫາກພົນລະເມືອງລາວ ຫຼື ພົນລະເມືອງຕ່າງປະເທດ ຕ້ອງການອອກຈາກ ສູນສະແກັມເມີ້, ກໍສາມາດ ຂໍຄວາມຊ່ອຍເຫຼືອ ຈາກເຈົ້າໜ້າທີ່ຕໍາຫຼວດ ຢູ່ພາຍໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້. ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງບໍ່ແກ້ວ ທ່ານໜຶ່ງ ກ່າວວ່າ:
“ໄປຫາເຈົ້າໜ້າທີ່ ຢູ່ຫັ້ນ, ມີສະພາເຂດຢູ່, ຢູ່ໃນເຂດພິເສດ ຫັ້ນແຫຼະ. ບອກໃຫ້ເຂົາເຈົ້າ ໄປຫາເຈົ້າໜ້າທີ່ ຢູ່ເຂດນັ້ນເລີຍ. ມັນມີ ປກສ ເຂດ ຢູ່ຫັ້ນເດ້, ທີ່ວ່າຂຶ້ນກັບ ແຂວງບໍ່ແກ້ວ ເຮົາ, ມັນຂຶ້ນກັບກະຊວງ.”
ຂະນະທີ່ ສະພາບຕົວຈິງ, ພົນລະເມືອງຕ່າງປະເທດ ທີ່ມີຄວາມຕ້ອງການ ອອກຈາກສູນສະແກັມເມີ້ ຈະສົ່ງຄໍາຮ້ອງ ຂໍຄວາມຊ່ອຍເຫຼືອ ໄປຍັງສະຖານທູດ ຂອງປະເທດຕົນ ໃນລາວແລ້ວ, ເຈົ້າໜ້າທີ່ສະຖານທູດ ປະເທດນັ້ນໆ ຈະເລັ່ງປະສານງານ ກັບເຈົ້າໜ້າທີ່ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ເພື່ອຫາລື ແລະ ຊ່ອຍເຫຼືອ ພົນລະເມືອງ ຂອງປະເທດນັ້ນໆ.
ນອກຈາກນີ້, ເພື່ອປົກປ້ອງ ພົນລະເມືອງອິນເດຍ ບໍ່ໃຫ້ຕົກຢູ່ ໃນສູນຫຼອກລວງ ຂອງສະແກັມ ທາງໄຊເບີ້ ແລະ ວຽກອື່ນໆ ໃນປະເທດລາວ ຕື່ມອີກ, ທາງສະຖານທູດອິນເດຍ ປະຈໍາລາວ ຍັງຄົງສືບຕໍ່ ໃຫ້ຄໍາແນະນໍາ, ເຕືອນໄພ ຜ່ານເວັບໄຊ www.indianembassylaos.gov.in ຂອງສະຖານທູດອິນເດຍ ປະຈໍາລາວ ຢ່າງຕໍ່ເນື່ອງວ່າ ໃຫ້ລະວັງ ຂໍ້ສະເໜີ ວຽກປອມ ຫຼື ການສະແຫວງຫາ ຜົນປະໂຫຍດ ໃນປະເທດລາວ ສືບເນື່ອງຈາກ ມີນາຍໜ້າ ຢູ່ ດູໄບ, ບາງກອກ, ສິງກະໂປ ແລະ ອິນເດຍ ທີ່ກ່ຽວຂ້ອງ ກັບສູນນີ້, ເຊິ່ງເປີດຮັບສະໝັກ ຄົນສັນຊາດອິນເດຍ ໂດຍການສໍາພາດງ່າຍໆ, ທົດສອບການພິມ, ສະເໜີເງິນເດືອນສູງ, ຈອງໂຮງແຮມ ພ້ອມປີ້ເຮືອບິນໄປ ແລະ ອຳນວຍຄວາມສະດວກ ດ້ານວີຊ້າໃຫ້ ແລ້ວຕົກເປັນເຫຍື່ອ ຄ້າມະນຸດ.