ໃນຮອບ 6 ເດືອນ ຕໍາຫຼວດໄທ ຈັບຄົນງານລາວ ທີ່ຜິດກົດໝາຍ 500 ປາຍຄົນ

ຈຳປາທອງ
2025.01.30
ໃນຮອບ 6 ເດືອນ ຕໍາຫຼວດໄທ ຈັບຄົນງານລາວ ທີ່ຜິດກົດໝາຍ 500 ປາຍຄົນ ຊາວລາວ, ຄົນງານລາວ ພວມລຽນແຖວ ຂໍຕໍ່ອາຍຸ ແລະ ຂໍເຮັດ ພາສປອດ ທີ່ຫ້ອງການກົງສູນ, ພະແນກການຕ່າງປະເທດ ແຂວງສະຫວັນນະເຂດ. (TS) ເດືອນເມສາ 2023
RFA

ຕໍາຫຼວດໄທ ຈັບຄົນງານລາວ ທີ່ໄປເຮັດວຽກ ແບບຜິດກົດໝາຍໄທ ຈໍານວນ 504 ຄົນ ໃນລະຫວ່າງ ວັນທີ 5 ມິຖຸນາ 2024 ຫາວັນທີ 28 ມັງກອນ 2025 ນີ້. ໃນຈໍານວນ ຄົນງານລາວ ທີ່ຖືກຈັບນັ້ນ, ສ່ວນຫຼາຍ ລັກເຂົ້າໄປເຮັດວຽກ ເປັນພະນັກງານ ຮ້ານອາຫານ ແລະ ເຄື່ອງດື່ມ, ຮ້ານຂາຍເຄື່ອງຍົກ ແລະ ຂາຍເຄື່ອງຍ່ອຍ, ເປັນກໍາມະກອນກໍ່ສ້າງ. ດັ່ງທີ່ທ່ານ ສົນທະຍາ ກາລາສີ, ຜູ້ອໍານວຍການ ກອງທະບຽນ ຈັດຫາງານກາງ ແລະ ຄຸ້ມຄອງຄົນຫາງານ, ກົມການຈັດຫາງານ, ກະຊວງແຮງງານ ຂອງໄທ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 30 ມັງກອນນີ້ວ່າ:

“ຫຼາຍໆ ແທ້ໆ ກໍຈະເປັນຄົນງານລາວ, ມຽນມາ, ກໍາພູຊາ ແລະ ຫວຽດນາມ ຮວມທັງສັນຊາດ ອື່ນໆນໍາດ້ວຍ. ຕອນນີ້, ທີ່ເຂົ້າມາເພີ່ມຕື່ມ ທີ່ເຂົ້າມາ ເປັນຈໍານວນ ເພີ່ມຂຶ້ນນີ້ ກໍເປັນສັນຊາດຈີນ. ເຮົາໄດ້ມີການກວດສອບ, ໂດຍສະເພາະ ແຮງງານສັນຊາດລາວ ທີ່ເຂົ້າມາເຮັດວຽກ 34,782 ຄົນ, ຊຶ່ງໃນຈໍານວນນີ້  ສ່ວນຫຼາຍ ຈະເປັນຄົນ ທີ່ເຂົ້າມາເຮັດວຽກ ແບບຖືກຕ້ອງ, ແຕ່ກໍມີບາງສ່ວນ ທີ່ເຂົ້າມາເຮັດວຽກ ແບບຜິດກົດໝາຍ, ຊຶ່ງເຮົາກວດສອບພົບ ມີຢູ່ປະມານ 504 ຄົນ, ສໍາລັບຄົນລາວ ໃນຊ່ວງທີ່ຜ່ານມາ.”

ທ່ານກ່າວຕື່ມວ່າ ທີ່ຜ່ານມາ, ມີຄົນງານຕ່າງດ້າວ ຄົນໜຶ່ງ ທີ່ເດີນທາງ ມາເຮັດວຽກ ຢູ່ໄທ ອາດມີການກະທໍາຄວາມຜິດ ກົດໝາຍອື່ນນໍາດ້ວຍ ຄືເຂົ້າມາ ແບບຫຼົບໜີເຂົ້າເມືອງ, ຊຶ່ງຈະມີຄວາມຜິດ ຕໍ່ກົດໝາຍໄທ ແລະ ຖ້າເຂົ້າມາເຮັດວຽກ ຢູ່ໄທ ແບບບໍ່ມີໃບອະນຸຍາດ ກໍຈະມີຄວາມຜິດ ແລະ ມີໂທດ, ໂດຍທີ່ຈະຖືກປັບໃໝ ແຕ່ 5,000 ຫາ 50,000 ບາດ ແລະ ຈະຖືກສົ່ງກັບ ປະເທດຕົ້ນທາງ ແລະ ວ່າ ຄົນງານ ທີ່ຖືກດໍາເນີນຄະດີ ແລະ ມີໂທດ ຈະບໍ່ສາມາດ ຂໍໃບອະນຸຍາດ ເຂົ້າມາເຮັດວຽກ ຢູ່ໄທໄດ້ ຈົນກວ່າວ່າ ຈະພົ້ນໂທດ ເປັນເວລາ 2 ປີ.

ຄົນງານລາວ ຈໍານວນຫຼວງຫຼາຍ ພາກັນຫຼັ່ງໄຫຼ ອອກໄປເຮັດວຽກ ຢູ່ປະເທດໄທ ຫຼາຍຂຶ້ນ ທັງແບບຖືກຕ້ອງ ຕາມກົດໝາຍ ແລະ ຜິດກົດໝາຍ ຍ້ອນຢູ່ປະເທດລາວ ມີບັນຫາ ເສດຖະກິດຫຍຸ້ງຍາກ, ການເງິນຕົກຕໍ່າ, ເງິນກີບອ່ອນຄ່າ, ເງິນກີບເຟີ້, ຄ່າຄອງຊີບແພງ, ຊີວິດການເປັນຢູ່ ລໍາບາກ-ຂາດແຄນ, ໃນຂະນະທີ່ ຄ່າແຮງງານຕໍ່າ ບໍ່ກຸ້ມຢູ່ ບໍ່ກຸ້ມກິນ. ຄົນງານລາວ ທີ່ໄປເຮັດວຽກ ຢູ່ຕ່າງປະເທດ ເປັນຕົ້ນ ປະເທດໄທ ແບບຜິດກົດໝາຍ ມາເຖິງປັດຈຸບັນ ທາງການລາວ ກໍຍັງບໍ່ປະກາດ ໃຫ້ສາທາລະນະຊົນ ຮູ້ວ່າ ມີຈໍານວນ ເທົ່າໃດກັນແທ້.

ສິ່ງດັ່ງກ່າວ ເຮັດໃຫ້ມີ ການຂາດແຄນຄົນງານ ໃນລາວ ຫຼາຍ. ເວົ້າສະເພາະ ຢູ່ເຂດເສດຖະກິດກວມລວມ ໄຊເສດຖາ ນະຄອນຫຼວງວຽງຈັນ, ຊຶ່ງເຈົ້າໜ້າທີ່ ກໍາມະບານ ນະຄອນຫຼວງວຽງຈັນ ທ່ານໜຶ່ງ ເອີ້ນວ່າ ເຂດເສດຖະກິດພິເສດນັ້ນ ແລ້ວແມ່ນວ່າ ຕ້ອງການຄົນງານ 10,000 ປາຍຄົນ ແລະ ຍັງມີໂຮງງານ ຢູ່ນະຄອນຫຼວງວຽງຈັນ ອີກຫຼາຍແຫ່ງ, ຊຶ່ງແຕ່ລະແຫ່ງ ຕ້ອງການຄົນງານ ຕໍ່າສຸດ ປະມານ 100 ຄົນ. ດັ່ງທີ່ທ່ານ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 30 ມັງກອນ ນີ້ວ່າ:

“ໂຕເຂດເສດຖະກິດພິເສດ ນີ້, ກະຍັງບໍ່ທັນ ໄດ້ເຂົ້າເກັບກໍາ ລາຍງານຄ້າວໆ ເຂດເສດຖະກິດພິເສດ ນັ້ນ, ກໍປະມານ 10,000 ປາຍກວ່າຄົນແລ້ວ. ຄວາມຕ້ອງການ ກະຊິມີຫຼາຍກວ່ານັ້ນຕິ. ຄືວ່າແຫຼະ ມັນບໍ່ແມ່ນແຕ່ ເຂດເສດຖະກິດພິເສດ ດອກ, ທາງໂຮງງານ ທົ່ວປະເທດນີ້ ເຂົາຕ້ອງການໝົດ. ແຕ່ລະບ່ອນ ກະມີເດ້, ຕໍ່າສຸດ ກໍປະມານ 100. ເຂົາຕ້ອງການ ແຕ່ລະບ່ອນ, ແຕ່ວ່າ ຄົນລາວເຮົາ ອີງໃສ່ເສດຖະກິດ ອອກໄປຕ່າງປະເທດ ຫັ້ນ ຄືປະເທດໄທ.”

ແລະ ໂຮງງານຕັດຫຍິບເຄື່ອງນຸ່ງ ຂອງຈີນ ແຫ່ງໜຶ່ງ ຢູ່ເຂດເສດຖະກິດກວມລວມ ໄຊເສດຖາ ກໍຕ້ອງການ ຄົນງານລາວ ປະມານ 5,000 ຄົນ. ດັ່ງພະນັກງານ ໂຮງງານດັ່ງກ່າວ ເວົ້າໃນມື້ດຽວກັນນີ້ວ່າ:

“ຮັບເຈົ້າ, 5,000 ຄົນ ມັນຂາດແດ່ ແລະ ກະຕ້ອງການເພີ່ມແດ່ ປະກອບກັບ ເຮົາຂະຫຍາຍໂຮງງານ ອີ່ຫຍັງຕ່າງໆເເດ່.”

ຢູ່ປະເທດລາວ ໃນຂະນະນີ້ ຫຼາຍຂະແໜງການ ປະສົບກັບບັນຫາ ຂາດແຄນຄົນງານ ຫຼາຍ, ຊຶ່ງສ່ວນໃຫຍ່ ແມ່ນຂະແໜງການ ບໍລິການ ຮວມທັງການທ່ອງທ່ຽວ, ໂຮງຈັກ-ໂຮງງານ ແລະ ຂະແໜງການກໍ່ສ້າງ, ຊຶ່ງກໍາມະກອນ ພາກັນໄປເຮັດວຽກ ຢູ່ປະເທດໄທ ເບິດ. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະ ຕໍາແໜ່ງ ທ່ານນຶ່ງ ກ່າວວ່າ:

“ຖ້າຂາດ ມັນກໍຂາດຢູ່ ເຮົາກໍບໍ່ຮູ້ວ່າ ອັນນັ້ນປານໃດ. ຂາດ ກໍມີຢູທີ່ວ່າ ຂາດ ແມ່ນພວກວຽກ ບໍລິການ. ສ່ວນຫຼາຍ ໂຮງຈັກ-ໂຮງງານ ແມ່ນແຫຼະເຈົ້າ, ສ່ວນໜ້ອຍ ກໍມີສ້າງຢູ່, ແຕ່ວ່າ ກໍາມະກອນຫັ້ນ ໄປເບິດແລ້ວ, ໄປໄທເບິດແລ້ວ.”

ອີງຕາມລາຍງານ ຂອງກົມຈັດຫາງານ ກະຊວງແຮງງານ ຂອງໄທ, ແຕ່ວັນທີ 5 ມິຖຸນາ 2024, ຫາວັນທີ 28 ມັງກອນ 2025 ນີ້, ໄດ້ກວດສະຖານ ປະກອບການ ທົ່ວປະເທດ ທີ່ຈ້າງຄົນງານຂ້າມຊາດ ຈໍານວນ 41,405 ແຫ່ງ ແລະ ໄດ້ດໍາເນີນຄະດີ ກັບ 1,577 ແຫ່ງ. ໃນນັ້ນ, ໄດ້ກວດພົບ ຄົນງານຂ້າມຊາດ 570,572 ຄົນ, ຖືກດໍາເນີນຄະດີ 3,553 ຄົນ. ໃນຈໍານວນນີ້, ເປັນຄົນສັນຊາດມຽນມາ 438,128 ຄົນ, ຖືກດໍາເນີນຄະດີ 2,307 ຄົນ; ຄົນກໍາພູຊາ 77,884 ຄົນ, ຖືກດໍາເນີນຄະດີ 474 ຄົນ; ຄົນລາວ 34,782 ຄົນ, ຖືກດໍາເນີນຄະດີ 504 ຄົນ; ຄົນຈີນ 3,758 ຄົນ, ຖືກດໍາເນີນຄະດີ 34 ຄົນ; ຄົນຫວຽດນາມ 368 ຄົນ, ຖືກດໍາເນີນຄະດີ 73 ຄົນ ແລະ ຄົນສັນຊາດອື່ນໆ 15,652 ຄົນ, ຖືກດໍາເນີນຄະດີ 161 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.