ນາຍຈ້າງ ເກົາຫຼີໃຕ້ ປະສົງຈ້າງ ຄົນງານລາວ ຈາກ ມ. ໂພນໂຮງ 200 ຄົນ
2025.01.14
ປະເທດເກົາຫຼີໃຕ້ ຕ້ອງການຄົນງານລາວ ໄປເຮັດວຽກ ຕາມລະດູການ ຕື່ມອີກ, ແຕ່ຮັບສະເພາະ ຄົນງານ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ຈໍານວນ 200 ຄົນ, ຊຶ່ງໃນນັ້ນ ເປັນຍິງ 150 ຄົນ ໄປເຮັດວຽກກະສິກໍາ ຢູ່ເມືອງອຸຍຢອງ ໃນເດືອນມີນາ 2025 ນີ້, ອີງຕາມແຈ້ງການ ຂອງພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງວຽງຈັນ ວັນທີ 8 ມັງກອນ 2025 ຍ້ອນວ່າ ຊາວໜຸ່ມເກົາຫຼີໃຕ້ ໃນເຂດຊົນນະບົດ ສ່ວນໃຫຍ່ ໄປເຮັດວຽກໃນຕົວເມືອງ. ດັ່ງເຈົ້າໜ້າທີ່ແຮງງານ ແລະ ສະຫວັດດີການສັງຄົມ, ເມືອງໂພນໂຮງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 14 ມັງກອນນີ້ວ່າ:
“ແມ່ນ, ນີ້ກໍາລັງລົງທະບຽນ ກັນຢູ່ນີ້ 200 ຄົນ. ເພິ່ນລະບຸໃສ່ແຈ້ງການ ເພິ່ນກໍວ່າ ເຮັດໄຮ່-ເຮັດສວນ, ທາງເກົາຫຼີ ເພິ່ນຈະຂາດແຄນ ແຮງງານຫຼາຍແຫຼະເນາະ, ອັນເກົາຫຼີ ເພິ່ນວ່ານ່າ. ຄົນເກົາຫຼີ ພວກໜຸ່ມໆນີ້ ເຂົາໄປຢູ່ ໃນໂຕເມືອງໝົດ, ເຫຼືອແຕ່ຜູ້ເຖົ້າຢູ່ບ້ານ ເຂົາເຈົ້າລົມໃຫ້ຟັງນ່າ.”
ທີ່ຜ່ານມາ, ລັດຖະບານລາວ ກໍໄດ້ຈັດສົ່ງ ຄົນງານລາວ ໄປເຮັດວຽກ ຕາມລະດູການ ຢູ່ປະເທດເກົາຫຼີໃຕ້ ຕາມສັນຍາ, ແຕ່ກໍມີຄົນງານ ຈໍານວນໜຶ່ງ ບໍ່ປະຕິບັດ ຕາມສັນຍາ, ໄດ້ໜີໄປເຮັດວຽກອື່ນໆ ຫຼືທີ່ເອີ້ນວ່າ ເປັນຜີນ້ອຍ ເພາະຕ້ອງການຫາເງິນ ໃຫ້ໄດ້ຫຼາຍຂຶ້ນກວ່າເກົ່າ ເຊັ່ນ ຄົນງານ ຈາກເມືອງໂພນໂຮງ ແຂວງວຽງຈັນ 18 ຄົນ ໄດ້ລັກໜີໄປ ຈົນມາຮອດປັດຈຸບັນ ກໍຍັງບໍ່ທັນຖືກຈັບ ສົ່ງກັບປະເທດລາວເທື່ອ. ດັ່ງທີ່ທ່ານກ່າວວ່າ:
“ໂຕນີ້ແຫຼະສໍາຄັນ. ໂພນໂຮງນີ້, ໂຕນຫຼາຍແລ້ວ 18 ຄົນ ອອກຈາກຟາມນີ້ ໄປຫາຟາມອື່ນ, ຜີນ້ອຍ ຢູ່ນໍາເກົາຫຼີ ນ່າ. ຍົວະໃຫ້ໄປບ່ອນອື່ນ ຫາບໍ່ພໍ້ເລີຍ ມັນກໍລັກລອບລີ້ ຢູ່ນໍາຕາມນັ້ນ, ຈັບໄດ້ ບໍ່ໄດ້ ບໍລິສັດກໍບໍ່ເຫັນແຈ້ງ ໃຫ້ພວກຂ້ອຍຮູ້ເລີຍ. ແລ້ວພວກທີ່ໂຕນນີ້, ເຂົາສົ່ງເງິນມາ ໃຫ້ພໍ່ແມ່ເຂົາ.”
ທ່ານກ່າວຕື່ມວ່າ ຄົນງານຈໍານວນທີ່ວ່ານີ້ ຕາມສັນຍາ ຖືວ່າເຮັດຜິດເງື່ອນໄຂ ທີ່ໄດ້ຕົກລົງກັນໄວ້, ພວກເຂົາເຈົ້າ ຍັງສົ່ງເງິນ ໃຫ້ພໍ່ແມ່ ໄປໄຖ່-ຖອນ ເອົາໃບຕາດິນ ຫຼາຍຮ້ອຍລ້ານກີບ ຄືນ. ທ່ານເຊື່ອວ່າ ມີຄົນງານ ອີກຫຼາຍຄົນ ທີ່ບໍ່ປະຕິບັດ ຕາມສັນຍານັ້ນ.
ເວົ້າເຖິງການໄປເຮັດວຽກ ຢູ່ເກົາຫຼີໃຕ້, ຊາວບ້ານ ຢູ່ເມືອງໂພນໂຮງ ຜູ້ໜຶ່ງ ກໍເວົ້າໃນມື້ດຽວກັນນີ້ວ່າ ຊາວໜຸ່ມໃນເມືອງນີ້ ກໍສົນໃຈຫຼາຍ ຢາກໄປເຮັດວຽກ ຢູ່ເກົາຫຼີໃຕ້ ຍ້ອນວ່າ ໄດ້ເງິນເດືອນ ຫຼາຍກວ່າຢູ່ລາວ, ເຮັດວຽກຢູ່ລາວ ໄດ້ເງິນເດືອນໜ້ອຍ ພໍແຕ່ກຸ້ມກິນ ແລະ ວ່າ ມີທະຫານຊັ້ນຜູ້ນ້ອຍ ທີ່ພາກັນ ລາອອກຫຼາຍ ຍ້ອນໄດ້ເງິນເດືອນໜ້ອຍ ກໍຢາກໄປເຮັດວຽກ ຢູ່ເກົາຫຼີໃຕ້ ຍ້ອນຫຍຸ້ງຍາກ ທາງດ້ານເສດຖະກິດ.
“ຍ້ອນເສດຖະກິດເຮົາ ນີ້ແຫຼະ ເຮັດວຽກຢູ່ລາວ ມັນກໍໄດ້ແຕ່ ພໍຢູ່ພໍກິນ. ການຢູ່ຕາມໂຮງງານບໍ່ ເປັນຕັດຫຍິບ, ເດືອນໜຶ່ງ 2 ລ້ານ 3 ລ້ານ. ຢູ່ພຸ້ນ, ມັນຈະໄດ້ຢູ່ 5-6 ລ້ານ ເຫັນຄ້າວໆວ່າ ທະຫານຊັ້ນຜູ້ນ້ອຍ ກໍມີອີກຫວະ, ເຂົາເຈົ້າກໍອອກ ກໍຍ້ອນວ່າ ເຫັນໄປພຸ້ນ ມັນກໍເຫຼືອເລັກໆໜ້ອຍໆ.”
ແລະ ຊາວບ້ານ ຢູ່ເມືອງໂພນໂຮງ ອີກຜູ້ໜຶ່ງ ກໍເວົ້າວ່າ ຄົນລາວຫຼາຍຄົນ ກໍຢາກໄປເຮັດວຽກ ຢູ່ເກົາຫຼີໃຕ້ ເພາະໄດ້ເງິນ ຫຼາຍກວ່າ ເຮັດວຽກຢູ່ລາວ. ແຕ່ກໍມີຈໍານວນໜຶ່ງ ທີ່ໄດ້ໄປແລ້ວ, ເມື່ອຄົບກໍານົດ ກັບປະເທດລາວ ພັດລັກໜີ ໄປເຮັດວຽກ ແບບຜິດກົດໝາຍ ຢູ່ປະເທດນີ້ຕໍ່.
“ຫຼາຍຢູ່ຫັ້ນແຫຼະ ທຽບໃສ່ບ້ານເຮົາເນາະ ຕາມລະດູການ, ຕາມແທ້ ກໍໄປ 5 ເດືອນ. ຢູ່ພີ້ ສົມມຸດເຮັດວຽກໂຮງງານ ຕໍ່ເດືອນ, ແຕ່ 3 ລ້ານ ມັນບໍ່ກຸ້ມກິນ ຄືວ່າແຫຼະ ມັນເກັບບໍ່ໄດ້. ໄປ, ມັນກໍຄືວ່າແຫຼະ ມັນມີຄົນຕົວະໄປ ຍົວະເອົານ່າ ໄປແຮງງານເຖື່ອນ ມັນໄດ້ດີ, ວ່າຊັ້ນສາ. ຄັນບໍ່ຮັດກຸມ ເຂົາເຈົ້າກໍໂຕນໜີ ໄປລີ້ເອງ. ຈັ່ງວ່າ ເຂົາຈັບໄດ້ຍາມໃດ ຄ່ອຍຈັ່ງມາພຸ້ນລະ.”
ໃນປີ 2024 ທີ່ຜ່ານມາ, ມີຄົນງານລາວ ຕ້ອງການໄປເຮັດວຽກ ຢູ່ເກົາຫຼີໃຕ້ ເພີ່ມຂຶ້ນຫຼາຍ, ຊຶ່ງສ່ວນໃຫຍ່ ແມ່ນເຮັດວຽກ ດ້ານກະສິກໍາ ແລະ ອຸດສາຫະກໍາ ຄືມີເຖິງ 3,323 ຄົນ. ໃນຈໍານວນ ທີ່ວ່ານີ້, ຂະແໜງອຸດສາຫະກໍາ ການຜະລິດ ມີຜູ້ສະໝັກ ເຖິງ 2,754 ຄົນ, ຂະແໜງກະສິກໍາ ແລະ ລ້ຽງສັດ ມີຜູ້ສະໝັກ 569 ຄົນ.
ເວົ້າເຖິງເລື່ອງ ການປະຕິບັດຕົນ ຂອງຄົນງານລາວ ທີ່ໄປເຮັດວຽກ ຢູ່ເກົາຫຼີໃຕ້, ອີງຕາມຂໍ້ມູນ ຂອງກະຊວງຍຸຕິທໍາ ເກົາຫຼີໃຕ້ ໃນມື້ວັນທີ 25 ມິຖຸນາ 2024 ແລ້ວແມ່ນວ່າ ຍັງບໍ່ມີລາຍງານ ຢ່າງເປັນທາງການວ່າ ມີຄົນງານລາວ ຜິດກົດໝາຍ ຫຼືທີ່ເອີ້ນວ່າ ຜີນ້ອຍ ຢູ່ເກົາຫຼີໃຕ້ເທື່ອ.