ຮອງປະທານບໍລິສັດ ຂຸດຄົ້ນແຮ່ເຫຼັກ ຄົນຫວຽດ ຖືກຈັບ ຢູ່ສັງວຽນຕີໄກ່
2025.01.24

ອີງຕາມແຫຼ່ງຂ່າວ ທີ່ໜ້າເຊື່ອຖືໄດ້ ໄດ້ລາຍງານ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 16 ມັງກອນ 2025 ນີ້ວ່າ ຮອງປະທານບໍລິສັດ ຂຸດຄົ້ນແຮ່ທາດ ຕຽນເຮວກາວບັງ ຈໍາກັດຜູ້ດຽວ ໄດ້ຖືກຈັບ ຢູ່ສະໜາມຕີໄກ່ ບ້ານເດີຍ, ເມືອງວຽງໄຊ ແຂວງຫົວພັນ, ເຊິ່ງບໍລິສັດນີ້ ມີການຂຸດຄົ້ນແຮ່ທາດ ຢູ່ເຂດບ້ານຟ້ອງຊ້າງ, ເມືອງວຽງໄຊ ແຂວງຫົວພັນ.
ຮອງປະທານບໍລິສັດ ຜູ້ນີ້ ອາຍຸ 45 ປີ, ສັນຊາດຫວຽດນາມ (ແຕ່ບໍ່ຮູ້ຊື່ຄັກແນ່) ຖືກເຈົ້າໜ້າທີ່ ຕໍາຫຼວດນາແມວ ແລະ ທະຫານກອງຮ້ອຍ ຊາຍແດນລາວ-ຫວຽດນາມ ຈັບ ປະມານ ວັນທີ 14-15 ເດືອນມັງກອນ 2025 ນີ້ ເວລາປະມານ 10 ໂມງ 30 ນາທີ ຕອນກາງຄືນ ຢູ່ສະໜາມຕີໄກ່ ບ້ານເດີຍ ສາເຫດ ຍ້ອນມີຂໍ້ຂັດແຍ່ງສ່ວນໂຕ ເຮັດໃຫ້ຜູ້ກ່ຽວ ຍິງປືນຂຶ້ນ ຫຼາຍສິບນັດ.
ສະໜາມຕີໄກ່ ບ່ອນທີ່ເກີດເຫດນີ້, ແມ່ນເປັນຂອງ ນັກລົງທຶນລາວ ແລະ ຫວຽດນາມ ຕັ້ງຢູ່ເຂດບ້ານເດີຍ ຊາຍແດນລາວ-ຫວຽດນາມ ຫ່າງຈາກ ຊາຍແດນຫວຽດນາມ ປະມານ 400-500 ແມັດ, ອີງຕາມການລາຍງານ ຂອງແຫຼ່ງຂ່າວ.
ນອກຈາກນີ້, ເຈົ້າໜ້າທີ່ທ້ອງຖິ່ນ ໃນເມືອງວຽງໄຊ ທ່ານໜຶ່ງ ກໍ່ກ່າວກ່່ຽວກັບເຫດການ ທີ່ເກີດຂຶ້ນ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 17 ມັງກອນ ນີ້ວ່າ:
“ເອີ່, ແມ່ນແລ້ວ ແມ່ນຄວາມຈິງລະ. ດຽວນີ້ ກໍຖືວ່າ ທາງປະທານບໍລິສັດ (ຮອງປະທານ), ເຂົາຖືກຈັບເບາະ ເຂົາເອົາປືນ ຍິງຂູ່ກັນລະບໍ ຢູ່ສະໜາມໄກ່, ຟາມໄກ່ ຢູ່ດ່ານສາກົນນໍ້າໂສຍ ເປັນຂົງເຂດ ດິນບ້ານເດີຍ, ຫັ້ນເດ້. ໜ້າແມ່ນ ການພະນັນ ນີ້ແຫຼະ.”
ຂະນະທີ່ ເຈົ້າໜ້າທີ່ທ້ອງຖິ່ນ ໃນບ້ານເດີຍ ກໍກ່າວເຖິງ ການຈັບໂຕ ຮອງປະທານບໍລິສັດ ຕຽນເຮວກາວບັງ ໃນຄັ້ງນີ້ ວ່າ:
“ຈັບຜູ້ກ່ຽວນັ້ນ ທີ່ວ່າ ມີຄວາມຜິດພາດ ລ່ວງລະເມີດ ລະແມ່ນວ່າ ເກີນຂອບເຂດ, ຜູ້ກ່ຽວນັ້ນ, ເປັນຕົ້ນ ເພິ່ນໄດ້ກໍ່ເຫດ. ກໍ່ເຫດ ລະບໍ່ແມ່ນກໍ່ເຫດລ້າ ມັນຕ້ອງຍິງປືນ ນັດໜຶ່ງ ສອງນັດ ມັນກໍຕ້ອງໄດ້ ຕາມພາລະບົດບາດ ແລະ ກະຖືວ່າ ຜິດຮີດຄອງປະເພນີ ຂອງບ້ານ ຂອງຊ່ອງນັ້ນ ເພາະວ່າ ບ້ານເດີຍນີ້ ມັນເປັນບ້ານທີ່ໃຫຍ່ທີ່ສຸດ.”
ກ່ຽວກັບເຫດການນີ້, ໃນມື້ວັນທີ 21 ມັງກອນ 2025 ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ສອບຖາມ ໄປຍັງເຈົ້າໜ້າທີ່ ປສກ ເມືອງວຽງໄຊ ແຂວງຫົວພັນ, ເຊິ່ງເຈົ້າໜ້າທີ່ ທ່ານໜຶ່ງ ໄດ້ໃຫ້ຄໍາແນະນໍາວ່າ:
“ໂອ້, ລະອຽດລະແມ່ນ ໃຫ້ໂທໄປຫາ ພະແນກສັນຕິບານ ຄຸ້ມຄອງຄົນຕ່າງປະເທດເດີ້, ເປັນສັນຕິບານນ່າ ຮັບຜິດຊອບອັນນີ້ນ່າ. ໄທເຮົາ ກະບໍ່ຮູ້, ໄທເຮົາ ຢູ່ທາງພະແນກຕໍາຫຼວດ. ເຈົ້າໂທຫາ ທາງສັນຕິບານແຂວງ ເລີຍເດີ້.”
ຈາກນັ້ນ, ວິທຍຸເອເຊັຽເສຣີ ກໍ່ໄດ້ພະຍາຍາມຕິດຕໍ່ ໄປຍັງເຈົ້າໜ້າທີ່ ປກສ ແຂວງຫົວພັນ ເພື່ອຂໍ້ຮູ້ລາຍລະອຽດ ເພີ່ມຕື່ມ ຮວມທັງເລື່ອງ ການສືບສວນ-ສອບສວນ ນໍາ, ປະກົດວ່າ ໂທໄປຕິດສຽງດັງ, ແຕ່ບໍ່ມີຄົນຮັບສາຍ.
ຕໍ່ກັບເຫດການ ທີ່ເກີດຂຶ້ນນີ້, ຊາວບ້ານ ໃນເມືອງວຽງໄຊ ທີ່ຮູ້ກ່ຽວກັບເລື່ອງນີ້ ກໍ່ມີຄວາມເຫັນວ່າ:
“ກະທໍາມະດາ ເຂົາເຈົ້າເອົາປືນ ມາຍິງຂູ່ຊາວບ້ານ ອີ່ຫຍັງປະມານນີ້ນ່າ, ມັນກະບໍ່ສົມຄວນແຫຼະ. ຂະເຈົ້າກະເປັນຜູ້ໃຫຍ່ເນາະ ເປັນປະທານ (ຮອງປະທານ) ບໍລິສັດ ພຸ້ນນ່າ ມາເຮັດແບບນີ້ ມັນກະບໍ່ຄື ລາວອ້າງໄດ໋ວ່າ ລາວເປັນຕໍາຫຼວດລັບ, ວ່າຊີ້. ລາວຮູ້ຈັກ ພວກນາຍພົນ, ນາຍພັນ ຢູ່ລາວນີ້ ຫຼາຍ, ອ້າງເສັ້ນສາຍນ່າ.”
ສ່ວນຊາວບ້ານ ອີກຄົນໜຶ່ງ ກໍ່ກ່າວກ່ຽວກັບ ເຫດການດັ່ງກ່າວ ນັ້ນວ່າ:
“ກະປານວ່າ ມາຂ້າຄົນລາວ ຫັ້ນແຫຼະເນາະ ລັກສະນະວ່າ ໝິ່ນປະໝາດ, ວ່າຊັ້ນສາ. ເອີ່, ຂັ້ນຮ້າຍແຫຼະໂອ້ເນາະ.”
ເຫດການຂໍ້ຂັດແຍ່ງ ຜິດຖຽງກັນ ໃນວົງການພະນັນ ໃນສະໜາມຕີໄກ່ນີ້ ຊາວບ້ານ ກໍຫວັງວ່າ ພາກສ່ວນຫ້ອງການ ທີ່ກ່ຽວຂ້ອງ ຄົງຈະມີ ມາດຕະການປ້ອງກັນ ຢ່າງເຄັ່ງຄັດ ເພື່ອຄວາມສະຫງົບ ຂອງປະຊາຊົນ.