ພາກປະຊາສັງຄົມລາວ ຍັງບໍ່ໄດ້້ຮ່ວມ ໃນການພັທນາ: ທູດພິເສດ ສປຊ
2019.03.29
ທ່ານ ຟິລິບ ອາລສເຕິນ (Philip Alston), ຜູ້ຣາຍງານພິເສດ ອົງການ ສປຊ ໄດ້ຣາຍງານວ່າ ພາກສ່ວນປະຊາສັງຄົມ ໃນລາວ ຍັງຂາດການມີສ່ວນຮ່ວມ ໃນເວທີ ປຶກສາຫາລື ແລະ ສິ່ງນີ້ິ້ ກໍໄດ້ກໍ່ໃຫ້ເກີດ ບັນຫາໄປທົ່ວສັງຄົມລາວ, ເຊິ່ງປະຊາຊົນ ກໍບໍ່ສະທ້ອນ ບັນຫາດັ່ງກ່າວ ຢ່າງຈິງໃຈ ໃຫ້ຣັຖບານໄດ້ຮູ້, ດັ່ງທ່ານໄດ້ກ່າວຕອນນຶ່ງວ່າ:
"ທ່ານວ່າ ສິ່ງທີ່ຂ້າພະເຈົ້າ ຢາກບອກ ກໍແມ່ນວ່າ ການທີ່ຢູ່ໃນລາວ ພາກສ່ວນປະຊາສັງຄົມ ຍັງຂາດຄວາມເຂັ້ມແຂງ ໃນການມີສ່ວນຮ່ວມ ໃນເວທີປຶກສາຫາລື ທີ່ສ້າງສັນ ມັນໄດ້ກໍ່ໃຫ້ເກີດບັນຫາ. ຣັຖບານ ບໍ່ໄດ້ ຮັບການສະທ້ອນບັນຫາ ທີ່ແທ້ຈິງ ຈາກປະຊາຊົນ. ມັນໄດ້ນຳໄປສູ່ ຄວາມຖົດຖອຍ ໃນທຸກພາກສ່ວນຂອງສັງຄົມ."
ໃນຂນະດຽວກັນ, ເຈົ້າໜ້າທີ່ ທີ່ເຮັດວຽກພາກປະຊາສັງຄົມໃນລາວ ກໍໄດ້ກ່າວ ຕໍ່ຜູ້ສື່ຂ່າວເອເຊັຽເສຣີ ໃນວັນທີ 29 ມີນາ ນີ້ວ່າ ການເຮັດວຽກ ຂອງພາກປະຊາສັງຄົມ ໃນລາວ ຍັງພົບຄວາມຫຍຸ້ງຍາກຫຼາຍ ເພາະຕ້ອງໄດ້ ຜ່ານຂັ້ນຕອນກວດກາຕ່າງໆ ຈາກພາກຣັຖ ຢ່າງເຂັ້ມງວດ.
“ທີ່ລົມກັນນີ້ ເຮັດວຽກໂຕນີ້ ມັນຕ້ອງແມ່ນ ເປັນວຽກຄ້າຍໆອິສຣະ, ເນາະ. ຖ້າມັນມີກະຊວງ ເຂົ້າມາ ທາງພັກຣັຖ ເຂົ້າມາກ່ຽວຂ້ອງຫຼາຍ ການເຮັດວຽກ ເຮົາກະ ມັນບໍ່ເຕັມເມັດເຕັມໜ່ວຍ ເພາະວ່າ ເຮົາພະຍາຍາມ ເຮັດຕາມຂັ້ນຕອນ ທີ່ວ່າ ເຮົາວາງແຜນການເນາະ, ແຕ່ວ່າ ຖ້າມີກະຊວງ ເຂົ້າມາ, ແນ່ນອນ ມັນກະຕ້ອງ ມີຂໍ້ບີບບັງຄັບເຮົາຫຼາຍດ້ານ.”
ຕໍ່ບັນຫານີ້, ເຈົ້າໜ້າທີ່ ຜູ້ເຮັດວຽກສົ່ງເສີມປະຊາທິປະຕັຍ ແລະ ສິທທິພາກປະຊາສັງຄົມ ໃນລຸ່ມແມ່ນ້ຳຂອງ ກໍໄດ້ກ່າວເຊັ່ນດຽວກັນວ່າ ເສຣີພາບ ຂອງພາກປະຊາສັງຄົມ ໃນລາວ ນັບມື້ຂີ້ຮ້າຍລົງ ແລະ ໜ້າເປັນຫ່ວງ. ຍານາງ ກ່າວວ່າ:
"ພວກເຮົາ ໄດ້ເຮັດວຽກຢູ່ໃນ ຂົງເຂດນີ້ ເປັນເວລາ ໄລຍະນຶ່ງແລ້ວ. ພື້ນທີ່ ຂອງພາກປະຊາສັງຄົມ ສືບຕໍ່ແຄບລົງ. ພວກເຂົາ [ໝາຍເຖິງ ຜູ້ທີ່ເຮັດວຽກ ນຳອົງການຈັດຕັ້ງ ພາກປະຊາສັງຄົມ] ບໍ່ຖືກອະນຸຍາດ ໃຫ້ເວົ້າຫຼາຍ ແລະ ສິ່ງນີ້ ເປັນສິ່ງທີ່ໜ້າເປັນຫ່ວງຫຼາຍ. ເຣື້ອງ ປະຊາທິປະຕັຍ ກໍຕົກຕ່ຳ ຢ່າງຮ້າຍແຮງ. ຂ້າພະເຈົ້າ ໝາຍຄວາມວ່າ ປະຊາຊົນ ບໍ່ສາມາດສະທ້ອນ ບັນຫາ ຂອງເຂົາອອກມາໄດ້. ເງື່ອນໄຂ ຂອງຜູ້ເຮັດວຽກພາກປະຊາສັງຄົມ ໃນລາວ ແມ່ນຂີ້ຮ້າຍ ແທ້ໆ."