ສານຕັດສິນ ປະຫານຊີວິດ ສີສຸກ ດາວເຮືອງ

0:00 / 0:00

ໃນ​ວັນ​ທີ 3 ມີ​ນາ 2022 ສານ​ປະ​ຊາ​ຊົນ ນະ​ຄອນ​ຫລວງວຽງ​ຈັນ ໄດ້​ຕັດ​ສິນ​ປະ​ຫານ​ຊີ​ວິດ ທ້າວ ສີ​ສຸກ ດາວ​ເຮືອງ ຈຳ​ເລີຍ​ທີ 1 ອາ​ຍຸ 45 ປີ ໃນ​ສະ​ຖາ​ນະ​ຄ້າ​ຢາ​ເສບ​ຕິດ, ຟອກ​ເງິນ ແລະ ຄ້າ​ອາ​ວຸດ​ເສິກ​ຣາຍ​ໃຫຍ່​ຂອງ​ລາວ.​

ທ້າວ ສີ​ສຸກ ດາວ​ເຮືອງ ອາ​ຊີບ​ທຸ​ຣະ​ກິດ ຢູ່​ບ້ານ​ຂຸນ​ຕາ​ທົ່ງ ເມືອງ​ສີ​ໂຄດ​ຕະ​ບອງ ນະ​ຄອນ​ຫລວງວຽງ​ຈັນ ຖືກ​ເຈົ້າ​ໜ້າ​ທີ່ ຕຳ​ຣວດຈັບ​ໄດ້ ໃນ​ເວ​ລາ 1 ໂມງ ຂອງວັນ​ທີ 1 ເມ​ສາ 2017 ຢູ່​ ແຂວງ​ຫລວງ​ພ​ຣະ​ບາງ.

ໜັງ​ສືພິມລາວ​ພັ​ດ​ທະ​ນາ ໄດ້​ຣາຍ​ງານ ໃນ​ວັນ​ທີ 3 ມີ​ນາ 2022 ໂດຍອີງ​ໃສ່ແຫຼ່ງ​ຂ່າວ​ຈາກໜັງ​ສື​ພິມ​ປ້ອງ​ກັນ​ຄວາມ​ສ​ງົບ ທີ່​ໄດ້​ລະ​ບຸ​ວ່າ: ທ້າວ ສີ​ສຸກ ດາວ​ເຮືອງ ມີ​ປື​ນສັ້ນ 1 ກະ​ບອກ ພ້ອມ​ດ້ວຍ​ລູກ​ປືນ 10 ລູກ ແລະ ເຈົ້າ​ໜ້າ​ທີ່ໄດ້​ໄປ​ກວດ​ຄົ້ນ​ເຮືອນ​ຂອງ ທ້າວ ສີ​ສຸກ ດາວ​ເຮືອງ ໄດ້​ພົບ​ຢາ​ໄອ​ສປະ​ມານ 12 ກິ​ໂລ​ກຼາມ ແລະ ກັ່ນ​ຊາແຫ້ງມີ​ນ້ຳ​ໜັກເກືອບ 30 ກິ​ໂລກຼາມ.

ທ້າວ ສີ​ສຸກ ດາວ​ເຮືອງ ຖືກ​ສານ​ຕັດສິນປະ​ຫານ​ຊີ​ວິດ ແລະ ພ້ອມ​ດຽວ​ກັນ​ນັ້ນ ສານ​ປະ​ຊາ​ຊົນ​ນະ​ຄອນ​ຫລວງວຽງ​ຈັນ ກໍ​ໄດ້​ສັ່ງ​ຕັດ​ສິນ​ຈຳ​ຄຸກນັກ​ໂທດ ຜູ້​ຮ່ວມ​ຂະ​ບວນ​ການ​ຂອງ ທ້າວ ສີ​ສຸກ ອີກ 4 ຄົນ ປະ​ກອບ​ດ້ວຍ:

  1. ສັ່ງ​ຕັດ​ສິນ​ຈຳ​ຄຸກ 7 ປີ 3 ເດືອນ ທ້າວ ຜ່ອງ​ສີ ນວ​ນ​ນີ​ວົງ ຈຳ​ເລີຍທີ 2 ອາ​ຍຸ 44 ປີ ໃນ​ສະ​ຖາ​ນະມີຢາ​ເສບ​ຕິດ​ໄວ້​ຄອບ​ຄອງ, ຟອກ​ເງິນ, ຊື້​ຊັບ​ພົ​ລ​ເມືອງຜິດ​ກົດ​ໝາຍ ແລະ ໃຊ້​ເອກ​ສານ​ປອມ.
  2. ສັ່ງ​ຕັດ​ສິນ​ຈຳ​ຄຸກ ຕ​ລອດ​ຊີ​ວິດ ນາງ ອຸ​ໄລ​ວັນ ພາ​ວິ​ວົງ​ກອນ ຈຳ​ເລີຍ​ທີ 3 ອາຍຸ 60 ປີ ໃນ​ຖາສະ​ນະ​ຄ້າ​ຂາຍ​ຢາ​ເສບ​ຕິດ ແລະ ຟ​ອກ​ເງິນ.
  3. ສັ່ງ​ຕັດ​ສິນ​ຈຳ​ຄຸກ 7 ປີ ທ້າວ ທົງ​ໄຊ ຈຳ​ເລີຍ​ທີ 4 ອາ​ຍຸ 27 ປີ ໃນ​ສະ​ຖາ​ນະ​ມີ​ຢາ​ເສບ​ຕິດ​ໄວ້​ຄອບ​ຄອງ ແລະ ມີ​ອາ​ວຸດ​ເສິກ​ໄວ້ ໃນ​ຄອບ​ຄອງ ບໍ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​.
  4. ສັ່ງ​ຕັດ​ສິນ​ຈຳ​ຄຸກ 4 ປີ 11 ເດືອນ 11 ວັນ ທ້າວ ວິ​ປະ​ກອນ ບຸ​ບ​ຜາ​ປະ​ເສີດ ຈຳ​ເລີຍ​ທີ 5 ອາ​ຍຸ 28 ປີ ໃນ​ສະ​ຖາ​ນະ​ຂາຍ​ອາ​ວຸດ​ເສິກ ໂດຍບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ຕາມ​ກົດ​ໝາຍ.

ພາຍ​ຫຼັງ​ຮູ້​ແຈ້ງ​ການ​ຄຳ​ຕັດ​ສິນ​ຂອງ​ສານ​, ວິ​ທະ​ຍຸ​ເອ​ເຊັຽ​ເສ​ຣີ ໄດ້​ຕິດ​ຕໍ່​ຫາ​ຫ້ອງ​ການ​ສານ​ປະ​ຊາ​ຊົນ​ນະ​ຄອນ​ຫລວງວຽງ​ຈັນ ເພື່ອ​ສອບ​ຖາມ​ຣາຍ​ລະ​ອຽດ ເພີ່ມ​ເຕີມ ແຕ່​ເຈົ້າ​ໜ້າ​ທີ່​ ປະ​ຕິ​ເສດ​ທີ່​ຈະ​ໃຫ້​ຂໍ້​ມູນ​ທາງ​ໂທ​ລະ​ສັບ ແລະ ໃຫ້​ເຮັດ​ເອ​ກ​ສານ​ເຂົ້າ​ໄປ​ພົວ​ພັນ​ແບບ​ຖືກ​ຕ້ອງ ໃນ​ຂະ​ນະ​ດຽວ​ກັນ ກໍ​ພະ​ຍາ​ຍາມ​ຕິດ​ຕໍ່​ຫາ​ທະ​ນາຍ​ຄວາມ ທ້າວ ສີ​ສຸກ​ ດຽວ​ເຮືອງ ແຕ່ ກໍບໍ່​ສາ​ມາດ​ຕິດ​ຕໍ່​ໄດ້.

ບາງ​ກໍ​ລະ​ນີ ໃນ​ປະ​ເທດ​ລາວ ຜູ້​ທີ່​ຖືກ​ໂທດ​ປະ​ຫານ​ຊີ​ວິດ ກໍ​ຈະ​ຖືກ​ຜ່ອນ​ໂທດ​ໃຫ້​ເຫຼືອ​ຈຳ​ຄຸກ​ຕ​ລອດ​ຊີ​ວິດ ແລະ ກໍ​ຈະ​ຜ່ອນ​ໂທດ​ລົງ​ເລື້ອຍໆ ຍ້ອນ​ວ່າ ປະ​ເທດ​ລາວ ຍັງ​ບໍ່​ມີ​ການ​ປະ​ຫານ​ຊີ​ວິດ​ຄົນຢ່າງ​ເປັນ​ທາງ​ການ ຫຼັງ​ຈາກ​ ສານ​ຕັດ​ສິນ​ປະ​ຫານ​ຊີ​ວິດ​ແລ້ວ.

ເຈົ້າ​ໜ້າ​ທີ່​ທາງ​ການ​ທ່ານ​ນຶ່ງ ຜູ້​ທີ່​ຂໍ​ສງວນ​ຊື່ ແລະ ຕຳ​ແໜ່ງ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 4 ມີ​ນາ ວ່າ:

" ປະ ຫານ ຊີ ວິດນີ້ ກະ ສ່ວນ ຫຼາຍ ເຮົາ ນີ້ ມັນ ຊິບໍ່ ແມ່ນ ບໍ່ ມີ ປະ ຫານ ຊີ ວິດ ມີແຕ່ ວ່າ ເຫັນ ແຈ້ງ ອອກ ມາ ແລ້ວ ບໍ່ ເຫັນ ແທ້ນີ້ ເນາະ ປະ ຫານ ຊີ ວິດ ບາງ ເທື່ອນີ້ ກໍ ຈະ ຈຳ ຄຸກ ລາດ ຊີ ວິດ ໂທດ ລອດ ຊີ ວິດ ກະ ຍັງ ປ່ອຍ ອອກ ມາ ຊິ ຫຼຸດ ໂທດ ໄປ ຊື່ໆ ດອກ ບໍ່ ຄື ຕ່າງ ປະ ເທດ ."

ຕາມ​ຫຼັກ​ການ ທະ​ນາຍ​ຄວາມ​ຂອງ ທ້າວ ສີ​ສຸກ ດາວ​ເຮືອງ ມີ​ສິດ​ຂໍ​ອຸ​ທອນໄປ​ຫາ​ສານ​ອຸ​ທອນ ແລະ ສານ​ປະ​ຊາ​ຊົນ​ສູງ​ສຸດ, ແລະ ຍື່ນ​ຄຳ​ອຸ​ທອນ​ຕໍ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ ເພື່ອ​ຂໍ​ອະ​ໄພ​ຍະ​ໂທດ ໃຫ້​ເຫຼືອ​ພຽງ​ຈຳ​ຄຸກ​ຕ​ລອດ​ຊີ​ວິດ. ທະ​ນາຍ​ຄວາມ​ ທ່ານ​ນຶ່ງ ທີ່​ຂໍ​ສງວນ​ຊື່ ໄດ້​ກ່າວ​ວ່າ:

" ໂທດ ຕັ ສິນ ປະ ຫານ ຊີ ວິດ ເປັນ ຈັ່ງ ຊີເນາະ ມີ ທະ ນາຍ ຄວາມ ແຕ່ ຕັ້ງ ໂດຍ ໜ້າ ທີ່ ທະ ນາຍ ຄວາມ ຈະ ເດີນ ຄະ ດີ ໃຫ້ ຈົນ ສິ້ນ ສຸດ ສານ ສູງ ສຸດ ຍັງ ຢັ້ງ ຢືນ ຄື ເກົ່າ ປະ ຫານ ຊີ ວິດຊີ້ ທະ ນາຍ ຄວາມ ຈະ ຂໍ ອະ ໄພ ຍະ ໂຍດ ໄປ ຫາ ປະ ທານ ປະ ເທດ ບໍ່ ໃຫ້ ປະ ຫານ ຊີ ວິດ ."

ທ່ານ ກ່າວ​ຕື່ມ​ວ່າ ທີ່​ຜ່ານ​ມາ ທ່ານ​ເອງ​ເຄີຍ​ເປັນ​ທະ​ນາຍ​ຄວາມ​ໃຫ້ ນັກ​ໂທດ ທີ່​ຖືກສານ​ຕັດ​ສິນ​ປະ​ຫານ​ຊີ​ວິດຈຳ​ນວນ​ນຶ່ງ ໃນ​ສະ​ຖານ​ນະ​ຄ້າ​ຂາຍ​ຢາ​ເສບ​ຕິດ ເຊິ່ງກໍ​ໄດ້​ຕໍ່ສູ້​ຄະ​ດີຕັ້ງ​ແຕ່​ສານ​ຊັ້ນ​ຕົ້ນ, ສານ​ອຸ​ທອນ ແລະ ສານ​ປະ​ຊາ​ຊົນສູງ​ສຸດ ແຕ່​ ສານ​ປະ​ຊາ​ຊົນ​ສູງ​ສຸດ ກໍ​ຍັງ​ຢືນ​ຢັນ​ຕັດ​ສິນ​ປະ​ຫານ​ຊີ​ວິດ ຈາກ​ນັ້ນ ກໍ​ໄດ້​ຢື່ນ​ຂໍ​ອຸ​ທອນ​ຕໍ່​ສຳ​ນັການ​ປະ​ທານ​ປະ​ເທດ ເພື່ອ​ຂໍ​ອະ​ໄພຍ​ະໂທດ ໃຫ້​ແກ່​ນັກ​ໂທດ ແລະ ລໍ​ຖ້າ​ຈົນ​ເຖິງ​ໂອ​ກາດ​ວັນ​ຊາດ​ທີ 2 ທັນ​ວາ ກໍ​ຖືກ​ຫຼຸດ​ໂທດ​ລົງໃຫ້​ເຫຼືອແຕ່​ໂທດ​ຈຳ​ຄຸກ​ຕ​ລອດ​ຊີ​ວິດ ແລະ ຜູ້​ທີ່​ຖືກ​ໂທດ​ຈຳ​ຄຸກ​ຕ​ລອດ​ຊີ​ວິດບາງ​ຄົນ ກໍ​ມີ​ໂອ​ກາດ ຈະ​ໄດ້​ຮັບ​ການ​ຫຼຸດ​ໂທດ​ລົງ​ເລື້ອຍໆ ຖ້າ​ມີ​ການ​ປະ​ຕິ​ບັດ​ໂຕ​ດີ ໃນ​ລະ​ຫວ່າງ​ທີ່​ຮັບ​ໂທດ​ຢູ່​ຄ້າຍ​ຄຸມ​ຂັງ.

ຄົນ​ໃຫ້​ຄວາມ​ສົນ​ໃຈ​ຕໍ່​ກັບ​ຄະ​ດີ​ຂອງ ທ້າວ ສີ​ສຸກ ດາວ​ເຮືອງ ແຕ່ ໃນ​ທີ່​ສຸດ ທະ​ນາຍ​ຄວາມ​ຂອງ​ລາວ ກໍ​ຈະ​ມີ​ການ​ອຸ​ທອນ​ຕໍ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ. ນັກ​ກົດ​ໝາຍ​ອີກ​ທ່ານ​ນຶ່ງ ໄດ້​ກ່າວ​ວ່າ:

" ສົນ ໃຈ ຫຼາຍ ໜ້າ ຈະ ຂັ້ນ ອຸ ທອນ ຢູ່ ເຈົ້າ ທະ ນາຍ ຄວາມ ເພິ່ນ ຕ້ອງ ອຸ ທອນ ເພິ່ນ ໜ້າ ຈະ ສູ້ ຄະ ດີຂຶ້ນ ໄປ ເພິ່ນບໍ່ ເປີດ ເຜີຍ ປານ ໃດ ນ່າ ບາງ ເທື່ອ ."

ປະ​ຊາ​ຊົນເອງ ກໍ​ຢາກ​ໃຫ້​ມີ​ການ​ປະ​ຫານ​ຊີ​ວິດ​ຢ່າງ​ເດັດ​ຂາດ ເພື່ອ​ໃຫ້​ເປັນ​ຕົວ​ຢ່າງແກ່​​ຜູ້​ຄ້າ​ຂາຍ​ເສບ​ຕິດໃນ​ລາວ​ທີ່​ຍັງ​ບໍ່​ຖືກ​ຈັບ.

ຊາວ​ບ້ານ​ ນາງ ນຶ່ງ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ວ່າ:

" ປະ ທານ ຊີ ວິດ ພວກ ຢາ ເສບ ຕິດ ຢາ ເສບ ຕິດນີ້ ມັນ ຫຼາຍ ນ່າ ຢູ່ ທາງ ເໜືອ ພຸ້ນ ແຫຼະ ເຂົາ ກະ ບໍ່ ຢ້ານ ໃດ ເຂົາ ແກ່ ຣົ ເບັຽ ລັງ ເບັຽ ເປົ່າ ກໍ ຍັງ ມາດ ເອົາ ໃຊ້ ຫັ້ນນ່າ ບາດນີ້ ພວກ ຂົນ ສົ່ງ ມາ ຫັ້ນ ນ່າ ເຂົາ ບໍ່ ຈັກ ຢ້ານ ຄື ເງິນ ກະ ເອົາ ."

​ໃນ​ປີ 2017 ສື່ມວນ​ຊົນຢູ່​ປະ​ເທດ​ເພື່ອນ​ບ້ານ ໄດ້​ຣາຍ​ງານ​ວ່າ ທ້າວ ສີ​ສຸກ ດາວ​ເຮືອງ ເປັນ​ນຶ່ງ​ໃນ​ເຄື່ອ​ຂ່າຍນັກ​ຄ້າ​ຢາ​ເສບ​ຕິດ​ຂ້າມ​ຊາດ​ຣາຍ​ໃຫຍ່ຂອງ​ລາວ ທີ່​ເຈົ້າ​ໜ້າ​ທີ່​ປະ​ເທດ​ເພື່ອນ​ບ້ານ​ຂອງ​ລາວຕ້ອງ​ການ​ໂຕ ແລະ ເປັນ​ເຄືອ​ຂ່າຍ​ດຽວ​ກັນກັບ ທ້າວ ໄຊ​ຊະ​ນະ ແກ້ວພິມ​ພາ ນັກ​ຄ້າ​ເສບ​ຕິດ​ຂ້າມ​ຊາດຊາວ​ລາວ ທີ່​ຖືກ​ຈັບ​ໂຕຢູ່​ປະ​ເທດ​ເພື່ອນ​ບ້ານ ກ່ອນ​ທີ່ ທ້າວ ສີ​ສຸກ ດາວ​ເຮືອງ ຈະ​ຖືກ​ຕັບ​ໂຕ ຢູ່​ແຂວງ​ຫລວງ​ພ​ຣະ​ບາງ ໃນ​ເວ​ລາ​ຕໍ່​ມາ.

ອົງ​ການຫຼຸດ​ຜ່ອນ​ຄວາມ​ທໍ​ລະ​ມານສາ​ກົນ ຫຼື Harm Deduction International ໄດ້​ຣາຍ​ງານ ປີ 2018 ໂດຍ ການ​ອ້າງ​ອີງຂໍ້ມູນ​ຈາກ ອົງ​ການ​ນິ​ຣະ​ໂທດ​ສະ​ກັມສາ​ກົນ ຫຼື Amnesty International ຕອນ​ນຶ່ງວ່າ: ໃນ​ປີ 2015 ມີ​ນັກ​ໂທດ​ປະ​ຫານ​ຊີ​ວິດ ຢ່າງ​ໜ້ອຍ 20 ຄົນ ໃນ​ລາວ, ໃນ​ປີ 2016 ມີ​ນັກ​ໂທດ​ຢ່າງ​ໜ້ອຍ 3 ຄົນ ທີ່​ຖືກ​ສານ​ຕັດ​ສິນ​ຕ​ລອດ​ຊີ​ວິດ ໃນ​ຂະ​ນະ​ທີ່​ປີ 2017 ມີ​ນັກ​ໂທດ​ຂົນ​ສົ່ງ​ຄະ​ດີ​ຢາ​ເສບ​ຕິດ 1 ຄົນ ອາ​ຍຸ 29 ປີ ຖືກ​ສານ​ຕັດ​ສິນ​ປະ​ຫານ​ຊີ​ວິດ ແຕ່ຍັງ​ບໍ່​ມີ​ຣາຍ​ງານ​ຢ່າງ​ເປັນ​ທາງ​ການ​ວ່າ ນັກ​ໂທດ​ຈຳ​ນວນ​ເຫຼົ່າ​ນັ້ນ ໄດ້​ຖືກ​ຫຼຸດ​ຜ່ອນ​ໂທດ ຫຼື ຍັງ​ຢູ່​ໃນ​ສະ​ຖາ​ນະ​ນັກ​ໂທດ​ປະ​ຫ​ານ​ຊີ​ວິດ ຫຼືບໍ່.