ບັນຫາຊາວຄຣິສຕຽນ ຖືກຂັບໄລ່ ແກ້ໄຂແລ້ວ
2021.05.22

ຊາວຄຣິສຕຽນ 2 ຄອບຄົວຈຳນວນ 7 ຄົນ ຢູ່ບ້ານປະສິງ-ບ້ານກາງ ເມືອງຕະໂອຍ ແຂວງສາລະວັນ ຖືກອຳນາດການປົກຄອງບ້ານ ມ້າງເຮືອນ ແລະ ໄລ່ອອກຈາກບ້ານ ໄປຢູ່ປ່າ ໃນເດືອນ ຕຸລາ 2020 ຍ້ອນບໍ່ຍອມປະຖິ້ມ ການເຊື່ອຖືສາສນາຄຣິສຕຽນ.
ຫຼ້າສຸດເມື່ອທ້າຍເດືອນເມສາ ທີ່ຜ່ານມາ, ອຳນາດການປົກຄອງເມືອງຕະໂອ້ຍ ໄດ້ລົງໄປແກ້ໄຂບັນຫາດັ່ງກ່າວແລະ ໄດ້ອະນຸຍາດໃຫ້ ຊາວຄຣິສຕຽນດັ່ງກ່າວ ກັບມາປຸກເຮືອນຢູ່ບ້ານ ໄດ້ແລ້ວ ແລະຫ້າມບໍ່ໃຫ້ອຳນາດການປົກຄອງບ້ານ ໄປລົບກວນເຂົາເຈົ້າເດັດຂາດ. ເຈົ້າໜ້າທີ່ເຄືອຂ່າຍ ຊາວລາວຄຣິດຕຽນ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 21 ພຶສພາ ວ່າ:
"ຢູ່ບ້ານປະສິງຫັ້ນ ຂະເຈົ້າແກ້ໄຂແລ້ວ ເຂົານອນເຮືອນນອນຊາຍແລ້ວດຽວນີ້ ຕອນເດືອນ 4 ນີ້ພີ່ນ້ອງເຮັດເຮືອນ ພີ່ນ້ອງມີຄວາມ ເຊື່ອອົດທົນສູ້ໄດ້ ພີ່ນ້ອງບໍ່ຖອຍ ການຄຸ້ມຄອງ ເພິ່ນຫາກຄຸ້ມຄອງຢູ່ ເຊັ່ນສັນຍາ ບົດບັນທຶກ."
ສ່ວນວ່າກໍຣະນີ ຊາວລາວຄຣິດສຕຽນອີກ 3 ຄອບຄົວລວມທັງໝົດ 14 ຄົນ ຢູ່ບ້ານປະເຕັມ ຄຸ້ມປຣຸກ ເມືອງຕະໂອຍ ທີ່ຖືກອຳນາດ ການປົກຄອງຂັ້ນບ້ານມ້າງເຮືອນ ແລະໄລ່ອອກ ຈາກບ້ານໃນວັນທີ 31 ມົກກະຣາ ຈຳເປັນຕ້ອງໄປເພິ່ງ ຫ້ອງການ ຢູ່ເມືອງຕະໂອ້ຍ ເປັນບ່ອນພັກຊົ່ວຄາວນັ້ນ ແລະ ຫລ້າສຸດກໍໄດ້ຮັບການແກ້ໄຂແລ້ວ ເຊັ່ນດຽວກັນ ໃນຕົ້ນເດືອນ ພຶສພາ.
ປັດຈຸບັນ ທັງ 14 ຄົນ ໄດ້ໄປອາໃສຢູ່ຖຽງນາ ຊົ່ວຄາວ ເພື່ອລໍຖ້າຈົນວ່າ ອຳນາດການປົກຄອງສ້າງເຮືອນ ໃຫ້ໃໝ່ແລ້ວ ເຂົາເຈົ້າຈຶ່ງ ສາມາດກັບຄືນໄປຢູ່. ເຈົ້າໜ້າທີ່ເຄືອຂ່າຍ ຊາວລາວຄຣິດຕຽນ ໄດ້ກ່າວຕື່ມອີກວ່າ:
"3 ຄອບຄົວ ຈຳນວນ 14 ຄົນ ດຽວນີ້ຂະເຈົ້າແກ້ໄຂໄປແລ້ວ ຍັງບໍ່ທັນຕັ້ງເຮືອນດຽວນີ້ ແຕ່ວ່າການເຊັນສັນຍາມື້ນັ້ນ ຄືນາຍບ້ານວ່າ ຊິເຮັດໃຫ້ພີ່ນ້ອງ ຍັງຢູ່ຖຽງນາຕອນນີ້."
ເອເຊັຽ ເສຣີ ພຍາຍາມຕິດຕໍ່ຫາ ຄອບຄົວຊາວລາວຄຣິສຕຽນ ຢູ່ 2 ບ້ານດັ່ງກ່າວ ເພື່ອຖາມລາຍລະອຽດ ເພີ່ມເຕີມ ແຕ່ຍັງບໍ່ສາມາດ ຕິດຕໍ່ຫາໄດ້, ແລະ ໄດ້ພຍາຍາມຕິດຕໍ່ຫາ ເຈົ້າໜ້າທີ່ຂັ້ນບ້ານ 2 ບ້ານ ດັ່ງກ່າວ ເຊັ່ນກັນ ແຕ່ກໍບໍ່ສາມາດຕິດຕໍ່ຫາໄດ້.
ໃນຂນະທີ່ ຊາວຄຣິສຕຽນ ຢູ່ແຂວງສາລະວັນ ທ່ານນຶ່ງກ່າວວ່າ ສຳລັບຊາວຄຣິສຕຽນ ຢູ່ບ້ານປະສິງ-ບ້ານກາງ ໄດ້ກັບໄປເຮັດໄຮ່ ເຮັດນາຕາມປົກກະຕິ ແຕ່ກໍາລັງປະສົບບັນຫາ ຂາດເຂົ້າກິນ ແລະ ເຂົາເຈົ້າຍັງບໍ່ທັນໄດ້ ປຸກເຮືອນຢູ່.
"ເພິ່ນເຮັດໄຮ່ດຽວນີ້ ດຽວນີ້ ພີ່ນ້ອງກະຂາດຫັ້ນແຫຼະ ບາງສິ່ງບາງຢ່າງ ຂາດເຖິງເຂົ້າກິນ ບ້ານປຸກກໍຍັງບໍ່ທັນ ໄດ້ມີເຮືອນຢູ່ ດຽວນີ້ ຢູ່ຕູບ ທຳອິດເຂົາກໍເວົ້າວ່າ ຊິເຮັດໃຫ້ ພໍເມືອຮອດ ບ້ານແລ້ວບໍ່ ບໍ່ໄດ້ເຮັດ."
ໃນເບື້ອງຕົ້ນເຈົ້າໜ້າທີ່ ເມືອງຕະໂອ້ຍ ກໍໄດ້ແກ້ໄຂບັນຫາດັ່ງກ່າວ ໃຫ້ແກ່ຊາວລາວຄຣິສຕຽນ ທີ່ຖືກນາຍບ້ານໄລ່ອອກຈາກບ້ານ ຍ້ອນວ່າ ເຂົາເຈົ້າກໍເປັນພົລເມືອງລາວເຂົາເຈົ້າຕ້ອງ ໄດ້ຮັບການຄຸ້ມຄອງ. ເຈົ້າໜ້າທີ່ຫ້ອງການ ແນວລາວສ້າງຊາດ ເມືອງຕະໂອ້ຍ ໄດ້ກ່າວວ່າ:
"ບໍ່ເປັນຫຍັງດຽວນີ້ ເພາະວ່າພົລເມືອງເຮົາ ເຮົາບໍ່ປະນ່າ ພົລເມືອງ ຂຶ້ນກັບເມືອງຕະໂອ້ຍ ພວກເຮົາ ເຮົາບໍ່ປະດອກ ຊ່ວຍເຫຼືອ ຊຶ່ງກັນແລະກັນນ່າ ພວກເຮົາແກ້ໄຂໂຕໃດຕົກທຸກ ໄດ້ຍາກແນວໃດ ພວກເຮົາຊິແກ້ໄຂ ໄປຫັ້ນແຫຼະ ຕາມທ່າແຮງພວກເຮົາແລ້ວ."
ທ່ານ ກ່າວຕື່ມວ່າ ສຳລັບຊາວຄຣິສຕຽນ ຢູ່ບ້ານປະເຕມ-ຄຸ້ມປຣຸກ ທີ່ຍັງບໍ່ທັນໄດ້ເຮືອນນັ້ນ ທາງພາກສ່ວນກ່ຽວຂ້ອງ ກໍຈະມີການ ຕິດຕາມ ແລະ ຊຸກຢູ່ໃຫ້ອຳນາດການປົກຄອງ ສ້າງເຮືອນໃຫ້ສຳເລັດ ໂດຍໄວ ພ້ອມທັງຄຸ້ມຄອງ ຊາວລາວຄຣິສຕຽນ ຢູ່ຕາມບ້ານ ຕ່າງໆ ພາຍໃນເມືອງຕະໂອ້ຍ.
ຊາວລາວຄຣິສຕຽນ ທ່ານນຶ່ງ ຢູ່ແຂວງພາກໃຕ້ ໄດ້ກ່າວວ່າ: ໃນໄລຍະຜ່ານມາ ມີລາຍງານຂ່າວວ່າ ຊາວຄຣີສຕຽນລາວຢູ່ເມືອງ ຕະໂອ້ຍ ແຂວງສາລະວັນ ຖືກໄລ່ອອກຈາກບ້ານ ຢູ່ເລື້ອຍໆ.
"ແຕ່ລະປີ ມັນກໍຈະມີຢູ່ ໂດຍສະເພາະສ່ວນຫຼາຍຈະເປັນ ສາລະວັນ ໂຕນີ້ ກໍອີ່ຕົນຢູ່ ໜ້າຈະມີໜ່ວຍງານເພິ່ນລົງມາຕິດຕາມເຊົາ ບໍ່ມີບ່ອນຢູ່ອາສັຍ ຫັ້ນແຫຼະ ຄັນອອກຈາກບ້ານ."
ກ່ຽວກັບເລື່ອງການເຊື່ອຖື ສາສນາ, ທ່ານ Antony J. Blinken ຣັຖມົນຕຣີກະຊວງ ຕ່າງປະເທດ ສະຫະຣັດ ກ່າວຕໍ່ກຸ່ມນັກຂ່າວ ໃນພິທີຖແລງຂ່າວ ໃນມື້ອອກບົດຣາຍງານ ດ້ານ ສິດເສຣີພາບທາງສາສນາ ປະຈຳປີ 2020 ໃນປີນີ້ ທີ່ກະຊວງການຕ່າງປະເທດ ສະຫະຣັຖ ໃຫ້ຄວາມສຳຄັນ ວ່າ ສິດທິການນັບຖືສາສນາ ເປັນທັງຄຸນນະທັມ ແລະ ສິດທິຂັ້ນພື້ນຖານ ຂອງປະຊາຊົນ ທົ່ວໂລກ ສະຫະຣັດ ອາເມຣິກາ ສົ່ງເສີມ ແລະ ສນັບສນູນ ສິດເສຣິພາບ ໃນການນັບຖື ສາສນາ ໃນທົ່ວໂລກ.
ທ່ານ Antony J. Blinken ຕອນນນຶ່ງວ່າ:
“ສິດເສຣີພາບໃນການນັບຖືສາສນາ ເປັນສິດທິ ຂອງຫມົດທຸກຄົນ ບໍ່ວ່າທ່ານຈະຢຸູ່ບ່ອນໃດ ປະເທດໃດ ຫຼືວ່າ ທ່ານຈະຖືສາສນາ ຫຍັງຫລືບໍ່ຖືສາສນາ ຫຍັງກໍເປັນສິດທິຂອງທ່ານ ທີ່ທຸກຄົນຄວນໄດ້ຮັບ.”
ສຳລັບຊາວລາວຄຣີສຕຽນ 2 ຄອບຄົວ ທີ່ມີສະມາຊິກ 7 ຄົນ ຢູ່ບ້ານປະສິງ-ບ້ານກາງ ປະກອບດ້ວຍ ທ້າວ ທອງວັນ, ນາງເນັດ, ນາງລາ, ນາງເອີ້ນ, ແມ່ລຽບ, ແມ່ອ້ອງ ແລະ ຢ່າເຊັນ.
ສ່ວນວ່າຊາວຄຣິສຕຽນ 3 ຄອບຄົວ ມີສະມາຊິກ 14 ຄົນ ທີ່ຢູ່ບ້ານ ປະເຕມ ຄຸ້ມປຣຸກ ປະກອບດ້ວຍ ຄອບຄົວ ທ້າວ ອຳເຍີນ ອາຍຸ 37 ປີ ມີສະມາຊິກທັງໝົດ 7 ຄົນ, ຄອບຄົວ ທ້າວ ອຳຍູນ ອາຍຸ 46 ປີ ມີສະມາຊິກ 5 ຄົນ ແລະ ອີກຄອບຄົວນຶ່ງມີ ສະມາຊິກ 2 ຄົນ ຊື່ວ່າ ນາງ ໝາຍ ອາຍຸ 38 ປີ ແລະ ນາງ ທຳ ອາຍຸ 40 ປີ.