ສາກົນຮຽກຮ້ອງເສຣີພາບ ໃນລາວ

ໄມຊູລີ
2017.02.14
F-FIDH ສະມາພັນສາກົລ ເພື່ອສິດທິມະນຸດ ແລະ ຂະບວນການລາວ ເພື່ອສິດທິມະນຸດ ອອກຖແລງການຮ່ວມ
Citizen Journalist

ສະຫະພັນ ສາກົລ ເພື່ອ ສິດທິມະນຸດ ຫລື FIDH ແລະ ຂະບວນການລາວ ເພື່ອ ສິດທິມະນຸດ ຫລື LMHR ອອກຖແລງການຮ່ວມ ຮຽກຮ້ອງໃຫ້ ສະຫະພາບ ຢູໂຣບ ທວງໃຫ້ ຣັຖບານລາວ ປ່ອຍ ນັກໂທດ ການເມືອງ ທຸກຄົນ ແລະ ໃຫ້ປະຕິບັດ ຢ່າງແທ້ຈິງ ໃນ ການແກ້ໄຂ ທຸກກໍຣະນີ ການບັງຄັບ ຄົນ ໃຫ້ຫາຍສາບສູນ, ຕາມຖແລງການ ຂອງ FIDH ແລະ LMHR ລົງວັນທີ 13 ກຸມພາ ນີ້. ທ່ານ Andrea Giorgetta ຈາກ FIDH ກ່າວຕໍ່ RFA ເຖິງ ເຫດຜົລ ການອອກຖແລງການ ຮ່ວມນັ້ນວ່າ:

"ເຫດຜົລຄື ພວກເຮົາ ຕ້ອງການ ທີ່ຈະເຫັນ ການກົດດັນ ທາງການເມືອງ ຫລາຍຂຶ້ນ ຈາກສະຫະພາບ ຢູໂຣບ ໃສ່ຣັຖບານລາວ ຍ້ອນວ່າ ການເຈຣະຈາ ເຣື່ອງ ສິດທິມະນຸດ ໄດ້ດໍາເນີນມານານ ຫລາຍປີແລ້ວ. ແຕ່ກໍຍັງບໍ່ ບັນລຸຜົລ ຕາມທີ່ພວກເຮົາ ຄາດຫວັງ ຕາມທີ່ພາກ ປະຊາສັງຄົມລາວ ຄາດຫວັງ".

ຄໍາຮຽກຮ້ອງ ຂອງ FIDH ແລະ LMHR ດັ່ງກ່າວ ມີຂຶ້ນກ່ອນໜ້າ ການເຈຣະຈາ 2 ຝ່າຍ ຄັ້ງທີ 7 ຣະຫວ່າງ ສະຫະພາບຢູໂຣບ ແລະ ສປປລາວ ຊຶ່ງກໍານົດ ຈັດຂຶ້ນ ທີ່ ນະຄອນຫລວງ ວຽງຈັນ ໃນວັນ ທີ 16 ແລະ 17 ກຸມພາ 2017 ນີ້.

ນອກຈາກຄຳຮຽກຮ້ອງ ທີ່ວ່ານັ້ນແລ້ວ 2 ອົງການຈັດຕັ້ງ ດັ່ງກ່າວ ຍັງເວົ້າເຖິງ ສະພາບ ສິດທິມະນຸດ ໃນລາວ ນັບຕັ້ງແຕ່ ການເຈຣະຈາ ຄັ້ງກ່ອນ ເມື່ອເດືອນ ພຶສຈິກາ 2015 ເຖິງປັດຈຸບັນ ຊຶ່ງທ່ານ Giorgetta ກ່າວວ່າ ຢາກເຫັນຄວາມຄືບໜ້າ ຂອງການ ປະຕິບັດງານ ຂອງທາງການລາວ ໃນການ ແກ້ໄຂບັນຫາ ຕ່າງໆ ຮວມທັງການບັງຄັບ ຄົນ ໃຫ້ຫາຍສາບສູນ ແລະ ນັກໂທດ ການເມືອງ ນຳດ້ວຍ:

"ຂ້າພະເຈົ້າຄິດວ່າ ສິ່ງທີ່ພວກເຮົາ ຕ້ອງການເຫັນ ຄືສິ່ງທີ່ພວກເຮົາ ເວົ້າຢູ່ໃນຖແລງການ ແລະພວກເຮົາ ກໍຕ້ອງການເຫັນ ຣັຖບານລາວ ມີຄວາມຄືບໜ້າ ໃນແກ້ໄຂ ບັນຫາບັງຄັບ ຄົນ ໃຫ້ຫາຍ ສາບສູນ ແລະປ່ອຍນັກໂທດ ການເມືອງ ຫລື ພວກຄົນ ທີ່ຄັດຄ້ານ ທາງການ ແລະດໍາເນີນ ການປະຕິຮູບ ເພື່ອສິດເສຣີພາບ ໃນການສະແດງ ຄວາມຄິດເຫັນ ແລະ ໂຮມຊຸມນຸມ".

ນັບຕັ້ງແຕ່ໄດ້ມີ ການເຈຣະຈາ ເຣຶ່ອງສິດທິມະນຸດ ຄັ້ງທໍາອິດ ກັບສະຫະພາບ ຢູໂຣບ ເມື່ອ ປີ 2005 ມານັ້ນ ສປປລາວ ກໍຖືກອົງການ ເອກຣາຊ ທີ່ໃຫ້ຄວາມສໍາຄັນ ໃນຫລັກການ ປະຊາທິປະຕັຍ ແລະ ສິດທິພົລເຮືອນ ແລະການເມືອງ ຈັດໃຫ້ຢູ່ໃນດັດສະນີ ແລະອັນດັບ ເກືອບວ່າ ຕໍ່າສຸດ ຫລື ຂີ້ຮ້າຍທີ່ສຸດ.

ທ່ານ Andrea Giorgetta ເວົ້າວ່າ ການເຈຣະຈາ ເຣຶ່ອງ ສິດທິມະນຸດ ກັບ ສປປລາວ ຄວນຖືກຈັດຂຶ້ນ ທຸກໆປີ ແລະການເຈຣະຈາ ຄັ້ງນີ້ ໃນຕົວຈິງແລ້ວ ແມ່ນຖືກກໍານົດ ຈັດຂຶ້ນ ໃນເດືອນ ທັນວາ ປີກາຍ, ແຕ່ຖືກເລື່ອນມາໃສ່ ເດືອນມົກຣາ 2017 ຕາມຄໍາຮຽກຮ້ອງ ຂອງ ຝ່າຍລາວ ແລະໃນທີ່ສຸດ ກໍກໍານົດຈັດຂຶ້ນ ໃນວັນທີ 16 ແລະ 17 ກຸມພາ ນີ້ ທີ່ນະຄອນຫລວງ ວຽງຈັນ.

ກ່ຽວກັບຖແລງການນັ້ນ ທາງ ວິທຸຍຸ ເອເຊັຽ ເສຣີ ກໍໄດ້ຕິດຕໍ່ໄປຫາ ກົມການຂ່າວ ກະຊວງການຕ່າງ ປະເທດ ສປປລາວ ເພື່ອຂໍຄວາມເຫັນ, ແຕ່ ເຈົ້າໜ້າທີ່ ບອກໃຫ້ ໂທຣະສັບ ຄືນມາອີກ ໃນມື້ອື່ນ ເພາະມື້ນີ້ ເຈົ້າໜ້າທີ່ ຜູ້ຮັບຜິດຊອບ ເຣຶ່ອງນີ້ ຄາປະຊຸມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.