ໂຮງຮຽນປະຖົມ ແລະມັທຍົມ ຫລາຍແຫ່ງໃນລາວ ຍັງບໍ່ພ້ອມ ເປີດສອນ ສໍາລັບສົກສຶກສາ 2017-18 ໃນວັນທີ 1 ກັນຍາ ນີ້ຍ້ອນວ່າຫຼາຍ ໂຮງຮຽນທີ່ຍັງເພພັງ ຈາກພັຍນ້ຳຖ້ວມ ເສັຽຫາຍຫນັກ ໃນຫຼາຍແຂວງ ເປັນຕົ້ນທີ່ ແຂວງອຸດົມໄຊ ເສັຽຫາຍ ຫຼາຍກວ່າຫມູ່. ດັ່ງເຈົ້າຫນ້າທີ່ ຜແນກສຶກສາທິການ ແລະກິລາ ແຂວງອຸດົມໄຊ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 1 ກັນຍາ ນີ້ວ່າ:
"ແຕ່ວ່າຜົລກະທົບຕົວພັຍນ້ຳຖ້ວມ ເຮົາກໍຖືວ່າ ໄດ້ຣະດົມຊຸມຊົນເນາະ ບາງໂຮງຮຽນ ທີ່ຖືກອຸທົກກະພັຍ ໄດ້ມາກະກຽມ ກ່ອນລ່ວງຫນ້າແລ້ວ ຢູ່ນີ້ສ່ວນຫຼາຍ ຈະຖືກນ້ຳຖ້ວມ ອຸທົກກະພັຍທີ່ເຮົາເສັຽຫາຍ ດ້ານການສຶກສາແຕ່ເຂດເມືອງໄຊ ນີ້ເພີ່ນຕີມູນຄ່າເສັຽຫາຍ ແຕ່ 20 ປາຍລ້ານ ເປັນວັດຖຸ ອຸປກອນ ເປັນປື້ມເນາະ ອັນສອງມາລະ ເປັນ ຫ້ອງນ້ຳ".
ທ່ານກ່າວຕື່ມວ່າ ເຖິງວ່າໂຮງຮຽນບາງແຫ່ງ ໃນເມືອງໄຊ ຍັງບໍ່ມີຄວາມພ້ອມ ເຕັມຮ້ອຍ ເປີເຊັນ ຍ້ອນໂຕະຕັ່ງ ຫ້ອງນ້ຳ ແລະ ອຸປກອນ ການຮຽນການສອນ ເສັຽຫາຍ ຍ້ອນພັຍນ້ຳຖ້ວມ ກໍຕາມ ແຕ່ທາງໂຮງຮຽນ ກໍຈະເປີດສອນ ຕາມປົກກະຕິ ພ້ອມທັງ ສ້ອມແປງ ສີ່ງທີ່ເພພັງ ໄປພ້ອມໆກັນ ເພື່ອບໍ່ໃຫ້ມີ ຜົລກະທົບ ຕໍ່ການຮຽນ.
ໃນຂນະດຽວກັນ ທີ່ແຂວງເຊກອງ ກໍເຫມືອນກັນ ໂຮງຮຽນຫລາຍແຫ່ງ ໃນແຂວງ ຍັງບໍ່ມີຄວາມພ້ອມ ໃນການເປິດ ສົກສຶກສາໃຫມ່ ໃນມື້ ວັນທີ 1 ກັນຍາ ນີ້ ເປັນຕົ້ນໂຮງຮຽນ ທີ່ເມືອງລະນາມ ແລະເມືອງກະລຶມ ຊື່ງນັກຮຽນສ່ວນໃຫຍ່ ເປັນຊົນເຜົ່າ ໃນເຂດ ຫ່າງໄກສອກຫຼີກ ກໍຍັງບໍ່ຮູ້ຂໍ້ມູນ ຈາກທາງການ ກ່ຽວກັບການ ເປີດສົກສຶກສາ ໃນປີນີ້ເທື່ອ. ດັ່ງເຈົ້າຫນ້າທີ່ ຜແນກສຶກສາ ທີ່ແຂວງເຊກອງ ເວົ້າວ່າ:
"ບາງໂຮງຮຽນເຂົາເປີດບາງເມືອງຫັ້ນນະ ບໍ່ທັນໄດ້ເພາະວ່າ ເມືອງລະນາມ ເຂົາເປີດມື້ເຊົ້ານີ້ 1 ກັນຍາ ຍັງມີບາງ ໂຮງຮຽນຢູ່ ມັນຂື້ນນຳ ອັນນັ້ນແຫລະ ມັນຫ່າງໄກ ສອກຫລີກແນ່ ແລະມັນມີການ ຫ້າງຫາກະຕຽມ ບໍ່ທັນກັນ".
ແຕ່ເຖິງຢ່າງໃດກໍຕາມ ຫລາຍໂຮງຮຽນ ໂດຍສະເພາະ ໃນເຂດໃນເມືອງ ແລະ ນະຄອນຫລວງວຽງຈັນ ກໍໄດ້ເປີດສອນ ເປັນປົກກະຕິ ໃນ ສົກສຶກສາ ປີ 2017 ວັນທີ 1 ກັນຍາ ປີນີ້ ແຕ່ຍັງມີຫລາຍ ໂຮງຮຽນ ໃນເຂດຊົນນະບົດ ຍັງບໍ່ທັນ ເປີດໄດ້ເທື່ອ.
