ທາງການລາວຫ້າມເສບເພງ ຕ່າງດ້າວຢູ່ກາງແປນ
2013.02.04
ສະຖານທີ ບັນເທີງ ໃນ ນະຄອນຫຼວງ ວຽງຈັນ
ທາງການ ນະຄອນຫລວງ ວຽງຈັນ ຈະປະຕິບັດ ຕາມກົດຣະບຽບ ຫ້າມ ແລະ ຈຳກັດ ການຮ້ອງເພງ ຕ່າງປະເທດ ຢ່າງເຄັ່ງຄັດ ເຊັ່ນຫ້າມເສບ ແລະ ຮ້ອງເພງ ຕ່າງປະເທດ ຢູ່ສະຖານທີ່ ກາງແຈ້ງ ຢ່າງເດັດຂາດ ຫລື ເວົ້າອີກຢ່າງນຶ່ງ ກໍຄື ໃຫ້ຮ້ອງແຕ່ເພງລາວ ເທົ່ານັ້ນ ຢູ່ໃນງານບຸນຕ່າງໆ ຢູ່ກາງແປນ. ສ່ວນຢູ່ ໃນສະຖານທີ່ ບັນເທີງ ຄາຣາໂອເກະ ແລະ ບາຣ໌ ຈະອະນຸຍາດ ໃຫ້ຮ້ອງເພງ ຕ່າງປະເທດ ພຽງແຕ່ 30 ສ່ວນຮ້ອຍ ເຫລືອນັ້ນ ຕ້ອງແມ່ນ ເພງລາວ.
ຄວາມຈິງ ນະຄອນຫລວງ ໄດ້ອອກ ກົດຣະບຽບນີ້ ມາດົນແລ້ວ ແຕ່ປະກົດວ່າ ມີຮ້ານບັນເທີງ ຫລາຍຮ້ານ ມັກລະເມີດ. ສະນັ້ນ ເມື່ອສັປດາ ທີ່ແລ້ວ ທາງການ ນະຄອນຫລວງ ວຽງຈັນ ຈຶ່ງສັ່ງໃຫ້ ເຈົ້າຂອງ ຮ້ານບັນເທີງ ໄປສັມມະນາ ອົບຮົມ. ນັກດົນຕຣີ ປະຈຳຮ້ານ ບັນເທີງ ແຫ່ງນຶ່ງເວົ້າວ່າ:
"ເພິ່ນໄດ້ເອີ້ນໄປປະຊຸມ ລຸລ່ວງກັນແລ້ວ ເປັນຣະບຽບ ມາແຕ່ດົນແລ້ວ ປະຕິບັດ ກັນແລ້ວ ແຕ່ເພິ່ນໃຫ້ໄປ ປະຊຸມ ເພື່ອໃຫ້ເນັ້ນຕື່ມ."
ເຈົ້າໜ້າທີ່ຜແນກ ວັທນະທັມ ນະຄອນຫລວງ ວຽງຈັນ ຈະໄປກວດກາ ສະຖານທີ່ ບັນເທີງຕ່າງໆ ຢ່າງເຄັ່ງຄັດ ພາຍໃນເດືອນນີ້ ແລະ ຖ້າເຫັນວ່າ ຮ້ານໃດລະເມີດ ກົດຣະບຽບ ທາງການ ຈະຕັກເຕືອນ ຖ້າຍັງ ລະເມີດອີກ ຈະປັບໃໝ ແລະ ຖ້າລະເມີດອີກ ເປັນຄັ້ງທີ່ສາມ ຈະປິດສະຖານທີ່ ຊົ່ວຄາວ. ແຕ່ພະນັກງານ ຮ້ານຄາຣາໂອເກະ ແຫ່ງນຶ່ງ ເວົ້າວ່າ ຮ້ານຂອງເຂົາ ປະຕິບັດ ບໍ່ໄດ້ປານໃດ ເພາະບໍ່ສາມາດ ຄວບຄຸມ ລູກຄ້າໄດ້.
ນອກຈາກເພງ ທາງການ ນະຄອນຫລວງ ຍັງຈະກຳກັບ ຮ້ານບັນເທີງ ຫ້າມເຍົາວະຊົນ ອາຍຸຕໍ່າກວ່າ 18 ປີ ເຂົ້າ ແລະ ຫ້າມເປີດກາຍ ທ່ຽງຄືນ ຢ່າງເດັດຂາດ. ເປັນທີ່ສັງເກດ ໄດ້ວ່າ ຮ້ານອາຫານ ຢູ່ນໍ້າຜຸ ຊຶ່ງເປັນຮ້ານ ກາງແປນ ໃນໃຈກາງ ນະຄອນຫລວງ ວຽງຈັນ ມີການຮ້ອງເພງ ອັງກິດ ຢູ່ເລື້ອຍໆ ແລະ ທາງຮ້ານ ໃຫ້ເຫດຜົນວ່າ ຮ້ານນີ້ມີຄົນ ຕ່າງປະເທດ ຫລາຍ. ນະຄອນຫລວງ ວຽງຈັນ ຈະບັງຄັບໃຫ້ ມີການ ປະຕິບັດ ຕາມຣະບຽບ ເຫລົ່ານີ້ ກໍເພື່ອຮັກສາ ປະເພນີ ວັທນະທັມ ອັນດີງາມ ຂອງລາວໄວ້.









