ພິທີສົ່ງສະການຜູ້ເຄາະຮ້າຍ ຍົນຕົກ

ຈໍາປາທອງ
2015.08.04
F-Funeral ກອງທັບອາກາດ ຈັດພິທີ ບໍາເພັນກຸສົນ ຂອງ ຈຸນັກບິນ ທີ່ ສະໂມສອນ ເດີ່ນບິນວັດໄຕ 07/31/2015
Photo by: Lay Thongmanyvanh/Tholakhong

ສົບ ຂອງ ຜູ້ເສັຽຊີວິດ ທັງໝົດ 23 ຄົນ ຍ້ອນ ຍົນ ເຮລີກອຟເຕີ MI-17 ຂອງ ກອງທັບ ອາກາດ ລາວ ທີ່ ເກີດ ອຸບັດຕິເຫດ ຕົກ ໃນ ວັນທີ 27 ກໍຣະກະດາ ຢູ່ ເມືອງ ລ່ອງແຈ້ງ ແຂວງ ໄຊສົມບູນ ພາກເໜືອ ຂອງລາວ, ໄດ້ ຖືກນໍາມາ ນະຄອນ ຫຼວງວຽງຈັນ, ເມື່ອ ວັນທີ 31 ກໍຣະກະດາ ເພື່ອ ໃຫ້ ຍາດພີ່ນ້ອງ ມາຮັບເອົາ ໄປ ຈັດພິທີ ຊາປານະກິດ ສົບ ຕາມ ປະເພນີ.

ມີຣາຍງານ ວ່າ ພິທີ ຊາປານະກິດ ສົບ ຂອງ ເຈົ້າໜ້າທີ່ ຈຸບິນ 4 ຄົນ ຮວມທັງ ພັນໂທ ຄຳເພັງ ຊົມສີຫາປັນຍາ ແລະ ພັນໂທ ລຸນມາລາ ອຸດທະວົງ ຖືກຈັດ ຂຶ້ນ ຢູ່ວັດ ແກ້ວປ່າ ບ້ານສີໄຄ ເມືອງ ສີໂຄດຕະບອງ. ສ່ວນທີ່ ເຫລືອ ກໍໄດ້ ຈັດພິທີ ຊາປານະກິດ ສົບ ຂຶ້ນຢູ່ ຫຼາຍວັດ ຮວມທັງ ຢູ່ວັດ ສາລາແດງ ບ້ານ ດົງປ່າລານ ເມືອງ ສີສັດຕະນາກ, ວັດ ດົງຄໍາຊ້າງ ເມືອງ ຫາດຊາຍຟອງ.

ກ່ຽວກັບ ການເກີດ ອຸບັດຕິເຫດ ໃນ ຄັ້ງນີ້ ເຈົ້າໜ້າທີ່ ຂອງ ທາງການ ລາວ ຍັງ ບໍ່ທັນ ເປີດເຜີຍວ່າ ເປັນ ຍ້ອນຫຍັງ ກັນແທ້, ແຕ່ ເຈົ້າໜ້າທີ່ ກະຊວງ ປ້ອງກັນ ປະເທດ ຜູ້ ທີ່ຂໍ ສງວນຊື່ ທ່ານນຶ່ງ ໄດ້ກ່າວ ຕໍ່ ເອເຊັຽ ເສຣີ ວ່າ ມີຄວາມ ເປັນໄປໄດ້ ທີ່ ເກີດຈາກ ດິນຟ້າ ອາກາດ ບໍ່ດີ, ຊຶ່ງ ໃນ ວັນທີ 27 ກໍຣະກະດາ ຝົນ ຕົກ ຕລອດມື້ ແລະ ຍົນ ເຮລິຄອບເຕີ້ ລໍາ ດັ່ງກ່າວ ກ່ອນຈະບິນ ຂຶ້ນໄດ້, ກໍໄດ້ ພຍາຍາມ ບິນຂຶ້ນ, ຈົນເຖິງ ຄັ້ງທີ 3 ຈຶ່ງ ຕັດສິນໃຈ ບິນຂຶ້ນ. ນັກຂ່າວ ເອເຊັຽ ເສຣີ ໄດ້ ຂໍຂໍ້ມູນ ເພີ້ມເຕີມ ໄປຍັງ ເຈົ້າໜ້າທີ່ ກອງ ຄຸ້ມຄອງ ການ ຈະຣາຈອນ ທາງອາກາດ, ແຕ່ທ່ານ ຂໍບໍ່ໃຫ້ ຄໍາເຫັນ.

ຍົນ ເຮລິກອບເຕີ້ ລຳ ນັ້ນ ໄດ້ບິນ ອອກຈາກ ເດີ່ນບິນ ກອງທັບ ອາກາດ ນະຄອນ ຫຼວງວຽງຈັນ, ເວລາບ່າຍ 1 ໂມງ 10 ນາທີ ຂອງ ວັນທີ 27 ກໍຣະກະດາ ເພື່ອ ໄປສົ່ງ ຄົນເຈັບ ທີ່ ແຂວງ ຫົວພັນ ຊຶ່ງ ມາ ປິ່ນປົວ ຢູ່ ໂຮງໝໍ 103.

ມີຣາຍງານ ຈາກ ເຈົ້າໜ້າທີ່ ກະຊວງ ປ້ອງກັນ ປະເທດ ຂອງລາວ ແຈ້ງວ່າ, ຄົນເຈັບ ທ່ານນັ້ນ ຄື ພັນໂທ ພູວອນ ຮອງ ຫົວໜ້າ ກອງ ບັນຊາການ ທະຫານ ແຂວງ ຫົວພັນ ແລະ ມີ ສະມາຊິກ ຄອບຄົວ ທ່ານ ອີກ 4 ຄົນ ທີ່ ເດີນທາງ ໄປກັບ ຍົນ ລໍາ ດັ່ງກ່າວ, ຮວມທັງ ແພດ ອີກ 3 ຄົນ ຈາກ ໂຮງໝໍ 103.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.