ຣັຖບານເຢັຍຣະມັນ ໃຫ້ທຶນຊ່ວຍເຫຼືອ ສປປ ລາວ ລົບລ້າງຄວາມທຸກຍາກ

0:00 / 0:00

ເມື່ອບໍ່ດົນມານີ້ ຣັຖບານເຢັຍຣະມັນ ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ຄິດເປັນເງິນ 24 ລ້ານຢູໂຣ ເພື່ອລົບລ້າງຄວາມທຸກຍາກ ເຂດຊົນນະບົດ ຢູ່ ແຂວງຫົວພັນ ແລະ ແຂວງ ຜົ້ງສາລີ. ການຊ່ວຍເຫຼືອດັ່ງກ່າວ ຈະສຸມໃສ່ການຟືນຟູເສັ້ນທາງ ແລະ ສນັບສນູນການເງິນ ໃນວຽກງານອາຊີວະສຶກສາ. ໜ່ວຍງານຂອງພາກຣັຖ ຢູ່ແຂວງຫົວພັນ ເຫັນດີກັບການຊ່ວຍເຫຼືອດັ່ງກ່າວ.

ເຈົ້າໜ້າທີ່ຜແນກໂຍທາທິການ ແລະ ຂົນສົ່ງ ແຂວງຫົວພັນ ຜູ້ທີ່ບໍ່ປະສົງອອກຊື່ ໄດ້ກ່າວວ່າ:

" ກະດີຫັ້ນແຫຼະ ເພາະວ່າ ຣັຖບານເຢັຍຣະມັນ ໄດ້ຊ່ວຍເຫຼືອ ແຂວງຫົວພັນ ມາດົນແລ້ວຫັ້ນນ່າ ຊ່ວຍຫຼຸດຜ່ອນຄວາມທຸກຍາກ ໃຫ້ປະຊາຊົນຢູ່ຂອບເຂດ ທີ່ເພິ່ນລົງໃນຮູບການຫັ້ນແຫຼະ ຫົນທາງປັດຈຸບັນນີ້ສ່ວນຫຼາຍກໍຊ້ວງຣະດູຝົນ ກໍໄປມາ ບໍ່ສະດວກປານໃດ. ປັບປຸງ ໃຫ້ມັນດີຂຶ້ນ ຫຼຸດຜ່ອນອຸບັດຕິເຫດ ໄປມາສະດວກ. ເຂົ້າສູ່ໂຮງໝໍ, ໂຮງຮຽນ, ຕລາດ ເຮັດໃຫ້ການຂົນສົ່ງສິນຄ້າດີຂຶ້ນ.​ "

ສ່ວນວ່າ ຢູ່ແຂວງຜົ້ງສາລີ ເຊັ່ນດຽວກັນ ເສັ້ນທາງໃນຣະດູຝົນກໍມີຄວາມຫຍຸ້ງຍາກ ແລະ ການຊ່ວຍເຫຼືອນີ້ ກໍສາມາດແກໄຂບັນຫາ ໄລຍະໃດນຶ່ງ.

ເຈົ້າໜ້າທີ່ຜແນກໂຍທາທິການ ແລະ ຂົນສົ່ງ ແຂວງຜົ້ງສາລີ ໄດ້ກ່າວວ່າ:

" ເພິ່ນມາຊ່ວຍເຫຼືອນີ້​ກະຍິນດີ ຫັ້ນແຫຼະເນາະ . ເພິ່ນກໍຕັ້ງໃຈມາຊ່ວຍເຫຼືອລ້າຫັ້ນນ່າ. ປັດຈຸບັນນີ້ ເສັ້ນທາງໄປມາກໍມີຄວາມຫຍຸ້ງຍາກ. ປະຊາຊົນເຂົາປູກເຄື່ອງກະສິກັມ ຄ່າງໆ ປັັດຈຸບັນນີ້ ກໍຍັງອອກຍາກຫັ້ນແຫຼະ ຖ້າເພິ່ນມາລົງທຶນໃຫ້ແກ່ເພື່ອການກໍ່ສ້າງນີ້ ກໍຊິອໍານວຍຄວາມສະດວກ ໃນການຂົນສົ່ງ ຜົລຜລິດຂອງປະຊາຊົນຫັ້ນຫຼາຍ."

ສະພາບເສັ້ນທາງບາງບ່ອນ ຢູ່ແຂວງຜົ້ງສາລີ ມີສະພາບເປ່ເພ ສ້າງຄວາມຫຍຸ້ງຍາກ ໃຫ້ປະຊາຊົນໃນເວລາເດີນທາງໄປໂຮງໝໍ ໃນກໍລະນີເຈັບເປັນ.

ຊາວແຂວງຜົ້ງສາລີ ໄດ້ກ່າວວ່າ:

" ຄວາມຕ້ອງການຂອງຊາວບ້ານ ກໍຢາກໃຫ້ສ້ອມ ຄັນບໍ່ປັບປຸງໂອ້ . ປີ, ສອງປີ ໄປບໍ່ໄດ້ ຣະດູຝົນນີ້ ສະພາບທາງນີ້​ເປ່ເພ ເປັນຂຸມ ເປັນບໍ່ ແຮ່ງໄປບໍ່ໄດ້ ມີເຈັບມີເປັນ ກະໃຊ້ຄວາມຫຍຸ້ງຍາກສຸດໆແຫຼະໃ ຄົນເຈັບຫຼາຍກໍໄປບໍ່ໄດ້.​"

ການສົ່ງເສີມວຽກງານ ອາຊີວະສຶກສາ ກໍມີຄວາມສໍາຄັນ ໂດຍສະເພາະວຽກງານ ການຮຽນ ການສອນ ລວມທັງອຸປະກອນການຮຽນ ການສອນ, ການຍົກລະດັບຄວາມຮູ້ຂອງຄຣູ.

ອາຈານ ໂຮງຮຽນເທັກນິກວິຊາຊີບ ແຂວງຫົວພັນ ກ່າວວ່າ:

" ທີ່ຈິງແລ້ວມັນກໍຍັງ ຫຼາຍປັດໃຈຢູ່ເນາະ ເຣື່ອງວັດສະດຸ ອຸປະກອນ ຮັບໃຊ້ ການຮຽນ ການສອນນີ້ແຫຼະເນາະ. ພື້ນຖານໂຄງລ່າງ ນ່າ ມັນກໍບໍ່ພຽງພໍ ອັນທີສອງມາ ກໍແມ່ນ ການຍົກລະດັບວິຊາສະເພາະ ຂອງຄຣູ ທີ່ຈິງເຣື່ອງບົດຮຽນ ເຣື່ອງຄວາມຮູ້ ມັນກະອັນໃໝ່ໄປເລື້ອຍໆຫັ້ນນ່າ. ມັນຕ້ອງໄດ້ອັບເດດ ເຣື່ອງຄວາມຮູ້ຕ່າງໆ ໄປຕລອດຫັ້ນນ່າ ຖືວ່າ ມັນຍັງບໍ່ທັນເຮັດໄດ້ຫັ້ນນ່າ. "

ທ່ານ ກ່າວຕື່ມວ່າ ແຕ່ກ່ອນຣັຖບານເຢັຍຣະມັນ ກໍໃຫ້ທຶນສນັບສນູນ ມາໂດຍຕລອດ ແຕ່ກໍຢຸດໄປ ລະຫວ່າງ ປີ 2019 ແລະ ຖ້າປີນີ້​ ຣັຖບານເຢັຍຣະມັນ ເຂົ້າມາສືບຕໍ່ຊ່ວຍເຫຼືອຕື່ມ ຖືວ່າເປັນເຣື່ອງທີ່ດີຫຼາຍ ເພາະທີ່ຜ່ານມາງົບປະມານຂອງຣັຖບານ ທີ່ຈະຈັດຊື້ວັດສະດຸ ອຸປະກອນ ບໍ່ມີ. ການພັທນາ ຈຶ່ງບໍ່ເກີດຂຶ້ນ.

ຢູ່ໂຮງຮຽນເທັກນິກວິຊາຊີບ ແຂວງຜົ້ງສາລີ ຂາດງົບປະມານ ໃນດ້ານວຽກງານອາຊີວະສຶກສາ ຍ້ອນວ່າ ຣັຖບານເຢັຍຣະມັນ ບໍ່ໄດ້ໃຫ້ທຶນສນັບສນູນຫຼາຍປີແລ້ວ.

ອາຈານຢູ່ໂຮງຮຽນເທັກນິກວິຊາຊີບ ແຂວງຜົ້ງສາລີ ອີກທ່ານນຶ່ງ ໄດ້ກ່າວວ່າ:

" ຄັນເພິ່ນມາຊ່ວຍອີກ ກໍແຮງເປັນການດີ ເພິ່ນອອກໄປນີ້​ຫຼາຍປີແລ້ວເດ້ ເບື້ອງຣັຖເຮົາກໍບໍ່ມີງົບພໍທີ່ຈະມາ ຊ່ວຍໄດ້ . ອຸປະກອນອິຫຍັງກໍເສື່ອມໄປຕາມສະພາບ. ການຮຽນ ການສອນ ເຄື່ອງມື ລ້າສໄມ ໄປຈັບໃສ່ເຄື່ອງເຂົາ ແລ້ວ ມັນທັນສໄມ. ມັນບໍ່ຊ່າງເຮັດ ມັນບໍ່ເປັນຕາ ນັກຮຽນກໍເລືອກເອົາບ່ອນທີ່ດີກວ່າຫັ້ນແຫຼະ.​"

ນອກຈາກນີ້ ນັກຮຽນໂຮງຮຽນອາຊີວະສຶກສາ ຂອງພາກຣັຖ ໜ້ອຍລົງ ຍ້ອນວ່າ ໄດ້ຮັບເງິນອຸດໜູນ ຈາກຣັຖບານພຽງແຕ່ 200,000 ກີບ ຕໍ່ເດືອນ ເທົ່ານັ້ນ ໃນຂະນະທີ່ ສະພາບເງິນເຟີ້ ຢູ່ລາວ ຍັງຄົງສູງຂຶ້ນ.

ເຈົ້າໜ້າທີ່ການສຶກສາອາຊີວະ ທ່ານນຶ່ງ ໄດ້ກ່າວວ່າ:

" ຫຼັງຈາກທີ່ໂຄວິດເຂົ້າມາຫັ້ນ ກໍຖືວ່າ ນັກຮຽນຫັ້ນ ກໍຫຼຸດລົງເນາະ ຖືວ່າ ເປັນທົ່ວປະເທດເລີຍເນາະ ທັງສາຍອາຊີວະ, ທັງມະຫາໄລ ອິຫຍັງ ຕ່າງໆ. ຮຽນຈົບມາກໍບໍ່ມີວຽກເຮັດ ຣັຖຫັ້ນຖືວ່າ ເຂົາຈະບໍ່ມີໂຄຕ້າໃຫ້ເຮັດວຽກເນາະ. ເຂົາເຈົ້າອອກໄປຊອກເງິນ ຊອກຄໍາ ເພາະວ່າດຽວນີ້ຫັ້ນ ໂຮງຈັກໂຮງງານຫັ້ນນ່າ ມັນມີຫຼາຍ.​ "

ອີງຕາມການຣາຍງານ ຂອງເອກອັກຄະຣັຖທູດເຢັຍຣະມັນ ປະຈໍາ ສປປ ລາວໃນພິທີຖແລງຂ່າວ ເມືື່ອບໍ່ດົນມານີ້, ການຊ່ວຍເຫຼືອໃນຄັ້ງນີ້​ ກໍເພື່ອເປັນການສືບຕໍ່ ການຮ່ວມມື ທີ່ມີຄວາມສຳພັນທີ່ດີມາຍາວນານ ລະຫວ່າງ ສປປ ລາວ ແລະ ຣັຖບານເຢັຍຣະມັນ ເຊິ່ງຈະສຸມໃສ່ການສົ່ງເສີມ ການພັທນາເສຖກິຈ-ສັງຄົມ ແລະ ການລົບລ້າງຄວາມທຸກຍາກ ໃນເຂດຊົນນະບົດ ແລະ ເຂດໂຕເມືອງ ແລະ ອໍານວຍຄວາມສະດວກ ໃຫ້ແກ່ການເຂົ້າເຖິງ ສະຖານທີ່ບໍຣິການ ດ້ານສາທາຣະນະ, ການຄ້າ, ການສ້າງລາຍໄດ້ ຈະເນັ້ນໃສ່ການສ້າງຜົລປໂຍດ ໃຫ້ແກ່ຊຸມຊົນ ເຂດທຸກຍາກ ໂດຍສະເພາະຄອບຄົວ ຊາວກະສິກອນ.​