ນ.ພອນສວັນ ຍັງບໍ່ໄດ້ຄວາມ ເປັນທັມ

0:00 / 0:00

ຄອບຄົວ ຂອງ ນາງ ພອນສະຫວັນ ອາຍຸ 17 ປີ ຢູ່ ບ້ານຂົວເຊ ເມືອງ ເຊບັ້ງໄຟ ແຂວງຄໍາມ່ວນ ຮຽກຮ້ອງ ຂໍຄວາມ ເປັນທັມ ຈາກທາງການ ພາຍຫລັງ ທີ່ ນາງຖືກ ຮ້ອຍເອກ ນິກສັນ ເຈົ້າໜ້າທີ່ ຕໍາຣວດ ຈະຣາຈອນ ເມືອງ ເຊບັ້ງໄຟ ທີ່ ມີອາການ ເມົາເຫລົ້າ ສີດນໍ້າໃສ່ ນາງ ໃນຂນະທີ່ ນາງ ຂີ່ຣົດຈັກ ຈົນເຮັດໃຫ້ ນາງລົ້ມ ແລ້ວ ຖືກຣົດຈັກ ທີ່ ແລ່ນ ຕາມຫລັງມາ ຢຽບເອົາ ຈົນ ນາງ ຂາຫັກ.

ເຫດເກີດຂຶ້ນ ເມື່ອ ວັນທີ 9 ເມສາ 2015 ແຕ່ຈົນມາເຖິງ ປັດຈຸບັນ ເຈົ້າໜ້າທີ່ ຕໍາຣວດ ຄົນ ດັ່ງກ່າວ ກໍຍັງບໍ່ ສະແດງ ຄວາມ ຮັບຜິດຊອບ ໃຫ້ ຄ່າຊົດເຊີຍ ຈໍານວນ 13 ລ້ານກີບ ນັ້ນເທື່ອ ແລະ ທັງບໍ່ໄດ້ ຖືກລົງໂທດ ແນວໃດ, ເຖິງວ່າ ຫ້ອງການ ປ້ອງກັນ ຄວາມສງົບ ເມືອງ ເຊບັ້ງໄຟ ໄດ້ຊ່ອຍ ໄກ່ເກັ່ຽ ເຣື້ອງ ໃຫ້ແລ້ວກໍຕາມ. ລູງ ນາງ ພອນສະຫວັນ ກ່າວຕໍ່ RFA ໃນ ວັນທີ 19 ເມສາ 2016 ນີ້ວ່າ:

"ພອນສະຫວັນ ຫຼານຂ້ອຍ ເຂົາກະໄປ ສົ່ງໝູ່ຢູ່ ເຮືອນ ແລ້ວບາດນີ້ ຂາກັບມາ ຜູ້ກ່ຽວ ກະຍັງສີດ ໃສ່ລາວ ເນາະ ຖນົນ ມັນປຽກ ມັນກະມື່ນນໍ ແລ້ວລົ້ມ ລົດຈັກນໍ ກະມີລົດ ຄັນນຶ່ງ ແລ່ນນໍາຫລັງມາ ແລ້ວ ມາຢຽບຂາ. ຫຼາຍເທື່ອແລ້ວ ນະ ເອີ້ນໄປ ໄກ່ເກັ່ຽ 2-3 ເທື່ອແລ້ວ ແລ້ວທາງເມືອງ ກະບໍ່ມີ ຄວາມສາມາດ ວ່າສິໄກ່ເກັ່ຽ ຄະດີ ນີ້ໄດ້ ວ່າແນວນັ້ນ ສະ".

ຜູ້ເປັນລູງ ເວົ້າວ່າ ທີ່ຜ່ານມາ ທາງຄອບຄົວ ກໍເຄີຍ ນໍາເຣຶ່ອງນີ້ ໄປຟ້ອງຮ້ອງ ເຖິງຜແນກ ປ້ອງກັນ ຄວາມສງົບ ແຂວງ ຄໍາມ່ວນ ແລະ ເຈົ້າໜ້າທີ່ ເພິ່ນກໍວ່າ ຈະເລັ່ງ ດໍາເນີນ ຄະດີ ນີ້ໃຫ້. ແຕ່ແລ້ວ ບໍ່ມີຫຍັງ ຄືບໜ້າເລີຍ, ເຮັດໃຫ້ ທາງຄອບຄົວ ໄດ້ຮັບຄວາມ ເດືອດຮ້ອນ ນໍາຄ່າປິ່ນປົວ ຜູ້ໄດ້ ຮັບບາດເຈັບ ຍ້ອນໄດ້ ກູ້ຢືມເງິນ ນໍາຍາດ ພີ່ນ້ອງ ແລະ ຕ້ອງໄດ້ ໃຊ້ແທນຄືນ.

ທ່ານເວົ້າ ຕື່ມອີກວ່າ ປັດຈຸບັນ ຮ້ອຍເອກ ນິກສັນ ຜູ້ກໍ່ເຫດ ຍັງເຮັດວຽກ ຢູ່ ຫ້ອງການ ປກສ ເມືອງ ເຊບັ້ງໄຟ ຕາມ ປົກກະຕິ ຢູ່. ຜູ້ກ່ຽວ ບໍ່ຮັບ ຜິດຊອບ ຜົລເສັຽຫາຍ ທີ່ເກີດຂຶ້ນ ກັບ ນາງ ພອນສະຫວັນ ຜູ້ເຄາະຮ້າຍ ຊຶ່ງ ປັດຈຸບັນ ບໍ່ຕ່າງຫຍັງ ກັບຄົນ ເສັຽອົງຄະ ເຖິງແມ່ນວ່າ ໝໍ ຈະໃສ່ ເຫລັກດາມຂາ ໄວ້ກໍຕາມ. ນາງ ຕ້ອງ ໃຊ້ຊີວິດ ແບບລໍາບາກ ໃນຂນະທີ່ ຍັງຮຽນຢູ່.