ຄົນງານລາວ ລັກເຮັດວຽກຢູ່ໄທຫຼາຍ ຍ້ອນຖ້າໄປຕາມ MOU ໄດ້ເສຍຄ່າໃຊ້ຈ່າຍຫຼາຍລ້ານກີບ

ຈຳປາທອງ/ເພັດສະຫຍາມ
2024.12.18
ຄົນງານລາວ ລັກເຮັດວຽກຢູ່ໄທຫຼາຍ ຍ້ອນຖ້າໄປຕາມ MOU ໄດ້ເສຍຄ່າໃຊ້ຈ່າຍຫຼາຍລ້ານກີບ ຮູບພາບປະກອບ: ຄົນງານລາວ ລໍຖ້າຂ້າມດ່ານ ກັບປະເທດລາວ
RFA

ຄົນງານລາວ ລັກເຮັດວຽກຢູ່ໄທຫຼາຍ ຍ້ອນຖ້າໄປຕາມ MOU ໄດ້ເສຍຄ່າໃຊ້ຈ່າຍຫຼາຍລ້ານກີບ      ເພັດສະຫຍາມ ລາຍງານ...

ຄົນງານລາວ ທີ່ເຂົ້າມາເຮັດວຽກໃນໄທ ສ່ວນໃຫຍ່ບໍ່ຢາກຈະເຮັດ MOU ຍ້ອນວ່າ ຄ່າໃຊ້ຈ່າຍສູງ ແລະລາຄາກໍບໍ່ເປັນເອກກະພາບກັນ ເພາະແຕ່ລະບໍລິສັດຈັດຫາງານໃນລາວ ຄິດໄລ່ຄ່າໃຊ້ຈ່າຍບໍ່ຄືກັນ ເຊິ່ງລາຄາການເຮັດໆໜີ້ ເລີ່ມຕົ້ນປະມານ 13,000 ຫາ 16,000 ບາດໃທ ຫຼືຕົກເປັນເງິນກີບປະມານ 8 ລ້ານຫາ 10 ລ້ານກີບ ແລະຍັງມີບັນຫາລໍຖ້າຄົນ ບໍ່ຕໍ່າກວ່າສອງເດືອນ ດັ່ງຄົນງານລາວໃນໄທ ທີ່ມີພຽງໜັງສືພາສປອດ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 18 ທັນວານີ້ວ່າ:

“ກໍແລ້ວແຕ່ບໍລິສັດ ແຕ່ເຫັນໝູ່ເຮັດ ເຂົາວ່າ ລາຄາປະມານ 13,000 ຫາ 16,000 ກໍມີ ຖ້າມີນາຍຈ້າງ ກໍປະມານສອງເດືອນເຂົາແລ່ນໃຫ້ ຕ້ອງລໍນາຍຈ້າງ ເຊັນຮັບ ຍື່ນເອກກະສານ.”

ບັນຫານີ້ເຮັດໃຫ້ຄົນງານລາວຫຼາຍຄົນ ຈຶ່ງຫັນໄປໃຊ້ວິທີການແບບຜິດກົດໝາຍ ໃນລັກສະນະໃຊ້ໜັງສືພາສປອດເທົ່ານັ້ນ ເຊິ່ງຈະສາມາດຢູ່ໃນໄທໄດ້ 60 ມື້ ເມື່ອໝົດອາຍຸກໍກັບຄືນປະເທດລາວ ຈັ່ງຂ້າມເຂົ້າມາໄທອີກຄັ້ງ.

ຂະນະທີ່ທ່ານ ອະດິສອນ ເກິດມົງຄົນ ເຄືອຂ່າຍອົງກອນດ້ານປະຊາກອນຂ້າມຊາດຂອງໄທ ກ່າວຕໍ່ວິທຍຸເອເຊັຽເສຣີວ່າ ການລົງທະບຽນຜ່ານລະບົບ MOU ຂອງລາວ ຍັງມີບັນຫາຢູ່ບ່ອນວ່າ  ຄົນງານລາວ ຈະຕ້ອງເດີນທາງໄປລົງທະບຽນຕໍ່ MOU ໃໝ່ຢູ່ປະເທດລາວ ເຮັດໃຫ້ຄ່າໃຊ້ຈ່າຍເພີ່ມຂຶ້ນຫຼາຍຢ່າງ ແລະເຫຼືອເວລາປະມານເດືອນປາຍເທົ່ານັ້ນ ໃນການຕໍ່ລະບົບ MOU. ພາຍໃນວັນທີ 1 ກຸມພາ 2025 ນີ້ ຊ່ວງເວລາຮອຍຕໍ່ນີ້ ຈະເຮັດໃຫ້ຄົນງານລາວ ຫຼຸດອອກຈາກລະບົບ MOU. ທ່ານກໍຢາກສະເໜີ ໃຫ້ທາງລັດຖະບານລາວ ເຂົ້າມາດໍາເນີນການຜ່ານລະບົບອອນລາຍໃນໄທ ເພື່ອຫຼຸດເວລາໃນການເດີນທາງ ການລໍຖ້າ ແລະຫຼຸດຄ່າໃຊ້ຈ່າຍໃຫ້ຄົນງານລາວ.

(THAI) “ຂໍ້ສະເໜີຂອງຂ້າພະເຈົ້າກໍຄືວ່າ ໃຫ້ທາງການລາວ ເຂົ້າມາດໍາເນີນການ ຜ່ານລະບົບອອນລາຍ ໃນໄທດີກວ່າ ຄ້າຍໆກໍາພູຊາເຮັດ ກໍຄືສາມາດຍື່ນໃນໄທໄດ້ເລີຍ ເພື່ອຫຼຸດໄລຍະເວລາໃນການເດີນທາງ ໄລຍະເວລາການລໍ ແລ້ວກໍຫຼຸດຄວາມສ່ຽງໃນການເຂົ້າເມືອງຜິດກົດໝາຍ ອີກອັນຫນຶ່ງ ຄິດວ່າຄວນເຮັດ ກໍຄືເຖິງເວລາທີ່ຈະຕ້ອງມານັ່ງປັບຂອງ MOU ລ່ວມກັນ ຈະທໍາແບບໃດໃຫ້ມັນງ່າຍ ສະດວກ ແລ້ວກໍຄ່າໃຊ້ຈ່າຍໜ້ອຍ.”

ປັດຈຸບັນ ມີຄົນງານລາວເຂົ້າມາເຮັດວຽກໃນໄທແບບຖືກກົດໝາຍ ປະມານ 286,000 ປາຍຄົນ ອີງຕາມການລາຍງານຂອງທາງການໄທ ປະຈໍາເດືອນພະຈິກ 2024 ນີ້.

ສ່ວນໂຕເລກຄົນງານລາວ ທີ່ຜິດກົດໝາຍ ບໍ່ສາມາດຈະຮິບໂຮມຂໍ້ມູນໄດ້ວ່າ ມີຈໍານວນເທົ່າໃດ. ບັນຫານີ້ກໍເຮັດໃຫ້ລັດຖະບານໄທ ເຂັ້ມງວດຫຼາຍຂຶ້ນໃນການຈັດລະບົບແຮງງານຂ້າມຊາດ ເພື່ອໃຫ້ນາຍຈ້າງມີແຮງງານພຽງພໍ ແລະໃຫ້ຄົນງານຕ່າງປະເທດ ທີ່ເຂົ້າມາເຮັດວຽກໃນໄທ ໄດ້ຮັບການຄຸ້ມຄອງຕາມກົດໝາຍ ດັ່ງເຈົ້າໜ້າທີ່ຕໍາຫຼວດໃນໄທທ່ານນຶ່ງກ່າວວ່າ.

(THAI) “ກໍຈະມີພະມ້າ ມີກໍາພູຊາ ມີລາວ ບາງຄົນກໍຫຼົບໜີເຂົ້າມາເລີຍ ອາດຈະບໍ່ມີພາສປອດ ເປັນເລື່ອງທີ່ຫຍຸ້ງຍາກພໍສົມຄວນ ແຕ່ວ່າເຂົາກໍປາບປາມກັນຢູ່ ທຸກວັນນີ້ ຕໍາຫຼວດ ຕມ ຕໍາຫຼວດພູທອນ ແລ້ວກໍໜ່ວຍງານທີ່ກ່ຽວຂ້ອງ ກໍພະຍາຍາມສອດສ່ອງ ດູແລກັນຢູ່.”

ທີ່ຜ່ານມາ ທາງການໄທກໍມີການປາບປາມ ແລະຈັບໂຕຄົນງານຕ່າງປະເທດທີ່ຜິດກົດໝາຍຈໍານວນຫຼາຍ ບໍ່ວ່າຈະເປັນຄົນລາວ ພະມ້າ ແລະກໍາພູຊາ ເພື່ອດໍາເນີນຕາມກົດໝາຍ ແລະສົ່ງຄືນປະເທດໝົດ.

ເປັນຕົ້ນ ໃນປີ 2020 ທີ່ຜ່ານມາ ເຈົ້າໜ້າທີ່ກວດຄົນເຂົ້າເມືອງພາກໃຕ້ຂອງໄທ ຈັບຄົນລາວໄດ້ 20 ຄົນ ທີ່ລັກລອບເຂົ້າປະເທດໄທ ຈະໄປເປັນແຮງງານຊາວປະມົງໃນປະເທດມາເລເຊຍ ແລະປັດຈຸບັນນີ້ ກໍຍັງຈັບຄົນລາວ ທີ່ເຂົ້າມາເຮັດວຽກຜິດກົດໝາຍໃນໄທ ຕາມຮ້ານບັນເທີງໄດ້ເລື້ອຍໆ ແລະລະຫວ່າງວັນທີ 5 ມິຖຸນາ ຫາ 19 ກັນຍາ 2024 ທາງການໄທດໍາເນີນຄະດີກັບສະຖານປະກອບການ ທີ່ຈ້າງແຮງງານຂ້າມຊາດ ແບບຜິດກົດໝາຍ ຈໍານວນ 718 ແຫ່ງ. ໃນນັ້ນມີຄົນງານຕ່າງປະເທດຜິດກົດໝາຍ 1,830 ຄົນ ເຊິ່ງບໍ່ໄດ້ລະບຸສັນຊາດວ່າ ມີຊາດໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.