ສອງນະຄອນ ລາວ-ວຽດ ເພີ້ມສໍາພັນ

0:00 / 0:00

ນະຄອນ ໂຮຈິມິນ ແລະ ນະຄອນ ຫລວງ ວຽງຈັນ ໄດ້ ລົງນາມ ເພີ້ມ ຄວາມ ສຳພັນ ແລະ ການ ຮ່ວມມື ຣະຫວ່າງ ກັນ ໃນ ອາທີດ ນີ້. ການ ລົງນາມ ຣະຫວ່າງ ສອງ ນະຄອນ ຄູ່ແຝດ ດັ່ງກ່າວ ມີຂຶ້ນ ໃນການ ພົບປະ ຫາລື ກັນ ທີ່ ນະຄອນ ຫລວງ ວຽງຈັນ ໃນ ວັນທີ 7 ເດືອນ ເມສາ ປີ 2015 ຣະຫວ່າງ ເຈົ້າຄອງ ກຳແພງ ນະຄອນ ຫລວງ ວຽງຈັນ ທ່ານ ສິນລາວົງ ຄຸດໄພທູນ ກັບ ເລຂາ ພັກ ຄອມມິວນິສ ປະຈຳ ນະຄອນ ໂຮຈິມິນ ທ່ານ ເລຕັນໄຮ ໃນຊ່ວງ ທີ່ ມາຢ້ຽມຢາມ ແລະ ເຮັດວຽກ ໃນລາວ ໃນ ວັນທີ 6-9 ເດືອນ ເມສາ ປີ 2015.

ອີງຕາມ ຂໍ້ ຕົກລົງ ນັ້ນ, ນະຄອນ ໂຮຈິມິນ ຂອງ ວຽດນາມ ຈະ ຊ່ອຍເຫລືອ ນະຄອນ ຫລວງ ວຽງຈັນ ໃນ ດ້ານ ເທັກນິກ ໃນ ໂຄງການ ລ້ຽງ ງົວພັນ ທີ່ ແຂວງ ວຽງຈັນ ເປັນ ເວລາ 5 ປີ ນອກຈາກ ນັ້ນ ຍັງ ຈະ ສົ່ງເສີມ ການ ບໍຣິຫານ ຈັດການ ເຣື້ອງ ງົປມານ ແລະ ການເງິນ ຂອງ ນະຄອນ ຫລວງ ວຽງຈັນ ຮ່ວມທັງ ການຝຶກ ອົບຮົມ ເຈົ້າຫນ້າທີ່ ການເງິນ ຂອງ ລາວ.

ສອງຝ່າຍ ຈະ ສົ່ງເສີມ ການ ເຊື່ອມໂຍງ ທາງດ້ານ ການ ທ່ອງທ່ຽວ ແລະ ວັທນະທັມ ດ້ວຍການ ແລກປ່ຽນ ປະສົພການ ຣະຫວ່າງ ເຈົ້າຫນ້າທີ່ ຣັດ ແລະ ກົມກອງ ຜແນກ ທີ່ ກ່ຽວຂ້ອງ. ທ່ານ ຄຸດໄພທູນ ໄດ້ ສະແດງ ຄວາມ ຂອບໃຈ ທີ່ ພັກ ຣັຖບານ ແລະ ນະຄອນ ໂຮຈິມິນ ໃຫ້ ການ ຊ່ອຍເຫລືອ ນະຄອນ ຫລວງ ວຽງຈັນ ໂດຍ ເນັ້ນວ່າ ການ ຊ່ອຍເຫລືອ ຂອງ ວຽດນາມ ເທື່ອນີ້ ຈະ ຊຸກຍູ້ ໃຫ້ ມີການ ພັທນາ ຫລາຍຂື້ນ ໃນ ນະຄອນ ຫລວງ ຂອງລາວ.