ຢູ່ລາວສິດທິມະນຸດຖືກ ຣະເມີດ

0:00 / 0:00

ຢູ່ ສປປລາວ ບຸກຄົນໃດ ທີ່ ບໍ່ເຫັນ ພ້ອມນໍາ ຣັຖບານ ຫລື ຜູ້ທີ່ ປົກປ້ອງ ສິດທິມະນຸດ ແລະ ຍົກເອົາ ບັນຫາຕ່າງໆ ຂຶ້ນມາເວົ້າ ໂດຍທີ່ ຣັຖບານ ບໍ່ມັກນັ້ນ ກໍຈະຖືກ ສອບສວນ ແບບບໍ່ມີ ກົດເກນ ແລະ ແນ່ນອນ ຕ້ອງຖືກ ຂັງລືມ. ຕາມຄໍາເວົ້າ ຂອງທ່ານ Phil Robertson ຮອງຜູ້ ອໍານວຍການ ອົງການ ສິດທິ ມະນຸດ Human Rights Watch ປະຈໍາ ພາກພື້ນ ເອເຊັຽ ທີ່ມີ ສູນກາງ ຢູ່ ສະຫະຣັຖ ອະເມຣິກາ:

"This is something where you don’t hear so much about the abuses that take place in Laos… ທ່ານ Robertson ກ່າວວ່າ ລາວ ເປັນ ປະເທດ ນຶ່ງທີ່ວ່າ ເຮົາບໍ່ຄ່ອຍ ໄດ້ຍິນ ຫຍັງຫລາຍ ກ່ຽວກັບ ເຫດການ ລ່ວງຣະເມີດ ສິດທິຕ່າງໆ ຂອງຜູ້ຄົນ ຊຶ່ງ ມີຫລາຍສິ່ງ ຫລາຍຢ່າງ ຖືກ ປົກປິດໄວ້".

ແລະວ່າ ຫາກ ຣັຖບານລາວ ບໍ່ພໍໃຈ ກັບຜູ້ໃດ ຜູ້ນຶ່ງ ໂດຍສະເພາະ ຜູ້ປົກປ້ອງ ສິດທິ ມະນຸດ ຜູ້ນັ້ນ ກໍຈະຖືກ ຕິດຕາມ ແລະ ຖືກນາບຂູ່ ຢ່າງ ໂຫດຮ້າຍ ຊຶ່ງກໍເປັນ ແບບທີ່ ປະຕິບັດ ກັນ ໃນພາກພື້ນ ຮວມທັງ ຢູ່ ພະມ້າ ຣະຍະ ທີ່ຣັຖບານ ທະຫານ ພະມ້າ ປົກຄອງ.

ໃນບົດບັນນາ ທິການ ຂອງ ໜັງສືພິມ ບາງກອກ ໂພສຕ໌ ເມື່ອວັນທີ 29 ມົກກະຣາ 2014 ທີ່ ອອກພາຍຫລັງ Human Rights Watch ອອກຣາຍງານ ກ່ຽວກັບ ການ ປະຕິບັດ ສິດທິ ມະນຸດ ໃນໂລກ ໄດ້ຍົກເອົາ ກໍຣະນີ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັກພັທນາ ຊຸມຊົນ ຂອງລາວ ມາເປັນ ຕົວຢ່າງ ທີ່ວ່າ ຣັຖບານ ລາວ ບໍ່ສົນໃຈ ທີ່ຈະແກ້ໄຂ ບັນຫາ ນັ້ນ ແຕ່ຢ່າງໃດ ເລີຍ ເຖິງແມ່ນວ່າ ກ້ອງ ວົງຈອນປິດ ຈະບົ່ງບອກ ວ່າ ທ່ານ ຖືກລັກ ພາຕົວ ແລະ ບັງຄັບ ໃຫ້ຂຶ້ນຣົດ ຄັນນຶ່ງ ຊຶ່ງປາກົດວ່າ ເປັນຣົດຂອງ ທາງການລາວ ກໍຕາມ. ການ ຫາຍສາບສູນ ນັ້ນ ເປັນການບອກ ຢ່າງຈົ່ງແຈ້ງ ຕໍ່ທຸກ ຄົນ ທີ່ຄິດ ຈະທ້າທາຍ ຣະບອບ ການປົກຄອງ ຂອງ ທາງການລາວ.

ໂດຍ ອ້າງອີງໃສ່ ຣາຍງານ ຂອງ Human Rights Watch, ບົດບັນນາ ທິການ ນັ້ນ ຍັງໄດ້ ກ່າວເຖິງ ອີກ 2 ປະເທດ ໃນ ອິນດູຈີນ ຊຶ່ງເປັນ ສະມາຊິກ ອາຊຽນ ຄືກັນ ນັ້ນວ່າ ການນັບຖື ສິດທິ ມະນຸດ ຢູ່ ວຽດນາມ ຂີ້ຮ້າຍລົງ ຢ່າງຈະແຈ້ງ ເມື່ອປີ 2013 ແລະ ກັມພູຊາ ກໍມີບັນຫາ ທາງດ້ານ ສິດທິມະນຸດ ທີ່ ເລີ່ມຈາກ ການເລືອກຕັ້ງ ທົ່ວໄປ ຊຶ່ງພັກ ຂອງ ນາຍົກ ຣັຖມົນຕຣີ ຮຸນເຊັນ ທີ່ ກໍາອໍານາດ ໄດ້ຮັບ ໄຊຊນະ ແຕ່ພັກ ຝ່າຍຄ້ານ ເວົ້າວ່າ ການ ເລືອກຕັ້ງນັ້ນ ບໍ່ໜ້າເຊື່ອຖື ແລະ ອາດມີການ ສໍ້ກົງ.