ສາກົນຂໍຄໍາຕອບເຣື້ອງ ຄົນງານ ຖືກຈັບ

0:00 / 0:00

ໃນກໍຣະນີ ທີ່ທາງການລາວ ຈັບກຸມຄຸມຂັງ ທ້າວ ສົມພອນ ພິມມະສອນ ອາຍຸ 30 ປີ, ທ້າວ ສຸການ ໃຈທັດ ອາຍຸ 33 ປີ ແລະ ນາງ ຫຼອດຄຳ ທຳມະວົງ ອາຍຸ 31 ປີ ໃນຕົ້ນປີ 2016 ໃນຂນະທີ່ ເຂົາເຈົ້າ ກັບຈາກ ປະເທດໄທ ເພື່ອໄປຕໍ່ ເອກກະສານ ຢູ່ ປະເທດລາວ.

ຫລ້າສຸດ ອົງການ ສິດທິມະນຸດ ສາກົນ ກໍສະແດງ ຄວາມເປັນຫ່ວງ ກ່ຽວກັບ ສະຖານະພາບ ຂອງພວກເຂົາ ແລະ ຍັງບໍ່ຮູ້ວ່າ ເຂົາເຈົ້າ ເປັນຕາຍແນວໃດ. ດັ່ງທ່ານ ຟິວ ໂຣເບີດສັນ ຮອງຜູ້ອຳນວຍການ ອົງການ ສິ້ງຊອມ ດ້ານ ສິດທິມະນຸດ (Human Rights Watch) ປະຈຳ ບາງກອກ ໄດ້ກ່າວຕໍ່ ເອເຊັຽເສຣີວ່າ:

"ເພາະທີ່ຜົມເຫັນຄັ້ງນັ້ນ ທີ່ເຂົາປາກົດມາ ເຂົາກໍມີ ໂທຣະພາບລາວ ກໍໃຫ້ເຂົາໃສ່ ຊຸດນັກໂທດ ຫລັງຈາກນັ້ນ ເຂົາກໍຫາຍໄປເລີຍ ບໍ່ຮູ້ວ່າ ເຂົາຈະຂັງໄວ້ ທີ່ຄຸກໄໜດ້ວຍ".

ຫ້ອງການ ສິດທິມະນຸດ ຂອງ ສະຫະປະຊາຊາດ ປະຈຳ ບາງກອກ ໄດ້ຕິດຕາມ ຄະດີ ຂອງ 3 ຄົນດັ່ງກ່າວ, ໂດຍໄດ້ເຮັດ ໜັງສືໄປຫາ ຣັຖບານລາວ ໃນວັນທີ 25 ກໍຣະກະດາ ປີ 2016 ເພື່ອຕິດຕາມ ຄວາມຄືບໜ້າ ຂອງ ຄະດີ ດັ່ງກ່າວ ແລະ ຈົນເຖີງປັດຈຸບັນ ກໍຍັງບໍ່ມີ ຄຳຕອບ ຈາກທາງການລາວ.

ຫລ້າສຸດ ຫ້ອງການສິດທິມະນຸດ ກໍໄດ້ສົ່ງຣາຍງານ ພິເສດ ກ່ຽວກັບ ການຈັບກຸມ 3 ຄົນ ດັ່ງກ່າວ ໄປກອງປະຊຸມ ສະພາ ສິດທິມະນຸດ ຂອງ ສະຫະປະຊາຊາດ ຢູ່ ເຈນິວາ ປະເທດ ສວິຊແລັນ ທີ່ ຈະມີຂຶ້ນ ແຕ່ວັນທີ 27 ກຸມພາ ຫາ ວັນທີ 24 ມີນາ ປີ 2017 ເພື່ອ ທວງຖາມ ຄວາມຄືບໜ້າ ນຳຄນະທູດລາວ ຢູ່ ເຈນີວາ.

ທ້າວ ສົມພອນ ພິມມະສອນ ແລະ ນາງ ຫລອດຄຳ ມຳມະວົງ ຖືກຈັບ ໃນວັນທີ 5 ມີນາ ປີ 2016 ຢູ່ແຂວງ ຄຳມ່ວນ ສ່ວນວ່າ ທ້າວ ສຸກັນ ໃຈທັດ ຖືກຈັບ ໃນ ວັນທີ 25 ພືສພາ ປີ 2016 ຢູ່ແຂວງ ສະຫວັນນະເຂດ ໃນຂໍ້ຫາເຜີຍແຜ່ ຂໍ້ຄວາມ ວິຈານ ພັກ-ຣັຖ ຜ່ານທາງ ເຟສບຸກ ຫລື ສື່ສັງຄົມ ອອນລາຍ.