ທ່ານຄູຄຳ ຈະສືບຕໍ່ ເປັນສຽງໃຫ້ ປະຊາຊົນ

ອຸ່ນແກ້ວ
2022.03.15
ທ່ານຄູຄຳ ຈະສືບຕໍ່ ເປັນສຽງໃຫ້ ປະຊາຊົນ ທ່ານ ຄູຄຳ ແກ້ວມະນີວົງ, ອະດີດນັກເຄື່ອນໄຫວ ດ້ານສິທທິມະນຸສ ແລະ ປະຊາທິປະໄຕ ໃນລາວ.
ຮູບພາບ: ເພຈ Bao Champasak

ທ່ານ ຄູ​ຄຳ ແກ້ວມະວົງ ທີ່ເຄີຍຖືເຈົ້າໜ້າທີ່ຕຳຣວດໄທຍ ຈັບໂຕ ໃນທ້າຍເດືອນມົກກະຣາ 2022 ທີ່ຜ່ານມາ ໃນຂໍ້ຫາວີຊາໝົດອາຍຸ ແລະ ຕໍ່ມາຜູ້ກ່ຽວກໍຖືກປ່ອຍໂຕ ຫຼັງຈາກນັ້ນ ລາວກໍໄດ້ຮັບການຊ່ວຍເຫຼືອ ຈາກໜ່ວຍງານທີ່ກ່ຽວຂ້ອງ ແລະ ລາວໄດ້ເດີນທາງມາລີ້ພັຍ ການເມືອງຢູ່ປະເທດຄານາແລ້ວ ໃນວັນທີ 10 ມີນາ 2022.  ທ່ານ ຄູຄຳ ແກ້ວມະນີວົງ ໄດ້ໃຫ້ສຳພາດຕໍ່ເອເຊັຽເສຣີ ເສຣີ ວ່າ.

ນັກ​ຂ່າວ: ມາຮອດນີ້ລະ ເປັນຈັ່ງໃດ ຮູ້ສຶກຈັ່ງໃດ?

ທ່ານ ຄູ​ຄຳ: ມາຮອດນີ້ກະຮູ້ ໂລ່ງໃຈເນາະ ປອດໂປ່ງເນາະອ້າຍ ຄື 80 ເປີເຊັນ ລະເຮົາກະຫຼຸດພົ້ນອອກຈາກອັນະລາຍຫຼືວ່າ ເຂດທີ່ບໍ່ປອດພັຍເນາະ. ບາດນີ້ ກະວ່າ ທີ່ເຫຼືອກໍຄື ເຮົາຕ້ອງປັບໂຕເອງໃຫ້ເຂົ້າກັບສະພາບແວດລ້ອມໃນເມືອງຄານາດາ ນີ້ນະ. ເປັນໄຂ້ ຕອນນີ້ ກະຍັງເປັນໄຂ້ຢູ່ ບາດນີ້ ທາງເຈົ້າໜ້າທີ່ເພິ່ນກະ​. ເຈົ້າໜ້າທີ່ເບິ່ງແຍງດູແລ ເພິ່ນກະໃຫ້ກັກໂຕ 14 ມື້ ທຸກຄົນທີ່ມາໃນເມືອງນີ້ ກະຕ້ອງກັກທຸກຄົນ.

ບໍ່ຈຳເປັນວ່າ ຕິດໂຄວິດ ຫຼື ບໍ່ຕິດໂຄວິດ ຄົນມາໃໝ່ກະຕ້ອງກັກທຸກຄົນ. ບາດນີ້ກະ ເຮົາກະມາຢູ່ຄົນດຽວ ຢູ່ຄົນດຽວຢູ່ໃນ ທີ່ພັກຄົນດຽວ ຄິດວ່າໜ້າຊິປອດພັຍລະຫຼະ ເພາະວ່າ ເຮົາມາຢູ່ໃນປະເທດທີ່ເປີດກວ້າງ.

ເຣື່ອງສິດທິເສຣີພາບຕ່າງໆ ເຮົາຄິດວ່າ ຄົງຈະບໍ່ມີໃຜມາຈຳກັດເຮົາ ບໍ່ໄດ້ເຮັດຫຍັງຜິດລະເຮົາກະໃຊ້ຊີວິດປົກຕິຂອງເຮົາ.”

ນັກ​ຂ່າວ: ເຮົາໄດ້ຕິດຕໍ່ລະຫວະ ຮູ້ລະຫວະວ່າ ໃຜເປັນສະປອນເຊີ ຂອງເຮົາ?

ທ່ານ ຄູ​ຄຳ: ໂອ້ ທາງສະປອນເຊີນີ້ ທາງຣັບານເພິ່ນກະ ເພາະວ່າ ເຄີຍຖາມເຈົ້າໜ້າທີ່ລະກະຄົນທີ່ມາດ້ວຍກັນເນາະ ຄົນວຽດນາມມາດ້ວຍກັນຫຼາຍຄົນຖາມເຂົາເຈົ້າກະບໍ່ໄດ້ມີສະປອນເຊີ. ຢ່າງເຊັ່ນບໍ່ໄດ້ມີຄົນວຽດນາມເປັນສະປອດເຊີ ຢ່າງຂ້ອຍກະ ມີແຕ່ທາງຣັບານກາງຂອງຄານາດາເພິ່ນມາເບິ່ງແຍງເອົາຈັ່ຊີ້ນ່າ.

ນັກ​ຂ່າວ: ມີການກຽມໂຕແນວໃດ ຈາກນີ້ຕໍ່ໄປ?

ທ່ານ ຄູ​ຄຳ: ຈາກນີ້ ຕໍ່ໄປກະຄືເພິ່ນແຈ້ງ ນຶ່ງກໍຄື ຮຽນໜັງສື ສອງມາ ຂັ້ນຕອນທີ່ສອງກໍຄືອາຊິເຮັດວຽກນຳແດ່ ແລະ ທາງຣັບານຄານາດາ ເພິ່ນກຊ່ອຍເຫຼືອ 1 ປີ ເຣື່ອງຄ່າໃຊ້ຈ່າຍນະ.”

ນັກ​ຂ່າວ: ຢູ່ພາຍໃນ ທີ່ພັກອີ່ຫຍັງຕ່າງໆ?

ທ່ານ ຄູ​ຄຳ: ເຈົ້າ ຫຼັງຈາກນຶ່ງປີນີ້ ເຮົາກະຕ້ອງຮຽນໃຫ້ມັນຈົບນະ ອາຊ່ວຍເຫຼືອໂຕເອງໄດ້ ຄວາມໝາຍເພິ່ນນະ ແຕ່ລະຢ່າງນຶ່ງປີ ເຮົາຕ້ອງຕັ້ງໂຕໄດ້ ຄວາມໝາຍເພິ່ນນະ. ຕ້ອງຊ່ອຍເຫຼືອໂຕເອງໄດ້ ຫຼັງຈາກ ນຶ່ງປີນະ ເຮົາຈະພະຍາຍາມ. ເພາະວ່າ ເຮົາຄົນໂສດເນາະ ເຮົາມາຄົນດຽວ ເຮົາກະຊິອາດຈະເຫງົາແດ່ ຄວາມເຫງົາຫັ້ນມັນແນ່ນອນຢູ່ແລ້ວ ເພາະວ່າ ເຮົາມາຢູ່ຄົນດຽວ ຢູ່ໃນຫ້ອງກະຢູ່ຄົນດຽວມາທຳອິດ. ຖາມວ່າ ຄົນລາວເຮົາກະມີ ຫາກວ່າ ເຂົາຢູ່ເມື່ອງອື່ນ ມັນຢູ່ຄົນລະຣັກັນ ສ່ວນຫຼາຍກະຊິມີຄົນໄທຫຼາຍກວ່າ ຢູ່ໃນເມືອງນີ້ ນະ ກະທັກທາຍກັນຊື່ໆ ເພາະວ່າ ເຮົາກະຍັງບໍ່ທັນລຶ້ງເຄີຍ ຄຸ້ນເຄີຍກັບເຂົາ.”

ນັກ​ຂ່າວ: ມີແຜນແນວໃດອີກ ຊິເຄື່ອນໄຫວເຣື່ອງບັນຫາເມືອງລາວຢູ່ເບາະ?

ທ່ານ ຄູ​ຄຳ: ມັນເປັນເຣື່ອງອະນາຄົດ ແຕ່ວ່າ ໃນໃຈເຮົາ ຄວາມຄິດເຮົາກະຍັງຄືເກົ່າເນາະ ບໍ່ວ່າເຮົາຈະໄປຢູ່ຕໍ່ປະເທດໃດກໍແລ້ວແຕ່ເນາະ ຊິເສຣີ ຫຼື ບໍ່ເສຣີ ເຮົາກະຍັງຢືນຢັນວ່າ ເຮົາເປັນຄົນມັກປາກມັກເວົ້າ ມັນສະແດງອອກ່ຽວກັບບ້ານເມືອງເຮົາ ປົກຕິຢູ່ແລ້ວ.

ເຮົາຄິດວ່າ ມັນເປັນສິດທິຂັ້ນພື້ນຖານ ຄືຂ້ອຍມາເຮັດວຽກນີ້ ເວົ້າໃຫ້ຟັງເນາະວ່າ ເປົ້າໝາຍຄືວ່າ ຢາກຮຽນໜັງສື ຢາກມີຄວາມຮູ້. ໃນຕອນນີ້ ຄືຖ້າປຽບທຽບເນາະ ຂ້ອຍກະຍັງໃຫ້ຄໍຕອບບໍ່ໄດ້ 100 ເປີເຊັນເພາະວ່າ ຂ້ອຍມາຢູ່ນີ້ ຄືຂ້ອຍຍັງບໍ່ທັນຮູ້ຈັກໃຜ ຄືຂ້ອຍຢູ່ໂຕຄົນດຽວຂອງຂ້ອຍ.

ແຕ່ວ່າ ເກີດວ່າ ມື້ນຶ່ງ ຂ້ອຍຢາກອອກມາວິພາກວິຈານ ປົກຕິຂອງຂ້ອຍ ຂ້ອຍກະເຮັດຄືເກົ່າ ເພາະວ່າ ຂ້ອຍບໍ່ມີຄວາມລະວັງວ່າເອີ ຈະຕ້ອງຢ້ານຜູ້ນັ້ນເດີ ຜູ້ນີ້ເດີ ຫຼື ຄືມັນເປັນສິດທິຂອງເຮົາທີ່ເຮົາຈະຕ້ອງເວົ້າ.

ເຮົາເຫັນສັງຄົມບ້ານເມືອງເຮົາ ບໍ່ໂອເຄແມ່ນເບາະ ທີ່ເຮົາເປັນຄົນລາວ ຕໍ່ໃຫ້ເຮົາໄປຢູ່ປະເທດໃດກໍແລ້ວແຕ່ ເຮົາເປັນຄົນລາວ ເຮົາກໍຕ້ອງເວົ້າຄືເກົ່າ.

ເຮົາກໍຍັງມີຄວາມເຊື່ອຢູ່ແລ້ວວ່າ ປະເທດລາວເຮົາ ຍັງບໍ່ພັນາ ນີ້ຄືຄວາມຄິດຂ້ອຍ ແຕ່ຖ້າເກີດວ່າ ບ້ານເມືອງເຮົາ ພັນາ ຈະເລີນ ເທົ່າທຽມກັບປະເທດອື່ນໃນອາຊຽນ ຫຼືດີກ່ອນປະເທດອື່ນໃນອາຊຽນ ນັ້ນຄືເຮົາຈະກ້າອອກມາຍອມຮັບຝ່າຍບໍຣິຫານ ແຕ່ຖ້າເກີດວ່າ ບ້ານເມືອງເຮົາຍັງບໍ່ພັນາ ເຮົາໄປຢູ່ໃສເຮົາກະບໍ່ມີຄວາມສຸກດອກ.

ນາດວ່າ ຕໍ່ໃຫ້ເຮົາໄປລົມກັບຄົນອື່ນ ຕໍ່ໃຫ້ເຂົາບໍ່ດູຖືກເຮົາກະຊ່າງ ແຕ່ຖ້າເຮົາວ່າ ເຮົາຈາກລາວປຸບ ຂະເຈົ້າແທບຈະບໍ່ຮູ້ຈັກເຮົາຊ້ຳ ວ່າລາວ ຢູ່ໝ້ອງໃດຊ້ຳ.

ຄືບໍ່ວ່າຈະເປັນປະເທດລາວເຮົາ ບໍ່ພັນາ ແລະ ບົດບາດຜູ້ນຳລາວໃນເວທີສາກົເຂົາບໍ່ຮູ້ຈັກຊ້ຳ ນີ້ຄືແນວຄິດເຮົາ ເຮົາຄິດວ່າປະເທດເຮົາຍັງດ້ອຍ ໃນສາຍຕາປະເທດອື່ນຢູ່. ເຮົກະຕ້ອງເຮັດທຸກວິທີທາງເພື່ອໃຫ້ເກີດມີການປ່ຽນແປງ.”

ນັກ​ຂ່າວ: ຊິເຮັດຫຍັງແດ່ລະ?

ທ່ານ ຄູ​ຄຳ: ນຶ່ງຄືເຮົາເປັນຄົນຣຸ້ນໃໝ່ເນາະ ເຮົາຍັງຈະໃຊ້ສື່ສັງຄົມອອນລາຍເປັນກະບອກສຽງໃຫ້ກັບຄົນຣຸ້ນໃໝ່ ຄື ແຊຄວາມຄິດເຫັນ ຫຼື ແຊປະສົບການ ເພາະວ່າ ທຸກໆຄົນ ບໍ່ວ່າຊິປະເທດໃດ ໃນທົ່ວໂລກ ການໃຊ້ສື່ສັງຄົມອອນລາຍເປັນກະບອກສຽງທີ່ມີຄວາມສຳຄັນທີ່ສຸດ.

ມັນໝົດຍຸກລະ ທີ່ຕ້ອງການປ່ຽນແປງ ລຸກຂຶ້ນມາຈັບອາວຸດ ຫຼືຮຽກຮ້ອງໃຊ້ຄວາມຮຸນແຮງມັນໝົດຍຸກນັ້ນແລ້ວ ສັງຄົມປ່ຽນແປງໄປດ້ວຍສຽງຂອງປະຊາຊົນ ເຮົາມັກແບບນັ້ນ ເຮົາມັນສັນຕິວິທີແບບນັ້ນ ຄື ເຮົາເປັນຄົນໂສດເຮົາຕັດສິນໃຈງ່າຍ ເຮົາຊິເຮັດແບບນີ້ ເຮົາຕັດສິນໃຈງ່າຍ.”

ທ່ານ ຄູ​ຄຳ ແກ້ວມະ​ນີ​ວົງ ອາ​ຍຸ 38 ປີ ເປັນ​ຊາວ​ແຂວງ​ຈຳ​ປາ​ສັກ ທີ່​ເຂົ້າ​ມາ​ເຮັດ​ວຽກ​ຢູ່​ບາງກອກ ແຕ່​ປີ 2002 ແລະ ຕໍ່​ມາ ໄດ້​ເຂົ້າ​ຮ່ວມກໍ່​ຕັ້ງ​ກຸ່ມ ລາວ​ເສ​ຣີ ຫຼື Free Laos ເພື່ອ​ເຄື່ອນ​ໄຫວ​ຮຽກ​ຮ້ອງ​ປະ​ຊາ​ທິ​ປະ​ໄຕ ແລະ ສິທທິ​ມະ​ນຸສ ເປັນ​ຕົ້ນ ການ​ຮຽກ​ຮ້ອງ​ໃຫ້​ທາງ​ການ​ລາວ ປ່ອຍ​ໂຕ​ຄົນ​ງານ​ລາວ 3 ຄົນ ທີ່​ເປັນ​ໝູ່​ຂອ​ງ​ລາວ ຄື ທ່ານ ສຸ​ການ ໃຈ​ທັດ ທ່ານ ສົມ​ພອນ ພິ​ມະ​ສອນ ແລະ ນາງ ຫລອດ​ຄຳ ທຳ​ມະ​ວົງ ທີ່​ຖືກ​ທາງ​ການ​ລາວ​ຈັບ​ໂຕ ໃນ​ຂໍ້​ຫາ ໃສ່​ຮ້າຍ​ປ້າຍ​ສີຣັ​ຖ​ບານ​ລາວ.

ໃນເວລາ ຢູ່ປະເທດໄທຍ ທ່ານ ຄູຄຳ ເຄີຍອອກມາ ວິພາກວິຈານ ຣັບານລາວຫຼາຍຄັ້ງ ກ່ຽວກັບເຣື່ອງການລະເມີດສິທິມະນຸສໃນລາວ ແລະ ການສະສິທເສຣີພາບ ໃນການສະແດງຄຳຄິດຄຳເຫັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

ຈັນພອນ ສະຫະຣັດ
Mar 16, 2022 10:54 AM

ດີແລ້ວ ນ້ອງຊາຍຄູຄຳ ຫລີກເວັ້ນຈາກ ການຖືກດັບຂອງພວກຄອມມູນິດ ສປປລາວ. ການທີ່ພວກເຮົາຫລັງໄຫລເປັນແສນມານອກປະເທດ,ເປັນຕົ້ນຄືສະຫະຣັດອາເມຣິກາ ແມ່ນຮູ້ແຈ້ງເຫັນເຖິງນະໂຍບາຍອັນຮ້າຍກາດປ່າເຖື່ອນເລິກແລບຂອງພວກ ພັກລັດນັ້ນຫລະ.