ກອງ ບັນຊາການ ປກສ ແຂວງ ຄໍາມ່ວນ ກໍາລັງ ສືບສວນ ສອບສວນ ຮ້ອຍເອກ ນິກສັນ, ເຈົ້າໜ້າທີ່ ຕໍາຣວດ ຈະຣາຈອນ ເມືອງ ເຊບັ້ງໄຟ ແຂວງ ຄໍາມ່ວນ, ທີ່ ສີດ ນໍ້າໃສ່ ຄົນທີ່ຂີ່ ຣົດ ຈັກ ຈົນ ເກີດເຫດ ເຮັດໃຫ້ ຣົດ ເສັຽຫຼັກ ລົ້ມ, ແລ້ວ ຣົດຈັກ ທີ່ ນໍາຫຼັງມາ ກໍ ຂະມະ ຢຽບຂາ ຂອງນາງ ຈົນ ຫັກ.
ຕາມ ການບອກເລົ່າ ຂອງ ພົລເມືອງດີ ຜູ້ທີ່ເຫັນ ເຫດການ, ເຫດ ເກີດຂຶ້ນ ໃນວັນທີ 9 ເມສາ ຜ່ານມາ, ຢູ່ ບ້ານຂົວເຊ ເມືອງ ເຊບັ້ງໄຟ ເມື່ອ ຮ້ອຍເອກ ນິກສັນ ເຈົ້າໜ້າທີ່ ຕໍາຣວດ ຈະຣາຈອນ ໄດ້ ສີດ ນໍ້າໃສ່ ນາງ ພອນສະຫວັນ ອາຍຸ 18 ປີ ເປັນ ນັກຮຽນ ຊັ້ນ ມັທຍົມ ທີ່ ກໍາລັງ ຂີ່ ຣົດຈັກ ຜ່ານໄປ, ເຮັດໃຫ້ ຣົດ ແລະ ນາງ ພອນສະຫວັນ ລົ້ມ, ຂນະທີ່ ມີຣົດຈັກ ອີກຄັນນຶ່ງ ແລ່ນ ຕາມຫຼັງມາ ຢຽບຊໍ້າ ອີກ, ເຮັດໃຫ້ ຂາ ຂອງ ນາງ ຫັກ.
ພົລເມືອງ ດີ ທ່ານນຶ່ງ ກ່າວ ຕໍ່ເອເຊັຽ ເສຣີ ວ່າ, ເຫດການ ຜ່ານມາ ໄດ້ຫຼາຍ ເດືອນ ແລ້ວ, ນັບແຕ່ມື້ ເກີດເຫດ. ແຕ່ການ ສຶບສວນ ສອບສວນ ຢູ່ເມືອງ ເຊບັ້ງໄຟ ນັ້ນ ບໍ່ມີຄວາມ ຄືບໜ້າ ສະນັ້ນ ຍາດພີ່ນ້ອງ ຂອງຜູ້ ເສັຽຫາຍ ຈຶ່ງຂຽນ ຄໍາຮ້ອງ ຂໍຄວາມ ເປັນທັມ ໄປຍັງ ກອງ ບັນຊາການ ປກສ ແຂວງ ຄໍາມ່ວນ.
ເຖິງແມ່ນ ເຫດການ ນັ້ນ ໄດ້ ຜ່ານມາ ດົນແລ້ວ, ແຕ່ບັນຫາ ກໍຍັງ ບໍ່ທັນໄດ້ ຮັບການ ແກ້ໄຂ. ກ່ຽວກັບ ເຣື່ອງນີ້ ຫ້ອງການ ປກສ ແຂວງ ຄໍາມ່ວນ ກໍວ່າ ຍັງກໍາລັງ ເກັບກໍາ ຂໍ້ມູນ ເພື່ອແກ້ໄຂ, ດັ່ງ ພັນໂທ ຄໍາໄມ ຈັນທະວົງໄຊ ຮອງ ຫົວໜ້າ ກອງ ບັນຊາການ ປກສ ແຂວງ ຄໍາມ່ວນ ໄດ້ ກ່າວຕໍ່ ເອເຊັຽ ເສຣີ ວ່າ:
“ມອບໃຫ້ ເຈົ້າໜ້າທີ່ ທາງ ຫ້ອງການ ທີ່ ຕໍາຣວດ ລົງໄປ ສັນນະສູດ ໄປເອົາ ຂໍ້ມູນ ຄືນໃໝ່ ກ່ອນ, ໃຫ້ ເຈົ້າໜ້າທີ່ ຫ້ອງ ຕໍາຣວດ ເພິ່ນ ລົງໄປ ເອົາ ຂໍ້ມູນ ຕື່ມວ່າ ຣົດໃຜ ມາຢຽບ ເຫັນວ່າ ຜິດກະຜິດ ນໍາກັນ ກັບ ຜູ້ຢຽບ ຫັ້ນນະ ຍັງ ບໍ່ທັນໄດ້ ຣະອຽດ ດຽວນີ້, ກະຍັງ ລົງໄປ ເອົາຂໍ້ມູນ ກັບເມືອງ ຢູ່, ມອບໃຫ້ ກອງຄະດີ ເຂົາເຈົ້າ ດໍາເນີນ ດອກອັນນັ້ນ ດຽວນີ້ ການສຶກ ອົບຮົມ ກະຍັງ ບໍ່ທັນໄດ້ ສຶກສາ ອົບຮົມ ແຕ່ວ່າ ຣະບຽບ ຂອງມັນ ກະມີ ຂອງ ເຈົ້າໜ້າທີ່ ພວກເຮົາ ເນາະ, ໂຈະ ການຍ້ອງຍໍ ເລື່ອນຊັ້ນ ເບາະ ອັນນັ້ນ ມັນມີ ຢູ່ດອກ ອັນນີ້ ຫັ້ນນ່າ.”
ພົລເມືອງດີ ຍັງໄດ້ ກ່າວຕໍ່ ເອເຊັຽ ເສຣີ ອີກວ່າ ຄອບຄົວ ຂອງນາງ ພອນສະຫວັນ ຜູ້ ຂາ ຫັກ, ໄດ້ ຮຽກຮ້ອງ ຄ່າ ປິ່ນປົວ ເປັນເງິນ ປະມານ 13 ລ້ານ ກີບ, ແລະ ຄ່າດ້ອຍ ໂອກາດ ທີ່ ເຮັດໃຫ້ ນາງ ເສັຽອົງຄະ ອີກ 10 ລ້ານ ກີບ, ຈາກ ຮ້ອຍເອກ ນິກສັນ ທີ່ ເປັນ ຕົ້ນເຫດ ເຮັດໃຫ້ ນາງ ໄດ້ຮັບ ບາດເຈັບ, ແຕ່ ຮ້ອຍເອກ ນິກສັນ ບໍ່ ຮັບຜິດຊອບ ຜົລການ ກະທຳ ອັນບໍ່ດີ ຂອງຕົນ.
ດັ່ງນັ້ນ ເຣຶ່ອງນີ້ ຈຶ່ງ ຍັງບໍ່ແລ້ວ, ຜູ້ເສັຽຫາຍ ຍັງ ຮຽກຮ້ອງ ຂໍຄວາມ ເປັນທັມ ຈາກ ທາງານລາວ ຢູ່ຕໍ່ໄປ. ກ່ຽວກັບ ເຣື້ອງນີ້ ຖ້າມີ ຂ່າວ ຄືບໜ້າ ເອເຊັຽ ເສຣີ ຈະສເນີ ໃຫ້ ທ່ານຊາບ ຕໍ່ໄປ.