ນາງຄຳພຸດ ໄດ້ອອກຄຸກ ແລ້ວ

0:00 / 0:00

ນາງ ຄຳພຸດ ມີຕັນ, ທີ່ ຖືກກັກຂັງ ເມື່ອ ທ້າຍເດືອນ ພຶສພາ ຜ່ານມາ, ຖືກປ່ອຍ ໂຕ ແລ້ວ ໃນ ວັນທີ 4 ສິງຫາ ນີ້ ພາຍຫຼັງ ທີ່ ເຈົ້າໜ້າທີ່ ພົບວ່າ ນາງ ບໍ່ແມ່ນ ຜູ້ ເຜີຍແຜ່ ຮູບ ຂອງ ຕຳຣວດ ຮັບ ສິນບົນ ແລະ ບໍ່ມີຜູ້ໃດ ຢູ່ ເບື້ອງຫຼັງ, ອີງຕາມ ຣາຍງານ ຈາກ ທ້ອງຖິ່ນ ໃນ ວັນທີ 7 ສິງຫາ ນີ້.

ການປ່ອຍ ນາງ ຄຳພຸດ ມີຕັນ, ອາຍຸ 26 ປີ, ຊາວບ້ານ ນາບວມ, ເມືອງພຽງ, ແຂວງ ໄຊຍະບູຣີ, ມີຂຶ້ນ ພາຍຫຼັງ ທີ່ ເຈົ້າໜ້າທີ່ ໄດ້ ສືບສວນ ສອບສວນ ແລະ ຮວບຮວມ ຫຼັກຖານ ມາພິສູດ, ຈຶ່ງພົບວ່າ ນາງ ບໍ່ແມ່ນ ຜູ້ ທີ່ນຳເອົາ ຮູບ ຂອງ ເຈົ້າໜ້າທີ່ ຮັບສິນບົນ ນັ້ນ ລົງ ເຜີຍແຜ່ ທາງ ເຟສບຸກ, ເຖິງແມ່ນວ່າ ນາງ ຈະເປັນຜູ້ ຖ່າຍຮູບ ນັ້ນ ກໍຕາມ. ການສືບສວນ ຍັງພົບວ່າ ບໍ່ມີໃຜ ຢູ່ ເບື້ອງຫຼັງ ການເຜີຍແຜ່ ຮູບ ດັ່ງກ່າວ, ຕາມທີ່ ມີ ການສົງສັຍ ກັນ ໃນ ເບື້ອງຕົ້ນ.

ຊາວບ້ານ ທ່ານນຶ່ງ, ທີ່ ໄດ້ໂອລົມ ກັບ ເຈົ້າໜ້າທີ່ ກ່ຽວກັບ ການປ່ອຍ ນາງ ຄຳພຸດ ຄັ້ງນີ້, ກ່າວຕໍ່ ເອເຊັຽ ເສຣີ ວ່າ:

“ນາງ ຄຳພຸດ ມີຕັນ ໄດ້ ຖືກປ່ອຍ ໂຕ ແລ້ວ ຕັ້ງແຕ່ ວັນທີ 4 ເດືອນ 8, ທາງການ ໄດ້ ເກັບກຳ ຫຼັກຖານ ແລະ ສືບສວນ ເຫັນວ່າ ຜູ້ກ່ຽວນັ້ນ ບໍ່ໄດ້ ເປັນຄົນ ໂພສ ເອງເນາະ ແລະ ກະເຮັດໄປ ໂດຍ ຄວາມຮູ້ເທົ່າ ບໍ່ເຖິງການ ເນາະ, ແລະກະ ໃຫ້ ຜູ້ກ່ຽວ ຂຽນໄປ ປະຕິຍານ ຕົນວ່າ ແຕ່ນີ້ ຕໍ່ໄປ ຈະບໍ່ເຮັດ ອີກເນາະ ວ່າ ມັນຜິດ ກົດໝາຍ ການທີ່ເອົາ ເຈົ້າໜ້າທີ່ ໄປປະຈານ ເສັຽຫາຍ ໃນສັງຄົມ ອອນລາຍ.”

ພ້ອມດຽວ ກັນນັ້ນ, ໃນ ການປ່ອຍໂຕ ຄັ້ງນີ້, ນາງ ຄຳພຸດ ຍັງໄດ້ ເສັຽຄ່າ ທຳນຽມ ໃຫ້ແກ່ ເຈົ້າໜ້າທີ່ ເປັນເງິນ 1 ລ້ານ ກວ່າ ກີບ ນໍາດ້ວຍ. ນາງ ຄຳພຸດ ມີຕັນ ຖືກ ເຈົ້າໜ້າທີ່ ຕຳຣວດ ຈັບ ເມື່ອວັນທີ 21 ພືສພາ 2015, ແລ້ວ ຖືກສົ່ງໄປ ຂັງຄຸກ ຢູ່ ແຂວງ ໄຊຍະບູຣີ ໃນ ຂໍ້ຫາ ຖ່າຍຮູບ ເຈົ້າໜ້າທີ່ ຕໍາຣວດ ຈະຣາຈອນ ຢູ່ເຂດ ບ້ານ ໂພນສະອາດ ໃນວັນທີ 11 ພືສພາ ຜ່ານມາ ແລ້ວ ມີຄົນ ເອົາຮູບ ດັ່ງກ່າວ ອອກໄປ ເຜີຍແຜ່ ທາງ ເຟສບຸກ.