ທາງການມິດງຽບເຣື້ອງ ນ.ຄໍາພຸດ

0:00 / 0:00

ເຈົ້າໜ້າທີ່ ແຂວງ ໄຊຍະບູຣີ ເວົ້າວ່າ, ນາງ ຄໍາພຸດ ມິຕັນ ຊາວບ້ານ ນາບວມ ເມືອງ ພຽງ ແຂວງ ໄຊຍະບູຣີ, ອາຍຸ 26 ປີ ຊື່ງ ຖຶກຈັບ ໃນ ຂໍ້ຫາ ໃສ່ຮ້າຍ ເຈົ້າໜ້າທີ່ ນັ້ນ, ປັຈຈຸບັນ ຍັງຖຶກ ຂັງຄຸກ ຢູ່ ຫ້ອງການ ປ້ອງກັນ ຄວາມສງົບ ແຂວງ ໄຊຍະບູຣີ. ຈົນຮອດ ທຸກມື້ ນີ້ ຍັງບໍ່ມີ ເຈົ້າໜ້າທີ່ ຄົນໃດ ຮູ້ໄດ້ວ່າ, ນາງ ຄໍາພຸດ ຈະ ຖືກ ຕັດສິນ ລົງໂທດ ເມື່ອໃດ, ແລະ ໂທດ ຫນັກ ຫຼືບໍ? ແລະ ນາງ ກໍຖຶກ ຂັງ ເປັນ ເວລາ 1 ເດືອນ ກວ່າ ແລ້ວ ກໍຕາມ. ທ່ານເວົ້າວ່າ:

“ກໍຍັງຢູ່ ພູ້ນຕິ້ ຍັງ ບໍ່ຮູ້ຈັກ ເນາະ, ໂທດ ນີ້ຈັກປີ ຈັກປີ ກໍບໍ່ຮູ້ຈັກ ເນາະ, ໂທດ ເຂົາ ຈັ່ງໃດ ກໍ ບໍ່ຮູ້ຈັກ ບໍ່ໄດ້ຍິນ ເຂົາວ່າ ຈັ່ງໃດ ເດ່”.

ທ່ານວ່າ, ຂໍ້ມູນ ຫລ້າສຸດ ຈາກ ເຈົ້າໜ້າທີ່ ກ່ຽວຂ້ອງ ຈຶ່ງ ຮູ້ວ່າ ນາງ ຄໍາພຸດ ຍັງມີ ສຸຂພາບ ແຂງແຮງ ດີ, ແລະ ພໍ່ແມ່ ກໍ ຕິດຕາມ ຄວາມ ຄຶບໜ້າ ເຣື້ອງ ຄະດີ ຢູ່ ຕລອດ, ຫວັງວ່າ ລູກສາວ ຈະ ພົ້ນໂທດ ໃນ ໄວໆນີ້. ແຕ່ ເຖິງຢ່າງໃດ ທາງ ເຈົ້າໜ້າທີ່ ກໍບໍ່ ສາມາດ ຮູ້ໄດ້ວ່າ, ນາງ ຄໍາພຸດ ຈະຖືກ ປ່ອຍຕົວ ມື້ໃດ.

ກ່ຽວກັບ ເຣື້ອງນີ້ ທາງ ວິທຍຸ ເອເຊັຽ ເສຣີ ກໍໄດ້ ຕິດຕໍ່ ໄປຍັງ ຫ້ອງການ ຄະດີ ອາຍາ, ແລະ ຫ້ອງ ຄຸມຂັງ ປະຈໍາ ແຂວງ ໄຊຍະບູຣີ, ແຕ່ ເຈົ້າໜ້າທີ່ ກ່ຽວຂ້ອງ ບອກວ່າ, ຍັງ ບໍ່ພ້ອມ ທີ່ ຈະໃຫ້ ຂໍ້ມູນ ໄດ້ເທື່ອ, ເພາະ ຍັງບໍ່ມີ ຣາຍ ຣະອຽດ ກ່ຽວກັບ ໂທດ ທີ່ ນາງ ຖືກ ກ່າວຫາ ວ່າເປັນ ແນວໃດ ກັນແທ້.

ນອກຈາກ ນັ້ນ ທາງ ວິທຍຸ ເອເຊັຽ ເສຣີ ກໍໄດ້ ສອບຖາມ ຜູ້ຄົນ ຢູ່ບ້ານ ນາບວມ ເມືອງພຽງ ແຂວງ ໄຊຍະບູຣີ, 3 ຄົນ ແລະ ທັງ 3 ຄົນ ບອກວ່າ, ບໍ່ຮູ້ເຣື້ອງ ນາງພຸດ ຖືກຈັບ ມາກ່ອນ ຈຶ່ງ ອອກ ຄວາມເຫັນ ບໍ່ໄດ້.