ບຸນສວນ ນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ຊາວລາວ ຖືກຄາຕກັມ

ສຸພັດຕາ
2023.05.19
ບຸນສວນ ນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ຊາວລາວ ຖືກຄາຕກັມ ຮູບທ້າວ ບຸນສວນ ກິດຕິຍາໂນ.
ນັກຂ່າວ ພົລເມືອງ

ໃນວັນທີ 16 ພຶສພາ ທີ່ຜ່ານມາ ທ້າວ ບຸນສວນ  ກິດຕິຍາໂຍ ອາຍຸ 56 ປີ ນັກເຄື່ອນໄຫວເພື່ອປະຊາທິປະໄຕໃນລາວ ແລະເປັນຜູ້ລີ້ພັຍຢູ່ໄທຍ ທີ່ຮັບການຄຸ້ມຄອງສິດທິ ແລະສວັດດິພາບ ຈາກສໍານັກງານຂ້າຫຼວງໃຫຍ່ ຜູ້ລີ້ພັຍແຫ່ງສະຫະປະຊາຊາຕ (UNHCR) ຖືກຄາຕກັມ ຢູ່ໃນປ່າແຄມທາງ ບໍຣິເວນບ້ານໂນນຈິກ ຕາແສງວາຣິນ ເມືອງສີເມືອງໃໝ່ ແຂວງອຸບົນຣາຊທານີ ຂອງໄທຍ. ພາຍຫຼັງໃຊ້ຊີວິດ ຢູ່ເມືອງໂພໄຊ ແລະເມືອງສີເມືອງໃໝ່ ຂອງໄທຍ ເປັນໄລຍະເວລາປະມານ 4-5 ປີ, ອີງຕາມການຣາຍງານ ຂອງຮ້ອຍຕໍາຣວດເອກ ຖະເຫຼິງສັກ ສານທິຣາຊ ພະນັກງານສອບສວນ ສະຖານີຕໍາຣວດເມືອງ ເມືອງສີເມືອງໃໝ່ ເມື່ອວັນທີ 17 ພຶສພາ 2023 ນີ້ ທີ່ກ່າວກັບນັກຂ່າວທ້ອງຖິ່ນ.

ຮ້ອຍຕໍາຣວດເອກ ຖະເຫຼິງສັກ ສານທິຣາຊ ກ່າວອີກວ່າ ເຈົ້າໜ້າທີ່ ໄດ້ພົບສົບ ຂອງທ້າວ ບຸນສວນ ກິດຕິຍາໂນ ມີສະພາບບາດແຜ ຈາກການຖືກຍິງ 3 ນັດ ບໍຣິເວນແກ້ມຊ້າຍ ລູກປືນຊອດຂະມັບຫົວເບື້ອງຂວາ 1 ນັດ, ໜ້າເອິກ 1 ນັດ ແລະໜ້າທ້ອງ ອີກ 1 ນັດ ເຊິ່ງຄາດວ່າ ເປັນລູກກະສຸນ (ລູກປືນ) 9 ມມ ຫຼື 11 ມມ ຈາກນັ້ນ ເຈົ້າໜ້າທີ່ ກໍໄດ້ນໍາສົບຜູ້ກ່ຽວ ໄປຍັງໂຮງໝໍ ສັພສິດທິປະສົງ ເພື່ອພິສູດ ແລະຊອກຫາສາເຫດການເສັຍຊີວິດອີກເທື່ອ ເຊິ່ງຄົນໃກ້ຊິດຂອງຜູ້ຕາຍ ກໍໄດ້ມາຮັບສົບໄປແລ້ວ ແລະຄາດວ່າ ຈະຈັດພິທີສົ່ງສະການ ໃນວັນທີ 19 ພຶສພານີ້.

ທາງດ້ານ ທ້າວ ທອງຄໍາ ສຸຂວັນ ອາຍຸ 74 ປີ ຊາວບ້ານ ບ້ານໂນນຈິກ ເປັນບຸກຄົນທີ່ຜູ້ຕາຍ ນັບຖືເປັນພໍ່ຮັກ ໄດ້ກ່າວຕໍ່ຜູ້ສື່ຂ່າວທ້ອງຖິ່ນວ່າ ກ່ອນຈະຖືກຍິງ ຜູ້ຕາຍ ໄດ້ມາຫາທີ່ບ້ານ ເພື່ອຂໍຢືມຣົຖຈັກ ຂີ່ໄປຫຼິ້ນນໍາຄົນຮູ້ຈັກ ຈາກນັ້ນ ຜູ້ຕາຍກໍຫາຍໄປ ຈົນມາພົບອີກເທື່ອ ກໍກາຍເປັນສົບແລ້ວ.

ທ່ານກ່າວອີກວ່າ ທີ່ຜ່ານມາ ຜູ້ຕາຍ ເປັນສະມາຊິກ ກຸ່ມຄົນທີ່ດໍາເນີນການປະທ້ວງ ແລະຕໍ່ຕ້ານຣັຖບານລາວ ແລະເຄີຍຊັກຊວນຄົນລາວ ເດີນປະທ້ວງຣັຖບານ ທີ່ນະຄອນຫຼວງວຽງຈັນ ແລະ ຫຼວງພຣະບາງ, ແຕ່ຖືກທາງການລາວ ດໍາເນີນການກວາດລ້າງ ຈົນຕ້ອງຫຼົບລີ້ ໄປຢູ່ນະຄອນປາກເຊ ແຂວງຈໍາປາສັກ ຈາກນັ້ນ ກໍເດີນທາງ ຂ້າມໄປແຂວງອຸບົນຣາຊທານີ ຂອງໄທຍ.

ກ່ຽວກັບເຣື່ອງນີ້ ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ໄປຍັງ ສະຖານີຕໍາຣວດເມືອງ ເມືອງສີເມືອງໃໝ່ ແຂວງອຸບົນຣາຊທານີ ເພື່ອສອບຖາມຄວາມຄືບໜ້າ ຂອງຄະດີຄວາມ ເຊິ່ງເຈົ້າໜ້າທີ່ຕໍາຣວດ ທີ່ຮັບຜິດຊອບກ່ຽວກັບຄະດີຄວາມດັ່ງກ່າວນີ້ ໂດຍຕຣົງ ຢັ້ງຢືນວ່າ ເຫດການດັ່ງກ່າວນີ້ ເກີດຂຶ້ນແທ້ ແຕ່ບໍ່ສາມາດໃຫ້ຣາຍລະອຽດໄດ້ ເນື່ອງຈາກ ເປັນຄໍາສັ່ງຂອງຂັ້ນເທິງ. ຂະນະດຽວກັນ ວິທຍຸເອເຊັຽເສຣີ ກໍໄດ້ສົ່ງອີເມລ ໄປຫາສໍານັກງານ ຂ້າຫຼວງໃຫຍ່ ຜູ້ລີ້ພັຍແຫ່ງສະຫະປະຊາຊາຕ ປະຈໍາປະເທດໄທຍ ແລະສະຖານທູດອອສເຕຣເລັຍ ປະຈໍາປະເທດໄທຍ ໃນວັນທີ 19 ພຶສພາ 2023 ເພື່ອສອບຖາມຄວາມຄືບໜ້າ ແລະແຜນການດໍາເນີນການ ໃນໄລຍະບໍ່ດົນນີ້ ກ່ຽວກັບກໍຣະນີທີ່ເກີດຂຶ້ນ ກັບທ້າວ ບຸນສວນ ກິດຕິຍາໂນ ດັ່ງກ່າວນີ້ ແຕ່ຍັງບໍ່ທັນໄດ້ຮັບຄໍາຕອບ ໃນເວລາຂຽນຂ່າວນີ້ເທື່ອ.
ທາງອົງການ ທີ່ເຮັດວຽກດ້ານສິດທິ ທັງໃນປະເທດໄທຍ ແລະຕ່າງປະເທດ ກໍໄດ້ຮັບຮູ້ກ່ຽວກັບ ເຫດການທີ່ເກີດຂຶ້ນແລ້ວ ແລະຢູ່ລະຫວ່າງ ການປຶກສາຫາລື.

ດັ່ງ ເຈົ້າໜ້າທີ່ ອົງການຈັດຕັ້ງສາກົລ ທ່ານນຶ່ງ ທີ່ເຮັດວຽກຢູ່ປະເທດໄທຍ ໄດ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ວ່າ:

“ເປັນ, ເປັນເຣື່ອງທີ່ຊັອກ (ຕົກໃຈ) ທີ່ໄດ້ຍິນວ່າ ລາວ (ທ້າວ ບຸນສວນ) ເສັຽຊີວິດ, ແຕ່ ສາເຫດຂອງການຄາຕກັມໃນຄັ້ງນີ້ ກໍຍັງບໍ່ທັນເປັນທີ່ຮູ້ໄດ້ ຢ່າງຈະແຈ້ງເທື່ອ.”
ຂະນະທີ່ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານ ອົງການພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ທີ່ມີສູນກາງ ຢູ່ປະເທດເຢັຍຣະມັນ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ ທາງໜ່ວຍການງານ ຂອງລາວ ໄດ້ດໍາເນີນການ ຣາຍງານເຫດການດັ່ງກ່າວນີ້ ໃຫ້ທາງອົງການ ສະຫະປະຊາຊາຕ ຮັບຮູ້ແລ້ວ ວ່າ ທ້າວ ບຸນສວນ ກິດຕິຍາໂນ ເປັນນຶ່ງ ໃນສະມາຊິກ ກຸ່ມ ຟລີ ລາວສ “Free Laos” ເຊິ່ງເຄີຍເດີນທາງໄປປະທ້ວງ ຢູ່ຕໍ່ໜ້າສະຖານທູດລາວ ປະຈໍາປະເທດໄທຍ ເພື່ອຮຽກຮ້ອງໃຫ້ທາງການລາວ ເຄົາຣົບສິດທິມະນຸສ ແລະເສຣີພາບ ຂອງປະຊາຊົນ ເຊັ່ນດຽວກັບ ທ້າວ ອຸດອນ ພະເລີດ ຫຼື ສະຫວ່າງ ເປັນປະຊາຊົນ ບ້ານດອນຊາຕ ເມືອງສອງຄອນ ແຂວງສວັນນະເຂດ ເຊິ່ງເປັນສະມາຊິກ ກຸ່ມ ຟລີລາວສ໌ “Free Laos” ຄືກັນ ຫາກໍຖືກເຈົ້າໜ້າທີ່ຕໍາຣວດ ແຂວງສວັນນະເຂດ ຈັບໂຕໄປ ໃນວັນທີ 20 ເມສາ 2023 ນີ້.
ສ່ວນທ່ານ ແອ່ນເດຣັ່ຽ ຈີ່ອໍ່ເກັຕຕ້າ (Andrea Giorgetta), ຜູ້ອໍານວຍການ ຫ້ອງການ ສະຫະພັນສາກົລ ເພື່ອສິທທິມະນຸສ, ປະຈໍາຂົງເຂດ ເອເຊັຽຕາເວັນ ອອກສຽງໃຕ້ ຫລື International Federation for Human Rights (FIDH) ໄດ້​ໃຫ້ຄວາມເຫັນ ກ່ຽວກັບເຣື່ອງນີ້ ຕໍ່ຜູ້ສື່ຂ່າວ ວິທຍຸ ເອເຊັຽ ເສຣີ ໃນວັນທີ 19 ພຶສພາ 2023 ວ່າ:

“ສິ່ງນຶ່ງ ທີ່ຈະແຈ້ງແທ້ໆ ກໍແມ່ນວ່າ ຣັຖບານລາວ ພວມໃຊ້ມາຕການຂັ້ນສູງສຸດ ໃນການປິດປາກນັກເຄື່ອນໄຫວແບບສັນຕິວິທີ ທັງຢູ່ພາຍໃນ ແລະ ຕ່າງປະເທດ. ມັນເປັນເຣື່ອງທີ່ໜ້າຕົກໃຈ ທີ່ປະເທດໄທຍ, ອັນເຄີຍເປັນຈຸດໝາຍ ປາຍທາງທີ່ປອດພັຍ ຂອງບັນດານັກເຄື່ອນໄຫວ ທີ່ໜີຈາກການກົດຂີ່ຂົ່ມເຫງ ໃນປະເທດພວກເຂົານັ້ນ, ໄດ້ກາຍເປັນຈຸດໝາຍ ທີ່ອັນຕຣາຍ ສຳລັບພວກເຂົາແລ້ວ. ມັນເປັນສິ່ງຈຳເປັນ ທີ່ພວກກຸ່ມນັກການທູດ ໃນນະຄອນຫຼວງບາງກອກ ແລະ ນະຄອນຫຼວງວຽງຈັນ ຕ້ອງພາກັນຮຽກຮ້ອງ ໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທັງໃນລາວ ແລະ ໃນໄທຍ ດຳເນີນຄະດີ ຕໍ່ກຸ່ມຄົນບໍ່ດີ ທີ່ທຳການຮາວີ-ປາບປາມ ນັກເຄື່ອນໄຫວລາວ ໃນ 2 ປະເທດນີ້ ໃຫ້ເປັນໄປ ໃນທາງທີ່ໜ້າເຊື່ອຖືໄດ້.”

ໃນຮອບຫຼາຍປີ ທີ່ຜ່ານມານີ້ ສະມາຊິກ ກຸ່ມ ຟລີລາວສ໌ “Free Laos” ໄດ້ໂຮມຊຸມນຸມ ຢູ່ຕໍ່ໜ້າສະຖານທູດລາວ ປະຈໍາບາງກອກ ຢ່າງໜ້ອຍ 3 ຄັ້ງ, ຄັ້ງທໍາອິດ ແມ່ນເປັນການໂຮມໂຕກັນ ເພື່ອຮຽກຮ້ອງໃຫ້ຣັຖບານລາວ ເຄົາຣົບສິດທິມະນຸສ ແລະເສຣີພາບ ຂອງປະຊາຊົນໃນລາວ, ຄັ້ງທີ 2 ແມ່ນເພື່ອຮຽກຮ້ອງ ໃຫ້ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ປ່ອຍໂຕຄົນງານລາວ 3 ຄົນ ປະກອບມີ: ທ້າວ ສຸການ ໃຈທັດ, ນາງຫຼອດຄໍາ ທັມມະວົງ ແລະ ທ້າວ ສົມພອນ ພິມມະສອນ ທີ່ເຄີ່ຍຮຽກຮ້ອງ ໃຫ້ຣັຖບານລາວ ເຄົາຣົບສິດທິມະນຸສ ແລະເສຣີພາບ ຂອງປະຊາຊົນໃນລາວ ແລະ ຄັ້ງທີ 3 ແມ່ນ ກຸ່ມ ຟລີລາວສ໌ “Free Laos” ໄດ້ຮຽກຮ້ອງໃຫ້ຣັຖບານລາວ ເລັ່ງໃຫ້ການຊ່ອຍເຫຼືອ ຜູ້ທີ່ໄດ້ຮັບຜົລກະທົບຈາກເຫດການ ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.