ນາຍົກຣັຖມົນຕຣີ ກັມພູຊາ ຢ້ຽມຢາມ ສປປ ລາວ

ພູວົງສ໌
2023.02.14
ນາຍົກຣັຖມົນຕຣີ ກັມພູຊາ ຢ້ຽມຢາມ ສປປ ລາວ ທ່ານ ຮຸນແຊນ ນາຍົກຣັຖມົນຕຣີ ກັມພູຊາ (ຮູບຊ້າຍມື) ຖ່າຍຮູບຮ່ວມກັບ ທ່ານ ສອນໄຊ ສີພັນດອນ ນາຍົກຣັຖມົນຕີ ລາວ (ຮູບຂວາມື) ແລະ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໃນລະຫວ່າງ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 13-14 ກຸມພາ 2023.
ຮູບພາບຈາກ: ປກສ

ທ່ານ ຮຸນແຊນ ນາຍົກຣັຖມົນຕຣີ ກັມພູຊາ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສັນທະວະໄມຕຣີ ຢ່າງເປັນທາງການ ຢູ່ປະເທດລາວ ລະວ່າງວັນທີ 13-14 ກຸມພາ 2023 ຕາມຄຳເຊື້ອເຊີນ ຂອງທ່ານ ດຣ. ສອນໄຊ ສີພັນດອນ, ນາຍົກຣັຖມົນຕຣີລາວ ອັນຖືເປັນການຢ້ຽມຢາມ ສປປ ລາວ ຄັ້ງທຳອິດ ພາຍຫຼັງທີ່ປະເທດລາວ ໄດ້ມີການປ່ຽນນາຍົກ ຣັຖມົນຕຣີຜູ້ໃໝ່. ທັງສອງຝ່າຍ ຄືນາຍົກທັງ 2 ໄດ້ພົບພໍ້ ແລະ ໂອ້ລົມກັນ ເພື່ອປຶກສາຫາລື ກ່່ຽວກັບການຮ່ວມມືສອງຝ່າຍ ລາວ-ກັມພູຊາ, ໂດຍສະເພາະດ້ານພະລັງງານໄຟຟ້າ, ການກຳນົດຫຼັກໝາຍຊາຍແດນ ຂອງທັງສອງປະເທດ ແລະ ການຮ່ວມມືດ້ານອື່ນໆ.

ຈາກນັ້ນ, ນາຍົກທັງ 2 ກໍໄດ້ຈັດພິທີຖແລງຂ່າວຮ່ວມກັນ ຢູ່ທີ່ຫ້ອງວ່າການ ສຳນັກງານນາຍົກຣັຖມົນຕຣີລາວ ໂດຍທ່ານ ດຣ. ສອນໄຊ ສີພັນດອນ ໄດ້ກ່າວວ່າ ທັງສອງຝ່າຍ ມີການລົງນາມກັນ ໃນສົນທິສັນຍາ ວ່າດ້ວຍການກຳນົດເສັ້ນຊາຍແດນ ລະວ່າງລາວ ແລະ ກັມພູຊາ, ແຜນປະຕິບັດງານຮ່ວມ ລະວ່າງລາວ ແລະ ກັມພູຊາ ປີ 2023 ຫາ 2027 ແລະ ບົດບັນທຶກກອງປະຊຸມ ຄະນະກັມມະການຊາຍແດນຮ່ວມ ລາວ-ກັມພູຊາ.

ດັ່ງທີ່ທ່ານກ່າວວ່າ:

“ປຶກສາຫາລືກັນ ເພື່ອແກ້ໄຂ ແລະ ກຳນົດເສັ້ນຊາຍແດນ ທີ່ຍັງຄົງຄ້າງ ໃຫ້ສຳເຣັດໂດຍໄວ, ເຊິ່ງໃນມື້ນີ້ ພວກເຮົາກໍໄດ້ລົງນາມ ສົນທິສັນຍາ ວ່າດ້ວຍການກຳນົດເສັ້ນຊາຍແດນ ລະວ່າງ ສປປ ລາວ ແລະ ຣາຊະອານາຈັກກັມພູຊາ ໄດ້ 86% ຂອງຊາຍແດນທັງໝົດ ທີ່ສຳເຣັດການປັກຫຼັກໝາຍແລ້ວ.”

ທາງດ້ານທ່ານ ຮຸນແຊນ ນາຍົກຣັຖມົນຕຣີ ກັມພູຊາ ກໍໄດ້ມີຄຳເຫັນ ຕໍ່ການຮ່ວມມືດ້ານພະລັງງານ ລະວ່າງລາວ ກັບກັມພູຊາ, ເຊິ່ງທັງສອງຝ່າຍ ນຳມາເປັນປະເດັນຫຼັກ ໃນການຮ່ວມມືດ້ານການຄ້າ ແລະ ການແລກປ່ຽນ, ເຊິ່ງການຮ່ວມມືກັນ ດ້ານພະລັງງານໄຟຟັາ ທີ່ຝ່າຍລາວ ສົ່ງໄປໃຫ້ກັມພູຊານັ້ນ ຖືເປັນສ່ວນສຳຄັນ ໃນການເພີ່ມມູລຄ່າການຄ້າ ລະວ່າງລາວ ແລະ ກັມພູຊາ. ໃນປີ 2022 ທີ່ຜ່ານມາ ມີມູລຄ່າເຖິງ 210 ລ້ານໂດ່ລ້າຣ໌ສະຫະຣັຖ ປຽບທຽບໃນປີ 2021 ເຊິ່ງມີພຽງ 160 ລ້ານໂດ່ລ້າຣ໌ສະຫະຣັຖ.

ດັ່ງທີ່ທ່ານກ່າວວ່າ:

“ເຮົາຮູ້ວ່າ ປະເທດລາວ ແມ່ນເປັນໝໍ້ໄຟ ຂອງອາຊ້ຽນ ແລະ ກັມພູຊາ ກໍແມ່ນຕລາດນຶ່ງ ທີ່ມີຄວາມຕ້ອງການ ພະລັງງານໄຟຟ້າຫຼາຍ ຈາກລາວ. ດັ່ງນັ້ນ, ເຮົາຄວນຈະເອົາໃຈໃສ່ ຮ່ວມມືກັນ ໃນການພັທນາພະລັງງານ ບໍ່ວ່າໃນດ້ານເຂື່ອນໄຟຟ້າ ຫຼືວ່າຖ່ານຫິນ.”

ທ່ານ ຮຸນແຊນ ກ່າວຕື່ມວ່າ ຣັຖບານກັມພູຊາ ຈະຊຸກຍູ້ການເຊື່ອມໂຍງ ລະວ່າງແຂວງຈຳປາສັກ ຂອງປະເທດລາວ ໄປຫາແຂວງພຣະວິຫານ (Preah Vihear) ຂອງກັມພູຊາ ແລະ ແຂວງອັດຕະປື ຂອງປະເທດລາວ ໄປຫາແຂວງຣັຕຕະນະຄີຣີ (Rattana Kiri) ຂອງກັມພູຊາ ເພື່ອສົ່ງເສີມ ມູລຄ່າການຄ້າ ລະວ່າງສອງປະເທດ ໃຫ້ຫຼາຍຂຶ້ນ ລວມທັງການເຊື່ອມຕໍ່ ເສັ້ນທາງການທ່ອງທ່ຽວ ທັງທາງບົກ ແລະ ທາງອາກາດ ເປັນຕົ້ນວ່າ ແຂວງຫຼວງພຣະບາງ, ແຂວງສຽມຣຽບ, ນະຄອນຫຼວງພນົມເປັນ. ນອກຈາກນີ້, ທ່ານຍັງກ່າວຕື່ມວ່າ ກ່ຽວກັບບັນຫາຊາຍແດນ ລາວ-ກັມພູຊາ ທ່ານກໍຈະພະຍາຍາມ ສືບຕໍ່ແກ້ໄຂບັນຫາ ໃຫ້ສາມາດແກ້ໄຂບັນຫາ ໄດ້ທັງໝົດ ໃນພາຍພາກໜ້ານີ້.

ທ່ານກ່າວວ່າ:

“ຕາມທີ່ທ່ານ ສອນໄຊ ໄດ້ສົນທະນາ ກ່ຽວກັບເຣື່ອງທັງຫຼາຍ ທີ່ກ່ຽວພັນກັບບັນຫາຊາຍແດນ ຈະຮ່ວມກັນ ເຮັດໃຫ້ມີສັນຕິພາບ ແລະ ການຮ່ວມມື ແລະ ມີການແກ້ໄຂບັນຫາທັງໝົດ ໃນພາຍໜ້າ.”

ກ່ຽວກັບການມາຢ້ຽມຢາມລາວ ຂອງທ່ານ ຮຸນແຊນ ນາຍົກຣັຖມົນຕຣີກັມພູຊາ ໃນຄັ້ງນີ້, ທ່ານ ອາຈານ ອະດິສອນ ເສມແຍ້ມ, ນັກວິຊາການ ດ້ານລາວສຶກສາ ຢູ່ສະຖາບັນເອເຊັຽສຶກສາ ແຫ່ງຈຸລາລົງກອນມະຫາວິທຍາລັຍ ທີ່ນະຄອນຫຼວງບາງກອກ, ປະເທດໄທຍ ໄດ້ໃຫ້ຄຳເຫັນ ຕໍ່ວິທຍຸເອເຊັຽເສຣີ ກ່ຽວກັບການພົວພັນສອງຊາຕ ລາວ-ກັມພູຊາ ວ່າ ຄວາມສັມພັນ ຂອງທັງສອງຊາຕ ບໍ່ໄດ້ມີຫຼາຍປານໃດ, ແຕ່ວ່າ ຜູ້ນຳທັງສອງຊາຕ ກໍ່ມີການພົວພັນສ່ວນຕົວ, ອີກທັງຜູ້ນຳກັມພູຊາ ກໍຕ້ອງການສ້າງບົດບາດ ຂອງຕົນໃຫ້ຫຼາຍຂຶ້ນ ຢູ່ໃນພາກພື້ນອາຊ້ຽນ.

ດັ່ງທີ່ທ່ານກ່າວວ່າ:

“ກັມພູຊາ ກັບລາວ ມີການພົວພັນກັນໜ້ອຍຫຼາຍ. ຖ້າເບິ່ງໃນຂອບ ຂອງ CLMV ມັນຕ່າງກັບວ່າ ການພົວພັນກັບໄທຍ, ການພົວພັນກັບຈີນ ແລະ ການພົວພັນກັບວຽດນາມ. ນອກຈາກການຍຶດໂຍງ ໃນລັກສະນະປວັດສາຕ ທີ່ເຄີຍມີການພົວພັນ ໃນໄລຍະສົງຄາມເຢັນ.

ທ່ານອາຈານ ອະດິສອນ ເສມແຍ້ມ ກ່າວຕື່ມວ່າ ເຖິງຈະມີການພົວພັນກັນທີ່ໜ້ອຍ, ແຕ່ເບິ່ງໃນແງ່ການຄ້າຊາຍແດນ ແລະ ການພົວພັນດ້ານເສຖກິຈ ຂອງບັນດາແຂວງຊາຍແດນ ກັມພູຊາ-ລາວ ກໍຖືວ່າມີສ່ວນທີ່ກ່ຽວຂ້ອງພໍສົມຄວນຢູ່.

ທ່ານວ່າ:

“ທ່ານ ຮຸນແຊນ ມາລົມກັນ ໃນເຣື່ອງການປັກຫຼັກໝາຍເຂດແດນ ກໍເປັນບັນຫາ ຢູ່ເຂດພື້ນທີ່ຊາຍແດນ ທີ່ຢູ່ໃນຂອບການຮ່ວມມື Indochina Summit ຫຼືແມ່ນແຕ່ເຣື່ອງ ກ່ຽວກັບການຊື້ກະແສໄຟຟ້າ ທີ່ເອົາໄປໃຊ້ ໃນການພັທນາພື້ນທີ່ ຂອງທາງກັມພູຊາ ມັນກໍກ່ຽວຂ້ອງກັນແດ່.”

ໃນໂອກາດທີ່ທ່ານ ຮຸນແຊນ, ນາຍົກຣັຖມົນຕຣີກັມພູຊາ ມາຢ້ຽມຢາມລາວໃນຄັ້ງນີ້ ທ່ານຍັງໄດ້ເຂົ້າພົບ ທ່ານ ດຣ. ທອງລຸນ ສີສຸລິດ, ປະທານປະເທດລາວ ເຊິ່ງທ່ານ ດຣ. ທອງລຸນ ກໍໄດ້ມອບຫຼຽນໂພໄຊລ້ານຊ້າງ ເພື່ອເປັນກຽດ ແກ່ນາຍົກຣັຖມົນຕຣີກັມພູຊາ ແລະ ໄດ້ພົບພໍ້ກັບ ບັນດານັກສຶກສາຊາວກັມພູຊາ ທີ່ມາສຶກສາ-ຮ່ຳຮຽນ ຢູ່ປະເທດລາວ ທີ່ສະຖານທູຕກັມພູຊາ ປະຈຳລາວນຳອີກ. ຈາກນັ້ນ, ໃນຕອນແລງ ຂອງມື້ດຽວກັນ ທ່ານ ດຣ.ສອນໄຊ ສີພັນດອນ, ນາຍົກຣັຖມົນຕຣີລາວ ກໍຍັງໄດ້ຈັດພິທີລ້ຽງອາຫານຄ່ຳ ແກ່ທ່ານ ຮຸນແຊນ ພ້ອມດ້ວຍຄະນະ ກ່ອນທີ່ທ່ານຈະເດີນທາງກັບ ໃນມື້ວັນທີ 14 ກຸມພາ 2023.

ທ່ານ ຮຸນແຊນ ແມ່ນຜູ້ນຳປະເທດ ທີ່ມີຊາຍແດນຕິດກັບປະເທດລາວ ຄົນທີ 2 ທີ່ມາຢ້ຽມຢາມປະເທດລາວ ພາຍຫຼັງທີ່ທ່ານ ດຣ. ສອນໄຊ ສີພັນດອນ ໄດ້ຮັບການແຕ່ງຕັ້ງ ໃຫ້ດຳຣົງຕຳແໜ່ງ ນາຍົກຣັຖມົນຕຣີລາວ, ໂດຍກ່ອນໜ້ານີ້ ແມ່ນທ່ານ ຟ້າມມິ່ງຈິນ, ນາຍົກຣັຖມົນຕຣີວຽດນາມ ໄດ້ມາຢ້ຽມຢາມລາວ ລະວ່າງວັນທີ 11-12 ມົກກະຣາ 2023, ເຊິ່ງການມາຢ້ຽມຢາມລາວ ຂອງຜູ້ນຳວຽດນາມ ແລະ ກັມພູຊາ ໃນເວລາຫ່າງກັນປະມານ ພຽງ 1 ເດືອນ ນີ້, ສະທ້ອນໃຫ້ເຫັນເຖິງຄວາມສັມພັນ ອັນໜຽວແໜ້ນ ຂອງຄະນະພັກ-ຄະນະຜູ້ນຳລາວ ກັບຄະນະພັກ-ຄະນະຜູ້ນຳວຽດນາມ ແລະ ຄະນະພັກ-ຄະນະຜູ້ນຳກັມພູຊາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.