ທາງການລາວ ກວດກາ ສິ່ງຜິດກົດໝາຍ ຢູ່ເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ

0:00 / 0:00

ກະ​ຊວງ​ປ້ອງ​ກັນ​ຄວາມ​ສ​ງົບ ແລະ ພາກ​ສ່ວນ​ກ່ຽວ​ຂ້ອງ​ ຂ​ອງ​ແຂວງບໍ່​ແກ້ວ ລົງ​ພື້ນ​ທີ່ກວດ​ກາ ຫາ​ສິ່ງ​ຜິດ​ກົດ​ໝາຍ ເພື່ອ​ສ້າງ​ຄວາມ​ເປັນ​ຣະ​ບຽບ​ຮຽບ​ຮ້ອຍ ຂອງ​ຜູ້​ປະ​ກອບ​ການ ແລະ ຄົນ​ງານ ພາຍ​ໃນ​ເຂດ​ເສ​ຖ​ກິ​ຈ ​ພິ​ເສດສາມ​ຫລ່ຽມ​ຄຳ ເມືອ​ຕົ້ນ​ເຜິ້ງ ແຂວງບໍ່​ແກ້ວ.

ການລົງ​ກວດ​ກາ ໄດ້​ມີ​ຂຶ້ນ​ໃນ​ຕອນ​ຄ່ຳ​ຂອງວັນ​ທີ 6 ກັນ​ຍາ ໂດຍ ເຈົ້າ​ໜ້າ​ທີ່​ມີ​ຈຸດ​ປະ​ສົງ ກວດ​ກາ​ຫາ​ສິ່ງ​ເສບ​ຕິດ, ການ​ນຳ​ໃຊ້​ແຮງ​ງານຜິດ​ກົດ​ໝາຍ, ກາ​ນ​ຄ້າ​ມະ​ນຸ​ສ ແລະ ການ​ສໍ້​ໂກງ ​ທາງ​ອິນ​ເຕີຣ໌​ເນັດ ແຕ່​ປະ​ກົດ​ວ່າ ບໍ່​ພົບເຫັນສິ່ງ​ຜິດ​ກົດ​ໝາຍ.

ເຈົ້າ​ໜ້າ​ທີ່ ປກ​ສ ແຂວ​ງບໍ່​ແກ້ວ ທ່ານ​ນຶ່ງ ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 8 ກັນ​ຍາ ວ່າ:

“ເຈົ້າ​ໜ້າ​ທີ່​ເຮົາ​ໄປ​ຫັ້ນ ທີ່​ຜ່ານ​ມາ ກະ​ບໍ່​ເຄີຍ​ເຫັນ ເພາະ​ໃນ​ຫັ້ນ ມັນ​ກ​ະ​ເຂົ້າ​ຍາກ​ຢູ່​ແລ້ວ ແຕ່​ສະ​ເພາະ​ເຈົ້າ​ໜ້າ​ທີ່​ເຮົາ​ ຊິ​ເຂົ້າ​ໄປ​ໃນ​ເຂດ​ຫັ້ນ​ກະ​ຍາກ ໄປ​ແບບ​ເຮົາ​ມີ​ວຽກ​ເຮົາ​ກະ​ຈັ່ງ​ໄປ.

ທ່ານ​ກ່າວ​ຕື່ມ​ວ່າ ການ​ລົງ​ພື້ນ​ທີ່ກວດ​ກາ​ຫາ​ສິ່ງ​ຜິດ​ກົດ​ໝາຍ ເພື່ອ​ສ້າງ​ຄວາມ​ເປັນ​ລະ​ບຽບຮຽບ​ຮ້ອຍ ຂອງ​ຜູ້​ປະ​ກອບ​ການ ແລະ ຄົນ​ງານ ພາຍ​ໃນ​ເຂດ​ເສ​ຖ​ກິ​ຈ​ ພິ​ເສດສາມ​ຫລ່ຽມ​ຄຳ ໃນ​ຄັ້ງ​ນີ້ ແມ່ນ​ກໍ​ລະ​ນີ​ພິ​ເສດ ເນື່ອງ​ຈາກ​ເຈົ້າ​ໜ້າ​ທີ່ ​ລະ​ດັບ​ສູນ​ກາງ ຕ້ອງ​ການ​ປັບ​ປຸງ​ຄຸ້ມ​ຄອງ ແລະ ຍົກ​ລະ​ດັບ​ຄວາມ​ປອດ​ພັຍ​ໃນ​ເຂ​ດ.

ປັດ​ຈຸ​ບັນ​ ການ​ລົງ​ພື້ນ​ທີ່ກວດ​ກາ​ ເພື່ອ​ສ້າງ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ຂອງ​ຜູ້​ປະ​ກອບ​ການ ແລະ ຄົນ​ງານ​ພາຍ​ໃນ​ເຂດເສ​ຖ​ກິ​ຈ ​ພິ​ເສດສາມ​ຫລ່ຽມ​ຄຳ ຈະ​ບໍ່​ໄດ້​ປະ​ຕິ​ບັດ​ເປັນ​ປະ​ຈຳ ແລະ ຕໍ່​ເນື່ອງ ຍ້ອນ​ວ່າ ມີ​ຄົນ​ຄຸ້ມ​ຄອງ​ເຂດ​ເສ​ຖ​ກິ​ຈ ​ພິ​ເສດ​ສາມ​ຫລ່ຽມ​ຄຳ.

ທີ່​ຜ່ານ​ມາ ມີ​ເຫດ​ການ​ຕີ​ກັນ, ຂ້າ​ກັນ, ຍິງ​ກັນ, ການ​ເຂົ້າ​ໄປ​ຊ່ວຍ​ເຫຼືອ ​ຄົນ​ງານ​ທີ່​ຖືກ​ຕົວະ​ໄປ​ເຮັດ​ວຽກ ຫຼື ການ​ບັງ​ຄັບ​ໃຊ້​ແຮງ​ງານ ແລະ ບັນ​ຫາ​ດັ່ງ​ກ່າວ ກໍ​ຖືກ​ປົກ​ປິດ​ໄວ້ ແຕ່ຜູ້​ຄົນ​ຈະ​ຮູ້​ຜ່ານ​ສື່​ສັງ​ຄົມ​ອອນ​ລາຍ​ນ໌ ເທົ່າ​ນັ້ນ.

ເຈົ້າ​ໜ້າ​ທີ​ທ້ອງ​ຖິ່ນ​ເມືອງ​ຕົ້ນ​ເຜິ້ງ ແຂວງ​ບໍ່​ແກ້ວ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 8 ກັນ​ຍາ ວ່າ:

" ເຂດ ​ຂະ​ເຈົ້າ​ຂຶ້ນ​ເປັນ​ເຂດ​ພິ​ເສ​ຖ​ເນາະ ເມືອງ​ເຮົາ​ກະ​ບໍ່​ຊ່າງ​ຊິ​ວ່າ ເຂົາ​ກະ​ບໍ່​ຢາກ​ເປີດ​ເຜີຍ​ ແມ່ນ​ຫຍັງ​ຂອງ​ເຂົາ​ແຫຼະ ເຂົາ​ກະ​ຄື​ຊິບໍ່​ແຈ້ງ​ເປັນ​ທາງ​ການ ວ່າ ມື້​ນັ້ນ, ມື້ນີ້ ມີ​ຜູ້​ຂ້າ​ກັນ​ຕາຍ. ແຕ່​ຜ່ານ​ມາ​ຫັ້ນ ເຫັນ​ເຂົາ​ລົງ​ເຟ​ສ, ເຫັນ​ຂະ​ເຈົ້າ​ລົງ​ຢູ່​ເນາະ ແຕ່​ວ່າ ເຮົາ​ກະ​ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງຫຍັງ ​ກັບ​ຂະ​ເຈົ້າ​ແຫຼະ ກະ​ບໍ່​ມີ​ສິທ​ໄປ​ເວົ້າ​ຫຍັງ ມີ​ແຕ່​ໜ່ວຍ​ສະ​ເພາະ​ກິ​ຈ ຂະ​ເຈົ້າ​ໄປ​ແກ້​ໄຂ​ກັນ​ເອງ."

ພາຍ​ໃນ​ເຂດ​ເສ​ຖ​ກິ​ຈ ​ພິ​ເສດ​ສາມ​ຫລ່ຽມ​ຄຳ ມີ​ຄົນ​ຈີນ ເຂົ້າ​ເປີດ​ບໍ​ຣິ​ສັດ ແລະ ຫ້າງ​ຮ້ານ ເປັນ​ຈຳ​ນວນ​ຫຼາຍ​ ເຊິ່ງ​ບາງ​ບໍ​ຣິ​ສັດ ກໍ​ດຳ​ເນີນ​ທຸ​ຣະ​ກິ​ຈ ​ແບບ​ໂປ່ງ​ໄສ ມີ​ຄວາມ​ໜ້າ​ເຊື່ອ​ຖືໝັ້ນ​ຄົງ ແຕ່ກໍ​ມີ​ບາງ​ບໍ​ຣິ​ສັດ ທີ່​ດຳ​ເນີນ​ທຸ​ຣະ​ກິຈ ​ບໍ່​ເປັນ​ໄປ​ຕາມ​ກົດ​ໝາຍ ຈົນ​ເຮັດ​ໃຫ້​ຄົນ​ງານ ​ທີ່​ເຮັດ​ວຽກ​ນຳ​ບໍ​ຣິ​ສັດ ຖືກ​ເອົາ​ປຽບ ແລະ ບໍ່​ໄດ້​ຮັບ​ການ​ຄຸ້ມ​ຄອງ ຈາກ​ທາງ​ການ.

ຄົນ​ງານ​ລາວ ​ທີ່​ເຮັດ​ວຽກ​ຢູ່​ພາຍ​ໃນ​ເຂດ​ເສ​ຖ​ກິ​ຈ ​ພິ​ເສດ​ສາມ​ຫລ່ຽມ​ຄຳ ໄດ້​ກ່າວ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 8 ກັນ​ຍາ ວ່າ:

" ການ ​ຄຸ້ມ​ຄອງ​ຄັນ​ວ່າ ເປັນ​ວຽກ​ທີ່​ຜິດກໍ ຍາກໆ ໂຕນີ້ ເຂົ້າ​ໄປ​ມັນ​ກະ​ຫຍຸ້ງ​ຍາກ​ເຮົາ​ເອງ ເພາະ​ວ່າ ຄວາມ​ກົດ​ດັນ​ມັນ​ຕ້ອງ​ສູງ​ໜ້ອຍ​ນຶ່ງ​ໄດ໋​ໂຕ​ນັ້ນ, ຄັນ​ວ່າ​ເຮັດ​ວຽກ​ນຳ​ບໍ​ຣິ​ສັດ ເຮົາ​ຕ້ອງ​ເບິງກວດ​ກາ​ເບິ່ງວ່າ ມີ​ສັນ​ຍາ ຫຼື ບໍ່​ມີ​ສັນ​ຍາ ຄັນ​ວ່າ ມີ​ສັນ​ຍາ ເຈົ້າ​ເຮັດ​ຕາມ​ສັນ​ຍາ​ເຂົາ 3 ເດືອນ 6 ເດືອນ."

ປັດ​ຈຸ​ບັນ ຂ່າວ​ການ​ບັງ​ຄັບ​ໃຊ້​ແຮງ​ງານ​ຄົນ ໃນ​ຮູບ​ແບບ​ອື່ນໆ ຢູ່​ເຂດ​ເສ​ຖ​ກິ​ຈ ກໍ​ມິດ​ງຽບ​ໄປ.

ນາຍ​ໜ້າ​ຊາວ​ລາວ ທີ່າ​ຊອກ​ຫາ​ຄົນ​ງານ ​ເຂົ້າ​ໄປ​ເຮັດ​ວຽກ ​ໃນ​ເຂດ​ເສ​ຖ​ກິ​ຈ ​ພິ​ເສດ​ສາມ​ຫລ່ຽມ​ຄຳ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ວ່າ:

" ຂະ ​ເຈົ້າ​ບໍ່​ສາ​ມາດ​ຄ້າ​ຂາຍ​ຄົນ​ໄດ້ ບໍ່​ສາ​ມາດ​ບັງ​ຄັບ​ຄົນ​ແບບ​ຈັ່​ງ​ຊີ້ ຈັ່ງ​ຊັ້ນ​ໄດ້ ຕີ​ກັນ​ບໍ່ ຫຼື ຍັງ​ເຫັນ​ນ່າ. ມັນ​ບໍ່​ໄດ້​ແລ້ວ​ໂຕນີ້​ນ່າ ຖ້າ​ວ່າ ຂະ​ເຈົ້າ​ເກີດ​ບັນ​ຫາ​ ແບບ​ຕີ​ກັນ​ບໍ່ ຫຼື​ວ່າ ແມ່ນ​ຫຍັງ​ຫັ້ນ​ນ່າ ເຮົາ​ສົ່ງ​ກັບ​ໝົດ."

ອີງ​ຕາມ​ຂໍ້​ມູນ​ຈາກ​ປະ​ຊາ​ຊົນ, ເຂດ​ເສ​ຖ​ກິ​ຈ ​ພິ​ເສດ​ສາມ​ຫລ່ຽມ​ຄຳ ເຄີຍ​ຖືກ​ຮ້ອງ​ຮຽນ ​ກ່ຽວ​ກັບ​ບັນ​ຫາ​ຢາ​ເສບ​ຕິດ​ ການ​ທຳ​ຮ້າຍ​ຮ່າງ​ກາຍຄົນ​ງານ ແລະ ການ​ຄ້າ​ມະນຸ​ສ, ແຕ່​ບັນ​ຫາ ແລະ ຄໍ​າ​ຮ້ອງ​ເຫຼົ່າ​ນັ້ນ ກໍ​ບໍ່​ໄດ້​ຮັບ​ການ​ແກ້​ໄຂ ​ຢ່າງ​ເປັນ​ຮູບ​ປະ​ທັມ ແລະ ນອກ​ຈາກນີ້ ຢູ່​ເຂດ​ຄາ​ສິ​ໂນ ເຈົ້າ​ໜ້າ​ທີ່​ທາງ​ການ​ລາວ ກໍ​ບໍ່​ສາ​ມາດ​ເຂົ້າ​ໄປ​ກວດ​ກາ ໄດ້​ຢ່າງ​ເປັນ​ອິສ​ຣະ.

ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ ​ແຂວງບໍ່​ແກ້ວ ທ່ານ​ນຶ່ງ ໄດ້​ກ່າວ​ວ່າ:

" ຄື ​ເຫັນ​ຫັ້ນ​ລະ ຂັ້​ນ​ວ່າ​ກົດ​ໝາຍ​ເຮົາ​ຈະ​ໃຊ້​ຢູ່​ຫັ້ນ​ໄດ້ ຫຼາຍ​ຄົນ​ຄົງ​ຊິບໍ່​ຕົກ​ເປັນ​ການ​ຄ້າ​ມະ​ນຸ​ສ ແຕ່​ວ່າ ອັນ​ນີ້ ເຮົາ​ກະ​ເຂົ້າ​ໄປ​ບໍ່​ໄດ້​ໂຕນີ້, ກວດ​ກາ​ໄດ້​ນີ້ ແຕ່ກວດ​ຢູ່​ແຖວ​ໂຕ​ເມືອງ ແຖວ​ຕົ້ນ​ເຜິ້ງ​ເນາະ ແຕ່​ວ່າ ເຂົ້າ​ຄາ​ສິໂນ ກວດ​ແບບ​ຮ້ານ​ບັນ​ເທີງ ອັນ​ນີ້​ຖື​ວ່າ ກວດບໍ່​ໄດ້​ເນາະ ສ່ວນ​ຫຼາຍ​ຈະ​ເປັນ​ຂອງ​ຄົນ​ຈີນ​ໝົດ​ເລີຍ​ເນາະ."

ຍາ​ນາງ ກ່າວ​ຕື່ມ​ວ່າ: “ຣັ​ຖ​ບານ ຕ້ອງ​ໃຊ້​ສິທ​ອຳ​ນາດ​ ໃຫ້​ເຈົ້າ​ໜ້າ​ທີ່​ລາວ ເປັນ​ຕົ້ນ​ສະ​ຫະ​ພັນ​ແມ່​ຍິງ, ສະ​ພາ​ປະ​ຊາ​ຊົນ​ແຂວງ, ກັມ​ມະ​ບານ, ຂ​ແນງ​ການ​ຄຸ້ມ​ຄອງ​ແຮງ​ງານ ແລະ ອົງ​ການ​ຈັດ​ຕັ້ງ​ສິທ​ທິ​ມະ​ນຸ​ສ ສາ​ມາດ​ເຂົ້າ​ກວດ​ກາ​ຢ່າງ​ຈິງ​ຈັງ ເພື່ອ​ປາ​ປາມ​ການ​ຄ້າ​ມະ​ນຸ​ສ ແລະ ການ​ໃຊ້​ແຮງ​ງານ ຢູ່​ໃນ​ເຂດ​ເສ​ຖ​ກິ​ຈ ​ພິ​ເສດ​ສາມ​ຫລ່ຽມ​ຄຳ.”

ແມ່​ຍິງ​ລາວ​ຫຼາຍ​ຄົນ ເຂົ້າ​ໄປ​ເຮັດ​ວຽກ​ຕອບ​ແຊັດ ຢູ່​ໃນ​ເຂດ​ເສ​ຖ​ກິ​ຈ ​ພິ​ເສດ​ສາມ​ຫລ່ຽມ​ຄຳ ແຕ່​ຖື​ກ​ຕົວະ​ໃຫ້​ຂາຍ​ບໍ​ຣິ​ການ​ທາງ​ເພດ ຫຼື ຖືກ​ບັງ​ຄັບ​ໃຊ້​ແຮງ​ງານ​ຕ່າງໆ.

ໃນ​ວັນ​ທີ 19 ກະ​ຣະ​ກະ​ດາ 2022 ທີ່​ຜ່ານ​ມາ ຄະ​ນະ​ຄຸ້ມ​ຄ​ອງ​ເຂດ​ເສ​ຖ​ກິ​ຈ ​ພິ​ເສດ​ສາມ​ຫລ່ຽມ​ຄຳ ກໍ​ໄດ້​ອອກ​ແຈ້ງ​ການ​ໃຫ້​ບໍ​ຣິ​ສັດ​ຕ່າງໆ ໃນ ເຂດ​ດັ່ງ​ກ່າວ ໂຈະ​ການ​ນຳ​ເຂົ້າ​ຄົນ​ງານ ​ມາ​ເຮັດ​ວຽກ​ຕອບ​ແຊັດ.

ປັດ​ຈຸ​ບັນ ກະ​ຊວງ​ແຮງ​ງານ ແລະ ສວັດ​ດີ​ການ​ສັງ​ຄົມ ຍັງ​ເລັ່ງ​ຂຶ້ນ​ທະ​ບຽນ​ຄົນ​ງານ​ລາວ ​ທີ່​ມາ​ເຮັດ​ວຽກ​ຢູ່​ໃນ​ເຂດ​ເສ​ຖ​ກິ​ຈ ​ພິ​ເສດ​ສາມ​ຫລ່ຽມ​ຄຳ ເພື່ອ​ໃຫ້​ງ່າຍ​ໃນ​ການ​ຕິດ​ຕາມກວດ​ກາ ແລະ ຄຸ້ມ​ຄອງ​ໃຫ້​ໄປ​ຕາມ​ລະ​ບຽບ​ກົດ​ໝາຍ ​ຂອງ​ປະ​ເທດ​ລາວ.

ທາງ​ການ​ລາວ ໄດ້​ຣາຍ​ງານ​ວ່າ ໄດ້​ມີ​ການ​ຂຶ້ນ​ທະ​ບຽນ​ຄົນ​ງານ​ລາວ ຢູ່​ໃນ​ເຂດ​ເສ​ຖ​ກິ​ຈ​ພິ​ເສດ​ໄປ​ແລ້ວ 1,200 ປາຍ​ຄົນ ແລະ ຍັງ​ສືບ​ຕໍ່​ຂຶ້ນ​ທະ​ບຽນ​ໄປ​ເລື້ອຍໆ ຈົນ​ກວ່າ​ຈະ​ໄດ້​ໝົດ​ທຸກ​ຄົນ ສ່ວນ​ວ່າ ຄົນ​ງານ​ຕ່າງ​ປະ​ເທດ​ນັ້ນ ທາງ​ການ​ລາ​ວ​ມີ​ແຜນ​ຂຶ້​ນ​ທະ​ບຽນ​ໃນ​ຕົ້ນ​ປີ 2023.