ນັກເຄື່ອນໄຫວການເມືອງ ປະທ້ວງ ຜູ້ນຳອາຊ້ຽນ ບາງປະເທດ ທີ່ ວໍຊິງຕັນ ດີ.ຊີ.

0:00 / 0:00

ນີ້​ຄື​ສຽງ​ຮ້ອງ​ຄຳ​ຂວັນ​ ໃນ​ເວ​ລາ​ຂອງ​ນັກ​ເ​ຄື່ອນ​ໄຫວ ທາງ​ການ​ເມືອງທີ່​ມາ​ປະ​ທ້ວງ ຜູ້​ນຳ​ອາ​ຊ້ຽນ ທີ່​ມາ​ຮ່ວມກອງ​ປະ​ຊຸມສຸດຍອດ​ ຜູ້​ນຳ​ອາ​ຊ້ຽນ-ສະ​ຫະ​ຣັ​ຖ ໂດຍ ມີ​ຄວາມ​ໝາຍ​ວ່າ:

“ພວກ​ເຮົາ ​ຕ້ອງ​ການ​ ເສ​ຣີ​ພາບ ດຽວນີ້”.

ບັນ​ດ​ດາ ນັກ​ເຄື່ອນ​ໄຫວ ທາງ​ດ້ານ​ການ​ເມືອງ ທີ່​ເປັນ​ຄົນ​ລາວ, ກັມພູ​ຊາ, ພະ​ມ້າ, ວຽດ​ນາມ ແລະ ໄທ​ຍ ປະ​ມານ 200 ຄົນ ໄດ້​ພາກັນ​ຈັດ​​ປະ​ທ້ວງ ຜູ້​ນຳ​ອາ​ຊ້ຽນທີ່​ເຂົ້າ​ມາ​ຮ່ວມກອງ​ປະ​ຊຸມ ສຸດຍອດ​ຜູ້​ນຳ​ອາ​ຊ້ຽນ-ສະ​ຫະ​ຣັ​ຖ ເຊິ່ງກອງ​ປະ​ຊຸມດັ່ງ​ກ່າວ ມີ​ກຳ​ນົດ​ການ​ຈັດ​ຂຶ້ນ​ໃນ​ວັນ​ທີ 12-13 ພຶ​ສ​ພາ 2022.

ການ​ຊຸມ​ນຸມ​ປະ​ທ້ວງ ​ຂອງ​ນັກ​ເຄື່ອນ​ໄຫວ ໄດ້​ມີ​ຂຶ້ນ​ຢູ່​ອາ​ນຸ​ສາ​ວະລີ​ ວໍ​ຊິງ​ຕັນ ໃນ​ວັນ​ທີ 12 ພຶດ​ສ​ພາ ແລະ ຜູ້​ທ້ວງ​ໄດ້​ພາ​ກັນຍ່າງ​ໄປ​ ປະ​ທ້ວງ​ຢູ່​ຕໍ່​ໜ້າ ​ກະ​ຊວງ​ການ​ຕ່າງ​ປະ​ເທດ ​ສະ​ຫະ​ຣັ​ຖ ໂດຍຜູ້​ປະ​ທ້ວງໄດ້​ຮຽກ​ຮ້ອງໃຫ້ ​ຜູ້​ນຳ​ປະ​ເທດ​ອາ​ຊ້ຽນ ​ບາງ​ປະ​ເທດ ໃຫ້ປົກ​ຄອງ​ປະ​ເທດ​ ດ້ວຍ​ປະ​ຊາ​ທິ​ປະ​ໄຕ, ໃຫ້ເຄົ​າ​ຣົບ​ສິດ​ທິ​ມະ​ນຸ​ສ ແລະ ໃຫ້ໃຫ້​ປະ​ຊາ​ຊົນ​ມີ​ສິດ-ເສ​ຣີ​ພາບ.

ໂຕ​ແທນຜູ້​ປະ​ທ້ວງ ທ່າ​ນນຶ່ງ ໄດ້​ກ່າວ​ວ່າ:

" ມັນ ​ເປັນ​ເວ​ລາ​ທີ່​ຍິ່ງ​ໃຫຍ່ ທີ່​ ພວກ​ເຮົາ ກຳ​ພູ​ຊາ, ພະ​ມ້າ, ລາວ, ໄທ​ຍ ແລະ ວຽດ​ນາມ ມາລຸກ​ຂຶ້ນ ​ສາ​ມັກ​ຄີ​ກັນ ເພື່ອ​ຕໍ່​ສູ້ ເພື່ອ​ຄົນ​ຢູ່​ໃນ​ປະ​ເທດ​ຂອງ​ພວກ​ເຮົາ."

ຍາງ ນາງ​ ບຸນ​ຈັນ ເສນທະ​ວົງ ທີ່​ປຶກ​ສາ ຈາກ​ອົງ​ການ ພ​ລັງ​ຮ່ວມ​ຊາດ​ລາວ/ສູນ​ສຶກ​ສາ ແລະ ຄົ້ນ​ຄວ້າ​ກ່ຽວ​ກັບ​ລາວ ແລະ ເອ​ເຊັຽ ເຊິ່ງ​ເປັນ​ຜູ້​ນຶ່ງ​ທີ່​ມາ​ຮ່ວມ​ປະ​ທ້ວງ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ວ່າ:

"ເພື່ອ​ມາ​ຮ້ອງ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ​ ສະ​ຫະ​ຣັ​ຖ​ຫັ້ນ ໃຫ້​ບໍ່​ຮັບ​ຮູ້​ຣັ​ຖ​ບານ​ທີ່ບໍ່​ຖືກ​ຕ້ອງຂອງ​ພະ​ມ້າ​ເນາະ ເພາະ​ວ່າ ເຂົາ​ເຈົ້າ​ເຮັດ​ຮັ​ຖ​ປະ​ຫານ ໂຄ່ນລົ້ມຣັ​ຖ​ບານ​ທີ່​ຖືກ​ຕ້ອງ ໃນ​ເດືອນ 2 ປີ 2021. "

IMG_0469.JPG
ນັກເຄື່ອນໄຫວ ດ້ານການເມືອງ ຫຼາຍປະເທດ ຈັດຂະບວນປະທ້ວງ ຜູ້ນຳອາຊ້ຽນ ບາງປະເທດ ທີ່ເຂົ້າຮ່ວມປະຊຸມ ສຸດຍອດຜູ້ນຳອາຊ້ຽນ-ສະຫະຣັຖ ຢູ່ຕໍ່ໜ້າທຳນຽບຂາວ ແລະເດີນໄປ ທີ່ກະຊວງການຕ່າງປະເທດ ໃນນະຄອນຫຼວງ ວໍຊິງຕັນ ດີ.ຊີ., ຮູບຖ້າຍ: ວັນທີ 12 ພຶສພາ 2022.

ໃນ​ສ່ວນ​ຂອງ​ປະ​ເທດ​ລາວ ຍາ​ນາງ ບຸນ​ຈັນ ໄດ້​ກ່າວ​ວ່າ:

“ໃນ​ສ່ວນ​ຂອງ​ປະ​ເທດ​ລາວ ເພິ່ນ​ກະ​ມາ​ປະ​ຊຸມ​ເປັນ​ປົກ​ຕິ ແຕ່​ວ່າເພິ່ນ​ກະ​ຊິ​ໄດ້​ຍິນ​ສຽງ​ຮຽກ​ຮ້ອງ​ຈົ້ມ​ວ່າ ຂອງ​ປະ​ຊາ​ຊົນ ທີ່​ວ່າ​ຕ້ານ​ກັບ​ຣະ​ບອບ​ຜ​ະ​ເດັດ​ການ ເພາະ​ວ່າ ດຽວນີ້ ພວກ​ເຮົາ​ຮຽກ​ຮ້ອງວ່າ ເພາະ​ວ່າ ຢູ່​ໃນ​ປະ​ເທດ​ອາ​ຊ້ຽນ​ນີ້ ບໍ່​ໃຫ້​ມີ​ຣະ​ບົບ​ຜະ​ເດັດ​ການ ໃຫ້​ນັບ​ຖື​ສິ​ດ​ທິ​ມະ​ນຸ​ສ ແລະ ໃຫ້​ປ່ຽນ​ຣະ​ບອບ​ປົກ​ຄອງ​ໄປ​ເປັ​ນ​ປະ​ຊາ​ທິ​ປະ​ໄຕ.”

ນອກ​ຈາກນີ້ ເມື່ອນັກ​ຂ່າວ​ຖາມ​ວ່າ ຢາກ​ຈະ​ສົ່ງ​ສານ​ຫຍັງ​ເຖິງ​ຜູ້​ນຳ​ອາ​ຊ້ຽນ ລວມ​ທັງ​ຜູ້​ນຳ​ລາວ ທີ່​ມາຮ່ວມກອງ​ປະ​ຊຸມ​ຄັ້ງ​ນີ້, ​ຍາ​ນາງ ບຸນ​ຈັນ ຕອບ​ວ່າ:

“ຢາ​ກ​ໃຫ້​ປະ​ເທດ​ອາ​ຊ້ຽນ​ຫັ້ນ ປັບ​ປຸງ​ຫຼື​ວ່າ ປະ​ຕິ​ຮູບ​ລະ​ບອບ​ປົກ​ຄອງ​ໄປ​ສູ່ປະ​ຊາ​ທິ​ປະ​ໄຕ ທີ່​ນັບ​ຖື ແລະ ເຄົາ​ຣົບ​ສິດ​ທິ​ມະ​ນຸ​ສຂອງ​ປະ​ຊາ​ຊົນ ເພາະ​ວ່າ ສິ່ງນີ້ເປັນ​ສິ່ງ​ທີ່​ຖືກ​ຕ້ອງ ແລະ ຍຸ​ຕິ​ທັມ ເພາະ​ວ່າ ເປັນ​ກົດ​ໝາຍຂອງ​ສາ​ກົ​ລ.”

ທ່ານ Rithy Uong ຈາກ​ພັກ​ກູ້​ຊາດ​ກັມ​ພູ​ຊາ CNRP ທີ່​ຢູ່​ສະ​ຫະ​ຣັ​ຖ ແລະ ກາ​ນາ​ດາ ທີ່​ມາ​ປະ​ທ້ວງ ໄດ້​ກ່າວ​ວ່າ:

“ພວກ​ເຮົາ​ມາ​ນີ້ ເພື່ອ​ຮຽກ​ຮ້ອງ ໃຫ້ ປະ​ທາ​ນາ​ທິ​ບໍ​ດີ ໂຈ ບາຍ​ເດັນ ໄດ້​ຮູ້​ວ່າ ພວກ​ເຮົາປະ​ຊາ​ຊົນ​ອ​າ​ຊ້ຽນ ຕ້ອງ​ການ​ປະ​ຊາ​ທິ​ປະ​ໄຕ ພາຍ​ໃນ​ປະ​ເທດ ແຕ່ບໍ່​ແມ່ນ​ອຳ​ນາດ​ຜ​ະເດັດ​ການ ນີ້​ຄື​ສານທີ່​ພວກ​ເຮົາ​ຢາກ​ຈະ​ສົ່ງ​ເຖິ່ງ.”

ສຳ​ລັບ​ຣາຍ​ການກອງ​ປະ​ຊຸມ​ ໃນ​ວັນ​ທີ 12 ພຶ​ສ​ພາ, ປະ​ທາ​ນາ​ທິ​ບໍ​ດີ ໂຈ ບາຍເດັນ (Joe Biden) ໄດ້​ຕ້ອ​ຮັບບັນ​ດາ​ຜູ້​ນຳ​ອາ​ຊ້ຽນ ຢູ່ທຳ​ນຽບ​ຂາວ ຫຼື ຕຶກ​ທີ່​ທຳ​ການ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ຣັ​ຖ.

ສະ​ເພາະຣາຍ​ການ​ປະ​ຊຸມ​ໃນ​ວັນ​ທີ 13 ພຶ​ສ​ພາ, ຍານາງ ຄະມາລາ ແຮຣ໌ຣິສ (Kamala Harris) ຮອງ​ປະ​ທາ​ນາ​ທິ​ບໍ​ດີ ຈະ​ປະ​ຊຸມ​ກັບ ບັນ​ດາ​ຜູ້​ນຳ​ອາ​ຊ້ຽນ ​ກ່ຽວ​ກັບ​ເຣື່ອງ​ການ​ດຳເນີນ​ງານ ​ກ່ຽວ​ກັບ​ສະ​ພາບ​ອາ​ກາດ, ການ​ຫັນ​ປ່ຽນ​ພ​ລັງ​ງານ​ທີ່​ສະ​ອາດ ແລະ ໂຄງ​ສ້າງ​ພື້ນ​ຖານ​ທີ່​ຍືນ​ຍົງ ມີ​ລາວ, ໄທ​ຍ ແລະ ຟິ​ລິ​ປິນ​ສ໌ ຈະ​ກ່າວ​ຄຳ​ປາ​ສັຍ. ນອກ​ຈາກນີ້ ປະ​ທາ​ນາ​ທິ​ບໍ​ດີ ໂຈ ບາຍເດັນ (Joe Biden) ແລະ ຜູ້​ນຳ​ອາ​ຊ້ຽນ ຈ​ະ​ມີ​ການ​ປະ​ຊຸມ ​ແລກ​ປ່ຽນ​ຂໍ້​ຄິດ​ເຫັນ ​ກ່ຽວ​ກັບບັນ​ຫາ​ລະ​ດັບ​ພາກ​ພື້ນ ແລະ ສາ​ກົ​ລ.