ຊາວຄຣິສຈຽນ ຜູ້ນຶ່ງ ເປີດເຜີຍວ່າ ທຸກມື້ນີ້ ຍັງບໍ່ມີ ຄວາມຍຸຕິທັມ ຈາກ ທາງການລາວ ໃນເຣື່ອງ ສິດທິມະນຸດ ແລະ ສິດເສຣີພາບ ໃນການ ນັບຖືສາສນາ ເຖິງແມ່ນວ່າ ຈະບົ່ງໄວ້ໃນ ຣັຖທັມມະນູນ ຫລືແມ່ນແຕ່ ອົງການ ຕ່າງປະເທດ ເຂົ້າມາຊ່ວຍເຫລືອ ກໍຕາມ:
"ບໍ່ສາມາດ ແຕ່ວ່າເຂົາວ່າ ສິແກ້ໄຂ ແຕ່ຍັງດໍາເນີນ ການຂົ່ມເຫັງຢູ່ ທູດຂອງ ສະຫະຣັຖ ທີ່ຢູ່ວຽງຈັນ ທູດຂອງອັງກິດ ທີ່ວຽງຈັນ ເຂົາກໍທ້ວງຕລອດ ແຕ່ວ່າ ຣັຖບານລາວ ກໍວ່າ ສິແກ້ໄຂ ແຕ່ວ່າບໍ່ເຮັດ ອີ່ຫຍັງເລີຍ ບໍ່ແມ່ນແຕ່ວ່າ ໂບດ ທີ່ຖືກປິດ ກໍດີ ອາດຈະແມ່ນ ຂົ່ມເຫັງ ໃນບ່ອນຕ່າງ ຍັງມີຢູ່".
ທ່ານເວົ້າຕື່ມວ່າ ທູດ ອະເມຣິກາ ແລະ ທູດອັງກິດ ໄດ້ເຄີຍມາ ເມືອງນ້ອຍໆ ຢູ່ແຂວງ ສວັນນະເຂດ ແລະ ແຂວງ ສາຣະວັນ ເພື່ອຂໍໃຫ້ອໍານາດ ການປົກຄອງ ເມືອງ ຮັບຮູ້ສິດ ຂອງ ຊາວຄຣິສຈຽນ ຄືກັນກັບ ຜູ້ທີ່ນັບຖື ສາສນາອື່ນໆ ແຕ່ວ່າທຸກມື້ນີ້ ຍັງມີການ ຂົ່ມຂູ່ຢູ່.
ແຕ່ເຖິງຢ່າງໃດ ກໍຕາມ ຊາວຄຣິສຈຽນ ໃນລາວ ສ່ວນຫລາຍຄິດວ່າ ບັນຫານີ້ ຄົງຈະມີຢູ່ ຕໍ່ໄປ ຕາບໃດ ທີ່ມີຈໍານວນຄົນ ສັດທາ ໃນພຣະເຈົ້າ ເພີ່ມຂຶ້ນ:
"ກໍບໍ່ແນ່ໃຈວ່າ ເວລາໃດ ມັນສິເຊົາ ເວລາເຂົາທ້ວງ ເຂົາຕໍານິ ເຂົາຍື່ນເຣື່ອງ ເຂົາກໍຢຸດ ເຈົ້າໜ້າທີ່ ທ້ອງຖີ່ນ ຫລັງຈາກນັ້ນ 2 ເດືອນ ຕໍ່ໄປກໍມີອີກ ມັນກໍເກີດ ຂຶ້ນໄປເລື້ອຍໆ ແຕ່ລະເທື່ອ ບ່ອນໃດທີ່ມີ ຄວາມເຊື່ອໃໝ່ໆ ກໍຍັງເກີດ ຂົ່ມເຫັງ ຢູ່ ເຂົາບໍ່ຢາກໃຫ້ມີ ຄວາມເຊື່ອ ເພີ່ມຂຶ້ນ ມັນກໍເກີດ ຢ່າງນັ້ນຕລອດ".
ທ່ານວ່າ ຢູ່ນະຄອນຫລວງ ວຽງຈັນ, ຕົວເມືອງ ສວັນນະເຂດ ແລະ ຈໍາປາສັກ ຈະບໍ່ມີບັນຫານີ້ ເກີດຂຶ້ນ ແຕ່ຖ້າຫ່າງອອກໄປ ຈາກຕົວເມືອງໃຫຍ່ ຍັງມີ ບັນຫານີ້ຢູ່ ແລະ ເປັນບັນຫາ ທີ່ແກ້ບໍ່ຕົກ.
