ທາງການສືບຫາສາເຫດ ເຮືອຂວໍ້າ ຢູ່ອ່າງນໍ້າງື່ມ

ສຸພັດຕາ
2021.04.08
ທາງການສືບຫາສາເຫດ ເຮືອຂວໍ້າ ຢູ່ອ່າງນໍ້າງື່ມ ໜ່ວບກູ້ພັຍ ກໍາລັງຊ່ອຍນໍາເອົາຜູ້ປະສົບພັຍ ຂຶ້ນຈາກນໍ້າ ໃນວັນເກີດເຫດເຮືອຂວໍ້າ ຢູ່ກາງອ່າງນໍ້າງື່ມ.
ພາບປະກອບ: ຂອບໃຈ ມູລນິທິຈີນ 1628

ປັດຈຸບັນ ພາກສ່ວນທີ່ກ່ຽວຂ້ອງ ຍັງສືບສວນ ຜູ້ທີ່ຢູ່ໃນເຫດການເຮືອຫຼົ້ມ ຢູ່ອ່າງນໍ້າງື່ມ ແລະ ຮິບໂຮມຂໍ້ມູລ ກ່ຽວກັບອຸບັດຕິເຫດ ໃນຄັ້ງນີ້, ເຊິ່ງຈະຮວມເຖິງເອກກະສານ ອະນຸຍາດ ດໍາເນີນທຸຣະກິຈ, ມາຕຖານ ແລະເຕັກນິກຂອງເຮືອ ເພື່ອຣາຍງານໃຫ້ຂັ້ນເທິງ ໄດ້ຮັບຮູ້ ແລະເພື່ອເປັນຂໍ້ມູລ ທີ່ສໍາຄັນ ໃນການກໍານົດທິດທາງ ການປ້ອງກັນບັນຫາ ໃນຕໍ່ໜ້າ, ແຕ່ຍັງບໍ່ສາມາດ ສລຸບຫຍັງໄດ້ເທື່ອ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ຜແນກຖແລງຂ່າວ ແລະ ວັທນະທັມ ແຂວງວຽງຈັນ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 8 ເມສາ ນີ້:

“ຄົ້ນຄວ້າປຶກສາຫາລື ເກັບກໍາເຣື່ອງຂໍ້ມູລ ເຣື່ອງເອກກະສານຊື່ໆ ວ່າມີເອກກະສານແນວໃດ ມາຕຖານເຕັກນິກແນວໃດຫັ້ນນ່າ ພວກເຮົາເບິ່ງຂໍ້ມູລວ່າ ໄດ້ມາຕຖານບໍ ປຶກສາຫາຣືກັນ ເອົາຜູ້ທີ່ເຫັນເຫດການ ມາເລົ່າສູ່ຟັງ ພວກເຮົາມີປະຊຸມ ລະມີ ມີການວາງ ມາຕຖານ ແລ້ວຣາຍຣະອຽດ ພວກເຮົາຈັ່ງຊິລາຍງານໄດ້.”

ທ່ານກ່າວຕື່ມວ່າ ສໍາລັບເຫດການເຮືອຫຼົ້ມ ຢູ່ອ່າງນໍ້າງື່ມໃນຄັ້ງນີ້ນັ້ນ ຈາກການສອບສວນ ຜູ້ທີ່ຢູ່ໃນເຫດການເບື້ອງຕົ້ນແມ່ນເປັນ ເຫດສຸດວິສັຍ ທາງກັບຕັນເຮືອ ບໍ່ຄາດຄິດວ່າຈະ ເກີດເຫດການແນວນັ້ນຂຶ້ນ ຍ້ອນເປັນເຮືອ VIP ລໍາໃຫຍ່, ແຕ່ພະຍຸເຂົ້າມາແຮງ ຈົນບໍ່ສາມາດຄວບຄຸມເຮືອໄດ້.

ເຈົ້າໜ້າທີ່ກູ້ພັຍ ຢູ່ນະຄອນຫຼວງວຽງຈັນ ເຊິ່ງເປັນນຶ່ງໃນທີມ ທີ່ໄດ້ເຂົ້າໄປຊ່ອຍກູ້ຊີພ ໃນເຫດການເຮືອຫຼົ້ມ ຢູ່ອ່າງນໍ້າງື່ມເວົ້າວ່າ ສາເຫດ ທີ່ເກີດເຫດເຮືອຫຼົ້ມ ຍ້ອນພາກຣັຖແລະ ຜູ້ປະກອບການທຸຣະກິຈ ຍັງຖືເບົາ ເຣື່ອງມາຕຖານຄວາມປອດພັຍ ຂອງຜູ້ ໂດຍສານ ດັ່ງນັ້ນ, ຣັຖບານ ຕ້ອງໄດ້ອອກຣະບຽບ ນິຕິກັມຄັກແນ່ ວ່າຜູ້ປະກອບການ ເຮືອນໍາທ່ຽວຕ້ອງ ປະຕິບັດແນວໃດ ທັງໃນເຣື່ອງອຸປກອນ ໃນການຊ່ອຍເຫຼືອ ພາຍໃນເຮືອ ແລະ ການຮັບປະກັນ ຄວາມປອດພັຍໃນເຮືອ, ດັ່ງທ່ານກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ພາກຣັຖ ຄວນຍົກສູງ ເຣື່ອງຣະບຽບ ນິກິກັມນີ້ຫຼາຍຂຶ້ນ, ອັນນຶ່ງ ລະແມ່ນຕ້ອງໄດ້ໃຫ້ກັບຕັນເຮືອ ຫຼືຜູ້ບໍຣິການຢູ່ເຮືອຫັ່ນນາ ສອນວິທີນໍາໃຊ້ ກ່ຽວກັບເສື້ອຊູຊີພທຸກໆເວລາ ກ່ອນຊິຂຶ້ນ, ອັນທີສອງ ເຮົາຊິຊ່ວຍເຫຼືອ ໃນວິທີການໃດ ເຂົາເອີ້ນວ່າຮ້ອງ ຮ້ອງບໍ່ໃຫ້ຜູ້ໂດຍສານຕົກໃຈ, ແລ້ວສາມ ເຮົາຕ້ອງມີອຸປກອນຫຼາຍກວ່ານີ້ ນອກຈາກເສື້ອຊູຊີພ ຊິເປັນ ຫ່ວງຢາງ, ຊິເປັນເຊືອກ, ຊິເປັນໄມ້ອິຫຍັງ ກໍແລ້ວແຕ່ ທີ່ມັນຕ້ອງຢູ່ໃນເຮືອ, ເຮົາໄປເບິ່ງແລ້ວ ມັນກໍຂຶ້ນນໍາຜູ້ປະກອບການ ແລະພາກຣັຖ ມັນບໍ່ມີກົດໝາຍ ທີ່ຈະບັງຄັບໃຫ້ເຂົາເຈົ້າ ຕ້ອງມີອຸປກອນຫຍັງ.”

ຊາວບ້ານ ຢູ່ບ້ານອິໄລໃຕ້ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເວົ້າວ່າພາຍຫຼັງໄດ້ຍິນຂ່າວ ເຮືອຫຼົ້ມຢູ່ອ່າງນໍ້າງື່ມກໍຮູ້ສຶກ ຢ້ານບໍ່ຢາກໄປນັ່ງເຮືອກິນເບັຽຄືແຕ່ກ່ອນ ຍ້ອນເຮືອ ໃຫຍ່ ຣະດັບຂັ້ນເທິງນັ່ງແລ້ວ ຍັງເກີດເຫດເຮືອຫຼົ້ມໄດ້, ເຮືອນ້ອຍ ຊົ່ວໂມງລະ ແສນ 2 ແສນກີບ ທີ່ໂຕເອງເຄີຍນັ່ງທ່ຽວຊົມທີວທັສ ກໍຄົງຈະຫຼົ້ມຄືກັນ.

ແລະຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ກວດຄືນກ່ຽວກັບໄລຍະຫ່າງ ການເອົາເຮືອອອກ ເຮືອຈາກຝັ່ງ ຄວນລຽບໆຝັ່ງໄປ ບໍ່ແມ່ນໄປ ຢູ່ກາງນໍ້າ ຄືເຮືອລໍາທີ່ເກີດເຫດ ແລະຄວນກວດ ສະພາບອາກາດ ກ່ອນທີ່ຈະອອກເຮືອ ເພື່ອສ້າງຄວາມເຊື່ອໝັ້ນ ໃຫ້ນັກທ່ອງທ່ຽວ ກັບໄປທ່ຽວຂີ່ເຮືອ ຊົມທິວທັສ ຢູ່ອ່າງນໍ້າງື່ມຄືເກົ່າ:

“ບໍຣິສັດນໍາທ່ຽວ ເມື່ອມີສະພາບແນວນີ້ ຄວນຈະອອກເຮືອບໍ ຕ້ອງໄດ້ຕິດຕາມຂ່າວ ນໍາກົມອຸຕຸນິຍົມ ໄປເຖິງຈຸດໝາຍ ມີຈັກຊົ່ວໂມງ ມີຈັກນາທີ ຕ້ອງມີການຄິດໄລ່ ການອອກເຮືອ ທັມດາປົກກະຕິນິ່ ບໍ່ຄວນອອກຫ່າງຝັ່ງຫຼາຍນ່ະ ຄວນລຽບໆຝັ່ງໄປນ່ະ, ໂດຍສະເພາະ ເຮືອດຽວນີ້ ລັກສນະມັນມີແອ້ມ ຄືຣົດນີ້ແຫຼະເນາະ ຫຼັງຈາກຂວໍ້າປຸ໊ບ ມັນອອກບໍ່ໄດ້ເດ້ ຄືເຮືອທົ່ວໆໄປຢູ່ນໍ້າຂອງເນາະ ມັນເຮືອແປະ ແປ້ນເບິດເດ້ ກໍຣະນີມັນຂວໍ້າປຸ໊ບ ເຮົາກໍໄຫຼໄປຕາມນໍ້າເລີຍ ອັນນີ້ຂວໍ້າປຸ໊ບ ລະກະອອກບໍ່ໄດ້ເດ້.”

ຊາວບ້ານ ຢູ່ບ້ານອ່າງນໍ້າຫຸມ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເວົ້າວ່າ ກໍຮູ້ສຶກສະເທືອນໃຈ ຕໍ່ເຫດການເຮືອຫຼົ້ມ ແລະຢ້ານ ຈົນບໍ່ຢາກໄປທ່ຽວ ອ່າງນໍ້າງື່ມອີກ ຈຶ່ງຢາກໃຫ້ ພາກສ່ວນກ່ຽວຂ້ອງ ມີເຈົ້າໜ້າທີ່ກູ້ພັຍ ຢູ່ຕາມເຮືອແຕ່ລະລໍາ ເພື່ອຊ່ອຍຊີວິດຄົນ ໄດ້ທັນ, ຢາກໃຫ້ມີການ ຕິດຕາມສະພາບອາກາດຄັກແນ່, ຮັບປະກັນເຕັກນິກກ່ອນພາແຂກ ລ່ອງເຮືອນໍາທ່ຽວ ແລະມີການເກັບກໍາ ຈໍານວນຄົນຣະອຽດ ວ່າເຮືອລໍານີ້ ມີຜູ້ໂດຍສານຈັກຄົນ, ມີເພດຍິງ-ເພດຊາຍ ຈັກຄົນ ຫຼືເດັກນ້ອຍຈັກຄົນ ຫາກເກີດເຫດເຮືອຫຼົ້ມ ຈະໄດ້ຮູ້ວ່າ ມີຈໍານວນເທົ່າໃດແທ້:

"ພວກອັນກູ້ຊີບແຫຼະ ມາປະຈໍາແຕ່ລະລໍາເຮືອເນາະ ອັນນຶ່ງ, ອັນສອງມາ ກໍຕ້ອງໄດ້ຕິດຕາມ ສະພາບອາກາດ ຮັບປະກັນທາງ ດ້ານເຕັກນິກອິຫຍັງຕ່າງໆ ຫັ້ນແຫຼະ ເຮັດໃຫ້ແຂກ ເຂົ້າເຈົ້າຈັ່ງຊິເຊື່ອໝັ້ນ, ຂໍ້ສາມ ຜູ້ບໍຣິການທີ່ວ່ານໍາທ່ຽວນີ່ ເວລາແຂກມາທ່ຽວ ຫັ້ນນາ ມັນບໍ່ທັນການ ຢູ່ບ່ອນວ່າ ມັນມີຈໍານວນຄົນ ເທົ່າໃດ ຕ້ອງເກັບກໍາຈໍານວນຄົນຣະອຽດ, ເດັກນ້ອຍ ເທົ່າໃດ, ຜູ້ໃຫຍ່ເທົ່າໃດ ຜູ້ຍິງ-ຜູ້ຊາຍ ເທົ່າໃດ ມັນຈັ່ງຊິຮັບປະກັນ ໃຫ້ໜ່ວຍງານທີ່ເຂົາເຈົ້າ ມັນຈັກວ່າມີເທົ່າໃດແທ້ ບຶດນຶ່ງວ່າ 36 ຄົນ ບຶດນຶ່ງວ່າ 30 ຢູ່ ມັນບໍ່ແມ່ນນາ.”

ແມ່ຄ້າ ທີ່ເປີດຮ້ານອາຫານ ຢູ່ແຖວອ່າງນໍ້າງື່ມເວົ້າວ່າ ເຖິງແມ່ນວ່າ ຮ້ານອາຫານຂອງຕົນ ຈະຢູ່ຫ່າງຈາກອ່າງນໍ້າງື່ມ ຕົນກໍໄດ້ ຍິນຂ່າວເຮືອຫຼົ້ມຄືກັນ ກໍຮູ້ສຶກເສັຍໃຈກັບເຫດການນີ້ ຍ້ອນໂຕເອງກໍປະສົບບັນຫາ ບໍ່ມີນັກທ່ອງທ່ຽວ ເຂົ້າມານັ່ງເຮືອ ຊົມທິວທັສ ຢູ່ອ່າງນໍ້າງື່ມ ເຮັດໃຫ້ຂາດຣາຍໄດ້ໄປຕື່ມອີກ, ຜົລກະທົບຈາກໂຄວິດ-19 ຣາຍໄດ້ກໍຂາດໄປຫຼາຍແລ້ວ ມາເຫັນເຮືອຫຼົ້ມ ຍິ່ງໜັກ ກວ່າເກົ່າ.

ແລະຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ຄໍານືງມາຕຖານຂອງການແລ່ນເຮືອ ຫາກສະພາບອາກາດ ບໍ່ເໝາະສົມຕໍ່ການອອກເຮືອກໍຄວນ ໃຫ້ແຂກນັ່ງກິນເຂົ້າລໍຖ້າໃນຢູ່ຮ້ານກ່ອນ ເມື່ອອາກາດດີແລ້ວ ຈຶ່ງອອກເຮືອຈະດີກວ່າ ເພື່ອຄວາມປອດພັຍ ຂອງຜູ້ທີ່ມາລ່ອງເຮືອ ນໍາທ່ຽວ:

“ບໍ່ມີແຂກມາ ເພາະວ່າມັນຢູ່ລຽບແຄມອ່າງນໍ້າງື່ມເດ້ ຢູ່ຫ່າງກັນແຕ່ວ່າ, ມັນກໍມີຜົລກະທົບ ທາງທຸຣະກິຈ ໂຄວິດ-19 ມັນກໍຍັງ ຍາກແລ້ວ, ໃຫ້ມັນຊາໜ້ອຍນຶ່ງ ຫັ້ນແຫຼະ ເພາະວ່າ ເຫດການໂຕນີ້ ມັນໃຫຍ່ເຕີບ, ຊາໜ້ອຍນຶ່ງ ເພິ່ນຈັ່ງຊິ ເພິ່ນກໍວາງມາຕການໃໝ່ ໃຫ້ມີເສື້ອຊູຊີບ ລະກະ ເມື່ອມີພະຍຸເຂົ້າ ເຂົາເຈົ້າກໍແຈ້ງກັນ ບໍ່ໃຫ້ເຮືອອອກ ແຂກມາກໍໃຫ້ເຂົາເຈົ້າກິນ ເຂົ້າຢູ່ຮ້ານ ບໍ່ໃຫ້ລ່ອງເຮືອ .”

ອີງຕາມການຣາຍງານຂ່າວ ຂອງສື່ທ້ອງຖິ່ນ ໃນລາວ ຣະບຸວ່າ ເຫດການເຮືອຫຼົ້ມ ຢູ່ອ່າງນໍ້າງື່ມ ເກີດຂຶ້ນເມື່ອວັນທີ 4 ເມສາ 2021 ມີນັກທ່ອງທ່ຽວ ທີ່ເປັນຜູ້ໂດຍສານ ໃນເຮືອລໍາ ດັ່ງກ່າວ ທັງໝົດ 48 ຄົນ ແລະເຫດການໃນຄັ້ງນີ້ ບັນດາໜ່ວຍກູ້ພັຍ ສາມາດກູ້ຊີພ ໄວ້ໄດ້ປອດພັຍ 40 ຄົນ ຮວມທັງ ອະດີດປະທານ ປະເທດລາວ ທ່ານ ຈູມມາລີ ໄຊຍະສອນ ເຊິ່ງລອດຊີວິດ ແລະຜູ້ເສັຽຊີວິດ 8 ຄົນ, ໃນນັ້ນ ຮວມທັງ ທ່ານວິດົງ ໄຊຍະສອນ ອະດີດເຈົ້າແຂວງ ແຂວງວຽງຈັນ ທີ່ເປັນລູກຊາຍ ແລະຍານາງ ແກ້ວສາຍໃຈ ໄຊຍະສອນ ທີ່ເປັນພັລຍາ ຂອງທ່ານ ຈູມມາລີ ໄຊຍະສອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.