ລັດຖະບານລາວ ຂາດເຂີນງົບປະມານ ໃນການຮັບລັດຖະກອນໃໝ່
2024.06.14

ລັດຖະບານລາວ ຂາດເຂີນງົບປະມານຫລາຍ ຈົນບໍ່ສາມາດທີ່ຈະຮັບເອົາລັດຖະ ກອນໃໝ່ໄດ້ຫລາຍຂຶ້ນ, ເຮັດໃຫ້ກົງຈັກການຈັດຕັ້ງຂອງລັດ ຂາດເຂີນລັດຖະ ກອນ ເປັນຕົ້ນລັດຖະກອນຄູ ແລະແພດ ຊຶ່ງລັດຖະບານ ຄວນຈັດແບ່ງໂຄຕ້າຮັບເອົາພະນັກງານ-ລັດຖະກອນ ຄືນໃໝ່ ໃຫ້ຈັດເຈນ. ທ່ານ ໄຊຍະເດດ ຜຸຍຍະວົງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ສະເໜີໃຫ້ລັດຖະບານ ຈັດແບ່ງໂຄຕ້າພະນັກງານ-ລັດຖະກອນ ໃຫ້ຊັດເຈນຂຶ້ນ, ອາດຈະເປັນ 30-70% ຫລື 40-60% ເພື່ອປຸກລະດົມຈິດໃຈນັກຮຽນ-ນັກສຶກສາ ໃຫ້ສຸມໃສ່ການສຶກສາຮໍ່າຮຽນ ເພື່ອປະກອບສ່ວນເຂົ້າ ໃນການຮັບໃຊ້ຊາດ ຮັບໃຊ້ສັງຄົມ.
ລັດຖະບານລາວ ແບ່ງໂຄຕ້າຮັບເອົາລັດຖະກອນໃໝ່ ສໍາລັບປີ 2024 ນີ້ ແມ່ນ 850 ຄົນ ຄືເພີ່ມຂຶ້ນຈາກປີ 2023 50 ຄົນ. ແຕ່ກໍຫລຸດລົງຫລາຍ ຫາກທຽບ ໃສ່ປີ 2022 ທີ່ມີໂຄຕ້າ 1,300 ຄົນ, ປີ 2021 - 1,600 ຄົນ ແລະປີ 2020 - 2,000 ຄົນ.
ສະເພາະເມືອງຜົ້ງສາລີ ແຂວງຜົ້ງສາລີ ທີ່ຂາດເຂີນຄູ ເປັນຕົ້ນຄູຊັ້ນມັດທະຍົມຕົ້ນ ໃນປີນີ້ ໄດ້ໂຄຕ້າລັດຖະກອນຄູພຽງຄົນດຽວ ໃນຂະນະທີ່ມີລັດຖະກອນ ທີ່ກະສຽນອາຍຸເຖິງ 13 ຄົນ ແລະຍັງມີຄູອາສາສະໝັກ ທີ່ລໍຖ້າຖືກບັນຈຸເຂົ້າເປັນລັດຖະກອນ ປະມານ 40 ຄົນ.
ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ ຫ້ອງການສຶກສາ ແລະກິລາເມືອງຜົ້ງສາລີ ເວົ້າວ່າ ທີ່ຜ່ານມາ ຍ້ອນຂາດຄູແທ້ໆ ທາງຫ້ອງການຂອງພວກທ່ານ ຈຶ່ງໄດ້ສະເໜີແຜນ
ໄປຍັງພະແນກສຶກສາທິການ ແລະກິລາແຂວງ ກ່ຽວກັບຄວາມຕ້ອງການລັດຖະກອນຄູ ໃນແຕ່ລະປີ ແຕ່ສຸດທ້າຍແລ້ວ ກໍຂຶ້ນຢູ່ກັບຂັ້ນສູນກາງ ວ່າຈະພິຈາລະນາໃຫ້ເທົ່າໃດ.
ດັ່ງທີ່ນາງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 14 ມິຖຸນານີ້ວ່າ:
“ການສະໜອງຄູຢູ່ນີ້ກໍຍັງຂາດໆ ເຂີນໆຕົວນີ້ແມ່ນພວກເຮົານີ້ສະເໜີໃຫ້ຜະແນກສຶກສາ ສະແໜີໃຫ້ກົມຈັດຕັ້ງ ກົມພາຍໃນ ສາຍຕັ້ງຂຶ້ນໄປຮອດຂັ້ນສູນກາງຫັ້ນແຫລະ ແຕ່ຕາມຄວາມຕ້ອງການຄູເຮົາໄດ້ຈັດສັນ ອັນນີ້ແມ່ນຂາດແທ້ໆ ແຄນແທ້ໆ ຢາກໄດ້ໂກຕ້າຫັ້ນແຫລະ ແຕ່ວ່າຂະເຈົ້າກໍໃຫ້ມາສໍ່ານີ້ ຍ້ອນວ່າພາກລັດເຮົາກໍຫຍູ້ງຍາກ ດ້ານເງິນບໍລິຫານ ບໍ່ສາມາດຕອບສະໜອງໄດ້.”
ຢູ່ເມືອງສອງຄອນ ແຂວງສະຫວັນນະເຂດ ເຈົ້າໜ້າທີ່ຫ້ອງການສຶກສາ ແລະກິລາ ເມືອງສອງຄອນ ນາງນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ ຢູ່ເມືອງສອງຄອນ ປີກາຍໄດ້ໂຄຕ້າລັດຖະກອນຄູ ຄົນດຽວ, ແຕ່ໃນປີນີ້ ໄດ້ 3 ຄົນ ຍ້ອນປີນີ້ ມີລັດຖະກອນຄູ ບໍານານເຖິງ 36 ຄົນ. ຢູ່ເມືອງນີ້ ຍັງຂາດເຂີນຄູຫລາຍ.
“ມັນກໍຂຶ້ນກັບຂັ້ນເທິງ ເພາະວ່າເພິ່ນກະບົນພື້ນຖານໂຄງຮ່າງຄືກັນ ບາງເທື່ອ ກໍຄືກັນກັບງົບປະມານເຮົານີ້ແຫລະເນາະ. ປັດຈຸບັນ ເພິ່ນກໍອະນຸມັດເງິນບໍລິຫານໃຫ້ເຮົາຫັ້ນ ມັນໜ້ອຍ ແຕ່ວ່າຄ່າໃຊ້ຈ່າຍ ເງິນເຟີ້ຄູ່ມື້ນີ້ມັນບໍ່ພຽງພໍຫັ້ນນ່າ ຄົນອອກຫລາຍ ໃຫ້ບັນຈຸໜ້ອຍມັນກໍຕິດລົບ.”
ແລະຢູ່ແຂວງຫລວງພະບາງ ຄູອາສາສະໝັກຊັ້ນມັດທະຍົມ ທີ່ສອນຢູ່ເມືອງປາກແຊງ ມາໄດ້ 10 ປີແລ້ວ ນາງນຶ່ງເວົ້າວ່າ ຢາກໃຫ້ລັດຖະບານ ເພີ່ມໂຄຕ້າຄູ ໃຫ້ຫລາຍຂຶ້ນ ຍ້ອນປີນີ້ ເມືອງປາກແຊງ ໄດ້ໂຄຕ້າພຽງຄົນດຽວ ແລະກໍບໍ່ກົງກັບສາຍວິຊາຂອງນາງ. ນາງເວົ້າວ່າ ຫາກບໍ່ໄດ້ເປັນລັດຖະກອນຄູ ໃນສົກ ຮຽນປນຕໍ່ໄປ ກໍຄິດວ່າ ຈະຂໍລາອອກ ໄປເຮັດອາຊີບອື່ນ, ແຕ່ກໍຄືສິຍາກຢູ່.
“ບໍ່ມີດອກ ຄືສິຍາກຢູ່ ແຕ່ວ່າຫັ້ນແຫລະ ປີນຶ່ງມີແຕ່ຕົວເລກນຶ່ງ ແລ້ວໂອ໋ ເຮົາຊິຖ້າຮອດຄິວເຮົາຈະຈັກປີ ຂະເຈົ້າກໍານົດມາແຕ່ກະຊວງພຸ້ນແລ້ວເດ້ ຂະເຈົ້າເອົາມາຫລາຍ ແລ້ວເຂົສແບ່ງກັນເນາະ ເພິ່ນກໍເບິ່ງຢູ່ເມືອງລາງມີຈັກເມືອງ ເຂົາກໍໃຫ້ເມືອງນຶ່ງຕົວເລກນຶ່ງ ຊີ້ນ່າ.”
ສໍາລັບເລື່ອງໂຄຕ້າລັດຖະກອນແພດ ແພດອາສາສະໝັກທ່ານນຶ່ງເວົ້າວ່າ ຕົນໄດ້ເຮັດວຽກມາແລ້້ວ 6 ປີ ຢູ່ນະຄອນປາກເຊ ແຂວງຈໍາປາສັກ ແລະບໍ່ຄາດຫວັງວ່າ ຈະໄດ້ເປັນລັດຖະກອນແພດ ແລະໄດ້ເລີ່ມເຮັດທຸລະກິດສ່ວນໂຕແລ້ວ ຍ້ອນຢູ່ໂຮງໝໍແຂວງ ໃນນະຄອນປາກເຊ ເປີດຮັບລັດຖະກອນແພດພຽງ 2-3 ຕໍ່ປີ ໃນຂະນະທີ່ມີແພດອາສາສະໝັກເຖິງ 300-400 ຄົນແລ້ວ.
ດັ່ງທີ່ທ່ານກ່າວວ່າ:
“ທີ່ຈິງກໍບໍ່ໄດ້ຄາດຫວັງແລ້ວ ນໍາລັດຖະກອນ ເພາະວ່າມັນບໍ່ມີຄວາມເປັນໄປໄດ້ ຕອນນີ້ເຮົາກໍເລີ້ມເຮັດທຸລະກິດສ່ວນໂຕ ແລ້ວກໍເລີ້ມຄິດຈະອອກແລ້ວ 1. ມັນຫລາຍປີ ແລ້ວກໍ 2. ຈໍານວນລັດຖະກອນມັນມີຫລາຍແລ້ວ ໃນກົງຈັກລັດ ເພິ່ນກໍບອກວ່າມັນບໍ່ມີງົບປະມານ ລ້ຽງລັດຖະກອນ ແລ້ວກໍອາສາສະໝັກມັນຫລາຍ ເກີນທີ່ຈະລັດ ຈະໃຫ້ໂກຕ້າລັດຖະກອນ ມັນເປັນໄປບໍ່ໄດ້ແລ້ວ.”
ເວົ້າເຖິງໂຄຕ້າຄູ ໃນຮອບ 7 ປີຜ່ານມາ ຄືແຕ່ປີ 2017 ເຖິງປີ 2023 ກົມຈັດຕັ້ງພະນັກງານ ກະຊວງສຶກສາທິການ ແລະກິລາ ໄດ້ຮັບໂຄຕ້າ ແລະບັນຈຸລັດຖະກອນຄູທັງໝົດ 6,410 ຄົນ. ໃນຈໍານວນນັ້ນ ປີ 2017 - 1,816 ຄົນ, ປີ 2018 -1,463 ຄົນ, ປີ 2019 - 936 ຄົນ, ປີ 2020 - 1,040 ຄົນ,ປີ 2021 - 340 ຄົນ ແລະປີ 2023 - 285 ຄົນ.
ແລະເລື່ອງໂຄຕ້າແພດ ໃນຮອບ 5 ປີ ທີ່ຜ່ານມາ ຄືແຕ່ປີ 2019 ເຖິງປີ 2023 ລັດຖະບານ ໄດ້ແບ່ງໂຕເລກລັດຖະກອນ ໃຫ້ກະຊວງສາທາລະນະສຸກ ທັງໝົດ 1,406 ຄົນ. ໃນຈໍານວນນັ້ນ ປີ 2019 - 220 ຄົນ, ປີ 2020 - 300 ຄົນ, ປີ 2021 - 321 ຄົນ, ປີ 2022 - 335 ຄົນ ແລະປີ 2023 - 230 ຄົນ ຊຶ່ງໃນນັ້ນ ເປັນລັດຖະກອນແພດ ແລະໝໍ 225 ຄົນ ແລະເປັນລັດຖະກອນບໍລິຫານ 5 ຄົນ.