ນັກໂທດ 2,716 ຄົນ ໄດ້ຮັບການອະໄພຍະໂທດ
2024.12.03
ເນື່ອງໃນວັນຊາດ ທີ 2 ທັນວາ ປີ 2024 ຄົບຮອບ 49 ປີ ກະຊວງ ປ້ອງກັນຄວາມສະຫງົບ ໄດ້ມີການອະໄພຍະໂທດໃຫ້ແກ່ ນັກໂທດ ຈຳນວນ 2,716 ຄົນ ເຊິ່ງໃນນີ້ ອະໄພຍະໂທດ ດ້ວຍການຫຼຸດຜ່ອນໂທດ 2,339 ຄົນ ແລະ ອະໄພຍະໂທດດ້ວຍການປ່ອຍຕົວ 377 ຄົນ ເຊິ່ງເປັນນັກໂທດທີ່ມີພຶດຕິກຳດີ ແລະ ປະຕິບັດຕາມເງື່ອນໄຂ ແຕ່ໃນຈຳນວນດັ່ງກ່າວນີ້ ບໍ່ມີນັກໂທດການເມືອງລວມຢູ່ນຳ ມີແຕ່ນັກໂທດຄະດີທົ່ວໄປ ເປັນຕົ້ນ ຄະດີລັກຊັບພົນລະເມືອງ ຄະດີຢາເສບຕິດ ແລະອື່ນໆ, ດັ່ງ ເຈົ້າໜ້າທີ່ຕຳຫຼວດ ທ່ານໜຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 3 ທັນວາ ນີ້ວ່າ:
"ອະໄພຍະໂທດ ໂທດການເມືອງກໍບໍ່ມີເດີ້ ບໍ່ສູ່ມີດອກ ມີແຕ່ໂທດທົ່ວໄປ ອະໄພຍະໂທດກະເບິ່ງວ່າ ໜຶ່ງເຈົ້າມີຄຸນງາມຄວາມດີປານໃດ ການປະຕິບັດໂທດເຈົ້າຢູ່ ຈຸດຫັ້ນນ່າ ເຈົ້າມີປະຕິບັດດີບໍ່ ໜຶ່ງຄືໂທດຢາເສບຕິດໄປຈັ່ງຊັ້ນນ່າ ອະໄພຍະໂທດຫັ້ນນ່າ."
ທາງດ້ານເຈົ້າໜ້າທີ່ ທ້ອງຖິ່ນ ທ່ານໜຶ່ງ ກ່າວວ່າ ລັດຖະບານລາວ ມີການອະໄພຍະໂທດໃຫ້ນັກໂທດທຸກປີ ໃນວັນຊາດ ທີ່ກົງກັບວັນທີ 2 ທັນວາ ຂອງທຸກປີ ໂດຍອະດີດນັກໂທດທີ່ຖືກປ່ອຍຕົວອອກມາ ບາງຄົນກໍບໍ່ໄດ້ປັບປ່ຽນນິໄສ ແລະຍັງມີພຶດຕິກຳຄືເກົ່າ ຈົນເຮັດຜິດແລະຖືກຈັບເຂົ້າຄຸກ ຄືເກົ່າ ແລະອະດີດນັກໂທດບາງຄົນ ກໍປັບປ່ຽນເປັນຄົນດີ ທຳມາຫາກິນລ້ຽງຄອບຄົວ.
"ອະໄພຍະໂທດ ເຂົາກໍຕິດຕາມຢູ່ເດີ້ ອອກມາ ບາງທີກໍປັບ ສ່ວນຫຼາຍມັນກະຄືເກົ່າເນາະ ເຂົາຢາກຄືເກົ່າ ລັກຄືເກົ່າມັນແຫຼະມັນເຄີຍເດີ້ ຜູ້ດີກໍມີດອກ ກໍບໍ່ວ່າ ທຳດີ ຫາກິນຫາຍາກ ຕາມລະບຽບກົດໝາຍບ້ານເມືອງ ກໍບໍ່ມີບັນຫາ."
ສຳລັບການອະໄພຍະໂທດ ແລະ ປ່ອຍຕົວນັກໂທດອອກມາສູ່ສັງຄົມ, ຊາວລາວ ຫຼາຍຄົນ ກໍເຫັນວ່າ ສ່ວນໜ້ອຍທີ່ນັກໂທດທີ່ຖືກປ່ອຍຕົວອອກມາ ຈະປັບປ່ຽນເປັນຄົນດີ ເຊິ່ງສ່ວນໃຫຍ່ກໍບໍ່ໄດ້ກັບຕົວກັບໃຈ ໂດຍສະເພາະພວກຂີ້ລັກ ຈະມີພຶດຕິກຳຄືເກົ່າ ຈົນເຮັດໃຫ້ຊາວບ້ານຫຼາຍຄົນ ຕ້ອງໄດ້ລະມັດລະວັງກຸ່ມດັ່ງກ່າວ. ດັ່ງ ຊາວລາວ ນາງໜຶ່ງ ກ່າວວ່າ:
"ຄັນວ່າເຂົາເຈົ້າບໍ່ຜິດຮ້າຍແຮງ ເຂົາເຈົ້າປ່ຽນແປງຕົວເອງແລ້ວຫັ້ນນ່າ ອະໄພຍະໂທດໃຫ້ເຂົາມັນກໍດີແນວໜຶ່ງ ບາງຄົນເຂົາເຈົ້າກໍປ່ຽນແປງ ແຕ່ໜ້ອຍຫຼັກໜ້ອຍນ່າທີ່ຈະປ່ຽນແປງຫັ້ນນ່າ ສາວ່າເຮົາຮູ້ເນາະ ບາງຄົນເຂົາເຈົ້າກໍຂີ້ລັກ ຄັນໄດ້ເຮັດເຂົາເຈົ້າກໍເຮັດຕໍ່ ມີແຕ່ລະມັດລະວັງເອົາເອງ."
ຂະນະທີ່ ຊາວລາວ ນາງໜຶ່ງ ກ່າວວ່າ ການອະໄພຍະໂທດ ໃຫ້ແກ່ນັກໂທດ ກໍເປັນເລື້ອງທີ່ດີ ເພາະຖືວ່າເປັນການໃຫ້ໂອກາດເຂົາເຈົ້າກັບຄືນສູ່ສັງຄົມ ແຕ່ກໍບໍ່ແມ່ນວ່າຈະດີໝົດທຸກຄົນ ຍ້ອນ ບາງຄົນກໍມີພຶດຕິກຳຄືເກົ່າ ໂດຍສະເພາະພວກເສບຢາເສບຕິດ ທີ່ພ້ອມກໍເຫດການບໍ່ດີຕ່າງໆ ໂດຍສະເພາະຂີ້ລັກ ງັດແງະ ຫຼື ປຸ້ນຈີ້ ເພື່ອຫາເງິນໄປຊື້ຢາເສບຕິດມເສບຕື່ມ.
"ສ່ວນຫຼາຍ ຄັນແມ່ນພວກຢາມ້າ ຢາຫຍັງມັນກໍບໍ່ປ່ຽນດອກ ຂີ້ລັກມັກຊົກນັ້ນເຫັນຢູ່ ບາງຄົນມັນກະຄືເກົ່າແຫຼະ ສ່ວນຫຼາຍນ່າ ກະດາຍ ສ່ວນຫຼາຍກໍບໍ່ໄດ້ຕິດຕາມດອກ ກະລະວັງຢູ່ຫັ້ນລະ."
ໃນວັນທີ 28 ທັນວາ 2023 ທີ່ຜ່ານມາ ກົມຕຳຫຼວດຄຸມຂັງດັດສ້າງ ກະຊວງ ປ້ອງກັນຄວາມສະຫງົບ ໄດ້ຈັດພິທີປະກາດອະໄພຍະໂທດ ປ່ອຍຕົວນັກໂທດ ໃນຄ້າຍຄຸມຂັງຕານປ່ຽວ ຕາມດຳລັດຂອງປະທານປະເທດ ວ່າ ດ້ວຍການໃຫ້ອະໄພຍະໂທດໃຫ້ນັກໂທດ ຜູ້ທີ່ມີຄວາມກ້າວໜ້າໃນຂອບເຂດທົ່ວປະເທດ ແລະໃນເນື່ອງໂອກາດ ປີໃໝ່ສາກົນ 2024 ເພື່ອເປັນຂອງຂວັນແກ່ນັກໂທດ ໃນວັນພິເສດຂອງລາວ.
ສຳລັບໃນປີນີ້ ກໍມີນັກໂທດຄະດີ ທາງການເມືອງຜູ້ໜຶ່ງ ທີ່ໄດ້ຖືກປ່ອຍຕົວອອກຈາກຄຸກຄຸມຂັງ ພາຍຫຼັງຈາກໄດ້ຮັບໂທດ ຕາມທີ່ສານໄດ້ຕັດສິນຈົນຄົບຖ້ວນແລ້ວ ເຊິ່ງແມ່ນກໍລະນີຂອງນາງ ຮວ້າຍເຮືອງ ໄຊຍະບູລີ ຫຼື ໝວຍ ທີ່ໄດ້ຮັບອິດສະລະພາບ ໃນວັນທີ 12 ກັນຍາ ທີ່ຜ່ານມາ ພາຍຫຼັງຖືກສານຕັດສິນຈຳຄຸກ 5 ປີ ແຕ່ວັນທີ 12 ກັນຍາ 2019 ໃນຂໍ້ຫາໂຄສະນາຕໍ່ຕ້ານທາງການລາວ.