ກະຊວງ ຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ເປີດສາຍດ່ວນ ກ່ຽວກັບບັນຫາທີ່ດິນ ນັບຕັ້ງແຕ່ວາຣະກອງປະຊຸມ ສະພາແຫ່ງຊາຕ ຄັ້ງທີ່ຜ່ານມານັ້ນ ເພື່ອຕິດຕາມການເຊົ່າ ສັມປະທານທີ່ດິນ, ຕິດຕາມການລຸກລໍ້າ ເນື້ອທີ່ດິນນອກກອບ ທີ່ໄດ້ຮັບອະນຸຍາດ ແລະບັນຫາທີ່ດິນ ຂອງປະຊາຊົນ. ໃນຂະນະທີ່ຊາວລາວ ກໍຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ດຳເນີນການແກ້ໄຂ ບັນຫາທີ່ດິນໃຫ້ເປັນຮູບປະທັມທີ່ສຸດ ແລະດີກ່ວາເກົ່າ.
ດັ່ງຊາວບ້ານຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ເມື່ອງວັນທີ 27 ກໍຣະກະດາ 2022 ນີ້ວ່າ:
"ແລ້ວກໍຄົນມີບັນຫາ ໄດ້ໂທປຶກສາໄດ້ ໂທອັນນັ້ນຢູ່ແລ້ວ ສ່ວນຫຼາຍກໍຜູ້ທີ່ ນອກຈາກທີ່ວ່າຢູ່ໃນນະຄອນຫຼວງ. ບໍ່ອີ່ຫຍັງວ່າຊັ້ນ ໃນນະຄອນຫຼວງນີ້ ກໍໄດ້ຂ່າວແວ່ວໆ ຢູ່ວ່າມີບັນຫາຢູ່ ແຕ່ວ່າເຮົາຢູ່ພີ້ນີ້ເມືອງນ້ອຍແດ່ຫັ້ນນ່າ. "
ເຖິງແມ່ນວ່າ ພາກສ່ວນທີ່ກ່ຽວຂ້ອງ ຈະໄດ້ເປີດໃຫ້ບໍຣິການ ສາຍດ່ວນກ່ຽວກັບບັນຫາ ທີ່ດິນແລ້ວມາເປັນໄລຍະເວລານຶ່ງ ແຕ່ຢ່າງໃດກໍຕາມ ຊາວລາວທີ່ປະສົບບັນຫາ ກ່ຽວກັບທີ່ດິນຈຳນວນຫຼາຍ ກໍຍັງບໍ່ທັນໄດ້ໃຊ້ບໍຣິການ ສາຍດ່ວນດ່ັງກ່າວນີ້ເທື່ອ.
ດັ່ງຊາວບ້ານ ໄດ້ປະສົບບັນຫາກ່ຽວກັບ ການອອກໃບຕາດິນ ຢູ່ນະຄອນຫຼວງວຽງຈັນ ທ່ານນຶຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
"ຂ້ອຍບໍ່ຮູ້ສໍ່ານີ້ຫັ້ນນ່າ ຫາກຮູ້ນໍາເຈົ້ານີ້ແຫຼະ1514 ເບາະ ແຕ່ລະໂຄງການ ກໍຈະມີຜູ້ເບິ່ງແຍງຫັ້ນນ່າ ກໍຕິດຕໍ່ຜ່ານບ້ານນີ້ແຫຼະ ບ້ານກໍຈະປະສານງານຕໍ່ ກັບເຈົ້າຂອງໂຄງການຫຍັງຫັ້ນແຫຼະ ປະມານນັ້ນ. "
ໃນຂະນະດຽວກັນ ສາຍດ່ວນກ່ຽວກັບບັນຫາທີ່ດິນ ທີ່ທາງການລາວເປີດ ໃຫ້ບໍຣິການນັ້ນໃນເບື້ອງຕົ້ນ ຍັງເປັນພຽງການຈັດຕັ້ງປະຕິບັດ ແລະຮັບຟັງຄຳເຫັນ ແຕ່ສະເພາະຊາວລາວ ທີ່ມີບັນຫາເຣື່ອງທີ່ດິນ ໃນພື້ນທີ່ເຂດນະຄອນຫຼວງວຽງຈັນ ກ່ອນ. ສ່ວນການເປີດໃຫ້ບໍຣິການ ສາຍດ່ວນຢູ່ເມືອງຕ່າງໆ ແລະແຂວງອື່ນໆ ຍັງບໍ່ທັນດຳເນີນການ ຢ່າງເປັນທາງການເທື່ອ.
ດັ່ງເຈົ້າໜ້າທີ່ ຜແນກຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ຢູ່ແຂວງບໍ່ແກ້ວ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
"ອັນສາຍດ່ວນກ່ຽວກັບທີ່ດິນ 1514. ອໍອັນນັ້ນໜ້າຈະແມ່ນ ສະເພາະນະຄອນຫຼວງ ເຈົ້າຢູ່ທາງເຮົາ ບໍ່ມີສາຍດ່ວນ ຖ້າເພິ່ນອັນມີບັນຫາ ກ່ຽວກັບທີ່ດິນ ເພິ່ນຈະຂຶ້ນມາຫາເຮົາ ຢູ່ຫ້ອງການເລີຍ. "
ສຳລັບປະຊາຊົນ ທີ່ໃຊ້ບໍຣິການສາຍດ່ວນ ກ່ຽວກັບບັນຫາທີ່ດິນດັ່ງກ່າວນີ້ ສ່ວນໃຫຍ່ແມ່ນເປັນການນໍາໃຊ້ໃນກໍຣະນີ ຂັດແຍ່ງທີ່ດິນ ລະຫວ່າງປະຊາຊົນ ກັບເຈົ້າໜ້າທີ່ຣັຖ ສ່ວນຂໍ້ຂັດແຍ່ງ ລະຫວ່າງປະຊາຊົນກັບປະຊາຊົນນັ້ນ ພວກເຂົາເຈົ້າ ມັກປະສານງານຜ່ານເຈົ້າໜ້າທີ່ ຢູ່ຫ້ອງການປົກຄອງບ້ານ ແລະເມືອງໂດຍຕຣົງ ເປັນຂັ້ນຕອນທຳອິດ.
ດ່ັງຊາວບ້ານ ຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ທ່ານນຶ່ງກ່າວວ່າ:
"ມັນສ່ວນຫຼາຍຫັ້ນ ມັນອັນປະຊາຊົນ ກັບປະຊາຊົນ ຂັດແຍ່ງກັນ ແລ້ວເພິ່ນກໍຄ່ອຍໃຊ້ ອັນສາຍປະຊາຊົນ ຄັນໃຊ້ສາຍດ່ວນ ມັນອັນຕ້ອງກ່ຽວກັບ ຂ້າຣາຊການບໍ່ ມີຫຍັງຕ່າງໆນີ້ແຫຼະ ແລ້ວເພິ່ນກໍເອົາເຂົ້າຝ່າຍປົກຄອງ ຝ່າຍປົກຄອງຈະເອົາຂໍ້ມູນ ອີ່ຫຍັງຕ່າງໆ ມາສົມທົບກັບບ້ານ ເອົາຂໍ້ມູນຕ່າງໆ ນີ້ ເພື່ອຣາຍງານຂັ້ນເທິງຊິນ່າ. "
ກ່ຽວກັບການໃຊ້ບໍຣິການ ສາຍດ່ວນພາຍໃນປະເທດລາວ ສ່ວນຫຼາຍແມ່ນຈະເປັນການ ນຳໃຊ້ເພື່ອຮ້ອງຮຽນ ກ່ຽວກັບການປະຕິບັດໜ້າທີ່ ຂອງເຈົ້າໜ້າທີ່ຣັຖຫຼາຍກ່ອນ ເປັນຕົ້ນເຈົ້າໜ້າທີ່ຣັຖ ບໍ່ຊ່ອຍອຳນວຍຄວາມສະດວກ ໃຫ້ແກ່ປະຊາຊົນ ຫຼືປະຕິບັດວຽກງານ ແບບບໍ່ຖືກຕ້ອງ ຕາມຂໍ້ກຳນົດກົດໝາຽ.
ດັ່ງເຈົ້າໜ້າທີ່ ຜແນກຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ຢູ່ແຂວງອຸດົມໄຊ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງທ່ານນຶ່ງກ່າວວ່າ:
"ຖ້າວ່າມັນກ່ຽວກັບດິນບັນຫາທີ່ດິນຢູ່ເມືອງໃດເນາະຢູ່ບ້ານໃດເນາະຕ້ອງໄດ້ໄປຫາຢູ່ຂອບເຂດຂອງໂຕນັ້ນກ່ອນເນາະຖ້າສົມມຸດວ່າເຮົາມີບັນຫາກ່ຽວກັບບ້ານນີ້ເຮົາກໍຕ້ອງໄດ້ໄປແກ້ຢູ່ຂັ້ນບ້ານກ່ອນເນາະເພາະວ່າເຮົາສິຂ້າມຂັ້ນເປັນການຮ້ອງຮຽນມັນຈະບໍ່ຖືກເນາະຕ້ອງໄດ້ແກ້ໄຂກ່ອນກໍຣະນີວ່າເຮົາໄປຮ້ອງຮຽນບາດດຽວແລ້່ວບໍ່ມີການແກ້ໄຂບໍ່ມີແມ່ນຫຍັງຫັ້ນນ່າມັນຈະກະທົບບາດດຽວເລີຍ. "
ສຳລັບຈຸດປະສົງ ໃນການເປີດໃຫ້ບໍຣິການ ສາຍດ່ວນກ່ຽວກັບທີ່ດິນ ຂອງທາງການລາວ ເພື່ອນໍາໃຊ້ໃນການຮັບຟັງ ຄຳສເນີຈາກປະຊາຊົນ ທີ່ປະສົບບັນຫາດັ່ງກ່າວນີ້ ໂດຍຕຣົງເນື່ອງຈາກ ເຣື່ອງທີ່ດິນເປັນບັນຫາທີ່ກະທົບ ຕໍ່ຊີວິຕການເປັນຢູ່ ຂອງປະຊາຊົນຫຼາຍກ່ອນໝູ່.
ດັ່ງນັກຊ່ຽວຊານ ດ້ານກົດໝາຽ ທີ່ເຮັດວຽກກ່ຽວກັບ ທີ່ດິນໂດຍກົງທ່ານນຶ່ງກ່າວວ່າ:
"ຢາກເຫັນຄຳຮ້ອງທຸກສື່ໆ ເນາະວ່າຈຸດປະສົງ ຂອງຄົນມາຮ້ອງທຸກຫັ້ນ ເປັນຫຍັງວິທີແກ້ໄຂ ມັນກໍມີຂັ້ນຕອນ ຂອງຂະເຈົ້າເນາະ ເຈົ້າກໍຕ້ອງມີການຍື່ນຄຳຮ້ອງ ມາຈຸດປະສົງເຈົ້າ ຢາກໃຫ້ຂະເຈົ້າຊ່ອຍເຫຼືອແນວໃດ ຄັນເຮົາຊິໂທໄປໂລດ ເຮົາຊິອະທິບາຍມັນ ເວົ້າເຣື່ອງຂໍ້ມູນຫຼັກຖານເດຢູ່ເນາະ ມັນຕ້ອງໄດ້ນຳຂໍ້ມູນຫຼັກຖານ ເຮັດຄຳຮ້ອງ ຫຼືເຮັດໃບສເນີ ໄປຍື່ນຂະເຈົ້າ ແລ້ວຂະເຈົ້າຈະຄົ້ນຄ້ວາ ແລ້ວຂະເຈົ້າກໍຊິມາຕອບໄດ້. "
ກ່ອນໜ້ານີ້ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີ ໄດ້ກ່າວໃນກອງປະຊຸມ ສມັຍສາມັນເທື່ອທີ 3 ຂອງສະພາແຫ່ງຊາຕ ຊຸດທີ 9 ເມື່ອວັນທີ 23 ມິຖຸນາ ຜ່ານມານີ້ວ່າ ປະເທດລາວ ຍັງພົບບັນຫາກ່ຽວກັບ ຂໍ້ຂັດແຍ່ງເຣື່ອງທີ່ດິນ ລະຫວ່າງຣັຖບານກັບປະຊາຊົນ. ບໍຣິສັດ ກັບປະຊາຊົນ ແລະ ບໍຣິສັດ ກັບບໍຣິສັດເປັນຈຳນວນຫຼາຍ ໂດຍສະເພາະຢູ່ໃນຂົງເຂດ ກໍ່ສ້າງທີ່ເປັນໂຄງການໃຫຍ່ ທີ່ຣັຖບານມີສ່ວນກ່ຽວຂ້ອງ ນຳເປັນຕົ້ນ ປະຊາຊົນບໍ່ໄດ້ຮັບການຊົດເຊີຍທີ່ເໝາະສົມ ແລະພນັກງານຣັຖ ທີ່ລົງໄປໄກ່ເກັ່ຽ ບໍ່ໄດ້ຊີ້ແຈງໃຫ້ປະຊາຊົນ ໄດ້ເຂົ້າໃຈຢ່າງລະອຽດ.
