ອະດີດນັກເຄື່ອນໄຫວ ສິດທິມະນຸດ ລີ້ພັຍໄປຕ່າງປະເທດ

ອຸ່ນແກ້ວ
2022.03.10
ອະດີດນັກເຄື່ອນໄຫວ ສິດທິມະນຸດ ລີ້ພັຍໄປຕ່າງປະເທດ ທ້າວ ຄູຄຳ ແກ້ວມະນີວົງ ອະດີດນັກເຄື່ອນໄຫວ ປະຊາທິປະໄຕໃນລາວ ກຳລັງລີ້ພັຍ ໄປຕ່າງປະເທດ
ນັກຂ່າວ ພົລເມືອງ

ທ້າວ ຄູຄຳ ແກ້ວ​ມະ​ນີ​ວົງ ອະ​ດີດ​ນັກ​ເຄື່ອ​ນ​ໄຫວ ປະ​ຊາ​ທິ​ປະ​ໄຕ​ໃນ​ລາວ ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ອົງ​ການ​ຈັດ​ຕັ້ງ​ສາ​ກົນທີ່​ກ່ຽວ​ຂ້ອງ ໄດ້​ເດີນ​ທາງ​ໄປ​ລີ້​ພັຍຢູ່​ປະ​ເທດ​ຄາ​ນາ​ດາ ໃນ​ວັນ​ທີ 9 ມີ​ນາ ທີ່​ຜ່ານ​ມາ.

ທ່ານ ເນ​ຕິ​ວິດ ໂຊ​ຕິ​ພັດ​ໄພ​ສານ ທີ່ເປັນ​ນັກ​ເຄືອນ​ໄຫວໄທ​ຍ ຜູ້​ທີ່​ເປັນ​ຮູ້​ຈັກ​ກັບ ທ້າວ ຄູ​ຄຳ ແລະ ທີ່​ໄດ້ເດີນ​ທາງ​ໄປ​ສົ່ງລາວຢູ່​ສ​ນາມ​ບິນ ໄດ້​ກ່າວ​ຕໍ່​ເອ​ເຊັຽເສ​ຣີ ໃນ​ວັນ​ທີ 10 ມີ​ນາ ວ່າ:  

ມື້ວານນີ້ ກໍມີຄວາມສຸກດີ ເພິ່ນກໍຮູ້ສຶກວ່າ ໂລ່ງອົກໂລ່ງໃຈຫຼາຍ ຍ້ອນວ່າ ຕອນທີ່ເຮົາຮູ້ກ່ອນໜ້ານີ້ ເຮົາກໍຄົງບໍ່ຮູ້ວ່າ ເພິ່ນຢູ່ໃນຖານະການວິກິດເກືອບຈະຖືກສົ່ງໂຕກັບໄປທີ່ປະເທດລາວຢູ່ແລ້ວ ກ່ອນໜ້ານີ້ຜູ້ລີ້ພັຍຊາວລາວ ຢູ່ໃນປະເທດໄທຍ ຖືກສົ່ງໂຕກັບ ເພິ່ນກໍຮູ້ສຶກຢ້ານຫຼາຍ ນອນຫຼັບ ຊີວິດລຸກລີ້ລຸກລົນລອດເລີຍ ໃນໄລຍະເດືອນປາຍທີ່ຜ່ານມາ ເພິ່ນກໍຄົງຕ້ອງສູ້ຕໍ່.”

ເຖິງວ່າ ທ້າວ ຄູ​ຄຳ ແກ້ວມະນີວົງ ຈະເດີນທາງໄປປະເທດທີສາມແລ້ວ ແຕ່ ນັກສິດທິມະນຸດ ເຫັນວ່າ ລາວບໍ່ຄວນຖືກຈັບໃນປະເທດໄທຍ ກ່ອນໜ້ານີ້ ຍ້ອນວ່າ ລາວບໍ່ໄດ້ເຮັດຜິດກົດໝາຍ.

ທ່ານ ຟິວ ໂຣ​ເບີດສັນ ຮ້ອງຜູ້ອຳນວຍການອົງການສິ້ງຊອມດ້ານສິດທິມະນຸດ ຫຼື Human Rights Watch ປະຈຳພາກພື້ນເອເຊັຽຟາຊິຟິກ ໄດ້ກ່າວຕໍ່ເອເຊັຽເສຣີ ໃນມື້ດຽວກັນວ່າ:

ດີໃຈທີ່ສຸດ ທີ່ ທ້າວ ຄູ​ຄຳ ຖືກປ່ອຍໄປ ແຕ່ທີ່ບໍ່ດີ ກໍຄື ລາວຖືກຂັງເປັນຄັ້ງທຳອິດ ຍ້ອນວ່າ ບໍ່ໄດ້ເຮັດຫຍັງຜິດ ບໍ່ໄດ້ເຮັດຫຍັງທີ່ຄວນຈະຕິດຄຸກ ລາວບໍ່ໄດ້ເປັນອາຍາກອນ ກໍເປັນຄົນທີ່ຕໍ່ສຸ້ເພື່ອສິທິມະນຸດ ບໍ່ແມ່ນຄົນທີ່ຄວນຈະຖືກຈັບໂຕ ແລ້ວກໍໃຫ້ຕິດຄຸກເລີຍ.”

ທ່ານ ກ່າວ​ຕື່ມ​ວ່າ ມາ​ຮອດ​ປັດ​ຈຸ​ບັນ ຍັງ​ມີ​ຄົນ​ລາວ ທີ່​ຕ້ອງ​ການ​ຮຽກ​ຮ້ອງ​ສິດ​ທິ​ມະ​ນຸດ ແລະ ເຄື່ອນ​ໄຫວດ້ານ​ປະ​ຊາ​ທິ​ປະ​ໄຕໃນ​ລາວ ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ ຜູ້​ທີ່​ມາ​ເຄື່ອນ​ໄຫວ​ໃນ​ລັກ​ສະ​ນະ​ດັ່ງ​ກ່າວ ກໍ​ບໍ່​ໄດ້​ມີ​ການ​ຮວມ​ກຸ່ມ ແລະ ຫຼຸດ​ຈໍ​າ​ນວນ​ລົງ​ເລື່ອຍໆ ຍ້ອນ​ພວກ​ເຂົາ​ຢ້ານ​ວ່າ ຈະ​ບໍ່​ມີ​ຄວາມ​ປອດ​ພັຍ​ໃນ​ການ​ໃຊ້​ຊີ​ວິດ, ຢ້ານ​ຖືກ​ສົ່ງ​ໂຕ​ກັບປະ​ເທດ​ລາວ ຫຼື ຖືກ​ອູ້ມ​ເຮັດ​ໃຫ້​ຫາຍ​ສາບ​ສູນ ດັ່ງ​ທີ່​ເຄີຍ​ເກີດ​ຂຶ້ນ​ກັບ​ ທ້າວ ອ໊ອດ ໄຊ​ຍະ​ວົງ ນັກ​ເຄື່ອນ​ໄຫວເພື່ອປະ​ຊາ​ທິ​ປະ​ໄຕ​ໃນ​ລາວ ທີ​ຫາຍ​ສາບ​ສູນ​ໃນທ້າຍ​ປີ 2019.

ຜູ້​ລີ້​ພັຍ​ການ​ເມືອງ​ຊາວ​ລາວ ທີ່​ຢູ່​ພາຍ​ໃນ​ປະ​ເທດ​ໄທ​ຍ ຈຳ​ເປັນ​ຕ້ອງ​ໄດ້​ເດີນ​ທາງ​ໄປ​ປະ​ເທດ​ທີ 3 ຍ້ອນ​ທີ່​ຜ່ານ​ມາ ປະ​ເທດ​ອາ​ຊຽນ ຍັງ​ບໍ່​ມີ​ແນວ​ທາງ​ຮ່ວມ​ກັນ​ໃນ​ການ​ປົກ​ປ້ອງ​ຜູ້​ລີ້​ພັຍ​ ໃຫ້​ໄດ້​ຮັບ​ຄວາມ​ປອດ​ພັຍ. 

ຍາງ​ນາງ ອັງ​ຄະ​ນາ ນິ​ລະ​ໄພ​ຈິດ ອະ​ດີດ​ກັມ​ການ​ສິດ​ທິ​ມະ​ນຸດ​ແຫ່ງ​ຊາດ​ຂອງ​ໄທ​ຍ ກ່າວ​ວ່າ:

ການລີ້ພັຍໃນອາຊຽນ ອາຊຽນເອງກໍຫຼີກລ້ຽງ ທີ່ຈະເວົ້າເຖິງປະເດັນນີ້ ກໍມັກຈະອ້າງໃນເຣື່ອງຂອງ ການບໍ່ແຊກແຊງກິດຈະການພາຍໃນຂອງກັນ ແຕ່ວ່າ ເຣື່ອງນີ້ ບໍ່ແມ່ນການແຊກແຊງປະເທດໃດ ປະເທດນຶ່ງ ແຕ່ວ່າ ມັນເປັນການເຣື່ອງຂອງການຄຸ້ມຄອງສິດທິມະນຸດ ເຊິ່ງອາຊຽນ ຈະຕ້ອງມີ​  ມາຖານຮັກສາຄວາມປອດພັຍຂອງປະຊາຊົນອາຽນ.”

ຍາງ​ນາງ ກ່າວຕື່ມວ່າ:

ນອກຈາກ ທ້າວ ຄູຄຳ ແກ້ວມະນີວົງ ແລ້ວ ຍັງມີນັກເຄື່ອນໄຫວດ້ານປະຊາທິປະໄຕໃນລາວທີ່ຢູ່ປະເທດໄທຍ ທີ່ຍັງບໍ່ທັນໄດ້ສະຖານະການລີ້ພັຍ ໄປຢູ່ປະເທດທີ 3 ເຊິ່ງເຂົາເຈົ້າຈຳເປັນຕ້ອງຢູ່ດ້ວຍຄວາມລະມັດລະວັງ.”

ກ່ອນ​ໜ້ານີ້ ກໍມີນັກເຄື່ອນໄຫວເພື່ອປະຊາທິປະໄຕໃນລາວ ຄົນນຶ່ງ ທີ່ໄດ້ຮັບການຊ່ວຍເຫຼືອ ໃຫ້ໄປລີ້ພັຍຢູ່ປະເທດອອເຕຼເລັຽ ໃນປີ 2019.

ທ້າວ ຄູ​ຄຳ ແກ້ວມະນີວົງ ໄດ້ລີ້ພັຍຢູ່ປະເທດທີສາມແລ້ວ ແລະ ລາວ​ຈະ​ບໍ່ຖືກ​ສົ່ງໂຕກັບຄືນມາປະເທດລາວ​.

ທະ​ນາຍຄວາມ ແລະ ນັກກົດໝາຍດ້ານສິທິມະນຸດ ລະຫວ່າງປະເທດ ໄດ້ກ່າວວ່າ:

ຖ້າລະຫວ່າງປະເທດລາວ, ໄທຍ ແລະ ປະເທດທີ່ຜູ້ລີ້ພັຍໄປຢູ່ ບໍ່ມີຄະດີທີ່ຢູ່ໃນບັນທຶກຂໍ້ຕົກລົງທີ່ຈະສົ່ງຜູ້ຮ້າຍຂ້າມແດນໄດ້ ກໍບໍ່ສາມາດທີ່ຈະສົ່ງ ຜູ້ຮ້າຍຂ້າມແດນໄດ້.

ໃນ​ວັນ​ທີ 30 ມົກ​ກະ​ຣາ ທີ່​ຜ່ານ​ມາ ເຈົ້າ​ໜ້າ​ທີ່​ຕຳ​ຣວດ​​ສ​ຖານ​ນີ​ທຸ່ງ​ສອງ​ຫ້ອງ ໄດ້​ກັກ​ໂຕ ທ້າວ ຄູ​ຄຳ ແກ້ວມະ​ນີ​ວົງ ໄວ້ ຈາກ​ນັ້ນ ກໍ​ໄດ້​ສົ່ງ​ຟ້ອງ​ສານ ແລະ ນຳ​ໂຕ​ຜູ້​ກ່ຽວໄປ​ສານ​ແຂວງດອນ​ເມືອງ ຢູ່ ບາງກອກ ໃນ​ຂໍ້​ຫາ ວີ​ຊາ​ໝົດ​ອາ​ຍຸ ເຊິ່ງ​ຜູ້​ກ່ຽວ​ເອງ​ກໍ​ຖືກ​ປັບ​ໄໝ ຈາກ​ນັ້ນ ໃນ​ວັນ​ທີ 1 ກຸມ​ພາ ເວ​ລາ​ປະ​ມານ 6 ໂມງ ​ແລງ ຕາມ​ເວ​ລາ​ທ້ອງ​ຖິ່ນ​ໃນ​ໄທ​ຍ ທ້າວ ຄູ​ຄຳ ກໍ​ໄດ້​ຮັບ​ການ​ປ່ອຍ​ໂຕ ຫຼັງ​ຈາກ​ສຳ​ນັກ​ງານກວດ​ຄົນ​ເຂົ້າ​ເມືອງສວນ​ພ​ລູ ອະ​ນຸ​ຍາດ​ໃຫ້​ໜ່ວຍ​ງານ​ທີ່​ກ່ຽວ​ຂ້ອງປະ​ກັນ​ໂຕ​ຜູ້​ກ່ຽວ​ໄດ້, ແຕ່ ຜູ້​ກ່ຽວ​ຈະ​ຕ້ອງ​ໄດ້​ໄປ​ຣາຍ​ງານ​ໂຕ​ຕໍ່​ເຈົ້າ​ໜ້າ​ທີ່​ສຳ​ນັກ​ງານ​ຕຳ​ຣວດກວດ​ຄົນ​ເຂົ້າ​ເມືອງ ທຸກໆ 15 ມື້້.

ທ້າວ ຄູ​ຄຳ ແກ້ວມະ​ນີ​ວົງ ອາ​ຍຸ 38 ປີ ເປັນ​ຊາວ​ແຂວງ​ຈຳ​ປາ​ສັກ ທີ່​ເຂົ້າ​ມາ​ເຮັດ​ວຽກ​ຢູ່​ບາງກອກ ແຕ່​ປີ 2002 ແລະ ຕໍ່​ມາ ໄດ້​ເຂົ້າ​ຮ່ວມກໍ່​ຕັ້ງ​ກຸ່ມ ລາວ​ເສ​ຣີ ຫຼື Free Laos ເພື່ອ​ເຄື່ອນ​ໄຫວ​ຮຽກ​ຮ້ອງ​ປະ​ຊາ​ທິ​ປະ​ໄຕ ແລະ ສິດ​ທິ​ມະ​ນຸດ ເປັນ​ຕົ້ນ ການ​ຮຽກ​ຮ້ອງ​ໃຫ້​ທາງ​ການ​ລາວ ປ່ອຍ​ໂຕ​ຄົນ​ງານ​ລາວ 3 ຄົນ ທີ່​ເປັນ​ໝູ່​ຂອ​ງ​ລາວ ຄື ທ້າວ ສຸ​ການ ໃຈ​ທັດ ທ້າວ ສົມ​ພອນ ພິ​ມະ​ສອນ ແລະ ນາງ ຫລອດ​ຄຳ ທຳ​ມະ​ວົງ ທີ່​ຖືກ​ທາງ​ການ​ລາວ​ຈັບ​ໂຕ ໃນ​ຂໍ້​ຫາ ໃສ່​ຮ້າຍ​ປ້າຍ​ສີຣັ​ຖ​ບານ​ລາວ.

ທ້າວ ຄູ​ຄຳ ເຄີຍ​ໃຫ້​ຂໍ້​ມູນ​ຕໍ່​ເອ​ເຊັຽ​ເສ​ຣີ ວ່າ ຫຼັງ​ຈາກ​ບັນ​ດາ​ໝູ່​ເພື່ອນ​ຂອງ​ລາວທີ່​ຮ່ວມ​ວຽກ​ງານ​ເຄື່ອນ​ໄຫວ​ຮຽກ​ຮ້ອງ​ໃຫ້​ມີ​ປະ​ຊາ​ຊ​ທິ​ປະ​ໄຕ ແລະ ສິດ​ທິ​ມະ​ນຸດ​ໃນ​ລາວ ຖືກ​ຈັບ ແລະ ຈຳ​ນວນ​ນຶ່ງ​ກໍ​ຫາຍ​ສາບ​ສູນ ນັ້ນ​ເຮັດ​ໃຫ້​ລາວເອງ ກໍ​ສຶກ​ຢ້ານ ວ່າ ຈະ​ຖືກ​ຈັບ​ມື້​ໃດ​ມື້​ນຶ່ງ ສະ​ນັ້ນ ໃນ​ເວ​ລາ​ທີ່​ຢູ່​ປະ​ເທດ​ໄທ​ຍ ລາວ​ຈະ​ຕ້ອງ​ຢູ່​ແບບ​ຫຼົບໆລີ້ໆ ແລະ ບໍ່​ອອກ​ມາ​ເຄື່ອນ​ໄຫວໃດໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.