ການຢ້ຽມຢາມ ສປປລາວ ຂອງຄນະຜູ້ນຳ ພະມ້າ ໃນມື້ວັນທີ 6 ພຶສພາ ຜ່ານມາ ເຮັດໃຫ້ ຊາວລາວ ຫຼາຍຄົນ ຮູ້ສຶກ ຊື່ນຊົມ ຍິນດີນໍາ ພະມ້າ ທີ່ສາມາດ ປ່ຽນແປງສູ່ ຣະບອບ ປະຊາທິປະໄຕ ຊຶ່ງ ປະຊາຊົນ ເປັນຜູ້ ເລືອກເອົາ ຣັຖບານ ຢ່າງແທ້ຈິງ ດ້ວຍ ຕົນເອງ ຫລັງຈາກ ທີ່ ພະມ້າ ຖືກປົກຄອງ ດ້ວຍ ຜະເດັດການ ທະຫານ ມາຕັ້ງດົນ ກວ່າເຄີ່ງ ສັດຕະວັດ.
ນັກສຶກສາລາວ ຈາກ ມະຫາວິທຍາລັຍ ແຫ່ງຊາດ ນາງນຶ່ງ ກ່າວວ່າ ນາງເອງ ໄດ້ຕິດຕາມ ການປ່ຽນແປງ ທາງການເມືອງ ໃນ ພະມ້າ ມາຕລອດ ຈົນຮອດມື້ ທີ່ ພະມ້າ ປ່ຽນເປັນ ປະຊາທິປະໄຕ. ນາງວ່າ ນາງ ດີໃຈຫຼາຍ ທີ່ເຫັນຜູ້ນຳ ພະມ້າ ຢ້ຽມຢາມ ສປປລາວ ເປັນປະເທດ ທຳອິດ ນັບຕັ້ງແຕ່ ຣັຖບານ ປະຊາທິປະໄຕ ຂຶ້ນ ບໍຣິຫານ ປະເທດ ດັ່ງ ນາງກ່າວ ໃນຕອນນຶ່ງວ່າ:
"ຢາກເຫັນຜູ້ນຳລາວ ຊຸດໃຫມ່ນີ້ ເດີນຫນ້າ ແບບພະມ້າ ເປີດກວ້າງ ໃຫ້ ປະຊາຊົນ ມີສິດປາກເວົ້າ ມີສິດ ທວງຖາມ ຣັຖບານໄດ້ ປະເທດລາວ ຄວນເດີນຫນ້າ ສູ່ ປະຊາທິປະໄຕ ຢ່າງແທ້ຈີງ ບໍ່ແມ່ນຊິ ເດີນຫນ້າສູ່ ສັງຄົມນີຍົມ ຕລອດ ໃນນາມ ປະຊາຊົນລາວ ຜູ້ນຶ່ງ ຍີນດີ ຕ້ອນຮັບ ທ່ານນາງ ອອງຊານຊູຈິ ທີ່ມີຄວາມ ອົດທົນ ຜ່ານຜ່າ ອຸປສັກ ທຸກຢ່າງ ແລະ ກະຍັງເປັນ ແບບຢ່າງໃຫ້ ປະຊາຊົນ ໃນປະເທດ ຕົນເອງ ລະກະເປັນ ແບບຢ່າງ ໃຫ້ ແມ່ຍິງລາວ ຫຼາຍຄົນ".
ແມ່ຍິງລາວ ຈາກແຂວງ ສວັນນະເຂດ ອີກນາງນຶ່ງ ກໍກ່າວກ່ຽວກັບ ການຢ້ຽມຢາມ ສປປລາວ ຂອງ ຍານາງ ອອງຊານຊູຈິ ວ່າ:
"ຂ້າພະເຈົ້າ ແມ່ນດີໃຈ ແລະ ຄິດວ່າ ຜູ້ນຳ ສປປລາວ ເຮົາ ທີ່ໄດ້ຮັບ ຕຳແຫນ່ງໃຫມ່ ຄືມຽນມາ ຄວນມີການ ປ່ຽນແປງ ການ ປົກຄອງ ບໍ່ໃຫ້ ຈີນ, ວຽດນາມ, ມາມີ ອິດທິພົນ ໃນລາວ, ລາວ ຕ້ອງປົກຄອງ ລາວ ໃຫ້ປະຊາຊົນ ໄດ້ປະກອບ ຄວາມຄິດ ຄວາມເຫັນ ປະເທດລາວ ເປັນ ປະເທດນ້ອຍໆ ຖ້າຜູ້ນຳ ໂປ່ງໄສ ແລະ ທ່ຽງທັມ ປະຊາຊົນ ໃນຊາດ ຈະພົ້ນທຸກ ເພາະຫຼາຍ ປະເທດ ໃຫ້ ການຊ່ອຍເຫລືອ ແລະ ຢາກໃຫ້ ແມ່ຍິງລາວ ໃນສະພາ ເຂັ້ມແຂງ ອົດທົນ ຊ່ອຍເຫລືອ ປະຊາຊົນ ຄື ຍານາງ ອອງຊານຊູຈີ".
ປັນຍາຊົນ ໃນລາວ ຫຼາຍຄົນເວົ້າວ່າ ສປປລາວ ຄວນປົກຄອງ ດ້ວຍ ຣະບອບໃຫມ່ ຣະບອບ ສັງຄົມນິຍົມ ປົກຄອງ ມາເປັນເວລາ 40 ປີ ແລ້ວ ຄວນປ່ຽນແປງ ການປົກຄອງ ຢ່າງນ້ອຍ ໃຫ້ມີ 2-3 ພັກ ການເມືອງ ຂຶ້ນໄປ ແລະ ເປີດໂອກາດ ໃຫ້ ປະຊາຊົນ ມີ ສ່ວນຮ່ວມ ຈຶ່ງຈະເປັນ ການປົກຄອງ ທີ່ ສົມບູນ ແບບໄດ້.
