ການປະຕິບັດ ກົດໝາຍ ໃນລາວ ຍັງບໍ່ ສເມີພາບ

0:00 / 0:00

ຢູ່​ປະ​ເທດ​ລາວ ມີ​​ກົດ​ໝາຍ​ທັງ​ໝົດ 160 ປາຍ​ ສະ​ບັບ ແຕ່​ວ່າ​ ການ​ປ​ຕິ​ບັດ ກໍ​ຍັງ​ບໍ່​ທັນ​ເຄັ່ງ​ຄັດ ແລະ ບໍ່​ເປັນ​ທີ່​ໜ້າ​ເຊື່ອ​ຖື​ຂອງ​ປະ​ຊາ​ຊົນ. ໃນ​ສາຍ​ຕາ​ຂອງ​ນັກ​ວິ​ຊາ​ການ​ແລ້ວ ກົດ​ໝາຍກໍ​ຍັງ​ເປັນ​ພຽງ​ແຕ່ ເຈັ້ຽ ແລະ ສໍ​ເທົ່າ​ນັ້ນ.

ເຈົ້າ​ໜ້າ​ທີ່​ອົງ​ການ​ຈັດ​ຕັ້ງ ​ພາກ​ປະ​ຊາ​ສັງ​ຄົມ​ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ວ່າ:

" ສຳ ​ລັບ​ການ​ປ​​ຕິ​ບັດ​ກົດ​ໝາຍ​ຢູ່ ສ​ປ​ປ​ ລາວ ຫັ້ນ ກະ​ຍັງ​ຢູ່​ໃນ​ເຈັ້ຽ​ ໃນ​ສໍ​ຢູ່. ສ່ວນ​ຫຼາຍ​ແລ້ວ​ຍັງ​ເຫັນ​ວ່າ ມັນ​ຍັງ​ບໍ່​ທັນ​ມີ​ຜົ​ລ​ສັກ​ສິດ ແລະ ຄວາມ​ໜ້າ​ເຊື່ອ​ຖື​ ທາງ​ດ້ານ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ."

ການ​ບັງ​ຄັບ​ໃຊ້​ກົດ​ໝາຍ ຍັງ​ບໍ່​ມີ​ຄວາມ​ຊັດ​ເຈນ ໂດຍ​ສະ​ເພາະ ໃນ​ເວ​ລາ​ທີ່​ເກີດ​ການ​ແຜ່​ຣະ​ບາດ​ຂອງ​ໂຄວິດ-19 ແລະ ໃນ​ໄລ​ຍະ​ເງິນ​ເຟີ ເຮັດ​ໃຫ້​ເຄື່ອງ​ຂອງ​ຕ່າງ​ໄດ້​ຂຶ້​ນ​ລາ​ຄາ​ຕາມ​ອັດ​ຕ​ຣາ​ເງິນ​ເຟີ.

ນັກ​ກົດ​ໝາຍ ທ່ານ​ນຶ່ງ ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ແລະ ສຽງ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ວ່າ: ຂັ້ນສູນກາງສ່ວນຫລາຍກໍ່ສຸມໃສ່ການກະຕຸ້ນ ແລະຟື້ນຟູເສຖກິຈເປັນສ່ວນໃຫຍ່, ການບັງຄັບໃຊ້ກົດໝາຍບໍ່ຄ່ອຍຊັດເຈນເຊັ່ນ ຊ້ວງເດືອນມີນາທີ່ຜ່ານມາທີ່ ຣັຖປ່ອຍໃຫ້ມີການປັ່ນຂຶ້ນ ເງິນຕຣາຕ່າງປະເທດເປັນປວັດການ ໂດຍຍັງອອກມາເຕືອນຊື່ໆ ໂດຍບໍ່ໄດ້ນຳໃຊ້ມາຕການ ເລີຍນີ້ມັນສະແດງໃຫ້ເຫັນເຖິງ ຄວາມອ່ອນແອໃນການບັງຄັບ ໃຊ້ກົດໝາຍໃນລາວ, ມີ​ການສວຍ​ໂອ​ກາດ​ຂຶ້ນ​ລາ​ຄາ​ນ້ຳມັນ ແລະ ກັກ​ຕຸນ​ນ້ຳ​ມັນ ແຕ່​ເຈົ້າ​ໜ້າ​ທີ່​ ບໍ່​​ໄປ​ກວດ​ກາ​​ທົ່ວ​ເຖິງ.

ນັກ​ກົດ​ໝາຍ ກ່າວ​ວ່າ: ອັນທີ່ສອງແມ່ນການປັບຂຶ້ນ ຂອງລາຄານ້ຳມັນທີ່ຫົວໜ່ວຍທຸລະກຈ ສວຍໂອກາດກັກຕຸນນ້ຳມັນ ເພື່ອໄວ້ຂາຍໃນມື້ທີ່ປະກາດປັບຂຶ້ນ ແຕ່ບໍ່ມີການລົງໄປກວດສອບຢ່າງເປັນຂະບວນ, ມີບາງພື້ນທີ່ຕ່າງແຂວງ ທີ່ອອກຂ່າວວ່າມີການໄປກວດສອບ ແລະໃຊ້ມາຕການໃນຂະນະທີ່ນະຄອນຫລວງມິດງຽບ ບໍ່ມີລາຍງານໃດໆ,ນັກ​ກົດ​ໝາຍ ຍັງ​ກ່າວ​ຕື່ມ​ວ່າ: ອັນທີ່ສາມແມ່ນການປັບຂຶ້ນ ຄ່າຄອງຊີບທີ່ສ່ວນກະແສຈາກໜ່ວຍງານຣັຖ ທີ່ວ່າຈະບໍ່ອະນຸຍາດໃຫ້ມີການຂຶ້ນລາຄາ ສິນຄ້າຢ່າງເດັດຂາດ, ແຕ່ໃນພາກປຕິບັດຕົວຈິງເຮັດບໍ່ໄດ້, ປະ​ຊາ​ຊົນ​ທ່ານ​ນຶ່ງ ໃຫ້​ສຳ​ພາດ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ວ່າ ບໍ່​ມີ​ຄວາມ​ເຊື່ອໝັ້ນ​ໃນ ການ​ປະ​ຕິ​ບັດ​ກົດ​ໝາຍ​ໃນ​ລາວ.

ນັກ​ຂ່າວ: ການ​ປ​ຕິ​ບັດ​ກົດ​ໝາຍ​ຢູ່​ບ້ານ​ເຮົາ​ນີ້ ເຫັນ​ວ່າ ເປັນ​ຈັ່ງ​ໃດ​ນິ?

ປະ​ຊາ​ຊົນ:

" ເຮົາ ​ເອງນີ້ ເຮົາ​ບໍ່​ໄດ້​ປໍ​ລະ​ປັກ​ກັບ​ໜ່ວຍ​ການ​ໃດ​ເນາະ ວ່າ ເທົ່າ​ທີ່​ເຮົາ​ຕິດ​ຕາມ​ມານີ້​ເນາະ ເປັນ​ຕົ້ນ​ ກໍ​ຄື ພວກ​ພໍ່​ຄ້າ ເປັນ​ຕົ້ນ​ກະ​ຢາ​ເສບ​ຕິດ ວ່າ ຈັ່ງ​ຊິ​ເນາະ ຄັນ​ວ່າ ຕັດ​ສິນປະ​ຫານ​ເບາະ ຫຼື ຕ​ລອດ​ຊີ​ວິດ​ເບາະ ກະ​ບໍ່​ເຫັນ​ມີ​ໃຜ​ປະ​ຫານ​ຈັກ​ຄົນ ກະ​ບໍ່​ເຫັນ​ໃຜ​ໄດ້​ຢູ່​ຕ​ລອດ​ຊີ​ວິດ​ຈັກ​ຄົນ ໂຕນີ້ນະ. ເຮົາ​ວ່າ ກົດ​ໝາຍນີ້ ມັນ​ບໍ່​ເຂັ້ມ​ງວດ​ຫັ້ນ​ນ່າ ເວົ້າ​ແລ້ວບໍ່​ປ​ຕິ​ບັດ​ຫັ້ນ​ນ່າ ກະ​ໂຕ​ເຈົ້າ​ນາຍ​ເອງ​ ກະ​ຄື​ກັນ ເວົ້າ​ແລ້ວ​ກະ​ບໍ່​ປ​ຕິ​ບັດ ວ່າ​ຊັ້ນ​ເທາະ. ເທົ່າ​ທີ່​ຕິດ​ຕາມ​ຂ່າວ​ສານ​ຕ່າງໆ ຕັ້ງ​ແຕ່​ອາ​ດີດ​ມາ​ເຖິງ​ປັດ​ຈຸ​ບັນ​ນີ້ ຄື ບໍ່​ດົນ​ຜ່ານ​ມານີ້ ກະ​ຕັດ​ສິນ​ໃຫ້ ທ້າວ ສີ​ສຸກ ເບາະ ຜູ້​ຄ້າ​ຢາ​ເສບ​ຕິດ ທ່ານ​ນຶ່ງ ທີ່​ວ່າ ກະ​ຕັດ​ສິນ​ປ​ະ​ຫານ ແຕ່​ວ່າ​ ເຮົາ​ເອງນີ້ ເຮົ​າບໍ່​ເຊື່ອ ເວົ້າ​ກົງ​ໄປ​ກົງ​ມາ​ໂລດ ເຮົາ​ບໍ່​ເຊື່ອ. ເຮົາ​ບໍ່​ເຊື່ອ​ວ່າ ຊິ​ປະ​ຫານ."

ນັກ​ຂ່າວ: ເຈົ້າ​ນາຍ​ເບາະ ຜູ້​ໃຫຍ່ ເພິ່ນ ບໍ່​ປ​ຕິ​ບັດ ບໍ່​ປ​ຕິ​ບັດ​ຈັ່ງ​ໃດ​ນີ້?

ປະ​ຊາ​ຊົນ:

“ຄວາມ​ໝາຍນີ້ ເຈົ້າ​ນາຍ ເພິ່ນບໍ່​ປ​ຕິ​ບັດ​ຫັ້ນ ກະ​ເປັນ​ຕົ້ນ​ກະ​ຄື ໂຕ​ຢ່າງ​ເນາະ ອັນ​ນີ້ ເຮົາ​ເຫັນໂຕ​ຢ່າງ​ໄດ໋ ເພິ່ນ​ກະ​ບອກວ່າ ບາງ​ອັນ ຫຼື​ວ່າ ຣະ​ບຽບ ທີ່​ເພິ່ນ​ວາງ​ອອກ​ມາ ບໍ່​ຢາກ​ໃຫ້​ຄອບ​ຄົວ ຫຼື ບໍ່​ຢາກ​ໃຫ້​ລູກ​ໃຫ້​ເຕົ້າ​ນີ້ ເອົາ​ໄປ​ໃຊ້ ຣົ​ຖ​ຫ້ອງ​ການ​ຫັ້ນ​ນ່າ ເພາະ​ຣົ​ຖ​ປະ​ຈຳ​ຕຳ​ແໜ່ງ​ຂອງ​ເພິ່ນ​ຫັ້ນ​ນ່າ​ເນາະ ແຕ່​ວ່າ ບາງ​ເທື່ອ​ຕາມ​ຕ​ລາດ ຕາມ​ຫຍັງ​ນີ້ ເຮົາ​ກະ​ຍັງ​ພົບ​ຍັງ​ເຫັນ​ຢູ່.

ຫັ້ນ ​ນ່າ ເຫັນ​ຣົົຖ​ຕຳ​ແໜ່ງ​ຂອງ​ເພິ່ນ ເອີ​ຄື​ວ່າ ຂັ້ນ​ສູງ​ກາງ​ເບາະ​ຈັ່ງ​ຊີ້ ເນາະ ຫຼື​ວ່າ ຂັ້ນ​ເຈົ້າ​ແຂວງ​ເບາະ ຈັ່ງ​ຊີ້​ນະ ກະ​ອັນ​ນີ້​ນິ ເຮົາ​ບອກວ່າ ຣະ​ບຽບ​ກົດ​ໝາຍ ກະ​ຄົນ ​ຄົນ​ດຽວ​ເນາະ ວ່າ​ອອກ​ມາ ຄົນ​ຄົນ​ດຽວ​ກະ​ບໍ່​ປ​ຕິ​ບັດ​ຫັ້ນ​ນ່າ ກະ​ຍັງ​ເຫັນ​ນະ ທົ່ວ​ບ້ານ​ທົ່ວ​ເມືອງ.

ທີ່ ​ວ່າ​ຣົຖ​ຕຳ​ແໜາງ ຣົ​ຖ​ກະ​ຊວງ ເວົ້າ​ງ່າຍໆ ກະ​ຣົ​ຖ​ກະ​ຊວງ​ຫັ້ນ​ລະ​ເນາະ ຊິ​ໄປ​ຈອດ​ຕ​ລາດ​ເບາະ ໄປ​ຈອດ​ຮ້ານ​ອາ​ຫານ​ຈັ່ງ​ຊີ້ ວັນ​ເສົາ ວັນ​ອາ​ທິດ​ຈັ່ງ​ຊີ້ ຊີ້​ນ່າ ຈັ່ງ​ຊີ້​ເນາະ.

ຈັກ ​ໜ້ອຍ​ວ່າ ຫ້ວຍ ເຮົາ​ໄປ​ກິ​ນ​ເຂົ້າ​ກະ​ບໍ່​ໄດ້​ບໍ້ ແຕ່​ວ່າ ຫຼັກໆ ກະ​ແມ່ນ ວັນ​ເສົາ ວັນ​ອາ​ທິດ ເນາະ ອອກ​ໄປ ທາງນອກ ທາງນີ້ ເນາະ ອອກ​ໄປ ກະ​ເຫັນ​ໄດ້​ຢູ່​ບ່ອນ​ທ່ອງ​ທ່ຽວ​ເບາະ ກະ​ຄື ເຮືອນ​ແພ​ທ່າ​ງ່ອນບໍ່ ຈັ່ງ​ຊີ້​ເນາະ ຫັ້ນ​ນ່າ ລະ​ເຮົາ ເຮົາ​ລະ​ວ່າ ເນາະ ຄຶດ​ໃນ​ໃຈ​ວ່າ ອ້າວ​ຄັນ​ຊັ້ນ ຄື​ວ່າ ຣົ​ຖ​ປ້າຍ​ກະ​ຊວງ ຈັ່ງ​ຊັ້ນ​ດອກ​ເນາະ ອັນ​ນີ້​ແຫຼະ ເຮົາ​ກະ​ງົງ ຫຼື ວ່າ ເພິ່ນ​ເອົາ ປ້າຍ​ກະ​ຊວງ​ປອມ​ເບາະ ຫຼັກໆ ລະ ກະ​ຄື​ໜ່ວຍ​ງານກອງ​ທັບ ປ້າຍກອງ​ທັບ ລະ​ແມ່ນ​ຢາກ​ໄປ​ທົ່ວ​ສາ​ລະ​ທິດ​ໃດ ສ່ວນ​ຫຼາຍ.

ກະ ​ງົງ​ຄື​ກັນ​ໃດ ລະ​ຫວ່າງ ປົກ​ຄອງ​ກັບ ກອງ​ທັບ​ນີ້ ຄົນ​ລະກົດ​ຣະ​ບຽບ​ຫວະ ອັນ​ນີ້ ຂໍ​ຕາງ​ໜ້າ​ປະ​ຊາ​ຊົນໃດ ຍັງ​ບໍ່​ໝັ້ນ​ໃຈ ວ່າ ເພິ່ນ​ຊິ​ປ​ຕິ​ບັດ​ກົດ​ໝາຍ​ໄດ້ ທັງ​ພວກ​ເພິ່ນ​ຈົນ​ມາ​ຮອດ​ສັງ​ຄົມ​ທົ່ວ​ໄປ ຄື ປະ​ຊາ​ຊົນ​ຢ່າງ​ພວກ​ເຮົາ​ນີ້ ແຫ່ງ​ແລ້ວ ແຫ່​ງບໍ່​ຮູ້​ເນາະ ແຫ່ງບໍ່​ຮູ້​ແຫຼະ ວ່າ​ກົດ​ໝາຍ ແນວ​ໃດ ຕໍ່​ແນວ​ໃດ ຫັ້ນ​ນ່າ ເນາະ ຂັ້ນ​ເພິ່ນ​ວ່າ ຜິດ​ກະ​ແມ່ນ​ຜິດ​ໄປ​ນຳ​ເພິ່ນ ເພິ່ນ​ກະ​ວ່າ ບໍ່​ຜິດ​ຕ​ລອດ."

ນັກ​ຂ່າວ: ຊັ້ນ​ມັນ​ຊິ​ເປັນ​ຣັ​ຖ​ແຫ່ງ​ກົດ​ໝາຍ​ໄດ້​ຫວະ​ຊັ້ນ​ນະ?

ປະ​ຊາ​ຊົນ:

" ຄຳ ​ສຸ​ພາ​ສິດ​ລາວ ເຮົາ​ໄດ້​ເວົ້າ​ນີ້ ຄັນ​ພໍ່​ບໍ່​ເປັນ​ແບບ​ຢ່າງນີ້ ລູກ​ກະ​ຢາກ​ຍາກ​ຄື​ກັນ​ໃດ ຣັ​ຖ​ແຫ່ງ​ກົດ​ໝາຍ ກະ​ຕ້ອງ​ຣັ​ຖ​ຕົ່ວ​ເປັນ​ຜູ້​ປ​ຕິ​ບັດ​ກ່ອນ ກະ​ໂຕ​ຣັ​ຖ ກະ​ໂຕ​ພັກ​ນີ້ ກະ​ບໍ່​ປ​ຕິ​ບັດ ນີ້​ນ່າ ວັນ​ເສົາ​, ວັນ​ທິດ ນີ້ ຣົ​ຖ​ຣັ​ຖ​ກະ​ຍັງ​ເອົາ​ໄປ​ໃຊ້​ຢູ່​ສວນ ກະ​ຍັງ​ເອົາ​ໄປ​ໃຊ້​ຢູ່​ນາ ມັນ​ກະ​ຊິ​ເປັນ​ແນວ​ໃດ​ຊັ້ນ​ນ່າ."

ນັກ​ຂ່າວ: ບາງ​ເທື່ອ ເພິ່ນ​ເອົາ​ໄປ​ໃຊ້ ເພິ່ນ​ຊິ​ຊື້​ນ້ຳ​ມັນ​ໃສ່​ເອງ​ຕີ້?

ປະ​ຊາ​ຊົນ:

“ຊື້​ນ້ຳ​ມັນ​ໃສ່​ເອງ ກະ​ເວ​ລາ ມັນ​ເປ່​ເພ​ຫັ້ນ​ເດ້ ສ່ວນ​ຫຼາຍ ເພິ່ນ​ກະ​ເອົາ​ງົບ​ຂອງ​ກະ​ຊວງ ຂອງຜ​ແນກ​ນັ້ນໆ​ຕົ່ວ ສ້ອມ​ແປງ ຫຼື​ວ່າ ຈັ່ງ​ໃດ ເທົ່າ​ທີ່​ຮູ້​ວ່ານີ້​ນະ. ເຮົາ​ກະ​ບໍ່​ເຄີຍ ໄດ້​ຍິນ​ກັບ​ຫູ​ເດ້​ວ່າ ໂອຍ ຢ່າ​ເທາະ ຣົ​ຖ​ລຸງຂອງ​ຣັ​ຖ​ກໍ​ຢ່າ ແຕ່​ວ່າ ລຸງ​ນຳ​ໃຊ້ ລຸງ​ແປງ​ເອງ ກະ​ຄື​ວ່າ ບໍ່​ມີ​ນ່າ.”

ປະ​ຊາ​ຊົນ​ອີກ​ທ່ານ​ນຶ່ງ ກໍ​ໃຫ້​ສັມ​ພາດ​ວ່າ ບໍ່​ມີ​ຄວາມ​ເຊື້ອ​ໝັ້ນ​ ໃນ​ການ​ປ​ຕິ​ບັດ​ກົດ​ໝາຍຢູ່​ລາວ ເຊັ່ນ​ກັນ.

ປະ​ຊາ​ຊົນ​ອີກ​ທ່ານ​ນຶ່ງ: ກົດ​ໝາຍນີ້ ເວົ້າ​ຫຼາຍ ກະ​ບໍ່​ຢາກ​ເວົ້າ​ອີກ​ແຫຼ ມັນ​ພໍ​ພຽງ​ແຕ່​ວ່າ ເປັນ​ຊື່ໆ ນີ້ ຄັນ​ເວົ້າ​ມາ ມັນ​ຫຼາຍ​ບັນ​ຫາ ສ່ວນ​ຫຼາຍນີ້ ກົດ​ໝາຍ ນີ້ ມັນ ບົ່ງ​ໄວ້​ແຈ້ງ ເຣື່ອງວຽກ​ງານ​ຕ່າງໆ ເພາະ​ວ່າ ເຣື່ອງ​ການ​ປ​ຕິ​ບັດ​ນີ້ ມັນ​ກະແລ້ວ​ແຕ່​ຜູ້​ທີ່​ຈະ​ຮັບ​ຜິດ​ຊອບ.

ເວົ້າ​ຫຼາຍ ກະ​ບໍ່​ຢາກ​ເວົ້າ ມັນ​ຖືກ​ໂຕ​ເອງ. ໂຕ​ຢ່າງວ່າ ເຣື່ອງ​ຮ້ານນີ້ ມາ​ປຸກ​ໃສ່​ດິນ​ສງວນ​ຂອງ​ຣັ​ຖ ແຕ່​ເຂົາ​ກະ​ເມີນ​ເສີຍ.

ຜົ​ລ​ສຸດ​ທ້າຍ​ມານີ້ ເຂົາ​ກະ​ບໍ່​ປ​ຕິ​ບັດ ລະ​ກະ​ເສີຍ​ໄປ ຫັ້ນ​ນ່າ ແຕ່​ວ່າ ສ່ວນ​ຫຼາຍ​ແລ້ວ ມັນ​ເຫັນ​ແກ່​ສິດ​ຜົ​ລ​ປ​ໂຍດສ່ວນຕົວ​ຫຼາຍກວ່າ ແລະ ພັກ​ພວກ ຕົວ​ຢ່າງ ພະ​ຍາດ​ຣະ​ບາດ​ ການ​ສໍ້​ຣາສ​ບັງ​ຫຼວງນີ້​ແຫຼະ ມັນ​ບໍ່​ສິ້ນ​ສຸດ​ຈັກ​ເທື່ອ ​ກະ​ຍ້ອນ​ຫຍັງ ກະ​ຍ້ອນ​ການ​ປ​ຕິ​ບັດ​ກົດ​ໝາຍ ມັນ​ບໍ່​ເຂັ້ມ​ງວດ ບໍ່​ແຂງ​ແຮງ ບໍ່​ເຄັ່ງ​ຄັດ​ຫັ້ນ​ນ່າ ເຮັດ​ແຕ່​ຜູ້​ເຮັດ ຜູ້ບໍ່​ເຮັດ ກະ​ບໍ່​ເຮັດ ອັນ​ນີ້​ແຫຼະ ກະ​ບໍ່​ຢາກ​ເວົ້າ​ຫຼາຍ. ກະ​ມີ​ຢູ່ ບາງ​ມາ​ຕ​ຣາ​ທໍ່​ນັ້ນ ທໍ່​ນີ້ ແຕ່​ແລ້ວ ຜູ້​ທີ່​ມັນ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ ມັ​ນ​ສວຍ​ໃຊ້​ໜ້າ​ທີ່​ຕຳ​ແໜ່ງ ມັນ​ລະ​ເມີດ​ກົດ​ໝາຍ ແຕ່​ວ່າ ເຣື່ອງນີ້ ເປັນ​ຫຍັງ​ມັນ​ຈຶ່ງ​ເປັນ​ແນວນີ້ ຍ້ອນ​ວ່າ ທຸກມື້ນີ້ ການ​ເຮັດ​ວຽກ ມັນ​ບໍ່ ມີ​ການ​ຕິດ​ຕາມ ຕັ້ງ​ໄປ​ລະ​ກະ​ແລ້ວ​ກັນ ​ແລ້ວແຕ່​ຜູ້​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ ຈະ​ປຕິ​ບັດ ຫຼື ບໍ່​ປ​ຕິ​ບັດ ກໍ​ແລ້ວ​ແຕ່ ມັນ​ເປັນ​ແນວ​ນັ້ນ ອັນ​ເຣື່ອງ​ກົດ​ໝາຍ​ທຸກມື້ນີ້​ຢູ່ລາວ ມັນ​ຈຶ່ງ​ເຮັດ​ໃຫ້​ປະ​ຊາ​ຊົນ​ບໍ່​ຢາກ​ເຊື່ອ​ໝັ້ນ ​ປານ​ໃດເຣື່ອງນີ້ ແຕ່​ເຂົາ​ບໍ່​ກ້າ​ເວົ້າ ຄັນ​ເວົ້າ​ແລ້ວ ເຂົາ​ກະ​ຢ້ານ​ຄື​ກັນ.

ເຣື່ອງ​ກົດ​ໝາຍນີ້ ເວົ້າ​ຫຼາຍ​ກະ​ບໍ່​ຢາກ​ເວົ້າ ຖືກ​ໂຕ​ເອງນີ້​ນ່າ ເວົ້າ​ເພິ່ນ​ກະ​ເວົ້າ​ຫັ້ນ​ແຫຼ ຄື​ປີ​ກາຍນີ້ ເພິ່ນ​ກະ​ເວົ້າ​ເດ້ ຊິ​ປົກ​ຄອງ​ບ້​ານ​ເມືອງ​ດ້ວຍ​ກົດ​ໝາຍ ຈັດ​ຕັ້ງ​ສານ​ປົກ​ຄອງ ລະ​ໃຫ້​ປະ​ຊາ​ຊົນ​ນີ້ ລະ​ແມ່ນ ໃຊ້​ສິດ​ປະ​ຊາ​ທິ​ປະ​ໄຕ ບໍ່​ໃຫ້​ຢ້ານ ບໍ່​ໃຫ້​ກົວ.

ໃນ​ວັນ​ທີ 5 ເມ​ສາ 2022 ທີ່​ຜ່ານ​ມາ, ໜັງ​ສື​ພິມ​ລາວ​ພັ​ທ​ນາ ໄດ້​ຣາຍ​ງານ ໂດຍ ອ້າງຄຳ​ເວົ້າ​ຂອງ ຍາ​ນາງ ວຽງ​ທອງ ສີ​ພັນ​ດອນ ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ ຕອນ​ນຶ່ງ ວ່າ: ຕ້ອງ​ມີ​ມາ​ຕ​ການ​ເຂັ້ມ​ງວດ ແລະ ເດັດ​ຂາດ​ຕໍ່​ການ​ລະ​ເມີດ​ກົດ​ໝາຍ, ການ​ສວຍ​ໃຊ້ ໜ້າ​ທີ່​ຕຳ​ແໜ່ງ ແລະ ຄວາ​ມ​ຜັ​ບ​ຜິດ​ຊອບ ​ກົ​ດ​ໜ່ວງຖ່ວງ​ດຶງ ການ​ດຳ​ເນີນ​ຄະ​ດີ ໃຫ້​ຊັກ​ຊ້າ, ສວຍ​ໃຊ້​ຊ່ອງວ່າງ​ຂອງ​ກົດ​ໝາຍ, ເຊື່ອງ​ຂໍ້​ມູນ​ຫຼັກ​ຖານ ຊອກ​ຫາ​ຜົ​ລ​ປ​ໂຍດ​ທີ່ບໍ່​ຊອບ​ທັມ, ບໍ່​ມີ​ຄວາມ​ໂປ່ງ​ໃສ​ໃນ​ການ​ປ​ຕິ​ບັດ​ໜ້າ​ທີ່.

ເຈົ້າ​ໜ້າ​ທີ່​ອົງ​ການ​ພາກ​ປະ​ຊາ​ສັງ​ຄົມ ຍັງ​ກ່າວ​​ຕື່ມ​ອີກວ່າ: ໂດຍ​ລວມ​ລະ​ການ​ປ​ຕິ​ບັດ​ກົດ​ໝາຍ ​ຢູ່​ບ້ານ​ເຮົາ​ກະ​ຍັງ​ອ່ອນ​ແອ​ຢູ່ ຈະ​ສັງ​ເກດ​ເຫັນ​ວ່າ ປະເທດ​ໃດ​ເມື່ອ​ເຮົາ​ເຫັນວ່າ ຍັງ​ມີ​ການ​ສໍ້​ຣາ​ສບັ​ງ​ຫຼວງ​ຫຼາຍ​ຢູ່ ນັ້ນ​ສະ​ແດງວ່າ ການ​ປະ​ຕິ​ບັດ​ກົດ​ ໝາຍບໍ່​ເຄັ່ງ​ຄັດ.