ສປປ ລາວ ຮຽກຮ້ອງໃຫ້ ບັນດາປະເທດທົ່ວໂລກ ສືບຕໍ່ຊ່ອຍເຫຼືອລາວ

ໄຊຍາ
2023.09.25
ສປປ ລາວ ຮຽກຮ້ອງໃຫ້ ບັນດາປະເທດທົ່ວໂລກ ສືບຕໍ່ຊ່ອຍເຫຼືອລາວ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກຣັຖມົນຕຣີ ແລະ ຣັຖມົນຕຣີ ກະຊວງການຕ່າງປະເທດ ໄດ້ຂຶ້ນກ່າວປາໄສຕໍ່ສະມັດຊາໃຫຍ່ ອົງການສະຫະປະຊາຊາຕ ສໄມທີ 78 ໃນວັນເສົາ ທີ 23 ກັນຍາ 2023 ທີ່ສຳນັກງານໃຫຍ່ ຂອງອົງການສະຫະປະຊາຊາຕ.
AP Photo/Mary Altaffer

ໃນວັນທີ 23 ກັນຍາ 2023 ທີ່ຜ່ານມາ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກຣັຖມົນຕຣີ ແລະ ຣັຖມົນຕຣີ ກະຊວງການຕ່າງປະເທດ ໄດ້ຂຶ້ນກ່າວປາໄສຕໍ່ສະມັດຊາໃຫຍ່ ອົງການສະຫະປະຊາຊາຕ ສໄມທີ 78 ທີ່ນະຄອນນີວຢ໋ອກ ປະເທດສະຫະຣັຖອາເມຣິກາ ໂດຍທ່ານກ່າວວ່າ ການຈັດຕັ້ງວາລະແຜນພັທນາເສຖກິຈ-ສັງຄົມ ເພື່ອບັນລຸເປົ້າໝາຍການພັທນາ ແບບຍືນຍົງໃນປີ 2030 ໄດ້ດຳເນີນມາເຖິງໄລຍະກາງສໄມ, ແຕ່ຄວາມຄືບໜ້າໂດຍລວມແມ່ນຍັງຊັກຊ້າ.

ສະນັ້ນ ສປປ ລາວຈຶ່ງຮຽກຮ້ອງ ໃຫ້ອົງການສະຫະປະຊາຊາຕ, ອົງການເຄືອຂ່າຍ ຂອງອົງການສະຫະປະຊາຊາຕ ແລະ ສະຖາບັນການເງິນສາກົລ ຕ້ອງຮ່ວມກັນປະຕິບັດວຽກງານ ເພື່ອການພັທນາໃຫ້ກົມກຽວກັນຂຶ້ນກ່ວາເກົ່າ ເພື່ອລະດົມທຶນຮອນ ແລະ ຊັພຍາກອນໃຫ້ພຽງພໍ ເພື່ອຈັດຕັ້ງປະຕິບັດຕາມເປົ້າໝາຍດ້ານການພັທນາ ແບບຍືນຍົງ ໂດຍນຳໃຊ້ວິທະສາດ ແລະ ເທັກໂນໂລຈີ ເພື່ອເລັ່ງລັດພັທນາ ແບບຍືນຍົງ ແລະ ປົກປັກຮັກສາສິງແວດລ້ອມ ເພື່ອບັນລຸເປົ້າໝາຍດັ່ງກ່າວ.

ດັ່ງທ່ານ ກ່າວຕໍ່ສະມັດຊາໃຫຍ່ ອົງການ ສະຫະປະຊາຊາຕ ຕອນນຶ່ງວ່າ:

“ລະບົບການພັທນາຂອງສະຫະປະຊາຕ ໃນທຸກລະດັບຍັງຕ້ອງມີບົດບາດສໍາຄັນ ໃນການລະດັບຊັພຍາກອນ ແລະ ການປະສານງານລວມເຖິງການສນັບສນູນ ປະເທດໃນສະພາບພິເສດ ເຊັ່ນປະເທດພັທນາໜ້ອຍທີ່ສຸດ, ປະເທດທີ່ບໍ່ມີທາງອອກສູ່ທະເລ ແລະ ປະເທດທີ່ກຳລັງພັທນາ ທີ່ເປັນເກາະຂນາດນ້ອຍເພື່ອຈັດການກັບຄວາມທ້າທາຍ ສະເພາະຂອງພວກເຂົາ.”

ທ່ານກ່າວຕື່ມວ່າ ສປປ ລາວເປັນປະເທດນຶ່ງທີ່ມີແຫຼ່ງຊັພຍາກອນທັມມະຊາຕ ອັນອຸດົມສົມບູນ ແລະ ຄວາມຫຼາກຫຼາຍດ້ານຊີວະນາໆພັນ, ຣັຖບານລາວໄດ້ສົ່ງເສີມ ການພັທນາ ແລະ ເຕີບໂຕສີຂຽວ, ເພື່ອເພີ່ມທະວີການນຳໃຊ້ ຊັພຍາກອນທັມມະຊາຕ ໃຫ້ມີຄວາມຍືນຍົງຫຍີ່ງຂຶ້ນ.

ສປປ ລາວ  ເປັນນຶ່ງໃນປະເທດ ທີ່ປ່ອຍມົນລະພິດໃນປະຣິມານໜ້ອຍທີ່ສຸດ ໃນໂລກ ແຕ່ພັດໄດ້ຮັບຜົລກະທົບທີ່ຮ້າຍແຮງ ຈາກການປ່ຽນແປງຂອງສະພາບດິນຟ້າອາກາດ ຄືກັນກັບຫຼາຍ ປະເທດ. ເຖິງຢ່າງໃດກໍຕາມປະເທດລາວ ຈະປະຕິບັດພັນທະສາກົລ ເພື່ອຕ້ານການປ່ຽນແປງຂອງສະພາບດິນຟ້າອາກາດ. ສປປ ລາວຮຽກຮ້ອງໃຫ້ ວົງຄະນາຍາດສາກົລ ປະຕິບັດຕາມພັນທະ ໃນການສນອງທຶນເພື່ອການແກ້ໄຂບັນຫາດັ່ງກ່າວໃນໂລກ.

ນອກຈາກ 17 ເປົ້າໝາຍຂອງສາກົລແລ້ວ ສປປ ລາວ ຍັງມີເປົ້າໝາຍທີ 18 ເພື່ອຊີວີດ ທີ່ປອດໄພຈາກລະເບີດບໍ່ທັນແຕກ ເປັນເປົ້າໝາຍແຫ່ງຊາຕ. ບັນຫາລະເບີດບໍ່ທັນແຕກ ຍັງສືບຕໍ່ກີດຂວາງ ການພັທນາປະເທດ ແລະ ເປັນພັຍຂົ່ມຂູ່ຕໍ່ຊີວິດຂອງປະຊາຊົນ ຜູ້ບໍຣິສຸດສະນັ້ນແລ້ວ ສປປ ລາວຂໍຮຽກຮ້ອງມາຍັງວົງຄະນະຍາດສາກົລ ສືບຕໍ່ໃຫ້ການສນັບສນູນ ແລະ ຊ່ອຍເຫຼືອ ສປປ ລາວ ໃນການແກ້ໄຂບັນຫາດັ່ງກ່າວທີ່ຍັງແກ່ຍາວມາ.

ດັ່ງທ່ານ ກ່າວຕອນໜື່ງວ່າ:

“ລະເບີດຍັງບໍ່ທັນແຕກ ຍັງຄົງເປັນພັຍຄຸກຄາມຕໍ່ການພັທນາ ປະເທດຂອງເຮົາ ແລະ ເປັນອຸປະສັກຕໍ່ເປົ້າໝາຍການພັທນາ ແບບຍືນຍົງ ສະນັ້ນເຮົາຈຶ່ງໃຊ້ໂອກາດນີ້ຮຽກຮ້ອງ ການສນັບສນູນ ແລະ ຄວາມຊ່ອຍເຫຼືອ ຢ່າງຕໍ່ເນື່ອງຈາກວົງຄະນະຍາດສາກົລ ເພື່ອແກ້ໄຂບັນຫາທີ່ທ້າທາຍ ແລະດົນນານມານີ້.”

ປັດຈຸບັນ ສປປ ລາວໄດ້ຮັບການຊ່ອຍເຫຼືອ ຈາກອົງການສະຫະປະຊາຊາຕ ແລະ ວົງຄະນະຍາດສາກົລທັງ 18 ເປົ້າໝາຍເພື່ອເປົ້າໝາຍ ການພັທນາແບບຍືນຍົງ ແລະກ້າວໄປສູ່ປະເທດ ທີ່ກຳລັງພັທນາເປັນຕົ້ນລຶບລ້າງຄວາມທຸກຍາກ, ລຶບລ້າງຄວາມອຶດຫີວ, ເຂົ້າເຖິງລະບົບສາທາຣະນະສຸຂ, ມີການສຶກສາ, ມິຄວາມສະໝີພາບລະຫວ່າງຍິງ-ຊາຍ, ມີນໍ້າກິນ, ນໍ້າສະອາດໃຊ້, ມີວຽກເຮັດງານທຳ ທີ່ມີຄຸນຄ່າແລະສົ່ງເສີມເສຖກິຈໃຫ້ເຕີບໂຕ.

ຕໍ່ຄໍາປາໄສ ໃນຄັ້ງນີ້ ປະຊາຊົນລາວ ທ່ານນຶ່ງໃນແຂວງຈຳປາສັກເຫັນວ່າ ອົງການ ສະຫະປະຊາຊາຕ ແລະ ວົງການຄະນະຍາດສາກົລ ໃຫ້ການຊ່ອຍເຫຼືອປະເທດລາວ ຫຼາຍປີ ທັງດ້ານເງິນທຶນ ແລະ ດ້ານວິທຍາສາດ ແລະ ເທັກໂນໂລຈີ ແຕ່ພາກສ່ວນທີ່ກ່ຽວຂ້ອງໃນລາວ ບໍ່ນຳມາປະຕິບັດ ຢ່າງເປັນຮູບປະທັມ ແລະ ຂາດປະສິດທິພາບ.

ນອກຈາກນີ້ ຫຼາຍໂຄງພັທນາທີ່ໄດ້ຮັບທຶນສນັບສນູນ ຈາກອົງການຈັດຕັ້ງສາກົລ ບໍ່ມີການຕິດຕາມ, ກວດກາຈຶ່ງເຮັດໃຫ້ໂຄງການ ພັທນາເຫຼົ່ານັ້ນບໍ່ໄດ້ມາຕຖານ ຫຼືກໍ່ສ້າງໄປແລ້ວ ຈຶ່ງເກີດຄວາມເສັຍຫາຍກາຍເປັນໜີ້ສິນ ຈຳນວນມະຫາສານ ແລະ ຕົກມາເປັນພາຣະ ໃຫ້ຣັຖບານລາວ ມາຈົນເຖິງປັດຈຸບັນ.

ດັ່ງປະຊາຊົນທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 25 ກັນຍາ ນີ້ວ່າ:

“ເຈົ້າແກ່ໄຂບໍ່ໄດ້ດອກ. ເຈົ້າມີໜີ້ສິນຄືເຈົ້າເອົາເງິນຕ່າງປະເທດ ມາມາວ່າພັທນາເນາະ ມາຟື້ນຟູຊີວິດການເປັນຢູ່ ຂອງປະຊາຊົນ ເມື່ອໄດ້ເງິນແລ້ວແຫຼະປະຊາຊົນ ບໍ່ໄດ້ຮັບຫຍັງ ເຮັດຢູ່ທາງຫັ້ນໜ້ອຍນຶ່ງ ປະເທດມັນບໍ່ມີຈະເລີນຈັກເທື່ອດອກ ຄັນວ່າເສຖກິຈເຈົ້າຫັ້ນນັບມື້ນັບຕໍ່າລົງໜ້ອຍລົງ ມັນກາເປັນໄປບໍ່ໄດ້.”

ເຈົ້າໜ້າທີ່ແຂວງຫົວພັນ ທີ່ເຮັດວຽກດ້ານພັທນາຊຸມຊົນ ຍືນຍົງກ່າວວ່າ ເຫັນດີນຕາມຄໍາປາໄສ ຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກຣັຖມົນຕຣີ ແລະ ຣັຖມົນຕຣີກະຊວງການຕ່າງປະເທດ ໃນຄັ້ງນີ້ໃນເຣື່ອງຂອງການສືບຕໍ່ ຂໍທຶນ ແລະ ຊ່ອຍເຫຼືອສຳລັບ ວຽກງານ ດ້ານການພັທນາ ແບບຍືນຍົງ ເນື່ອງຈາກນັບແຕ່ເກີດການຣະບາດ ຂອງໂຄວິດ-19 ຈົນມາຮອດດຽວນີ້ ຫຼາຍໂຄງການພັທນາ ບໍ່ມີເງິນທຶນພຽງພໍ ຈຶ່ງເຮັດໃຫ້ການພັທນາໂຄງການຕ່າງໆ ບໍ່ໄດ້ຮັບການພັທນາເທົ່າທີ່ຄວນ.

ນອກຈາກນີ້ ການລົງພື້ນທີ່ໄປເຮັດວຽກຕາມເປົ້າໝາຍ ການພັທນາແບບຍືນຍົງນັ້ນ ກໍເຕັມໄປ ດ້ວຍອຸປະສັກເພາະເສັ້ນທາງເປ່ເພໜັກ ບໍ່ມີຄວາມສະດວກສະບາຍ ໃນການລົງພື້ນທີ່ໂດຍສະເພາະ ຕາມບ້ານເຂດຫ່າງໄກສອກຫຼີກ ແລະ ຕາມບ້ານແນວຊາຍແດນ.

ດັ່ງເຈົ້າໜ້າທີ່ ທ່ານນີ້ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:

“ຄວາມຄິດຂອງເຂົາຫັ້ນຢາກໄດ້ຫັ້ນແຫຼະ (ທຶນຊ່ອຍເຫຼືອ) ຕີລາຄາພາບລວມຂອງແຜນພັທນາ ເສຖກິຈຫັ້ນບໍ່ມີຄວາມຄືບໜ້າ ເນື່ອງມາຈາກວ່າມັນເຮັດບໍ່ໄດ້ໄປບໍ່ໄດ້ຫັ້ນນ່າເນາະ ເພາະວ່າມັນບໍ່ໄດ້ລົງ (ພື້ນທີ່)ການໄປການມາ ມັນບໍ່ສະດວກ.”

ນອກຈາກນີ້ ສປປ ລາວ ຍັງໄດ້ຮຽກຮ້ອງໃຫ້ປະຊາຄົມໂລກ ຕ້ອງເພີ່ມທະວີຄວາມສາມັກຄີກັນ ແລະ ຍົກສູງຄວາມເປັນເອກະພາບ ບົນພື້ນຖານຫຼັກການ ທີ່ກຳນົດໄວ້ ຢູ່ໃນກົດບັດສະຫະປະຊາຊາຕ ແລະ ກົດໝາຍສາກົລ ໂດຍຍົກເລີກການລົງໂທດ ດ້ານເສຖກິຈຂອງປະເທດຄີວບາ ແລະ ຢຸດສົງຄາມຣັສເຊັຍ-ຢູເຄຣນ ດ້ວຍສັນຕິວິທີ.

ກ່ຽວກັບເຣື່ອງນີ້ປະຊາຊົນລາວທ່ານນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າຣັຖບານລາວ ຕ້ອງວາງໂຕເປັນກາງ ແລະ ບໍ່ສນັບສນູນຝ່າຍໃດຝ່າຍນຶ່ງ ເພື່ອໃຫ້ເກີດສົງຄາມ ສະນັ້ນແລ້ວຈຶ່ງເຫັນດີ ກັບແນວທາງຂອງຣັຖບານລາວ ທີ່ຈະໃຫ້ທຸກຝ່າຍເຈຣະຈາກັນດ້ວຍສັນຕິວິທີ ແລະ ຢຸດສົງຄາມໃນທັນທີ.

ດັ່ງທ່ານກ່າວຕໍ່ວິທຍຸ ເອເຊັຽ ເສຣີວ່າ:

“ລາວເຮົານີ້ມັນກາມີຈຸດຢືນ ຕ້ອງຢືນຢູ່ໃນທ່າມກາງ ທີ່ວ່າເປັນກາງແຕ່ລະປະເທດກໍສະແຫວງຫາ ສັນຕິພາບ ວິທີທາງອອກມີແຕ່ເຈລະຈາກັນ ມີແຕ່ທາງດຽວນີ້ເພື່ອຮັກສາ ສັນຕິພາບໂລກ.”

ເຈົ້າໜ້າທີ່ ກະຊວງອຸດສາຫະກັມ ແລະ ການຄ້າ ທ່ານນຶ່ງກ່າວວ່າສົງຄາມ ຣັສເຊັຍ-ຢູເຄຣນ ບໍ່ໄດ້ສົ່ງຜົລກະທົບທາງກົງ ກັບປະເທດລາວ ແຕ່ດ້ວຍສະພາບເສຖກິຈ-ການເງິນ ອ່ອນແອ ແລະ ຍັງຕ້ອງເພິ່ງພາສິນຄ້າ ນໍາເຂົ້າຈາກຕ່າງປະເທດ ເປັນຫຼັກຈຶ່ງໄດ້ຮັບຜົລ ກະທົບທາງອ້ອມ ແຕ່ຂ້ອນຂ້າງຮຸນແຮງ ເປັນຕົ້ນອັດຕຣາເງິນເຟີ້, ເງິນກີບອ່ອນຄ່າ ແລະ ລາຄາສິນຄ້າແພງ.

ດັ່ງເຈົ້າໜ້າທີ່ ທ່ານນີ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນວ່າ:

“ການປະຕິບັດການ ທະຫານຂອງຣັສເຊັຍ ກັບຢູ່ເຄຣນຫັ້ນ ມັນກາບໍ່ມີຜົລກະທົບຫຍັງ (ໂດຍກົງ) ກາມີແຕ່ບັນຫາເຣື່ອງອັດຕຣາເງິນເຟີ້ນີ້ແຫຼະ. ນໍ້າມັນນີ້ກາເປັນສ່ວນນຶ່ງ ທີ່ພວກເຮົາໄດ້ຮັບຜົລກະທົບນີ້ແຫຼະ ອາທິດນຶ່ງປ່ຽນຕັ້ງສອງເທື່ອ ສາມເທື່ອ ນີ້ກາຢາກຍາກຢູ່ ຜົລກະທົບຕໍ່ພາກທຸຣະກິຈ.

ໃນໂອກາດດຽວກັນ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກຣັຖມົນຕຣີ ແລະ ຣັຖມົນຕຣີກະຊວງການຕ່າງປະເທດ ຍັງພົບປະກັບ ຍານາງ ອາມີນາ ໂມຮາມັດ ຮອງເລຂາທິການໃຫຍ່ ອົງການສະຫະປະຊາຊາຕ ເພື່ອແລກປ່ຽນຄຳຄິດຄຳເຫັນກ່ຽວກັບການ ຮ່ວມມືດ້ານການພັທນາ ລະຫວ່າງ ສປປ ລາວ ກັບ ອົງການສະຫະປະຊາຊາຕ ເພື່ອເປັນເປົ້າໝາຍ ການພັທນາແບບຍືນຍົງ ແລະ ບັດນດາ ແຜນງານຂອງສາກົລ ໃນລະດັບປະເທດ.

ເພື່ອຫຼຸດພົ້ນ ອອກຈາກສະຖານະປະເທດ ດ້ອຍພັທນາທີ່ສຸດ ປັດຈຸບັນປະເທດລາວ ຢູ່ລະຫວ່າງໄລຍະຂ້າມຜ່ານ 5 ປີ ໂດຍທາງການລາວ ຈະຕ້ອງປະຕິບັດເກນມາຕຖານ ຂອງສະຫະປະຊາຊາຕ ທັງໝົດ 3 ເງື່ອນໄຂ ທີ່ກຳນົດໄວ້ໃນການປະເມີນໃຫ້ຢູ່ເກນ ມາຕຖານຄົງທີ່ ຫຼື ດີຂຶ້ນກ່ວາເກົ່າ ປະກອບມີ ດັດສະນີລາຍໄດ້ແຫ່ງຊາຕ, ດັດສະນີຊັພຍາກອນມະນຸສ ແລະ ດັດສະນີຄວາມບອບບາງ ທາງດ້ານເສຖກິຈ. ຖ້າປະເທດລາວ ຄົງສະຖານະໄວ້ຈາກ 2 ໃນ 3 ເງື່ອໄຂ ຈົນຮອດປີ 2026 ໄດ້ກໍຈະຖືກຮັບຮອງ ຈາກອົງການສະຫະປະຊາຊາຕ ເພື່ອກ້າວໄປສູ່ສະຖານະ ປະເທດກຳລັງພັທນາ. ປັດຈຸບັນອົງການສະຫະປະຊາຊາຕ ໄດ້ກຳນົດໃຫ້ 47 ປະເທດທົ່ວໂລກ ລວມເຖິງປະເທດລາວ ຢູ່ໃນສະຖານະພາບ ປະເທດດ້ອຍພັທນາ ທີ່ສຸດ ຫຼື Least Developed Countries (LDC).

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.